ຍສໝ - ສະມາຄົມມິດຕະພາບ ແລະ ສະມາຄົມຫວຽດນາມ - ອາເມລິກາມີຄວາມມຸ່ງຫວັງໃນການສ້າງການພົວພັນກັບສະພາແຫ່ງຊາດອາເມລິກາ, ໂດຍທໍາອິດແມ່ນການສ້າງການພົວພັນກັບກຸ່ມພະນັກງານຊ່ວຍວຽກໃຫ້ຜູ້ແທນລາຊະດອນ, ຂະຫຍາຍເຄືອຂ່າຍຫມູ່ເພື່ອນ, ຄູ່ຮ່ວມງານພາຍໃນສະພາແຫ່ງຊາດອາເມລິກາ...
ມື້ນີ້ເຫຼົ່ານັກສຶກສາທີ່ຈົບມາຈາກວິຊາສະເພາະດ້ານຕ່າງໆ ທຸກຄົນຕື່ນແຕ່ເຊົ້າເຂົ້າໄປຫໍສະພາແຫ່ງຊາດ ເພື່ອໃຫ້ທັນຊື້ແບບຟອມສະໝັກສອບເສັງບັນຈຸເຂົ້າເປັນລັດຖະກອນຕາມຄວາມໄຝ່ຝັນຂອງຫຼາຍໆຄົນ(ຄົນລາວສ່ວນໃຫຍ່) ເວົ້າໄດ້ວ່າຫຼາຍຄົນໄປກ່ອນໄກ່ເລີຍລະ! ແຕ່ວ່າຈຳນວນໜຶ່ງໃນນັ້ນກໍ່ຕ້ອງຜິດຫວັງ ເນື່ອງຈາກແບບຟອມມີຈຳກັດ ແລະ ຕົວເລກທີ່ຕ້ອງການກໍ່ຍິ່ງຈຳກັດກວ່າ.
ວັນທີ 30 ມີນາ 2019 ນີ້, ສະຫາຍ ນາງ ປານີ ຢາທໍ່ຕູ້ ກຳມະການກົມການ ເມືອງສູນກາງພັກ, ປະທານສະພາ ແຫ່ງຊາດ, ສະຫາຍ ເພັດແກ້ວ ເຮືອງປັນຍາ ປະທານຄະນະສະມາຊິກສະພາແຫ່ງ ຊາດປະຈໍາເຂດເລືອກຕັ້ງທີ 17 ແຂວງ ອັດຕະປື ທັງເປັນປະທານສະພາປະຊາຊົນແຂວງ ອັດຕະປື, ສະຫາຍ ເລັດ ໄຊຍະພອນ ເລຂາພັກແຂວງເຈົ້າແຂວງໆ ອັດຕະປື, ມີຮອງເຈົ້າແຂວງ, ສະມາ ຊິກສະພາປະຊາຊົນແຂວງ ຄະນະເລຂາທິການ ສພຂ ອັດຕະປື ແລະ ພະ ນັກງານທີ່ກ່ຽວຂ້ອງໄດ້ຢ້ຽມ ຢາມສູນຕະມໍຢອດ-ຫີນລາດ ແລະ ສູນດົງບາກ ເມືອງສະໜາມ ໄຊ ເຊິ່ງເປັນສູນ ພັກຊົ່ວຄາວຈາກ ເຫດການຄູກັ້ນນໍ້າເຂື່ອນ ເຊປຽນ-ເຊນໍ້ານ້ອຍແຕກ ໃນ ວັນທີ 23 ກໍລະກົດ 2018 ຜ່ານມາ.
ວັນທີ 03 ເມສາ, ທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກິມເງິນ ໄດ້ໄປຮອດນະຄອນຫລວງ ບຣຸກແຊນ, ລາຊະອານາຈັກ ແບນຊິກ, ເລີ່ມຕົ້ນການຢ້ຽມຢາມ ແລະ ເຮັດວຽກຢູ່ລັດຖະສະພາ ເອີຣົບ (EP) ຕາມຄຳເຊີນຂອງທ່ານປະທານ EP Antonio Tajani.
ທ່ານ ແສງນວນ ໄຊຍະລາດ ຮອງປະທານສະພາແຫ່ງຊາດ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ນາງ ນິນ ສຸພົນ ສະມາຊິກສະພາແຫ່ງຊາດ ປະທານກໍາມາທິການ ທີ 9 ສະພາແຫ່ງ ຣາຊະອານາຈັກ ກໍາປູ ເຈຍ ພ້ອມດ້ວຍຄະນະ ໃນວັນທີ 28 ມີນາຜ່ານມາ ທີ່ສະພາ ແຫ່ງຊາດ; ໃນໂອກາດເດີນທາງມາ ຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ລະຫວ່າງ ວັນທີ 27-30 ມີນາ ຜ່ານມາ.
ຕອນບ່າຍວັນທີ 24 ທັນວາ, ຄະນະຜູ້ແທນຂັ້ນສູງ ສະພາຕໍ່າ Duma ສະພາແຫ່ງຊາດ ສະຫະພັນ ລັດເຊຍ ໂດຍທ່ານ Vyacheslav Viktorovich Volodin ປະທານສະພາຕໍ່າ Duma ສະພາແຫ່ງຊາດ ສະຫະພັນລັດເຊຍ ນໍາໜ້າ, ໄດ້ສິ້ນສຸດການຢ້ຽມຢາມຫວຽດນາມ ຢ່າງເປັນທາງການ.
ກອງປະຊຸມສະໄໝສາມັນ ເທື່ອທີ 6 ຂອງສະພາແຫ່ງຊາດ ຊຸດທີ VIII ໄດ້ປິດລົງດ້ວຍຜົນສຳເລັດຢ່າງຈົບງາມ ໃນຕອນບ່າຍຂອງວັນທີ 21 ທັນວາ 2018 ພາຍຫລັງດຳເນີນ ມາແຕ່ວັນທີ 20 ພະຈິກ, ພາຍໃຕ້ການເປັນປະທານຂອງ ທ່ານ ນາງ ປານີ ຢາທໍ່ຕູ້ ປະທານສະພາແຫ່ງຊາດ.ໃຫ້ກຽດເຂົ້າຮ່ວມໂດຍ, ທ່ານ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາ ຊົນປະຕິວັດລາວ, ປະທານປະເທດ ແຫ່ງ ສປປ ລາວ, ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ມີບັນດາການນໍາ, ອະດີດການນຳພັກ-ລັດ, ສະມາຊິກສະພາແຫ່ງຊາດ ທຸກເຂດເລືອກຕັ້ງ ແລະ ບັນດາແຂກຖືກເຊີນ ເຂົ້າຮ່ວມຢ່າງພ້ອມພຽງ.
ກອງປະຊຸມ ຢັ້ງຢືນວ່າ ບັນດາສະມາຊິກລັດຖະສະພາສະມາຊິກສວມບົດບາດສໍາຄັນເຂົ້າໃນການປະຕິບັດບັນດາເປົ້າໝາຍພັດທະນາແບບຍືນຍົງ, ໂດຍສະເພາະແມ່ນເປ້ົາໝາຍທີ່ກ່ຽວຂ້ອງເຖິງການລົບລ້າງຄວາມອຶດຫີວ, ຫຼຸດຜ່ອນຄວາມທຸກຍາກ, ຄວາມສະເໝີພາບລະຫວ່າງຍິງ - ຊາຍ...
ໃນກອງປະຊຸມສະໄໝສາມັນເທື່ອ 6 ຂອງສະພາແຫ່ງຊາດຊຸດທີ 8 ວັນທີ 12 ທັນວາ 2018 ພາຍໃຕ້ການເປັນປະທານຂອງທ່ານ ບຸນປອນ ບຸດຕະນະວົງ ຮອງປະທານສະພາແຫ່ງຊາດ ນັ້ນ, ບັນດາສະມາຊິກສະພາແຫ່ງຊາດ ໄດ້ລົງຄະແນນສຽງຮັບຮອງເອົາຮ່າງກົດໝາຍວ່າດ້ວຍລາຍເຊັນເອເລັກໂຕຣນິກ ດ້ວຍຄະແນນສຽງເຫັນດີເປັນສ່ວນຫລາຍ, ພ້ອມນີ້ ປະທານກອງປະຊຸມກອງປະຊຸມ ໄດ້ສະເໜີໃຫ້ຄະນະຮັບຜິດຊອບຮ່າງກົດໝາຍດັ່ງກ່າວ ນຳເອົາຄຳສະເໜີຂອງຕ່າງໆຂອງ ສສຊ ໄປພິຈາລະນາ ແລະ ປັບປຸງໃສ່ຮ່າງກົດໝາຍ ໃຫ້ມີຄວາມຈະແຈ້ງ, ຮັດກຸມ ແລະ ສາມາດນຳໄປຈັດຕັ້ງປະຕິບັດຢ່າງມີປະສິດທິຜົນ.
ຍສໝ - ຕອນເຊົ້າຂອງວັນທີ 11 ທັນວານີ້, ຢູ່ທີ່ສຳນັກງານປະທານປະເທດ ໄດ້ຈັດພິທີຖະແຫຼງຂ່າວກ່ຽວກັບ ບັນດາກົດໝາຍທີ່ສະພາແຫ່ງຊາດຫາຮັບຮອງເອົາ.
ໃນກອງປະຊຸມສະໄໝສາມັນເທື່ອ 6 ຂອງສະພາແຫ່ງຊາດຊຸດທີ 8 ວັນທີ 10 ທັນວາ 2018 ພາຍໃຕ້ການເປັນປະທານຂອງ ທ່ານ ແສງນວນ ໄຊຍະລາດ ຮອງປະທານສະພາແຫ່ງຊາດ ນັ້ນ, ບັນດາສະມາຊິກສະພາແຫ່ງຊາດ ໄດ້ພ້ອມກັນສຸມໃສ່ພິຈາລະນາ, ປະກອບຄຳຄິດຄຳເຫັນ ແລະ ຮັບຮອງເອົາຮ່າງກົດໝາຍວ່າດ້ວຍຄົນພິການ ທີ່ສະເໜີໂດຍ ທ່ານ ຄຳແພງ ໄຊສົມແພງ ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ເຊິ່ງຮ່າງກົດໝາຍດັ່ງກ່າວ ປະກອບມີ 12 ພາກ, 15 ໝວດ ແລະ 91 ມາດຕາ.
ສະຫລຸບກອງປະຊຸມສະໄໝສາມັນເທື່ອທີ 6 ແລະ ປະກອບຄຳເຫັນກະກຽມໃຫ້ແກ່ກອງປະຊຸມສະໄໝສາມັນເທື່ອທີ 7 ຂອງສະພາແຫ່ງຊາດຊຸດທີ 14...
ໃນຂອບເຂດການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການໃນລະຫວ່າງວັນທີ 06 – 08 ທັນວາ, ຕາມຄຳເຊີນຂອງທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ,
ຕອນເຊົ້າວັນທີ 06 ທັນວາ, ສືບຕໍ່ການຢ້ຽມຢາມ ສ.ເກົາຫລີ ຢ່າງເປັນທາງການ, ຢູ່ ນະຄອນ ເຊີອູນ ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກີມເງິນ ໄດ້ພົບປະກັບຜູ້ຊົງຄຸນວຸດທິ ມິດຕະພາບຫວຽດນາມ - ສ.ເກົາຫລີ.
ວັນທີ 5 ທັນວາ 2018 ນີ້, ທ່ານນາງ ປານີ ຢາທໍ່ຕູ້ ປະທານສະພາແຫ່ງຊາດ ໄດ້ໃຫ້ກຽດຕ້ອນຮັບ ສົມເດັດ ອັກຄະມະຫາເສນາບໍດີ ເຕໂຈ ຮຸນແຊນ ນາຍົກລັດຖະມົນຕີ ແຫ່ງຣາຊະອານາຈັກ ກຳປູເຈຍ ພ້ອມດ້ວຍຄະນະ ໃນໂອກາດເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ໃນລະຫວ່າງວັນທີ 5-6 ທັນວາ 2018 ນີ້.
ສອງຝ່າຍ ຈະປຶກສາຫາລືນໍາກັນ ກ່ຽວກັບທິດທາງ, ບັນດາມາດຕະການຮ່ວມມືລະອຽດ ເພື່ອນໍາການພົວພັນລະຫວ່າງສະພາແຫ່ງຊາດຫວຽດນາມ ແລະ ສະພາແຫ່ງຊາດ ສ.ເກົາຫຼີ ກ້າວເຂົ້າສູ່ລວງເລິກ, ແທດຈິງກວ່າ ໃຫ້ສົມກັບການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງສອງປະເທດ
ກອງປະຊຸມສະໄໝສາມັນ ເທື່ອທີ 6 ຂອງສະພາແຫ່ງຊາດ ຊຸດທີ VIII ໄດ້ໄຂຂຶ້ນຢ່າງເປັນທາງການ ໃນວັນທີ 20 ພະຈິກ 2018 ແລະ ຈະດຳເນີນໄປເຖິງ ວັນທີ 21 ທັນວາ 2018 ທີ່ຫ້ອງປະຊຸມສະພາແຫ່ງຊາດ (ຫລັກ 6) ນະຄອນຫລວງວຽງຈັນ. ໂດຍການເປັນປະທານຂອງທ່ານ ນາງປານີ ຢາທໍ່ຕູ້ ປະທານສະພາແຫ່ງຊາດ, ໃຫ້ກຽດເຂົ້າຮ່ວມຂອງ ທ່ານ ບຸນຍັງ ວໍລະຈິດ ເລຂາ ທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປະທານປະເທດ, ທ່ານ ທອງລຸນ ສີສຸລິດ ນາຍົກລັດ ຖະມົນຕີ, ມີອະດີດການນຳ ພັກ-ລັດ, ສະມາຊິກສະພາແຫ່ງຊາດ, ສະມາຊິກລັດຖະບານ ແລະ ແຂກຖືກເຊີນ ເຂົ້າຮ່ວມຢ່າງພ້ອມພຽງ.
ຕອນເຊົ້າວັນທີ 18 ພະຈິກ, ທີ່ຮ່າໂນ້ຍ, ສະຖາບັນການເງິນໄດ້ຈັດຕັ້ງພິທີສະເຫຼີມສະຫຼອງວັນຄູ ຫວຽດນາມ (20/11) ແລະ ຮັບຫຼຽນໄຊແຮງງານຊັ້ນ 1 ຄັ້ງທີ 2.
ວັນທີ 9 ຕຸລາ 2018, ສະຫາຍ ນາງ ປານີ ຢາທໍ່ຕູ້ ປະທານສະພາແຫ່ງຊາດ ໄດ້ໃຫ້ກຽດຕ້ອນຮັບ ສະຫາຍ ເຈິ່ນກວັກ ເວືອງ, ກຳມະການກົມການເມືອງ, ຜູ້ປະຈຳການຄະນະເລຂາ ທິການສູນກາງພັກກອມມູນິດ ຫວຽດນາມ ໃນໂອກາດເດີນທາງມາຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ ໃນລະຫວ່າງ ວັນທີ 8-10 ຕຸລາ 2018.
ວັນທີ 5 ຕຸລາ 2018 ສະຫາຍ ນາງ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ ປະຊາຊົນປະຕິວັດລາວ, ປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ ໄດ້ເຂົ້າວາງພວງມາລາ ແລະເຊັນປື້ມໄວ້ອາໄລ ຕໍ່ການຈາກໄປບໍ່ມີວັນຫວນກັບຄືນມາ ຂອງ ສະຫາຍ ໂດ໋ເມື່ອຍ ອະດີດເລຂາທິການໃຫຍ່ ພັກກອມມູນິດຫວຽດນາມ ທີ່ສະຖານທູດຫວຽດນາມ ປະຈຳ ສປປ ລາວ.