ບຸນປີໃໝ່ລາວທີ່ຫວຽດນາມ
ຍສໝ - ດ້ວຍຄວາມເບີກບານມ່ວນຊື່ນ ແລະ ຄວາມຮູ້ສຶກຄືກັບການຕ້ອນຮັບປີໃຫມ່ຢູ່ລາວ ... ນີ້ກໍ່ແມ່ນຄວາມຮູ້ສຶກຂອງນັກສຶກສາລາວແຕ່ລະຄົນທີ່ກໍາລັງມີການຮໍ່າຮຽນສຶກສາຢູ່ບັນດາໂຮງຮຽນມະຫາວິທະຍາໄລ ແລະ ວິທະຍາໄລ ທີ່ຮ່າໂນ້ຍ ໃນການຕ້ອນຮັບປີໃໝ່ລາວຢູ່ຫວຽດນາມ.
ຍສໝ - ດ້ວຍຄວາມເບີກບານມ່ວນຊື່ນ ແລະ ຄວາມຮູ້ສຶກຄືກັບການຕ້ອນຮັບປີໃຫມ່ຢູ່ລາວ ... ນີ້ກໍ່ແມ່ນຄວາມຮູ້ສຶກຂອງນັກສຶກສາລາວແຕ່ລະຄົນທີ່ກໍາລັງມີການຮໍ່າຮຽນສຶກສາຢູ່ບັນດາໂຮງຮຽນມະຫາວິທະຍາໄລ ແລະ ວິທະຍາໄລ ທີ່ຮ່າໂນ້ຍ ໃນການຕ້ອນຮັບປີໃໝ່ລາວຢູ່ຫວຽດນາມ.
ຍສໝ-ເນື່ອງໃນໂອກາດຕ້ອນຮັບປີໃໝ່ລາວ ແລະ ປີໃໝ່ກໍາປູເຈຍ (ວັນທີ 14/04 - 16/04/2019), ໃນຕອນເຊົ້າຂອງວັນທີ 30 ມີນາ 2019, ທີ່ສູນນັກສຶກສາສາກົນ 2, ຮ່າໂນ້ຍ, ຄະນະນັກສຶກສາລາວ ແລະ ຄະນະນັກສຶກສາກໍາປູເຈຍ ໄດ້ສົມທົບຈັດການແຂ່ງຂັນບານສົ່ງມິດຕະພາບລະຫວ່າງສາມປະເທດມີລາວ - ກໍາປູເຈຍ - ຫວຽດນາມ.
ການແຂ່ງຂັນ Jockey Club Girls’ International Youth Invitational Football Tournament 2019 ຢູ່ທີ່ເຂດເສດຖະກິດພິເສດ ຮົງກົງ ເຊິ່ງຈັດຂຶ້ນໃນລະຫວ່າງວັນທີ 28 – 31 ມີນາ 2019 ເຊິ່ງ 4 ທີມເຂົ້າຮ່ວມປະກອບມີ: ຮົງກົງ ( ເຈົ້າພາບ), ລາວ, ກວມ ແລະ ນອສເທີນ ມາເຣຍນາ ໂດຍຮູບແບບການແຂ່ງຂັນແມ່ນແຂ່ງຂັນແບບພົບກັນຫມົດ.
ຍສໝ - ວັນທີ 31 ມີນາ, ຢູ່ ມະຫາວິທະຍາໄລ ໂຕນ ດຶ໋ກ ຖັງ, ຄະນະຊາວໜູ່ມ ນະຄອນໂຮ່ຈີ໋ມິງ ໄດ້ຈັດ ງານບຸນພົບປະແລກປ່ຽນ ວັດທະນະທໍາ ຫວຽດນາມ-ລາວ-ກໍາປຸເຈຍ ປີ 2019.
ຍສໝ - ວັນທີ 25 ທັນວາ ຢູ່ເທດສະບານເມືອງລາວບາວ, ແຂວງກວ້າງຈິ ໄດ້ດຳເນີນ ກອງປະຊະຊຸມ ມອບຮັບ ແຜນວາດສະບັບສົມບູນ ແລະ ເປັນເອກກະພາບແບ່ງປັນໜ້າທີ່, ຄຸ້ມຄອງ ວຽກງານປົກປັກຮັກສາ ຫຼັກໝາຍຊາຍແດນ ລະຫວ່າງ ແຂວງກວ້າງຈິ ສສ ຫວຽດນາມ ແລະ ສອງແຂວງຂອງ ສປປ ລາວ ຄື ແຂວງສະຫວັນນະເຂດ, ແຂວງສາລະວັນ.
ຍສມ - ນີ້ແມ່ນເນື້ອໃນຂອງກອງປະຊຸມສາມັນ ຄັ້ງທີ 12 ປະຈຳປີ 2018 ກ່ຽວກັບວຽກງານຕ້ານ ແລະ ສະກັດກັ້ນ ຢາເສບຕິດ ລະຫວ່າງ ກົມຕໍາຫຼວດສືບສວນອາຊະຍາກໍາຢາເສບຕິດ (ກະຊວງຕໍາຫຼວດ); ກົມຕ້ານ - ສະກັດກັ້ນຢາເສບຕິດ ແລະ ອາຊະຍາກໍາ, ກອງບັນຊາການທະຫານຊາຍແດນ ກັບ ກົມຕ້ານ ແລະ ສະກັດກັ້ນຢາເສບຕິດ, ກົມໃຫຍ່ຕໍາຫຼວດ, ກະຊວງປ້ອງກັນຄວາມສະຫງົບລາວ ໄດ້ໄຂຂຶ້ນໃນຕອນເຊົ້າຂອງວັນທີ 26 ເດືອນ ທັນວາ ປີ 2018 ທີ່ ຮ່າໂນ້ຍ.
ໃນວັນທີ 26 ທັນວາ 2018 ທີ່ສຳນັກງານຍາຍົກລັດຖະມົນຕີ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ແລະໃນນາມເຄີຍເປັນຜູ້ຊີ້ນຳ ກອງທຶນລົບລ້າງຄວາມທຸກຍາກ ແຕ່ປີ 2003-2006 ໄດ້ໃຫ້ສຳພາດຕໍ່ສື່ມວນຊົນລາວ ໃນໂອກາດວັນສ້າງຕັ້ງ ກອງທຶນລົບລ້າງຄວາມທຸກຍາກ ຄົບຮອບ 15 ປີ ວ່າ: ພັກ ແລະ ລັດຖະບານ ໄດ້ຖືວ່າເອົາປະຊາຊົນເປັນກົກ ເອົາຊົນນະບົດເປັນເປົ້າ ໝາຍໃນການພັດທະນາປະເທດ ແລະ ທຸກສິ່ງທຸກຢ່າງຕ້ອງເຮັດໃຫ້ປະຊາຊົນຄ່ອຍຫລຸດພົ້ນ ອອກຈາກຄວາມທຸກຍາກ ແລະ ພະຍາຍາມເອົາປະເທດເຮົາຄ່ອຍໆ ກ້າວຂຶ້ນໃຫ້ເປັນປະເທດທີ່ຫລຸດພົ້ນອອກຈາກສະຖານະພາບດ້ອຍພັດທະນາ.
ໃນວັນທີ 25 ທັນວາ 2018, ສະຫາຍ ໄຊສົມພອນ ພົມວິຫານ, ກຳມະການກົມການ ເມືອງສູນກາງພັກ, ປະທານສູນກາງແນວລາວສ້າງຊາດ ໄດ້ໃຫ້ກຽດຕ້ອນຮັບ ສະຫາຍ ຟາມ ວັນເຈືອງ ອະດີດຮອງຫົວໜ້າ ຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຫວຽດນາມ, ຮອງປະທານຄະນະສັນຕິພາບ ຫວຽດນາມ ພ້ອມດ້ວຍຄະນະ ໃນໂອກາດເດີນທາງມາຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ ລະຫວ່າງວັນທີ 24-28 ທັນວາ 2018.
ໃນຕອນເຊົ້າຂອງວັນທີ 24 ທັນວາ 2018, ພິທີມອບ-ຮັບສະຖານີເຄືອຂ່າຍສົ່ງຕໍ່ສັນຍານວິທະຍຸ – ໂທລະພາບ ໄດ້ຈັດຂຶ້ນຢ່າງເປັນທາງການ ທີ່ບ້ານ ໂພໄຊ, ເມືອງພະລານໄຊ, ແຂວງສະຫວັນນະເຂດ, ໂດຍການເປັນປະທານ ຂອງທ່ານ ສະຫວັນຄອນ ຣາຊມຸນຕີ, ຮອງລັດຖະມົນຕີກະຊວງຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ, ໂດຍມີທ່ານ ຄຳເຜີຍ ແກ້ວກິນນາລີ, ຮອງປະທານຄະນະກຳມາທິການຮ່ວມມືລາວ – ຫວຽດນາມ, ບັນດາທ່ານໃນຄະນະນຳຂອງກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ, ຄະນະນຳຈາກວິທະຍຸ – ໂທລະພາບແຫ່ງຊາດລາວ, ການນຳແຂວງ ແລະ ເມືອງພະລານໄຊ ແຂວງສະຫວັນນະເຂດ, ຜູ້ອຳນວຍການໃຫຍ່ບໍລິສັດ Emico, ຜູ້ອຳນວຍການວິທະຍຸກະຈາຍສຽງພາກກາງ – ພາກເໜືອຫວຽດນາມ ພ້ອມດ້ວຍແຂກຖືກເຊີນ.
ຕອນຄ່ຳວັນທີ 24 ທັນວາ 2018 ແຂວງອັດຕະປື ຈັດງານປີທ່ອງທ່ຽວລາວ 2018 ພ້ອມບຸນນະມັດສະການ ພະເຈົ້າໄຊຍະເຊດຖາທິຣາດ ຂຶ້ນທີ່ ວັດທ່າພະໄຊ ເມືອງໄຊເຊດຖາ, ເປັນໃຫ້ກຽດ ເຂົ້າຮ່ວມມີ ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ, ປະທານຄະນະຊີ້ນໍາລະດັບຊາດຈັດງານປີທ່ອງທ່ຽວລາວ, ມີ ທ່ານ ຈູມມາລີ ໄຊຍະສອນ ອະດີດປະທານປະເທດ ແລະ ພັນລະຍາ, ທ່ານ ເລັດ ໄຊຍະພອນ ເຈົ້າແຂວງອັດຕະປື, ຜູ້ຕາງໜ້າ ຈາກບັນດາແຂວງໃກ້ຄຽງ, ແຂກພາຍໃນ ແລະ ຕ່າງປະເທດ, ພ້ອມດ້ວຍສື່ມວນຊົນເຂົ້າຮ່ວມ.
ໂດຍຕອບສະໜອງຕາມຄຳເຊີນ ຂອງ ຄະນະສັນຕິພາບ ແລະ ສາມັກຄີຂອງລາວ, ຄະນະຜູ້ແທນຄະນະສັນຕິພາບ ຫວຽດນາມ ນຳໂດຍ ສະຫາຍ ຟາມ ວັນເຈືອງ, ອາດີດຮອງຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ, ຮອງປະທານຄະນະສັນຕິພາບ ຫວຽດນາມ ໄດ້ມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ລະຫວ່າງ ວັນທີ 24-28 ທັນວາ 2018.
ຍສໝ - ໃນວັນທີ 24 ທັນວາ, ສະຫາຍ ເຈິ່ນແທງເໝີນ ກຳມະການສູນກາງພັກ, ປະທານຄະນະກຳມະການສູນກາງແນວໂຮມຊາດຫວຽດນາມ ໄດ້ເປັນປະທານໃນການຕ້ອນຮັບ ຄະນະຜູ້ແທນຂັ້ນສູງ ຂອງ ສູນກາງແນວລາວ ສ້າງຊາດ, ໂດຍທ່ານ ຄຳໃບ ດຳລັດ, ຮອງປະທານຜູ້ປະຈຳການສູນກາງແນວລາວ ສ້າງຊາດ ເປັນຫົວໜ້າຄະນະ ມາຢ້ຽມຢາມ ແລະ ເຮັດວຽກຢູ່ຫວຽດນາມ.
ຍສໝ - ຕອນເຊົ້າຂອງວັນທີ 24 ທັນວາ , ຢູ່ ພະແນກ ກະສິກຳ ແລະ ພັດທະນາຊົນນະບົດ ແຂວງຮ່າຕິ໋ງ ໄດ້ຈັດກອງປະຊຸມຕີລາຄາ ໝາກຜົນຂອງການປະຕິບັດ ກົດລະບຽບ ວ່າດ້ວຍການ ປະສານສົມທົບກັນຄຸ້ມຄອງ, ປົກປັກຮັກສາປ່າ ຢູ່ ເຂດຊາຍແດນ ຂອງບັນດາແຂວງ ຮ່າຕິ໋ງ ສສ ຫວຽດນາມ ແລະ ແຂວງບໍລິຄຳໄຊ, ຄຳມ່ວນ .
ເພື່ອແນໃສ່ຮັກສາເກົ້າເຄົ້າຂອງຕົນ, ນັກຮຽນຫຼາຍຮ້ອຍຄົນຢູ່ສະຫວັນນະເຂດ(ລາວ) ແຕ່ລະມື້ຍັງຄົງຮຽນພາສາຫວຽດ ກັບ ຄູອາຈານ ແຂວງກວ້າງຈິ.
ຄະນະຊາວໜຸ່ມ ແລະ ບັນດາຄົນລຸ້ນໃໝ່ ຂອງທັງສອງປະເທດຍາມໃດກໍ່ຈະສາມັກຄີ, ຊື່ສັດ, ສະໜິດແໜ້ນ ແລະ ຮ່ວມແຮງຮ່ວມໃຈ ປະກອບສ່ວນແຕ່ງແຕ້ມ ແລະ ເສີມຂະຫຍາຍ ສາຍພົວພັນ “ມິດຕະພາບ ອັນຍິ່ງໃຫຍ່- ນຳ້ໃຈສາມັກຄີພິເສດ-ຮ່ວມມືຮອບດ້ານ” ລະຫວ່າງ ພັກ-ລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ.
ຍສໝ - ແຕ່ວັນທີ 19-21 ທັນວາ, ຄ້າຍທະຫານຊາຍແດນ ຕາມເຫີບ, ທະຫານຊາຍແດນ ແຂວງເຫງະອານ ສສ ຫວຽດນາມ ໄດ້ປະສານສົມທົບ ກັບ ກອງຮ້ອຍທະຫານຊາຍແດນ 251, ກອງບັນຊາການທະຫານແຂວງບໍລິຄໍາໄຊ ຈັດຕັ້ງ ການລາດຕະເວນ ຮ່ວມສອງຝ່າຍ, ກວດກາລະບົບເສັ້ນຊາຍແດນ, ຫຼັກໝາຍຊາຍແດນ ເພື່ອປົກປັກຮັກສາເສັ້ນຊາຍແດນ ຫວຽດນາມ-ລາວ.
ຕອນບ່າຍວັນທີ 21 ທັນວາ, ຢູ່ຮ່າໂນ້ຍ, ທ່ານພົນໂທ ໂຕເລິມ, ລັດ ຖະມົນຕີກະຊວງຕຳຫຼວດຫວຽດນາມ ໄດ້ໃຫ້ການຕ້ອນຮັບທ່ານພັນເອກ ຈັນທອງ ຫົງຄຳ, ຫົວໜ້າຜູ້ຕາງໜ້າກະຊວງປ້ອງກັນຄວາມສະຫງົບແຫ່ງ ສປປ ລາວ ປະຈຳ ຫວຽດນາມ ເຂົ້າຢ້ຽມອຳລາເນື່ອງໃນໂອກາດສິ້ນສຸດອາຍຸການປະຕິບັດງານ ແລະ ທ່ານພັນເອກ ບຸນລຳໄພ ໄຊສົມບັດ ເປັນຫົວໜ້າອົງການຜູ້ຕາງໜ້າກະຊວງປ້ອງກັນຄວາມສະຫງົບແຫ່ງ ສປປ ລາວ ປະຈຳ ຫວຽດນາມ ຄົນໃໝ່.
ວັນທີ 21 ທັນວາ, ຢູ່ນະຄອນເຫວ້, ຄະນະສາສະໜາລັດຖະບານ ຫວຽດນາມ ແລະ ຄະນະກຳມະການສູນກາງແນວລາວສ້າງຊາດ ໄດ້ຈັດຕັ້ງກອງປະຊຸມແລກປ່ຽນບົດຮຽນກ່ຽວກັບວຽກງານສາສະໜາລະຫວ່າງບັນດາແຂວງຊາຍແດນຫວຽດນາມ - ລາວ.
ສະມາຊິກຊາວໜຸ່ມແຕ່ລະຄົນ ແມ່ນທູດຜູ້ໜຶ່ງເພື່ອເພີ່ມພູນຄູນສ້າງນໍ້າໃຈ “ໄມຕີຈິດມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີີແບບພິເສດ ແລະ ການຮ່ວມມືຮອບດ້ານ” ລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງປະເທດ.
ໃນວັນທີ 21 ທັນວາ 2018, ໂດຍຕອບສະໜອງຕາມຄຳເຊີນຂອງ ສະຫາຍ ຄຳເຜີຍ ແກ້ວກິນນາລີ , ຮອງປະທານ ຜູ້ປະຈຳການ ຄະນະກຳມະການຮ່ວມມື ລາວ-ຫວຽດນາມ; ສະຫາຍ ຫງວຽນ ວັນ ຈຸງ, ຮອງລັດຖະມົນຕີ ກະຊວງແຜນການ ແລະ ການລົງທືນ , ຮອງປະທານ ຄະນະກຳມະການຮ່ວມມື ຫວຽດນາມ-ລາວ ໄດ້ນຳພາຄະນະວິຊາການ ຫວຽດນາມ ມາຢ້ຽມຢາມ ແລະ ເຮັດວຽກ ຢູ່ ນະຄອນຫຼວງວຽງຈັນ ສປປ ລາວ.