ປະທານສະພາແຫ່ງຊາດ ຢ້ຽມຢາມຜູ້ປະສົບໄພຢູ່ເມືອງສະໜາມໄຊ ແຂວງອັດຕະປື

16:12 | 04/04/2019

ວັນທີ 30 ມີນາ 2019 ນີ້, ສະຫາຍ ນາງ ປານີ ຢາທໍ່ຕູ້ ກຳມະການກົມການ ເມືອງສູນກາງພັກ, ປະທານສະພາ ແຫ່ງຊາດ, ສະຫາຍ ເພັດແກ້ວ ເຮືອງປັນຍາ ປະທານຄະນະສະມາຊິກສະພາແຫ່ງ ຊາດປະຈໍາເຂດເລືອກຕັ້ງທີ 17 ແຂວງ ອັດຕະປື ທັງເປັນປະທານສະພາປະຊາຊົນແຂວງ ອັດຕະປື, ສະຫາຍ ເລັດ ໄຊຍະພອນ ເລຂາພັກແຂວງເຈົ້າແຂວງໆ ອັດຕະປື, ມີຮອງເຈົ້າແຂວງ, ສະມາ ຊິກສະພາປະຊາຊົນແຂວງ ຄະນະເລຂາທິການ ສພຂ ອັດຕະປື ແລະ ພະ ນັກງານທີ່ກ່ຽວຂ້ອງໄດ້ຢ້ຽມ ຢາມສູນຕະມໍຢອດ-ຫີນລາດ ແລະ ສູນດົງບາກ ເມືອງສະໜາມ ໄຊ ເຊິ່ງເປັນສູນ ພັກຊົ່ວຄາວຈາກ ເຫດການຄູກັ້ນນໍ້າເຂື່ອນ ເຊປຽນ-ເຊນໍ້ານ້ອຍແຕກ ໃນ ວັນທີ 23 ກໍລະກົດ 2018 ຜ່ານມາ.

ປະທານສະພາແຫ່ງຊາດ ຢ້ຽມຢາມຜູ້ປະສົບໄພຢູ່ເມືອງສະໜາມໄຊ ແຂວງອັດຕະປື

ສະຫາຍ ນາງ ປານີ ຢາທໍ່ຕູ້ ກຳມະການກົມການ ເມືອງສູນກາງພັກ, ປະທານສະພາ ແຫ່ງຊາດ.

ຢູ່ສູນດົງບາກ, ສະຫາຍ ອຸນ ຫລ້າ ໄຊຍະສິດ ຮອງເລຂາພັກ ແຂວງ, ຮອງເຈົ້າແຂວງໆອັດຕະ ປື ໄດ້ລາຍງານວ່າ: ຈາກໄພພິບັດ ຄູກັ້ນນໍ້າເຂື່ອນເຊປຽນ-ເຊນໍ້າ ນ້ອຍແຕກໃນ ວັນທີ 23 ກໍລະ ກົດ 2018, ນັ້ນໄດ້ສົ່ງຜົນສະ ທ້ອນອັນຮ້າຍແຮງຕໍ່ຊີວິດ, ຊັບ ສິນ, ເຮືອນຊານ, ໄຮ່ນາ-ຮົ້ວສວນ ຕະຫລອດຮອດສັດລ້ຽງຂອງປະ ຊາຊົນ, ພື້ນຖານໂຄງລ່າງ ແລະ ລະບົບນິເວດສິ່ງແວດລ້ອມທໍາ ມະຊາດໃນຂອບເຂດ 19 ບ້ານ ໄດ້ຮັບຜົນກະທົບ, ໃນນັ້ນ ໜັກ ກວ່າໝູ່ແມ່ນ 5 ບ້ານ ແລະ 1 ກຸ່ມບ້ານໃຫຍ່ ລວມມີ 4.425 ຄອບຄົວ, ມີພົນລະເມືອງ 18.754 ຄົນ, ຍິງ 9.347 ຄົນ; ກະທົບ ໜັກ ມີ 882 ຄອບຄົວ, ພົນລະ ເມືອງ 3.188 ຄົນ, ຍິງ 1.742 ຄົນ; ມີຜູ້ເສຍຊີວິດ ແລະ ສູນຫາຍ ທັງໝົດ 71 ຄົນ.

ປະທານສະພາແຫ່ງຊາດ ຢ້ຽມຢາມຜູ້ປະສົບໄພຢູ່ເມືອງສະໜາມໄຊ ແຂວງອັດຕະປື

ສະຫາຍ ນາງ ປານີ ຢາທໍ່ຕູ້ ກຳມະການກົມການ ເມືອງສູນກາງພັກ, ປະທານສະພາ ແຫ່ງຊາດ ແລະ ສະຫາຍ ເລັດ ໄຊຍະພອນ ເລຂາພັກແຂວງເຈົ້າແຂວງໆ ອັດຕະປື.

ໃນການແກ້ໄຂ ຜົນກະທົບແມ່ນໄດ້ຊົດເຊີຍປົວ ແປງຈິດໃຈຄອບຄົວຍາດພີ່ນ້ອງ ຜູ້ເສຍຊີວິດ ຈໍານວນ 71 ຄອບ ຄົວມູນຄ່າ 710.000 ໂດລາ; ໄດ້ ສົ່ງຂໍ້ມູນຜົນເສຍຫາຍໃຫ້ບໍລິສັດ ສ້າງເຂື່ອນໄຟຟ້າດັ່ງກ່າວເພື່ອ ຮຽກຮ້ອງຄ່າຊົດເຊີຍ. ສະຫາຍ ຮອງເຈົ້າແຂວງຍັງໄດ້ສະເໜີ ຕໍ່ຂັ້ນເທິງຂໍທຶນຮອນສ້ອມແປງ ໂຮງຮຽນປະຖົມ, ກໍ່ສ້າງນໍ້າປະ ປາ ແລະ ສະເໜີໃຫ້ທະນາຄານ ນະໂຍບາຍປ່ອຍເງິນສິນເຊື່ອ ໃຫ້ບ້ານຕາມຄວາມເໝາະສົມ. ຢູ່ສູນຕະມໍ່ຢອດ-ຫີນລາດ, ສະຫາຍ ສໍາລານ ພອຍພານິກ ຮອງນາຍບ້ານໆຫີນລາດ, ຫົວ ໜ້າສູນຕະມໍ່ຢອດ ໄດ້ລາຍງານ ສະພາບລວມຂອງສູນພັກຊົ່ວ ຄາວຕະມໍ່ຢອດ-ຫີນລາດ ແມ່ນ ມີ 2 ບ້ານຂຶ້ນກັບຄື: ບ້ານຫີນ ລາດ ແລະ ບ້ານຕະມໍ່ຢອດ, ມີຜູ້ ຫລົບໄພ 701 ຄົນ ຍິງ 368 ຄົນ, ມີທັງໝົດ 176 ຄອບຄົວ, ຄອບຄົວທຸກຍາກ 4 ຄອບຄົວ, ກໍາພ້າ 4 ຄົນ ຍິງ 3, ກໍາພອຍ ອາຍຸ 5 ປີ 3 ຄົນ; ສູນພັກຊົ່ວ ຄາວແຫ່ງນີ້ສ້າງເປັນເຮືອນເຫຼັກ ໃຫ້ແຕ່ລະຄອບຄົວ ເຊິ່ງໄດ້ຈັດສັນ ປະຊາຊົນຂຶ້ນຢູ່ເປັນແຕ່ລະໄລຍະ ແລະ ສໍາເລັດໝົດທຸກຄອບຄົວໃນ ວັນທີ 25 ມັງກອນ 2019; ສະ ຫາຍຫົວໜ້າສູນໄດ້ສະເໜີຂໍຄອມ ພິວເຕີ 1 ຊຸດ ເພື່ອນໍາໃຊ້ເຂົ້າໃນ ວຽກງານບໍລິຫານ, ສະເໜີໃຫ້ມີ ການຊົດເຊີຍຍານພາຫະນະທີ່ ໄດ້ຮັບຄວາມເສຍຫາຍ ແລະ ສະ ໜອງເນື້ອທີ່ການຜະລິດໃຫ້ປະຊາ ຊົນໃຫ້ທັນລະດູການທີ່ຈະມາເຖິງ.

ປະທານສະພາແຫ່ງຊາດ ຢ້ຽມຢາມຜູ້ປະສົບໄພຢູ່ເມືອງສະໜາມໄຊ ແຂວງອັດຕະປື

ໃນໂອກາດດັ່ງກ່າວ ສະຫາຍ ປະທານສະພາແຫ່ງຊາດໄດ້ສະ ແດງຄວາມຊົມເຊີຍທີ່ພໍ່ແມ່ປະຊາຊົນໄດ້ເຊື່ອໝັ້ນຕໍ່ການຊີ້ນໍາ-ນຳພາຂອງພັກ-ລັດໃນການແກ້ ໄຂຊ່ວຍເຫຼືອນັບແຕ່ກາງເດືອນກໍ ລະກົດເຖິງປັດຈຸບັນ ແລະ ໃຫ້ສືບ ຕໍ່ຜ່ານຜ່າຄວາມຫຍຸ້ງຍາກໃຫ້ ໄດ້, ສະຫາຍປະທານສະພາແຫ່ງ ຊາດຍັງໄດ້ສະເໜີໃຫ້ອໍານາດ ການປົກຄອງແຂວງ-ເມືອງ ກໍຄືຄະນະຮັບຜິດຊອບໃຫ້ອະ ທິບາຍຕໍ່ພໍ່ແມ່ປະຊາຊົນຢ່າງ ລະອຽດຈະແຈ້ງກ່ຽວກັບບັນດາ ນະໂຍບາຍຕ່າງໆເຊັ່ນ: ກ່ຽວ ກັບທີ່ດິນປູກຝັງໃຫ້ອອກສິດນໍາ ໃຊ້ໃຫ້ປະຊາຊົນແຕ່ລະຄອບຄົວ ເພື່ອໃຫ້ເຂົາເຈົ້າມີກໍາລັງໃຈໃນ ການທໍາການຜະລິດ; ວຽກບາງ ອັນທີ່ບໍ່ໃຫຍ່ກໍໃຫ້ອໍານາດການ ປົກຄອງບ້ານຮ່ວມກັບປະຊາ ຊົນດຳເນີນການ ເປັນຕົ້ນການ ອະນາໄມວັດບ້ານຫີນລາດ; ສ່ວນ ບັນຫາອື່ນທີ່ຍັງຄົງຄ້າງແມ່ນ ຈະນໍາໄປສະເໜີຕໍ່ພາກສ່ວນທີ່ ກ່ຽວຂ້ອງເພື່ອພິຈາລະນາແກ້ໄຂ ຕາມຄວາມເໝາະສົມ. ນອກຈາກ ນັ້ນສະຫາຍປະທານສະພາແຫ່ງ ຊາດໄດ້ມອບເງິນສົດ ແລະ ອຸ ປະກອນຮັບໃຊ້ຈຳນວນໜຶ່ງທີ່ໄດ້ ມາຈາກການອຸປະຖຳຂອງບໍລິ ສັດໄໝຄໍາ ມອບໃຫ້ຄະນະສູນຕະ ມໍຢອດ ເມືອງສະໜາມໄຊ ເພື່ອ ນໍາໃຊ້ເຂົ້າໃນວຽກງານບໍລິຫານ ຂອງສູນດັ່ງກ່າວ.

(ແຫຼ່ງ​ຂໍ້​ມູນ​: ບຸນເກີດ ວົງໄຊຍາ/ໜັງສືພິມກອງທັບ)

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.