ການເຄື່ອນໄຫວຂອງ ທ່ານນາງ ຫງວຽນ ຖິກີມເງິນ ປະທານສະພາແຫ່ງຊາດ ຫວຽດນາມ ຢູ່ ສ ເກົາຫລີ

06:17 | 07/12/2018

ຕອນເຊົ້າວັນທີ 06 ທັນວາ, ສືບຕໍ່ການຢ້ຽມຢາມ ສ.ເກົາຫລີ ຢ່າງເປັນທາງການ, ຢູ່ ນະຄອນ ເຊີອູນ ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກີມເງິນ ໄດ້ພົບປະກັບຜູ້ຊົງຄຸນວຸດທິ ມິດຕະພາບຫວຽດນາມ - ສ.ເກົາຫລີ.

ການເຄື່ອນໄຫວຂອງ ທ່ານນາງ ຫງວຽນ ຖິກີມເງິນ ປະທານສະພາແຫ່ງຊາດ ຫວຽດນາມ ຢູ່ ສ ເກົາຫລີ

ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກີມເງິນມອບຫລຽນໄຊມິດຕະພາບໃຫ້ສາດສະດາຈານ Ahn Kyong Hwan.

ນະທີ່ນີ້ ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກີມເງິນ ເນັ້ນຫນັກວ່າ: ບັນດາອົງການຈັດຕັ້ງມະຫາຊົນມິດຕະພາບປະຊາຊົນສອງປະເທດ ໄດ້, ພວມຊຸກຍູ້ການເຄື່ອນໄຫວຂອງຕົນຢ່າງບໍ່ຢຸດຢັ້ງ, ປະກອບສ່ວນສ້າງ ແລະ ພັດທະນາການພົວພັນຮ່ວມມືມິດຕະພາບລະຫວ່າງສອງປະເທດ.

“ການນຳພັກ ແລະ ລັດຫວຽດນາມ ຍາມໃດກໍ່ຕີລາຄາສູງການເຄື່ອນໄຫວຂອງບັນດາອົງການຈັດຕັ້ງມິດຕະພາບປະຊາຊົນກໍ່ຄືຜູ້ຊົງຄຸນວຸດທິ ປັນຍາຊົນ ແລະ ພວກເຮົາຄວນມີຄວາມໃກ້ຊິດສະຫນິດສະຫນົມກວ່າອີກ, ເຂົ້າໃຈເຊິ່ງກັນ ແລະກັນກວ່າອີກ ເພື່ອເຮັດໃຫ້ປະຊາຊົນສອງປະເທດນັບມື້ນັບໃກ້ຊິດສະຫນິດສະຫນົມກວ່າ, ມີຄວາມເຂົ້າໃຈກ່ຽວກັບປະຫວັດສາດ ແລະ ມູນເຊື້ອວັດທະນະທຳຂອງກັນກວ່າ. ສະເຫນີບັນດາອົງການຈັດຕັ້ງມິດຕະພາບປະຊາຊົນຢູ່ສອງປະເທດສືບຕໍ່ມີການເຄື່ອນໄຫວພົບປະແລກປ່ຽນເປັນຫລາຍຮູບຫລາຍແບບ ແລະ ອຸດົມສົມບູນ, ແທດຈິງກວ່າ, ປະກອບສ່ວນເຂົ້າໃນການເພີ່ມທະວີນ້ຳໃຈມິດຕະພາບ ແລະ ການຮ່ວມມືລວມລະຫວ່າງສອງຊາດພວກເຮົາ.”

ການເຄື່ອນໄຫວຂອງ ທ່ານນາງ ຫງວຽນ ຖິກີມເງິນ ປະທານສະພາແຫ່ງຊາດ ຫວຽດນາມ ຢູ່ ສ ເກົາຫລີ

ບັນດາຜູ້ແທນທັງສອງຝ່າຍຖ່າຍຮູບເປັນທີ່ລະນຶກ.

ແລະກໍ່ໃນຕອນເຊົ້າວັນດຽວກັນ ຢູ່ນະຄອນຫລວງ ເຊີອູນ ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ໄດ້ມອບຫລຽນໄຊມິດຕະພາບໃຫ້ສາດສະດາຈານ Ahn Kyong Hwan ປະທານສະມາຄົມຄົ້ນຄ້ວາຫວຽດນາມວິທະຍາຢູ່ ສ.ເກົາຫລີ ຍ້ອນໄດ້ມີບັນດາການປະກອບສ່ວນຕັ້ງຫນ້າໃນການພັດທະນາການພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງປະຊາຊົນສອງປະເທດຫວຽດນາມ ແລະ ສ.ເກົາຫລີ. ນອກນັ້ນ ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກີມເງິນ ກໍ່ໄດ້ເປັນສັກຂີພິຍານພິທີລົງນາມໃນບົດບັນທຶກຊ່ວຍຈຳລະຫວ່າງກະຊວງອຸດສາຫະກຳ ການຄ້າຫວຽດນາມ ແລະ ກະຊວງອຸດສາຫະກຳ ການຄ້າ ແລະ ພະລັງງານ ສ.ເກົາຫລີ ກ່ຽວກັບໂຄງການດຳເນີນງານມຸ່ງໄປເຖິງຄາດໝາຍຍົກວົງເງິນການຄ້າສອງຝ່າຍໃຫ້ຂຶ້ນເຖິງ 100 ຕື້ USD ໃນປີ 2020 ຕາມທິດດຸ່ນດ່ຽງ.

(ແຫຼ່ງ​ຂໍ້​ມູນ​: VOVWORLD)

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.