ເພີ່ມທະວີມູນເຊື້ອ ສາຍພົວພັນ ມິດຕະພາບ ແລະ ນຳ້ໃຈສາມັກຄີ ພິເສດ ຫວຽດນາມ - ລາວ

14:41 | 23/11/2018

ຍສໝ - ຕອນບ່າຍວັນທີ 22 ພະຈິກ, ຢູ່ ນະຄອນ ເຊີນລາ ກຳມະການປົກຄອງແຂວງ, ສະພາປະຊາຊົນ, ກຳມະການປະຊາຊົນ ແລະ ກຳມະການ ແນວໂຮມແຫ່ງຊາດ ແຂວງ ເຊີນບາ ໄດ້ຈັດຕັ້ງພິທີ ຮັບ ຫຼຽນໄຊ, ຫຼຽນກາ ແລະ ໃບຍ້ອງຍໍ ແຫ່ງ ສປປ ລາວ.

ເພີ່ມທະວີມູນເຊື້ອ ສາຍພົວພັນ ມິດຕະພາບ ແລະ ນຳ້ໃຈສາມັກຄີ ພິເສດ ຫວຽດນາມ - ລາວ

ສະຫາຍ ເພັດຖາວອນ ພິລາວັນ ກຳມະການສູນກາງພັກ ກຳມະການພັກແຂວງ ເຈົ້າແຂວງໆ ຫຼວງນຳ້ທາ ປະດັບຫຼຽນໄຊ ພັດທະນາ ໃຫ້ຄະນະປະຈຳພັກແຂວງໆ ເຊີນລາ.

ກ່າວຄຳເຫັນທີ່ພິທີປະດັບຫຼຽນໄຊໃນຄັ້ງນີ້ ເລຂາພັກແຂວງໆ ເຊີນລາ ຮວ່າງ ວັນເຈີ໋ດ ໄດ້ເນັ້ນໜັກວ່າ: ນີ້ແມ່ນລາງວັນອັນຊົງກຽດ ແລະ ການຍອມຮັບ ອັນລຳ້ຄ່າ ແລະ ມີຄວາມໝາຍສຳຄັນ ຂອງພັກ, ລັດຖະບານ ແຫ່ງ ສປປ ລາວ ຕໍ່ກັບການປະກອບສ່ວນ ຂອງ ແຂວງເຊີນລາ ເວົ້າລວມ, ບັນດາສະຫາຍ ຄະນະປະຈຳພັກແຂວງ ແລະ ປກສ ແຂວງ ເຊີນລາ ເວົ້າສະເພາະ ກ່ຽວກັບຜົນສຳເລັດກໍ່ຄືໝາກຜົນ ອັນພົ້ນເດັ່ນ ປະກອບສ່ວນສຳຄັນເຂົ້າໃນວຽກງານການຜັນຂະຫຍາຍ ແລະ ເພີ່ມທະວີ ສາຍພົວພັນມິດຕພາບ ແລະ ມູນເຊື້ອຄວາມສາມັກຄີພິເສດ , ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກສອງລັດ ແລະ ປະຊາຊົນທັງສອງຊາດ ຫວຽດນາມ-ລາວ.

ເລຂາພັກແຂວງໆ ເຊີນລາ ຢັ້ງຢືນວ່າ: ກຳມະການພັກແຂວງ, ອຳນາດການປົກຄອງ ແລະ ປະຊາຊົນ ບັນດາເຜົ່າຂອງແຂວງເຊີນລາ ຍາມໃດກໍ່ຮັບຮູ້ຢ່າງເລິດເຊິ່ງ, ບໍ່ຢຸດຢັ້ງໃນການຮັກສາ, ເສີມສ້າງ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບ ອັນເກົ່າແກ່, ຄວາມສາມັກຄີພິເສດ ຫວຽດນາມ-ລາວ. ນີ້ແມ່ນສິ່ງທີ່ມີຄ່າຫາອັນປຽບບໍ່ໄດ້ຂອງປະຊາຊົນສອງຊາດ ຫວຽດ-ລາວ, ທີ່ມີ ປະທານໂຮ່ຈີ໋ມິງ , ທ່ານປະທານ ໄກສອນ ພົມວິຫານ ແລະ ປະທານ ສຸພານຸວົງ ເປັນຜູ້ກໍ່ສ້າງຮາກຖານ ແລະ ໄດ້ຮັບ ການສຶບທອດມາເຖິງ ສອງພັກ ສອງລັດ ແລະ ບັນດາການນຳໃນປະຈຸບັນ ພ້ອມທັງບັນດາປະຊາຊົນທັງສອງຊາດ ຮ່ວມກັນເພີ່ມພູນຄູນສ້າງ.

ເພີ່ມທະວີມູນເຊື້ອ ສາຍພົວພັນ ມິດຕະພາບ ແລະ ນຳ້ໃຈສາມັກຄີ ພິເສດ ຫວຽດນາມ - ລາວ

ສະຫາຍ ເພດຖາວອນ ພິລາວົງ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງໆ ຫຼວງນຳ້ທາ ປະດັບຫຼຽນໄຊມິດຕະພາບ ຂອງລາວ ໃຫ້ຄະນະ ປກສ ແຂວງ ເຊີນລາ.

ທັງສອງປະເທດເຄີຍ ຄຽງບ່າຄຽງໄລ່ ຊ່ວຍເຫຼືອຍູ້ໜູນເຊິ່ງກັນແລະກັນ ຍາດໄດ້ບັນດາຜົນສຳເລັດອັນຍິ່ງໃຫຍ່ ໃນພາລະກິດ ສ້າງສາ ແລະ ປົກປັກຮັກສາປະເທດຊາດ ກໍ່ຄືໃນຊີວິດການເປັນຢູ່ ຂອງແຕ່ລະປະເທດ, ນອກນັ້ນທັງສອງປະເທດ ຍັງໄດ້ເພີ່ມທະວີ ສາຍພົວພັນ ສາມັກຄີມິດຕະພາບ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ແຂວງເຊີນລາ ກັບແຂວງ ຫົວພັນ, ແຂວງຫຼວງນຳ້ທາ ແລະ ບັນດາແຂວງ ພາກເໜືອຂອງລາວ.

(ຫັດ​ທະ​ບູນ)

ທ່ານອາດຈະມັກ

302 Found

Found

The document has moved here.