ທະຫານຊາຍແດນຫວຽດນາມ ມອບຂອງຂວັນໃຫ້ປະຊາຊົນຢູ່ 3 ແຂວງ ຊາຍແດນຕິດກັບລາວ

20:10 | 30/10/2019

ຍສໝ - ການມອບສິ່ງທີ່ຈຳເປັນ ເພື່ອຊ່ວຍເຫຼືອປະຊາຊົນຢູ່ບັນດາບ້ານຊາຍແດນຂອງລາວ ໃນເວລາທີ່ຫຍຸ້ງຍາກ ຈະຊ່ວຍໃຫ້ພວກເຂົາມີສະຖຽນລະພາບໃນຊີວິດ ແລະ ມີຄວາມສຳຄັນ, ປະກອບສ່ວນສ້າງຄວາມສາມັກຄີຂອງສອງຊາດລາວ ແລະ ຫວຽດນາມ

ວັນທີ 27 ຕຸລາ, ກອງບັນຊາການທະຫານຊາຍແດນແຂວງກວາງນາມ ໄດ້ຊີ້ນຳຄ້າຍທະຫານປ້ອງກັນຊາຍແດນ ລາເອ ຈັດຕັ້ງພະນັກງານ, ນັກຮົບ ປະຕິບັດເຄື່ອນທັບ ນຳເອົາເຂົ້າ ແລະ ສິ່ງທີ່ຈຳ ເປັນອື່ນໆ ເພື່ອມອບໃຫ້ປະຊາຊົນເຂດຊາຍແດນຂອງ 3 ບ້ານ ຕາງຕາລັງ, ຕັງເຢີຍ ແລະ ຕັງນອງ ຕັ້ງຢູ່ເມືອງ ດາກຈຶງ ແຂວງເຊກອງ (ລາວ) ລວມມູນຄ່າທັງໝົດ 30 ລ້ານດົ່ງ.

ທະຫານຊາຍແດນຫວຽດນາມ ມອບຂອງຂວັນໃຫ້ປະຊາຊົນຢູ່ 3 ແຂວງ ຊາຍແດນຕິດກັບລາວ

ະຫານຊາຍແດນຫວຽດນາມ ມອບຂອງຂວັນໃຫ້ປະຊາຊົນຢູ່ 3 ແຂວງ ຊາຍແດນຕິດກັບລາວ ລວມມູນຄ່າທັງໝົດ 30 ລ້ານດົ່ງ. (ພາບ: bienphong.com.vn)

ທ່ານ ພັນເອກສາມດາວ ກວາກຕ້ວນຢູ, ນັກການເມືອງຂອງຄ້າຍທະຫານປ້ອງກັນຊາຍແດນ ລາເອ ໃຫ້ຮູ້ວ່າ: ຍ້ອນສະພາບອາກາດບໍ່ສະດວກດີ, ບັນດາບ້ານຊາຍແດນຂອງເມືອງດາກຈຶງ, ແຂວງເຊກອງ (ລາວ) ຖືກເສຍຫາຍເຂົ້ານາປີ; ເກີດຂື້ນການພະຍາດຕິດແປດຂອງສັດລ້ຽງ, ຊີວິດຂອງປະຊາຊົນປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ.

ສະນັ້ນ, ການມອບສິ່ງທີ່ຈຳເປັນ ເພື່ອຊ່ວຍເຫຼືອປະຊາຊົນຢູ່ບັນດາບ້ານຊາຍແດນຂອງລາວ ໃນເວລາທີ່ຫຍຸ້ງຍາກ ຈະຊ່ວຍໃຫ້ພວກເຂົາມີສະຖຽນລະພາບໃນຊີວິດ ແລະ ມີຄວາມສຳຄັນ, ປະກອບສ່ວນສ້າງຄວາມສາມັກຄີຂອງສອງຊາດລາວ ແລະ ຫວຽດນາມ

(ຄຳຮຸ່ງ)

ເຫດການ
302 Found

Found

The document has moved here.