ລາວ-ຫວຽດນາມ ກະກຽມເນື້ອໃນກອງປະຊຸມຄັ້ງທີ ປະຈຳປີ 2019

19:24 | 21/12/2018

ໃນວັນທີ 21 ທັນວາ 2018, ໂດຍຕອບສະໜອງຕາມຄຳເຊີນຂອງ ສະຫາຍ ຄຳເຜີຍ ແກ້ວກິນນາລີ , ຮອງປະທານ ຜູ້ປະຈຳການ ຄະນະກຳມະການຮ່ວມມື ລາວ-ຫວຽດນາມ; ສະຫາຍ ຫງວຽນ ວັນ ຈຸງ, ຮອງລັດຖະມົນຕີ ກະຊວງແຜນການ ແລະ ການລົງທືນ , ຮອງປະທານ ຄະນະກຳມະການຮ່ວມມື ຫວຽດນາມ-ລາວ ໄດ້ນຳພາຄະນະວິຊາການ ຫວຽດນາມ ມາຢ້ຽມຢາມ ແລະ ເຮັດວຽກ ຢູ່ ນະຄອນຫຼວງວຽງຈັນ ສປປ ລາວ.

ລາວ-ຫວຽດນາມ  ກະກຽມເນື້ອໃນກອງປະຊຸມຄັ້ງທີ  ປະຈຳປີ 2019

ພິທີເຊັນບົດບັນທຶກກອງປະຊຸມ ຂອງການນຳທັງສອງຝ່າຍ.

ມື້ນີ້ທີ່ກະຊວງແຜນການ ແລະ ການລົງທືນ, ຄະນະກຳມະການຮ່ວມມື ລາວ-ຫວຽດນາມ ແລະ ຫວຽດນາມລາວ ໄດ້ດຳເນີນກອງປະຊຸມ ປືກສາຫາລຶ ກະກຽມເນື້ອໃນໃຫ້ແກ່ກອງປະຊຸມ ຄັ້ງທີ 41 ປະຈຳປີ 2019 ຂອງສອງຄະນະກຳມະການຮ່ວມມືທະວິພາຄີ ລະຫວ່າງ ລັດຖະບານ ລາວ ແລະ ຫວຽດນາມ ຢ່າງເປັນທາງການ ພາຍໃຕ້ການເປັນປະທານຮ່ວມຂອງສອງປະທານ ຄະນະກຳມະການຮ່ວມມື ລາວ-ຫວຽດນາມ ແລະ ຫວຽດນາມ-ລາວ ໂດຍມີຜູ້ຕ່າງໜ້າຈາກບັນດາກະຊວງ, ຂະແໜງການຂັ້ນສູນກາງ ແລະ ທ້ອງຖິ່ນ ຂອງສອງປະເທດເຂົ້າຮ່ວມ 100 ກວ່າສະຫາຍ.

ສອງຝ່າຍປຶກສາຫາລື, ແລກປ່ຽນຫຼາຍບັນຫາທີ່ສຳຄັນ ຢ່າງກົງໄປ-ກົງມາ ລົງເລິກສະຫຼຸບຕີລາຄາການຈັດຕັ້ງຜັນຂະຫຍາຍເນື້ອໃນຂໍ້ຕົກລົງ ວ່າດ້ວຍການຮ່ວມມື ລະຫວ່າງ ສອງລັດຖະບານ ປະຈຳປີ 2018, ບົດບັນທືກກອງປະຊຸມຄັ້ງທີ 40 ແລະ ບັນດາຂໍ້ຕົກລົງອື່ນໆ ຂອງສອງປະເທດ ໃນໄລຍະ 01 ປີຜ່ານມາ, ເພື່ອຊອກຮູ້ສາເຫດ ຂໍ້ຫຍຸ້ງຍາກ, ຄົງຄ້າງ ແລະ ບັນຫາທີ່ເປັນອຸປະສັກ ໃນການພົວພັນຮ່ວມມືຂອງສອງປະເທດ; ພ້ອມທັງຕີລາຄາບັນຫາໃດທີ່ສອງຝ່າຍເຮັດໄດ້, ເຮັດບໍ່ໄດ້ ຫຼື ຍັງເຮັດບໍ່ໄດ້ດີເທົ່າທີ່ຄວນ ເພື່ອນຳສະເໜີ ລາຍງານລັດຖະບານສອງປະເທດມີທິດທາງແກ້ໄຂຢ່າງທັນການ ແລະ ພິຈາລະນາເອົາເຂົ້າ ໃນເນື້ອໃນກອງປະຊຸມຄັ້ງທີ 41 ປະຈະປີ 2019 ຂອງກຳມະການການຮ່ວມມືທະວິພາຄີ ລະຫວ່າງ ລັດຖະບານ ແຫ່ງ ສປປ ລາວ ແລະ ລັດຖະບານ ສສ ຫວຽດນາມ ເຊິ່ງຈະໄດ້ຈັດຂື້ນໃນ ເດືອນມັງກອນ 2019 ທີ່ ສສ ຫວຽດນາມ.

ກ່ອນໜ້ານີ້, ໃນວັນທີ 19 ທັນວາ 2018 ຄະນະວິຊາການສອງຝ່າຍ ໄດ້ເຮັດວຽກຮ່ວມກັນ ດ້ວຍຄວາມຮັບຜິດຊອບສູງ ໂດຍໄດ້ແບ່ງອອກເປັນໜ່ວຍຕາມແຕ່ລະຂົງເຂດວຽກງານ ເປັນຕົ້ນແມ່ນການຮ່ວມມືດ້ານເສດຖະກິດ ກໍ່ໄດ້ມີການຫັນປ່ຽນຢ່າງຕັ້ງໜ້າ ເຊິ່ງມາຮອດປະຈຸບັນ ຕົວເລກການລົງທືນຂອງບັນດາວິສາຫະກິດ ຫວຽດນາມ ຢູ່ລາວ 4,1 ຕື້ໂດລາສະຫະລັດ, ມູນຄ່າການຄ້າສອງຝ່າຍ ໃນ 10 ເດືອນຕັ້ນປີ 2018 ບັນລຸໄດ້ 854,56 ລ້ານໂດລາສະຫະລັດ, ເພີ່ມຂື້ນ 25,61% ທຽບໃສ່ ໄລຍະດຽວກັນຂອງປີ 2017( 680,33 ລ້ານໂດລາສະຫະລັດ); ການຈັດຕັ້ງປະຕິບັດບັນດາໂຄງການທີ່ນຳໃຊ້ທືນຊ່ວຍເຫຼືອ ກໍ່ໄດ້ມີຄວາມຄືບໜ້າດີສົມຄວນ, ມີ 11 ໂຄງການ ທີ່ຈະສຳເລັດ, ມອບຮັບ ເອົາເຂົ້າສູ່ການນຳໃຊ້ໃນປີ 2018; ການຮ່ວມມື ລະຫວ່າງ ບັນດາກະຊວງ, ອົງການ, ຂະແໜງການສູນກາງ ແລະ ທ້ອງຖິ່ນ ກໍ່ໄດ້ເພີ່ມທະວີການພົບປະແລກປ່ຽນບົດຮຽນ, ປະສານສົມທົບ ແລະ ເປີດກວ້າງການຮ່ວມມື ຊ່ວຍເຫຼືອເຊິ່ງກັນແລະກັນ ຢ່າງແທດເໝາະກັບຕົວຈິງ ແລະ ມີປະສິດທີຜົນ.

(ຫັດ​ທະ​ບູນ)

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.