ພິທີສະເຫຼີມສະຫຼອງ ວັນສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 43ປີ (2 ທັນວາ 1975-2 ທັນວາ 2018)

12:31 | 28/11/2018

ຍສໝ - ຕອນເຊົ້າວັນທີ 28 ພະຈິກ 2018 ທີ່ ສູນກາງສະມາຄົມມິດຕະພາບ ຫວຽດນາມ-ລາວ ໄດ້ຈັດຕັ້ງພິທີສະເຫຼີມສະຫຼອງວັນຊາດລາວ ຄົບຮອບ 43 ແລະ ຊົມເຊີຍບັນດານ້ອງນັກຮຽນລາວ ກຳລັງຮຽນຢູ່ ບັນດາ ມະຫາວິທະຍາໄລຕ່າງໆ ທົ່ວນະຄອນຫຼວງ ຮ່າໂນ້ຍ ທີ່ມີຜົນການຮຽນດີເດັ່ນໃນປີທຜ່ານມາ.

ເຂົ້າຮ່ວມກອງປະຊຸມຄັ້ງນີ້ຝ່າຍຫວຽດນາມປະກອບ ມີ ສະຫາຍ ເຈີ່ນ ວັນຕຸ໋ຍ ກຳມະການບໍລິຫານງານສູນກາງພັກ, ກຳມະການຄະນະປະຈຳສະພາແຫ່ງຊາດ, ປະທານສູນກາງສະມາຄົມ ຫວຽດນາມ-ລາວ; ສະຫາຍ ພົນຈັດຕະວາ ຮວິ່ງ ດັກເຮືອງ ອາດີດທະຫານອາສາສະໝັກ ຫວຽດນາມ ສູ້ຮົບຢູ່ລາວ ເປັນຫົວໜ້າໜ່ວຍຊ່ຽວຊານທະຫານອາສາສະໝັກຫວຽດນາມ ແລະ ທັງເປັນ ຫົວໜ້າຄະນະຕິດຕໍ່ພົວພັນ ທະຫານອາສາສະໝັກ ຫວຽດນາມ ພ້ອມທັງບັນດາສະຫາຍອາດີດທະຫານອາສາສະໝັກຫວຽດນາມ, ຕ່າງໜ້າການນຳຂອງຫ້ອງການ, ໜ່ວຍງານ, ສະມາຊິກສະມາຄົມ ຫວຽດນາມ-ລາວ ເຂົ້າຮ່ວມຢ່າງພ້ອມພຽງ.

ຝ່າຍລາວ ປະກອບມີ ສະຫາຍ ທອງສະຫວັນ ພົມວິຫານ ເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈຳຫວຽດນາມ ພ້ອມພັນລະຍາ, ສະຫາຍ ອຳພາວັນ ຂວັນມະນີວັນ ທີ່ປຶກສາເອກທູດສຶກສາ ລາວປະຈຳ ສສ ຫວຽດນາມ, ພ້ອມທັງບັນດາສະຫາຍໃນຄະນະຫ້ອງການ ສະຖານທູດລາວ ນ້ອງໆນັກຮຽນ ຈາກບັນດາມະຫາວິທະຍາໄລຕ່າງໆ ທົ່ວຮ່າໂນ້ຍເຂົ້າຮ່ວມຢ່າງພ້ອມພຽງ.

ກ່ອນຈະເຂົ້າໃນພິທີບັນດາແຂກບັນດາສະຫາຍທີ່ເຂົ້າຮ່ວມໄດ້ຮັບຊົມສິນລະປະ ບົດຟ້ອນ ຈາກມະຫາວິທະຍາໄລ ພົວພັນຕ່າງປະເທດ. ລາຍການສະແດງຮ້ອງເພັງ ຈາກຄະນະສິນລະປີນທະຫານຫວຽດນາມຂື້ນຂັບຮ້ອງເປັນພາສາລາວ ແລະ ພາສາຫວຽດນາມ (ໃນບົດເພັງ "ເຈື່ອງເຊີນດົງເຈື່ອງເຊີນເຕີຍ")...

ພິທີສະເຫຼີມສະຫຼອງ ວັນສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 43ປີ (2 ທັນວາ 1975-2 ທັນວາ 2018)

ທ່ານ ເຈີ່ນ ວັນຕຸ໋ຍ ກຳມະການສູນກາງພັກ, ຄະນະປະຈຳສະພາແຫ່ງຊາດ, ຫົວໜ້າສູນກາງສະມາຄົມ ມິດຕະພາບ ຫວຽດນາມ-ລາວ.

ກ່າວຄຳເຫັນໃນພິທີ ສະຫາຍ ເຈີ່ນ ວັນຕຸ໋ຍ ກຳມະການສູນກາງພັກ, ຄະນະປະຈຳສະພາແຫ່ງຊາດ, ປະທານສູນກາງສະມາຄົມ ມິດຕະພາບ ຫວຽດນາມ-ລາວ ໄດ້ກ່າວສະແດງຄວາມຍິນດີ ອວຍພອນວັນຊາດມາຍັງ ທ່ານ ເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ ທອງສະຫວັນ ພົມວິຫານ ແລະ ປະຊາຊົນລາວ ໂດຍທ່ານໄດ້ກ່າວວ່າ: ໃນປີຜ່ານມາ ສາຍພົວພັນມິດຕະພາບ ຫວຽດນາມ-ລາວ ໄດ້ຮັບການເພີ່ມພູນຄູນສ້າງ ແລະ ພັດທະນາຢ່າງໜ້າເພິ່ງພໍໃຈ. ພິເສດ ແມ່ນການຜັນຂະຫຍາຍດ້ວຍຄວາມສຳເລັດ "ປີສາມັກຄີມິດຕະພາບ ຫວຽດນາມ-ລາວ 2017". ທັງສອງປະເທດໄດ້ ພັດທະນາ ແລະ ເສີມຂະຫຍາຍ ວຽກງານການຮ່ວມມື ໃນຫຼາຍຂົງເຂດ ນັບແຕ່ສູນກາງລົງຮອດທ້ອຖິ່ນ. ສາຍພົວພັນຂອງສອງປະເທດນັບມື້ນັບໄດ້ຮັບການພັດທະນາ ແລະ ເພີ່ມພູນຄູນສ້າງຢ່າງບໍ່ຢຸດຢັ້ງ.

ພິທີສະເຫຼີມສະຫຼອງ ວັນສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 43ປີ (2 ທັນວາ 1975-2 ທັນວາ 2018)

ທ່ານ ທອງສະຫວັນ ພົມວິຫານ ເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ .

ໃນໂອກາດນີ້ ທ່ານ ທອງສະຫວັນ ພົມວິຫານ ເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ ຮູ້ສຶກເປັນກຽດ ແລະ ດີໃຈຫຼາຍທີ່ໄດ້ເຂົ້າຮ່ວມພິທີສະເຫຼີມສະຫຼອງ ວັນຊາດລາວ ຄົບຮອບ 43ປີ ໃນມື້ນີ້, ທ່ານໄດ້ກ່າວຕື່ມອີກວ່າ: ໃນບັນຜົນສຳເລັດຂອງ ພາລະກິດ ປົກປັກຮັກສາ ແລະ ພັດທະນາ ເສດຖະກິດ-ສັງຄົມ ຂອງ ສປປ ລາວ ໃນໄລຍະ 43 ປີທີ່ຜ່ານມາ, ແມ່ນປະສະຈາກບໍ່ໄດ້ ການຊ່ວຍເຫຼືອ, ອູ້ມຊູ ອັນລຳຄ່າ, ທັນເວລາ, ແບບເພື່ອນມິດ ຂອງປະເທດ ຫວຽດນາມອ້າຍນ້ອງ.

ທ່ານ ທອງສະຫວັນ ພົມວິຫານ ຍັງກ່າວຕື່ມອີກວ່າ: ໃນໄລຍະ 3 ປີ ທີ່ທ່ານປະຈຳການຢູ່ ສສ ຫວຽດນາມ ທ່ານເຫັນຄວາມພັດທະນາ ອັນວ່ອງໄວ ຂອງ ສສ ຫວຽດນາມ, ຊີວິດການເປັນຢູ່ຂອງປະຊາຊົນ ໄດ້ຮັບການປັບປຸງດີຂື້ນ. ບົດບາດ ແລະ ຄວາມສຳຄັນຂອງຫວຽດນາມ ໄດ້ຮັບການຍົກສູງຂື້ນ ໃນພາກພື້ນ ແລະ ສາກົນ. ນີ້ແມ່ນເປັນສິ່ງປຸກລະດົມ ແລະ ແບບຢ່າງໃຫ້ ສປປ ລາວ ແລະ ປະຊາຊົນ ລາວ ໃນພາລະກິດປົກປັກຮັກສາ, ພັດທະນາ ປະເທດຊາດຕາມ ເສັ້ນທາງ ສັງຄົມນິຍົມ.

ທ່ານສະແດງຄວາມຂອບໃຈມາຍັງ ສູນກາງສະມາຄົມ ມິດຕະພາບ ຫວຽດນາມ-ລາວ ໄດ້ຍ້ອງຍໍ ແລະ ມອບຂອງຂວັນໃຫ້ ແກ່ນ້ອງນັກຮຽນລາວ ທີ່ມີຜົນການຮຽນດີເດັ່ນ ໃນໂອກາດວັນຊາດລາວ ຄົບຮອບ 43ປີ. ສິ່ງດັ່ງກ່າວຈະເປັນສິ່ງກະຕຸກຊຸກຍູ້ ໃຫ້ແກ່ ບັນດາເຍົາວະຊົນຄົນຮຸ້ນໃໝ່ ເຊິ່ງເປັນອານາຄົດຂອງຊາດ ສືບທອດ ສາຍພົວພັນມິດຕະພາບ ສາມັກຄີພິເສດ ລາວ-ຫວຽດນາມ.

(ຫັດ​ທະ​ບູນ)

ເຫດການ
302 Found

Found

The document has moved here.