ສະຫະພັນມິດຕະພາບຫວຽດນາມມີຄວາມມຸ່ງຫວັງໃນການເພີ່ມທະວີການພົວພັນກັບສະພາແຫ່ງຊາດອາເມລິກາ

08:24 | 18/04/2019

ຍສໝ - ສະມາຄົມມິດຕະພາບ ແລະ ສະມາຄົມຫວຽດນາມ - ອາເມລິກາມີຄວາມມຸ່ງຫວັງໃນການສ້າງການພົວພັນກັບສະພາແຫ່ງຊາດອາເມລິກາ, ໂດຍທໍາອິດແມ່ນການສ້າງການພົວພັນກັບກຸ່ມພະນັກງານຊ່ວຍວຽກໃຫ້ຜູ້ແທນລາຊະດອນ, ຂະຫຍາຍເຄືອຂ່າຍຫມູ່ເພື່ອນ, ຄູ່ຮ່ວມງານພາຍໃນສະພາແຫ່ງຊາດອາເມລິກາ...

ສະຫະພັນມິດຕະພາບຫວຽດນາມມີຄວາມມຸ່ງຫວັງໃນການເພີ່ມທະວີການພົວພັນກັບສະພາແຫ່ງຊາດອາເມລິກາ

ບັນຍາການທີ່ການຕ້ອນຮັບ.

ໃນຕອນບ່າຍຂອງວັນທີ 16 ເມສາ, ທ່ານນາງ ຫງວຽນເຟືອງງາ ປະທານສະຫະພັນບັນດາອົງການມິດຕະພາບຫວຽດນາມ (ສະຫະພັນມິດຕະພາບ) ໄດ້ຕ້ອນຮັບຄະນະຜູ້ຊ່ວຍວຽກໃຫ້ຜູ້ແທນລາຊະດອນອາເມລິກາໃນໂອກາດມາຢ້ຽມຢາມ ແລະ ເຮັດວຽກຢູ່ຫວຽດນາມໃນກິດຈະກໍາແລກປ່ຽນວັດທະນະທໍາການສຶກສາທິການ ຫວຽດນາມ - ອາເມລິກາ (MECEA) ໃນລະຫວ່າງແຕ່ວັນທີ 12-20 ເມສາ ພາຍໃຕ້ຫົວຂໍ້ "ການພົວພັນຄູ່ຮ່ວມງານຮອບດ້ານຫວຽດນາມ - ອາເມລິກາ ເພື່ອສັນຕິພາບ ແລະ ວັດທະນາຖາວອນ".

ສະຫະພັນມິດຕະພາບຫວຽດນາມມີຄວາມມຸ່ງຫວັງໃນການເພີ່ມທະວີການພົວພັນກັບສະພາແຫ່ງຊາດອາເມລິກາ

ທ່ານນາງ ຫງວຽນເຟືອງງາ ໄດ້ສະແດງຄວາມຍິນດີໃນການຕ້ອນຮັບຄະນະຜູ້ແດນມາຈາກອາເມລິກາ.

ທີ່ການຕ້ອນຮັບ, ທ່ານນາງ ຫງວຽນເຟືອງງາ ໄດ້ສະແດງຄວາມມຸ່ງຫວັງວ່າຜ່ານການມາຢ້ຽມຢາມຫວຽດນາມໃນຄັ້ງນີ້, ຄະນະຜູ້ຊ່ວຍວຽກໃຫ້ຜູ້ແທນລາຊະດອນອາເມລິກາ ກໍ່ຈະມີໂອກາດທີ່ໄດ້ຮັບຮູ້ກ່ຽວກັບສະພາບການເສດຖະກິດ - ສັງຄົມ, ປະເທດຫວຽດນາມ, ຜູ້ຄົນ ຫວຽດນາມ ກໍ່ຄືນະໂຍບາຍແນວທາງພາຍໃນ, ການພົວພັນຕ່າງປະເທດຂອງລັດ ແລະ ສະພາແຫ່ງຊາດຫວຽດນາມ, ຜ່ານນັ້ນກໍ່ເປັນຂົວຕໍ່ເຊິ່ງກໍ່ຊ່ວຍໃຫ້ປະຊາຊົນສອງປະເທດສືບຕໍ່ການເພີ່ມທະວີຄວາມເຂົ້າໃຈ ເຊິ່ງກັນ ແລະ ກັນ, ເປີດກວ້າງການພົວພັນ ແລະ ການຮ່ວມມື, ຜ່ານນັ້ນ ກໍ່ປະກອບສ່ວນໃນການຍູ້ແຮງການພົວພັນຄູ່ຮ່ວມງານຮອບດ້ານລະຫວ່າງຫວຽດນາມ - ອາເມລິກາ ກວ່າອີກ.

ສະຫະພັນມິດຕະພາບຫວຽດນາມມີຄວາມມຸ່ງຫວັງໃນການເພີ່ມທະວີການພົວພັນກັບສະພາແຫ່ງຊາດອາເມລິກາ

ທີ່ການຕ້ອນຮັບ, ບັນດາສະມາຊິກຂອງຄະນະຜູ້ແທນກໍ່ໄດ້ສະແດງຄວາມເອົາໃຈໃສ່ກ່ຽວກັບບັນດາກິດຈະກໍາຂອງອົງການຈັດຕັ້ງນັກຮົບເກົ່າອາເມລິກາຢູ່ຫວຽດນາມໃນໄລຍະທີ່ຜ່ານມາໃນການປະກອບສ່ວນການຮໍາບາດແຜສົງຄາມ; ກ່ຽວກັບການຊອກຫາຄົນອາເມລິກາທີ່ຫາຍສາບສູນໃນສົງຄາມ... ການພົວພັນ ແລະ ພົບປະແລກປ່ຽນລະຫວ່າງປະຊາຊົນຫວຽດນາມ ແລະ ອາເມລິກາ ແລະ ກິດຈະກໍາສະຫນັບສະຫນູນດ້ານມະນຸດສະທໍາ, ການກຸສົນຂອງອົງການຈັດຕັ້ງທີ່ບໍ່ຂຶ້ນກັບລັດຖະບານ; ຜົນກະທົບຂອງການປ່ຽນແປງດິນຟ້າອາກາດຢູ່ຫວຽດນາມ.

(ໄຊພອນ)

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.