ແຂວງກວາງຈີ໋ ຕັ້ງໜ້າພະຍາຍາມສ້າງເສັ້ນຊາຍແດນຮ່ວມມືພັດທະນາກັບບັນດາແຂວງຂອງລາວ
ຍສໝ - ວັນທີ 27 ກັນຍາ, ທີ່ແຂວງສາລະວັນ, ລາວ ໄດ້ດໍາເນີນການພົບປະເຈລະຈາປະຈໍາປີກ່ຽວກັບວຽກງານຊາຍແດນປີ 2019 ລະຫວ່າງສາມແຂວງກວາງຈີ໋, ສາລະວັນ, ສະຫວັນນະເຂດ.
ຍສໝ - ວັນທີ 27 ກັນຍາ, ທີ່ແຂວງສາລະວັນ, ລາວ ໄດ້ດໍາເນີນການພົບປະເຈລະຈາປະຈໍາປີກ່ຽວກັບວຽກງານຊາຍແດນປີ 2019 ລະຫວ່າງສາມແຂວງກວາງຈີ໋, ສາລະວັນ, ສະຫວັນນະເຂດ.
ຍສໝ - ໃນຕອນບ່າຍຂອງວັນທີ 28 ກັນຍາ 2019, ພະແນກການຕ່າງປະເທດສົມທົບກັບກອງບັນຊາການທະຫານຊາຍແດນແຂວງຮ່າຕີງ ຈັດຕັ້ງກອງປະຊຸມປະເມີນຜົນ 2 ປີ ແຫ່ງການປະຕິບັດລະບຽບການສົມທົບກັນໃນການເຄື່ອນໄຫວພົວພັນຕ່າງປະເທດ.
ຍສໝ - ທ້າຍອາທິດແລ້ວນີ້, ຢູ່ ແຂວງບໍລິຄໍາໄຊ ສປປ ລາວ, ກອງບັນຊາການທະຫານຊາຍແດນແຂວງຮ່າຕີ໋ງ ແລະກອງບັນຊາການປ້ອງກັນຄວາມສະຫງົບ, ກອງບັນຊາການທະຫານແຂວງບໍລິຄໍາໄຊ ໄດ້ຈັດຕັ້ງກອງປະຊຸມແລກປ່ຽນວຽກງານສົມທົບກັນປົກປັກຮັກສາຄວາມໝັ້ນຄົງ, ຄວາມເປັນລະບຽບຮຽບຮ້ອຍ.
ຍສໝ - ຕອນບ່າຍວັນທີ 18 ກັນຍາ, ທີ່ຮ່າໂນ້ຍ, ຄະນະຜູ້ແທນກົມໃຫຍ່ແຜນການ ແລະ ສັງລວມ, ຫ້ອງການກະຊວງປ້ອງກັນປະເທດລາວ ນຳໂດຍທ່ານ ພັນເອກ ວິລາຕຸ ວົງລາຈິດ, ຮອງຫົວໜ້າຄະນະໄດ້ມາຢ້ຽມຢາມ ແລະ ເຮັດວຽກຮ່ວມກັບຄະນະຜູ້ນຳ ຂອງກອງບັນຊາການທະຫານປ້ອງກັນຊາຍແດນ ຫວຽດນາມ. ທ່ານພົນຈັດຕະວາ ເລດຶກຖ໋າຍ, ຮອງຜູ້ບັນຊາການ, ຫົວໜ້າເສນາທິການຂອງ ທະຫານປ້ອງກັນຊາຍແດນ ຫວຽດນາມ ໄດ້ໃຫ້ການຕ້ອນຮັບ.
ຍສໝ - ປະທານຄະນະກຳມະການປົກຄອງແຂວງເຫງະອານ ທ່ານ ທ໋າຍແທງກູ໋ວ ສະແດງຄວາມຫວັງວ່າ ຕົວແທນຂອງແປດແຂວງຫວຽດນາມ ແລະ ລາວ ຈະແລກປ່ຽນ, ສົນທະນາກ່ຽວກັບບັນດາປະສົບການ, ບົດຮຽນ ໃນການຕໍ່ສູ້ປ້ອງກັນ ແລະ ຕ້ານຢາເສບຕິດ; ຕີລາຄາຢ່າງຖືກຕ້ອງກ່ຽວກັບບັນດາບັາຫາຄົງຄ້າງ, ຊອກຫາວິທີການແກ້ໄຂເພື່ອຍົກສູງປະສິດທິຜົນການຂອງການພົວພັນສົມທົບລະຫວ່າງສອງຝ່າຍຊາຍແດນ.
ຍສໝ - ວັນທີ 14 ເດືອນກັນຍາ, ຄ້າຍທະຫານປ້ອງກັນຊາຍແດນ ດ່ານຊາຍແດນສາກົນ ລາວບ້າວ, ທະຫານປ້ອງກັນຊາຍແດນ ແຂວງ ກວ້າງຈີ້ ສົມທົບກັບຄະນະກຳມະການປົກຄອງຕົວເມືອງນ້ອຍ ລາວບ້າວ, ເມືອງ ເຫື໋ອງຮ໋ວາ (ກວ້າງຈີ້) ໄດ້ ມອບຂອງຂວັນ ແລະ ສິ່ງທີ່ຈຳເປັນໃຫ້ຊີວິດປະຈຳວັນ ໃຫ້ປະຊາຊົນບັນດາບ້ານຂອງລາວ ຢູ່ຝ່າຍນັ້ນຊາຍແດນ.
ຍສໝ- ວັນທີ 16 ກັນຍາ, ທີ່ຮ່າໂນ້ຍ, ຄະນະປະຕິບັດງານຫ້ອງການກົມໃຫຍ່ປ້ອງກັນຄວາມສະຫງົບ, ກະຊວງປ້ອງກັນຄວາມສະຫງົບປະຊາຊົນລາວ ໂດຍ ທ່ານພົນເອກ ໄພວັນ ແມນວິໄລ, ຫົວໜ້າຫ້ອງການ ກົມໃຫຍ່ປ້ອງກັນຄວາມສະຫງົບ, ກະຊວງປ້ອງກັນຄວາມສະຫງົບປະເທດລາວ ເປັນຫົວໜ້ານຳພາຄະນະໄດ້ເຂົ້າຢ້ຽມຄຳນັບ ການນຳຂອງກອງບັນຊາການທະຫານຊາຍແດນ ຫວຽດນາມ, ໂດຍທ່ານ ພົນຈັດຕະວາ ບຸ່ຍ ດຶກ ແຮັ້ງ ຮອງຫົວໜ້າ ກອງບັນຊາການທະຫານຊາຍ ເປັນປະທານການຕ້ອນຮັບ.
ຍສໝ - ຈັດຕັ້ງປະຕິບັດຕາມແຜນການ-ການຮ່ວມມື ປີ 2019 ລະຫວ່າງ ກະຊວງປ້ອງກັນປະເທດຫວຽດນາມ ແລະ ກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ, ໂດຍຕອບສະ ໜອງ ຕາມການເຊື້ອເຊີນຂອງ ທ່ານພົນຈັດຕະວາ ສີພັນ ພຸດທະວົງ, ຫົວ ໜ້າກົມໃຫຍ່ ເສນາທິການ ທະຫານປະຊາຊົນລາວ, ທ່ານພົນໂທ ຮ່ວາງ ຊົນ ຈ໋ຽນ, ກຳມະການສູນກາງພັກ, ກຳມະການທະຫານສູນກາງ, ກອງບັນຊາການທະຫານຊາຍແດນ ໄດ້ນຳ ພາຄະນະຜູ້ແທນຂັ້ນສູງກອງບັນຊາການທະຫານຊາຍແດນ, ກະຊວງປ້ອງກັນປະເທດຫວຽດນາມ ມາຢ້ຽມຢາມ ແລະ ເຮັດວຽກ ຢູ່ ນະຄອນຫຼວງວຽງຈັນ, ສປປ ລາວ, ແຕ່ວັນທີ 11 ຫາ 13 ກັນຍາ.
ຍສໝ - ກອງປະຊຸມສາມຝ່າຍຂັ້ນລັດຖະມົນຕີລະຫວ່າງ 3 ປະເທດຫວຽດນາມ-ກຳປູເຈຍ-ລາວກ່ຽວກັບການຮ່ວມມືສະກັດກັ້ນ, ຕ້ານຢາເສບຕິດຄັ້ງທີ 18, ກອງປະຊຸມໄດ້ປິດລົງໃນວັນທີ 12 ກັນຍາ.
ຍສໝ - ທີ່ກອງປະຊຸມພົບປະເຈລະຈາ, ສອງຝ່າຍໄດ້ແລກປ່ຽນ, ເຫັນດີເປັນເອກະພາບຕໍ່ການຕີລາຄາໝາກຜົນວຽກງານສົມທົບກັນໃນໄລຍະຜ່ານມາ ແລະ ບາງເນື້ອໃນໃນວຽກງານສົມທົບ, ຄຸ້ມຄອງຊາຍແດນໃນໄລຍະຈະມາເຖິງ.
ໂດຍຕັ້ງທັບຢູ່ບໍລິເວນເຂດຫ່າງໄກສອກຫຼີກ, ຂາດເຂີນເງື່ອນໄຂທາງດ້ານວັດຖຸ ແລະ ຈິດໃຈ, ແຕ່ບັນດາທະຫານຊາຍແດນຢູ່ຄ້າຍທະຫານຊາຍແດນໝີ໊ລີ໊, ທະຫານຊາຍແດນແຂວງເງະອານ ຍາມໃດກໍ່ໃກ້ຊິດຕິດແທດກັບບ້ານ, ຮ່ວມເດີນທາງກັບພໍ່ແມ່ປະຊາຊົນ. ບໍ່ພຽງແຕ່ສ້າງວິລະກຳໃນການສູ້ຮົບຕ້ານ ແລະ ສະກັດກັ້ນອາດຊະຍາກໍາຢາເສບຕິດເທົ່ານັ້ນ, ຫາກພວກອ້າຍຍັງໄດ້ຊ່ວຍປະຊາຊົນໃນບ້ານຢູ່ເຂດຊາຍແດນຫວຽດນາມ-ລາວ ສ້າງຊີວິດການເປັນຢູ່ໃໝ່ອີກດ້ວຍ.
ເມື່ອອບໍດົນມານີ້, ໄດ້ມີກອງປະຊຸມປຶກສາຫາລືລະຫວ່າງພາກລັດ ແລະ ພາກທຸລະກິດ ວ່າດ້ວຍການອຳນວຍຄວາມສະດວກການຄ້າຊາຍແດນ ລະຫວ່າງ ແຂວງສະຫວັນນະເຂດ ສປປ ລາວ, ແຂວງກວາງຈິ ສສ ຫວຽດນາມ ແລະ ຈັງຫວັດມຸກດາຫານ ຣາຊະອານາຈັກໄທ ພາຍໃຕ້ການສະໜັບສະໜູນຂອງສະຖາບັນລຸ່ມແມ່ນ້ຳຂອງ ເພື່ຶອສະຫລຸບ-ລາຍງານການຈັດຕັ້ງປະຕິບັດບັນດາຂໍ້ສະເໜີຂອງກອງປະຊຸມໃນຄັ້ງທີ່ຜ່ານມາ, ພ້ອມທັງສົນທະນາປຶກສາຫາລື ແລະ ຫາແນວທາງແກ້ໄຂບັນຫາ.
ຍສໝ - ວັນທີ 6 ກັນຍາ, ຢູ່ເຂດພູດອຍແຂວງ ອ່າເລ໋ອຍ, ຄະນະກຳມະການປະຊາຊົນແຂວງ ເທື່ອ ທຽນ ເຫວ້ ໄດ້ຈັດພິທີປະກາດ ແລະ ມອບຄຳຕັດສິນຂອງປະທານປະເທດ ໃນການມອບສິດເຂົ້າສັນຊາດ ຫວຽດນາມໃຫ້ພົນລະເມືອງລາວ ຈຳນວນ 9 ຄົນ ທີ່ອົບພະຍົບ ຫລື ສົມລົດບໍ່ມີທະບຽນແຕ່ງງານໃນເຂດຊາຍແດນຫວຽດນາມ - ລາວ, ປະຈຸບັນອາໄສຢູ່ເມືອງ ອ່າເລ໋ອຍ.
ເມື່ອທ້າຍອາທິດຜ່ານມານີ້, ທ່ານ ພົນຈັດຕະວາ ສີພັນ ພຸດທະວົງ ຫົວໜ້າກົມທະຫານຊາຍແດນ ກົມໃຫຍ່ເສນາທິການກອງທັບປະຊາຊົນລາວ ທັງເປັນປະທານຄະນະອະນຸ ກໍາມະການຮ່ວມມືຮັກສາຄວາມ ສະຫງົບຮຽບຮ້ອຍຕາມຊາຍ ແດນທົ່ວໄປ ລາວ-ໄທ ພ້ອມຄະນະ, ໄດ້ເຂົ້າຮ່ວມກອງປະຊຸມ ຄະນະອະນຸກໍາມະການຮ່ວມມືຮັກສາ ຄວາມສະຫງົບຮຽບຮ້ອຍຕາມ ຊາຍແດນທົ່ວໄປ ລາວ-ໄທ ຄັ້ງທີ 2 ປະຈຳປີ 2019 ແລະ ເຂົ້າຮ່ວມກອງປະຊຸມແກ້ໄຂບັນຫາ ຢາເສບຕິດຕາມຊາຍ ແດນລາວ-ໄທ ຄັ້ງທີ 3 ທີ່ແຂວງ ມຸກດາຫານ ຣາຊະອານາຈັກໄທ. ໂດຍຝ່າຍໄທ ແມ່ນທ່ານ ພົນໂທ ຄໍາຣົນ ເຄຣືອວິຊະຍາຈານເຈົ້າ ກົມກິດຈະການຊາຍແດນທະຫານ ແລະ ປະທານຄະນະອະນຸ ກໍາມະການຮ່ວມມືຮັກສາ ຄວາມ ສະຫງົບຮຽບຮ້ອຍຕາມຊາຍ ແດນທົ່ວໄປ ໄທ-ລາວ ພ້ອມຄະນະ.
ຍສໝ - ກະຊວງອຸດສາຫະກຳ ແລະ ການຄ້າລາວ ສະເໜີໃຫ້ກະຊວງອຸດສາຫະກຳ ແລະ ການຄ້າຫວຽດນາມ ພິຈາລະນາການລົງທືນ ເພື່ອສ້າງເຂດການຄ້າຊາຍແດນຕາມ 3 ເຂດຊາຍແດນ.
ຫ້ອງການ ຄະນະກຳມະການຊາຍແດນແຫ່ງຊາດ ກະຊວງການຕ່າງປະເທດ ຢືນຢັນວ່າ: ບັນຫາຊາຍແດນ ລາວ ແລະ ກຳປູເຈຍ ບໍ່ໄດ້ເປັນດັ່ງທີ່ສື່ບາງແຫ່ງທັງພາຍໃນ ແລະ ຕ່າງປະເທດ ໄດ້ອອກຂ່າວຜ່ານທາງ ສື່ອອນລາຍໃນໄລຍະຜ່ານມາ ເປັນຂ່າວທີ່ບໍ່ມີມູນຄວາມຈິງ ເປັນການສ້າງສະຖານະການ ເພື່ອເຮັດໃຫ້ສອງປະເທດ ລາວ-ກຳປູເຈຍ ມີຄວາມເຂົ້າໃຈຜິດຕໍ່ກັນ.
ບໍ່ຫວາດຫວັ່ນຕໍ່ຄວາມຫຍຸ້ງຍາກລໍາບາກ, ໄພອັນຕະລາຍ, ພະນັກງານ, ນັກຮົບທະຫານຊາຍແດນແຂວງຮ່າຕິງ ຍາມໃດກໍ່ລາດຕະເວນລຽບຕາມເສັ້ນຊາຍແດນເພື່ອປົກປັກຮັກສາເສັ້ນຊາຍແດນທາງບົກທີ່ມີຄວາມຍາວ 165 ກິໂລແມັດ, ຫຼັກໝາຍຊາຍແດນ 53 ຫຼັກ, ຫຼັກໝາຍອະທິປະໄຕຜືນແຜ່ນດິນ 8 ຫຼັກ ແລະຄວບຄຸມທຸກໆການຜັນແປສະພາບການກ່ຽວກັບຄວາມໝັ້ນຄົງແຫ່ງຊາດ, ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມຢູ່ເຂດຊາຍແດນ.
ຍສໝ - ດຳລົງຊີວິດ ຢູ່ ໝູ່ ບ້ານ 3, ຕາແສງແທັງຮວ່າ, ເມືອງບູ່ດົບ (ບິ່ງເຟືອກ), ທ່ານ ຫງວ໋ຽນ ວັນ ຟືກ (ເກີດປີ 1950) ແມ່ນແບບຢ່າງທີ່ພົ້ນເດັ່ນ ໃນການເຂົ້າຮ່ວມການປ້ອງກັນຊາຍແດນ ແລະ ຫູັກໝາຍຊາຍແດນ ກໍ່ຄືຮັກສາຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍ. ໃນຊຸມປີທີ່ຜ່ານມາ, ປະຊາຊົນຢູ່ທີ່ນີ້ໄດ້ມອບຄວາມເຄົາລົບ ແລະ ຮັກແພງ ໃຫ້ທ່ານ ຟືກ, ເບິ່ງທ່ານເປັນຕົວຢ່າງທີ່ສ່ອງແສງໃຫ້ທຸກຄົນເຮັດຕາມ.
ຍສໝ - ຕອນເຊົ້າວັນທີ 20 ສິງຫາ, ຢູ່ແຂວງແທງຮວາ, ກະຊວງ ຕຳຫຼວດຫວຽດນາມ ໄດ້ສົມທົບກັບກະຊວງປ້ອງກັນຄວາມສະຫງົບລາວ ແລະ ບັນດາກຳລັງທີ່ກ່ຽວຂ້ອງ ໄດ້ຈັດຕັ້ງກອງປະຊຸມສະຫລຸບສະພາບການເຄື່ອນໄຫວໂຄສະນາ, ບຸກໂຈມຕີ ແລະ ສະກັດກັ້ນອາດຊະຍາກຳ ຢາເສບຕິດຢູ່ ເສັ້ນຊາຍແດນຫວຽດນາມ - ລາວ.
ໃນອາທິດທີ່ຜ່ານມາ, ຢູ່ທີ່ໂຮງແຮມ ຈໍາປາສັກແກຣນ ນະຄອນປາກເຊ ແຂວງຈໍາປາສັກ ໃຫ້ກຽດເຂົ້າຮ່ວມຂອງທ່ານ ຄໍາສານ ສຸວົງ ຫົວໜ້າອົງການ ໄອຍະການ ປະຊາຊົນສູງສຸດ ແຫ່ງ ສປປ ລາວ, ທ່ານ ເລ ມິງ ຈີ ຫົວໜ້າອົງການໄອຍະການ ປະຊາຊົນສູງສຸດ ແຫ່ງ ສສ ຫວຽດນາມ, ທ່ານ ປອ. ບຸນຖອງ ດີວິໄຊ ເຈົ້າແຂວງຈໍາປາສັກ, ມີຄະນະຜູ້ແທນອົງການໄອຍະການ ປະຊາຊົນທີ່ກ່ຽວຂ້ອງຈາກ ສປປ ລາວ ແລະ ສສ ຫວຽດນາມຂົງເຂດຕ່າງໆເຂົ້າຮ່ວມ.