![]() |
ບຸນປີໃໝ່ລາວທີ່ຫວຽດນາມ
ໃນຕອນເຊົ້າຂອງວັນທີ 30 ມີນາ 2019, ສູນຄຸມຄອງນັກສຶກສາສາກົນ, ຮ່າໂນ້ຍ ໄດ້ຈັດພິທີການບາສີສູ່ຂວັນ ແລະ ຕ້ອນຮັບປີໃໝ່ລາວ. ເຂົ້າຮ່ວມງານດັ່ງກ່າວມີນັກສຶກສາລາວຈໍານວນ 400 ກວ່າຄົນ ທີ່ກໍາລັງມີການຮໍ່າຮຽນສຶກສາຢູ່ບັນດາໂຮງຮຽນມະຫາວິທະຍາໄລ ແລະ ວິທະຍາໄລ ທີ່ຮ່າໂນ້ຍ. ນອກຈາກນັ້ນຍັງມີແຂກຖືກເຊີນຜູ້ຕາງໜ້າຂອງສະຖານທູດ, ການນໍາຂອງບັນດາຄະນະ, ຫ້ອງການຕ່າງໆຂອງສູນຄຸມຄອງນັກສຶກສາສາກົນຢູ່ຮ່າໂນ້ຍເຂົ້າຮ່ວມຢ່າງຫຼວງຫຼາຍ.
![]() |
ພິທີການບາສີສູ່ຂວັນ
ບຸນປີໃໝ່ປະເທດລາວຈະຈັດຂຶ້ນໃນລະຫວ່າງ ວັນທີ 14 - 16 ເມສາ ຂອງທຸກປີ, ປີໃໝ່ລາວຈະແບ່ງອອກເປັນ 3 ມື້ ຄື: ວັນສັງຂານລ່ວງ, ວັນເນົາ ແລະ ວັນສັງຂານຂຶ້ນ. ຮີດທີ່ຄົນລາວປະຕິບັດໃນວັນປີໃໝ່ຈະມີການບາສີສູ່ຂວັນ, ອວຍພອນເຊິ່ງກັນ ແລະ ກັນ, ມີການສົມມາພໍ່ແມ່ ແລະ ຍາດຜູ້ໃຫຍ່, ການເລາະສົງນ້ຳພະ, ມີພິທີແຫ່ນາງສັງຂານ, ການເຮັດບຸນຕັກບາດຖວາຍສັງຄະທານໃຫ້ພະ, ການຕົບພະທາຍ ແລະ ມີການຫລິ້ນ ນ້ຳຄົບງັນມ່ວນຊື່ນ.
![]() |
![]() |
ນັກສຶກສາລາວ ແລະ ແຂກຖືກເຊີນມັດແຂນເຊິ່ງກັນ ແລະ ກັນ
![]() |
ການສະແດງຟ້ອນລໍາວົງຂອງນັກສຶກສາລາວ
ທີ່ງານດັ່ງກ່າວ, ນັກສຶກສາລາວ ແລະ ແຂກຖືກເຊີນ ໄດ້ພ້ອມກັນດໍາເນີນພິທີການບາສີສູ່ຂວັນ, ຫົດນໍ້າເຊິ່ງກັນ ແລະ ກັນ, ອວຍພອນປີໃໝ່ເຊິ່ງກັນ ແລະ ກັນ. ຫລັງຈາກພິທີດັ່ງກ່າວ, ນັກສຶກສາລາວກໍ່ໄດ້ສະແດງການຟ້ອນລໍາວົງ ແລະ ຮ້ອງເພງ ເຊິ່ງໄດ້ສ່ອງແສງດ້ານວັດທະນາທໍາທີ່ເປັນເອກະລັກຂອງປະເທດລາວ.
ໃນການສະຫຼອງຕ້ອນຮັບປີໃໝ່ລາວດ້ວຍຄວາມເບີກບານມ່ວນຊື່ນ, ນ້ອງນັກຮຽນ ວຽງດາລາ ທອງສະຫວັດ ທີ່ກໍາລັງຮໍ່າຮຽນສຶກສາຢູ່ໂຮງຮຽນມະຫາວິທະຍາໄລການແພດຮ່າໂນ້ຍກໍ່ໄດ້ໃຫ້ຮູ້ວ່າ: “ປີນີ້ເປັນປີທີສີ່ທີ່ຂ້າພະເຈົ້າໄດ້ຕ້ອນຮັບປີໃໝ່ລາວຢູ່ຮ່າໂນ້ຍ. ເຖິງແມ່ນວ່າຕ້ອນຮັບປີໃໝ່ລາວຢູ່ຮ່າໂນ້ຍກໍ່ຕາມ ແຕ່ຂ້າພະເຈົ້າກໍ່ໄດ້ຮູ້ສຶກຄວາມອົບອຸ່ນ, ຄວາມເປັນກັນເອງ, ຄວາມຮັກແພງກັນດີຈາກຊາວບ້ານຮ່າໂນ້ຍເວົ້າສະເພາະ ພໍ່ແມ່ປະຊາຊົນຫວຽດນາມເວົ້າລວມ. ຖືວ່າໂຊກດີ ແລະ ມີຄວາມສຸກຫຼາຍສໍາລັບນັກຮຽນນັກສຶກສາລາວທີ່ໄດ້ມາຮໍ່າຮຽນສຶກສາຢູ່ຫວຽດນາມ, ເປັນປະເທດທີ່ມີຄວາມສະຫງົບດີ ແລະ ເປັນຕາຮັກຫຼາຍ”.
(ໄຊພອນ)