ການລາດຕະເວນສອງຝ່າຍ ຫວຽດນາມ-ລາວ ເພື່ອປົກປັກຮັກສາຊາຍແດນ

12:02 | 01/10/2019

ຍສໝ - ໃນວັນທີ 30 ກັນຍາ 2019, ທະຫານຊາຍດ່ານຊາຍແດນສາກົນລາວບາວ, ກອງບັນຊາການທະຫານຊາຍແດນແຂວງກວ້າງຈີ ປະສານງານກັບ ກອງຮ້ອຍທະຫານຊາຍແດນ 320, ກອງບັນຊາການທະຫານແຂວງສະຫວັນນະເຂດ (ສປປ ລາວ) ເພື່ອຈັດຕັ້ງການລາດຕະເວນສອງຝ່າຍເພື່ອປົກປັກຮັກສາຊາຍແດນຮ່ວມຂອງສອງປະເທດ.

ການລາດຕະເວນສອງຝ່າຍ ຫວຽດນາມ-ລາວ ເພື່ອປົກປັກຮັກສາຊາຍແດນ

ການເຄື່ອນໄຫວລາດຕະເວນ, ການບຸກເບີກ, ອານະໄມ ຫຼັກໝາຍຊາຍແດນ ຂອງກອງກຳລັງທະຫານລາດຕະເວນສອງຝ່າຍ.(ພາບ: baoquangtri.vn)

ເຖິງວ່າສະພາບດິນຟ້າອາກາດຈະບໍ່ເອື້ອອຳນວຍ, ແສງແດດຈ້າ, ອາກາດຮ້ອນແຜດເຜົາ, ແຕ່ເຈົ້າໜ້າທີ່ທະຫານລາດຕະເວນ, ພະນັກງານຂອງສອງປະເທດໄດ້ເອົາຊະນະທຸກຄວາມຫຍຸ້ງຍາກ, ຈັດຕັ້ງປະຕິບັດຖຶກຕ້ອງຕາມຫຼັກການລາດຕະເວນສອງຝ່າຍ, ຈັດຕັ້ງການລາດຕະເວນ, ອານະໄມ ເສັ້ນຊາຍແດນ ແລະ ຫຼັກໝາຍຊາຍແດນ ຍາວ 16,427 ກມ (ໃນນັ້ນຊາຍແດນທາງບົກແມ່ນ 3,893 ກມ, ເສັ້ນຊາຍແດນທາງ 12,588 ກມ), ໃນນັ້ນປະກອບມີ ຫຼັກໝາຍຊາຍແດນແຫ່ງຊາດ 6 ຫຼັກ, ນັບຕັ້ງແຕ່ຫຼັກ 601 ເຖິງ 606 ແລະ 6 ເສົາຫຼັກໝາຍ. ພ້ອມດຽວກັນນີ້, ແລກປ່ຽນຂໍ້ມູນຂ່າວສານກ່ຽວກັບຫຼັກໝາຍຊາຍແດນ, ພົບເຫັນຢ່າງທັນການ, ເພື່ອສະກັດກັ້ນ, ແກ້ໄຂບັນດາບັນຫາທີ່ກ່ຽວຂ້ອງກັບກົດລະບຽບຊາຍແດນ ລະຫວ່າງສອງປະເທດ, ປົກປັກຮັກສາ ສະຖານະພາບເດີມຂອງຫຼັກໝາຍຊາຍແດນເຂດຊາຍແດນ.

ສິ້ນສຸດການລາດຕະເວນ, ທັງສອງໜ່ວຍງານ ໄດ້ເຊັນບົດບັນທຶກຄວາມເຂົ້າໃຈ, ຖອດຖອນບົດຮຽນ, ແລກປ່ຽນສະພາບການທີ່ກ່ຽວຂ້ອງ, ສ້າງພື້ນຖານໃຫ້ການລາດຕະເວນຄັ້ງຕໍ່ໄປ. ການເຄື່ອນໄຫວນີ້ໄດ້ສະແດງໃຫ້ເຫັນຄວາມສາມັກຄີ, ໄກ້ສິດສະໜິດແໜ້ນຂອງກຳລັງປ້ອງກັນຊາຍແດນຂອງສອງຝ່າຍ, ປະກອບສ່ວນເຂົ້າໃນການປົກປັກຮັກສາ ແລະ ກໍ່ສ້າງຊາຍແດນແຫ່ງມິດຕະພາບ, ການຮ່ວມມື ແລະ ຮ່ວມພັດທະນາ.

(​ຫັດ​ທະ​ບູນ)

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.