ລາວ ເນັ້ນ "ເອົາປະຊາຊົນເປັນກົກ, ເອົາຊົນນະບົດ ເປັນເປົ້າໝາຍ" ໃນການລົບລ້າງຄວາມທຸກຍາກ

15:57 | 26/12/2018

ໃນ​ວັນ​ທີ 26 ທັນ​ວາ 2018 ທີ່​​ສຳ​ນັກ​ງານ​ຍາ​ຍົກ​ລັດ​ຖະ​ມົນ​ຕີ ທ່ານ ທອງ​ລຸນ ສີ​ສຸ​ລິດ ນາ​ຍົກ​ລັດ​ຖະ​ມົນ​ຕີ ​ແຫ່ງ ສ​ປ​ປ ລາວ ແລະໃນ​ນາມ​ເຄີຍ​ເປັນ​ຜູ້​ຊີ້​ນຳ ກອງ​ທຶນ​ລົບ​ລ້າງ​ຄວາ​ມ​ທຸກ​ຍາກ ແຕ່​ປີ 2003-2006 ໄດ້​ໃຫ້​ສຳ​ພາດ​ຕໍ່​ສື່ມວນ​ຊົນ​ລາວ ​ໃນ​ໂອ​ກາດ​ວັນ​ສ້າງ​ຕັ້ງ ​ກອງ​ທຶນ​ລົບ​ລ້າງ​ຄວາມ​ທຸກ​ຍາກ ຄົບ​ຮອບ 15 ປີ ວ່າ: ພັກ​ ແລະ ລັດ​ຖະ​ບານ ​ໄດ້​ຖື​ວ່າເອົາ​ປະ​ຊາ​ຊົນ​ເປັນ​ກົກ ເອົາ​ຊົນ​ນະ​ບົດ​ເປັນ​ເປົ້າ ​ໝາຍໃນ​ການ​ພັດ​ທະ​ນາ​ປະ​ເທດ ແລະ ທຸກ​ສິ່ງ​ທຸກ​ຢ່າງ​ຕ້ອງ​ເຮັດ​ໃຫ້​ປະ​ຊາ​ຊົນ​ຄ່ອຍ​ຫລຸດ​ພົ້ນ ​ອອກ​ຈາກ​ຄວາມ​ທຸກ​ຍາກ ແລະ ພະ​ຍາ​ຍາມ​ເອົາ​ປະ​ເທດ​ເຮົາ​ຄ່ອຍໆ ​ກ້າວ​ຂຶ້ນ​ໃຫ້​ເປັນ​ປະ​ເທດ​ທີ່​ຫລຸດ​ພົ້ນ​ອອກ​ຈາກ​ສະ​ຖາ​ນະ​ພາບ​ດ້ອຍ​ພັດ​ທະ​ນາ.

ລາວ ເນັ້ນ

ທ່ານ ທອງ​ລຸນ ສີ​ສຸ​ລິດ ນາ​ຍົກ​ລັດ​ຖະ​ມົນ​ຕີ ​ແຫ່ງ ສ​ປ​ປ ລາວ

ທ່ານ ນາ​ຍົກ ໄດ້​ໃຫ້​ຮູ້​ວ່າ: ໃນ​ປີ 2003 ພວກ​ເຮົາ​ໄດ້​ລະ​ດົມທຶນ​ຈາກ ຕ່າງ​ປະ​ເທດ ໂດຍ​ແມ່ນ​ທະ​ນາ​ຄານ​ໂລກ​ ແລະ ຫລາຍ​ປະ​ເທດ ເຂົ້​າ​ມາ​ສ​ະ​ໜັບ​ສະ​ໜູນ ແລະ ກໍ່​ຕັ້ງ​ກອງ​ທຶນ​ລົບ​ລ້າງ​ຄວາມ​ທຸກ​ຍາກ​ຂຶ້ນ ເຊິ່ງ​ເປັນ​ຈຸດ​ເລີ່ມ​ຕົ້ນ​ທີ່​ດີ ແລະ ກອງ​ທຶນ​ດັ່ງ​ກ່າວ​ ນີ້, ໄດ້​ສ້າງ​ລະ​ບົບ​ການ​ນຳ​ໃຊ້​ກອງ​ທຶນ ແລະ ກຳ​ນົດ​ພາ​ລະ​ບົດ​ບາດ​ຂອງ​ການ​ນຳ​ໃຊ້​ກອງ​ທຶນ​ຢ່າງ​ຈະ​ແຈ້ງ, ກອງ​ທຶນ​ລົບ​ລ້າງ​ຄວາມ​ທຸກ​ຍາກ​ໄດ້​ເຕີບ​ໃຫຍ່ ​ຂະ​ຫຍາຍ​ຕົວ​ເປັນ​ກ້າວໆ​ມາ,ເຊິ່ງ​ລັດ​ຖະ​ບານ​ໄດ້​ລົງ​ທຶນ​ຢ່າງ​ມະ​ຫານ​ສານ ​ເຂົ້າ​ໃນ​ການ​ພັດ​ທະ​ນາ​ຊົນ​ນະ​ບົດ ເປັນ​ຕົ້​ນ​ແມ່ນ​ການ​ສ້າງ​ຖະ​ໜົນ​ຫົນ​ທາງ, ສ້າງ​ໃຫ້​ປະ​ຊາ​ຊົນ​ໄດ້​ຊົມ​ໃຊ້​ໄຟ​ຟ້າ, ສ້າງ​ຊົນ​ລະ​ປະ​ທານ​ຖ້າ​ບ່ອນ​ໃດ​ມີ​ເງື່ອນ​ໄຂ ແລະ ເຮັດ​ໃຫ້​ເຂົາ​ເຈົ້າ​ສາ​ມາດ​ຜະ​ລິດ​ສິນ​ຄ້າ​ ນັບ​ມື້​ນັບ​ຫລາຍ​ຂຶ້ນ ເພື່ອ​ເຮັດ​ໃຫ້​ປະ​ຊາ​ຊົນ​ແຕ່​ລະ​ຄອບ​ຄົວ​ມີ​ລາຍ​ຮັບ, ສາ​ມາດ​ລ້ຽງ​ຕົນ​ເອງ​ໄດ້ ແລະ ຜະ​ລິດ​ເປັນ​ສິນ​ຄ້າ​ເພື່ອ​ສົ່ງ​ອອກ ​ເພື່ອ​ໃຫ້​ມີ​ກຳ​ໄລ່​ໄດ້​ເທື່ອ​ລະ​ກ້າວ ເຊິ່ງ​ຈຳ​ນວນ​ໂຕ​ເລກ​ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ ປັດ​ຈຸ​ບັນ​ນີ້ ມາ​ຮອດ​ປີ 2018 ​ຈີ​ດີ​ພີ ຫລື ລາຍ​ຮັບ​ຕໍ່​ຫົວ​ຄົນ​ຂອງ​ປະ​ເທດ​ເຮົາແມ່ນ 2.500 ກວ່າ​ໂດ​ລາ​ສະ​ຫ​ະ​ລັດ ຕໍ່​ຄົນ​ຕໍ່​ປີ ເຫັນ​ໄດ້​ວ່າ​ເພີ່ມ​ຂຶ້ນ​ຫລາຍ​ເມື່ອ​ທຽບ​ໃສ່​ໃນ​ເມື່ອ​ກ່ອນ, ນອກ​ຈາກ​ນີ້ ລາຍ​ຮັບ​ແຫ່ງ​ຊາດ​ແມ່ນ​ບັນ​ລຸ 2.209 ໂດ​ລາ​ສະ​ຫະ​ລັດ ຖ້າ​ທຽບ​ໃສ່​ມາດ​ຕະ​ຖານ​ ຂອງ​ການ​ຈະ​ເອົາ​ປະ​ເທດ​ອອກ​ຈາກ​ສະ​ຖາ​ນະ​ພາບ​ດ້ອຍ​ພັດ​ທະ​ນາ ຖ້າ​ຄິດ​ໄລ່ ຈີ​ເອັນ​ໄວ ຫລື ລາຍ​ຮັບ​ແຫ່ງ​​ຊາດ ພວດ​ເຮົາ​ລື່ນ​ຄາດ​ໝາ​ຍ​ໜ້ອຍ​ໜຶ່ງ ແຕ່​ເງື່ອນ​ໄຂ​ອື່ນໆ​ພວກ​ເຮົາ​ຍັງ​ຕ້ອງ​ໄດ້​ສູ້​ຊົນ.

ເປົ້າ​ໝາຍ​ຕົ້​ນ​ຕໍ​​ຂອງພັກ ແລະ ລັດ​ຖະ​ບານ​ເຮົາ ແມ່ນ​ເລັ່ງ​ໃສ່ ​ການລົບ​ລ້າງ​ຄວາມ​ທຸກ​ຍາກ​ໃຫ້​ປະ​ຊາ​ຊົນ​ແຕ່​ລະ​ຄອບ​ຄົວ, ແຕ່​ລະ​ບ້ານ, ແຕ່​ລະ​ເມືອງ ເປັນ​ຕົ້ນ​ຕໍ, ພາຍ​ຫລັງ​ມີ​ກອງ​ທຶນ​ລົບ​ລ້າງ​ຄວາມ​ທຸກ​ຍາກ ແຫ່ງ​ຊາດຂຶ້ນ​ມາ ພວກ​ເຮົາ​ສາ​ມາ​ດຊ່ວຍ​ເຫລືອ​ ປະ​ຊາ​ຊົນ​ໄດ້​ຫລາຍດ້ານ ເປັນ​ຕົ້ນ​ແມ່ນ​ການ​ກໍ່​ສ້າງ​ເສັ້ນ​ທາງ ​ໃນ​ຊົນ​ນະ​ບົດ ລະ​ຫວ່າງ​ບ້ານ​ຕໍ່​ບ້ານ​ໃຫ້​ມີ​ເສັ້​ນ​ທາງ​ຕິດ​ຈອດ​ກັນ, ສົ່ງ​ເສີ່ມ​ໃຫ້​ມີ​ຊົນ​ລະ​ປະ​ທານ, ໃຫ້​ມີ​ສຸກ​ສາ​ລາ, ໃຫ້​ມີ​ໂຮງ​ຮຽນ ສົ່ງ​ເສີ່ມ​ໃຫ້​​ເດັກ​ນ້ອຍໄດ້​ເຂົ້າ​ໂຮງ​ຮຽນ ຖ້າ​ຫາກ​ບ້ານ​ໃດ​ຍັງ​ກືກ​ໜັງ​ສື​ພະ​ຍາມ​ໃຫ້​ປະ​ຊາ​ຊົນ ​ລົບ​ລ້າງ​ການ​ກືກ​ໜັງ​ສື ໃນ​ໄລ​ຍະ​ຜ່ານ​ມາ ​ກອງ​ທຶນ​ລົບ​ລ້າງ​ຄວາມ​ທຸກ​ຍາກ​ແມ່ນ​ມີ​ຜົນ​ງານ​ຫລາຍ ໃນ​ການ​ຊ່ວຍ​ເຫລືອ​ປະ​ຊາ​ຊົນ ເຊິ່ງ​ປັດ​ຈຸ​ບັນ​ອັດ​ຕາ​ການ​ເຂົ້າ​ໂຮງ​ຮຽນ​ຊັ້​ນ​ປະ​ຖົມ​ຂອງ​ເດັກ​ໃນ​ເກນ​ອາ​ຍຸ 5 ປີ ຢູ່​ໃນ​ບັນ​ດາ​ບ້ານ​ເປົ້າ​ໝາຍ ຫລື ເມືອງ​ເປົ້າ​ໝາຍ ທີ່​ຈະ​ລົບ​ລ້າງ​ຄວາມ​ທຸກ​ຍາກ​ບັນ​ລຸ​ເຖິງ 98% ຖື​ວ່າ​ເປັນ​ໂຕ​ເລກ​ທີ່​ສູງ ເຊິ່ງກອງ​ທຶນ​ລົບ​ລ້າງ​ຄວາມ​ທຸກ​ຍາກ​ນີ້ ໄດ້​ເຮັດ​ໜ້າ​ທີ່​ຂອງ​ຕົນ​ເອງ​ຢ່າງ​ເອົາ​ໃຈ​ໃສ່ ແລະ ຜົນ​ງານ 15 ປີ ພາຍ​ຫລັງ​ກອງ​ທຶນ​ລົບ​ລ້າງ​ຄວາມ​ທຸກ​ຍາກ ​ໄດ້​ສ້າງ​ຕັ້ງ​ຂຶ້ນນັ້ນ, ພາກ​ສ່ວນ​ທີ່​ກ່ຽວ​ຂ້ອງ​ໃນ​ການ​ຮັບ​ຜິດ​ຊອບ​ນີ້ ໄດ້​ທຸ້ມ​ເທ​ເຫື່ອ​ແຮງ, ສະ​ຕິ​ປັນ​ຍາ ເຂົ້າ​ໃນ​ການ​ພັດ​ທ​ະ​ນາ​ຊົນ​ນະ​ບົດ ແລະ ຖື​ປະ​ຊາ​ຊົນ, ບ້ານ​, ເມືອງ ແລະ ຄອບ​ຄົວ​ທຸກ​ຍາກ​​ເປັນ​ເປົ້າ​ໝາຍ ແມ່ນ​ໄດ້​ຮັບ​ຜົນ​ດີ ແລະ ເປັນ​ໜ້າ​ສັນ​ລະ​ເສີນ; ນອກ​ຈາກ​ນີ້, ຍັງ​ມີ​ຂໍ້​ຄົງ​ຄ້າງ​ທີ່​ຕ້ອງ​ໄດ້​ສືບ​ຕໍ່​ເຮັດ​ໃຫ້​ຊົນ​ນະ​ບົດ ​ສາ​ມາດ​ລົບ​ລ້າງ​ຄວາມ​ທຸກ​ຍາກ​ໄດ້ຢ່າງ​ເທື່ອ​ລະ​ກ້າວ ເຊິ່ງ​ຄອບ​ຄົວ​ທີ່​ຍັງ​ທຸກ​ຍາກ​ແມ່ນ​ຍັງ​ເຫລືອ​ເມືອງ​ທຸກ​ຍາກ​ຍັງ 15%, ບ້ານ​ທຸກ​ຍາກ​ຍັງ 20%, ບ້ານ​ທີ່​ພັດ​ທະ​ນາ​ແລ້ວ​ທີ່​ຢູ່​ໃນ​ເຂດ​ຊົນ​ນະ​ບົດ ​ເມືອງ​ເປົ້າ​ໝາຍ ບັນ​ລຸ​ເຖິງ 48,38%.

ພ້​ອມ​ນີ້, ທ່ານນາ​ຍົກລັດຖະມົນຕີ ​ຍັງໄດ້​ສະ​ເໜີ​ວ່າ: ສິ່ງ​ສຳ​ຄັນທີ່​ສຸດ​ແມ່ນ ກອງ​ທຶນ​ລົບ​ລ້າງ​ຄວາມ​ທຸກ​ຍາກ​ ຕ້ອງ​ໄດ້​ເອົາ​ໃຈ​ໃສ່​ນະ​ໂຍ​ບາຍ​ເປົ້າ​ໝາຍ​ທີ່ ​ເອົາ​ປະ​ຊາ​ຊົນ​ເປັນ​ກົກ, ເປົ້າ​ໝາຍ​ໃຫ້​ຖື​ປະ​ຊາ​ຊົນ​ເປັນ​ໃຈ​ກາງ, ຖື​ເປົ້າ​ໝາຍ​ລົບ​ລ້າງ​ຄວາ​ມ​ທຸກ​ຍາກ​ທີ່​ພວກ​ເຮົາ​ ຈະ​ໄປ​ພັດ​ທະ​ນາ​ເປັນ​ໃຈ​ກາງ ຫລືເອົາ​ຄວາມ​ຮຽກ​ຮ້ອງ​ຕ້ອງ​ການ​ຕົວ​ຈິງ​ ຂອງ​ປະ​ຊາ​ຊົນ ເປັນ​ຈຸ​ເລີ່ມ​ຂອງ​ການ​ສະ​ໜອງ​ ຄວາມ​ຮຽກ​ຮ້ອງ​ຕ້ອງ​ການ​ຂອງ​ເຂົາ​ເຈົ້າ ແລະ ເອົາ​ຈຸດ​ພິ​ເສດ, ຄວາມ​ສາ​ມາດ​ບົ່ມ​ຊ້ອນ​ຂອງ​ທ້ອງ​ຖິ່ນ​ເປັນ​ທ່າ​ແຮງ​ຕົ້ນ​ຕໍ ເຊິ່ງ​ປະ​ຊົນ​ທ້ອງ​ຖິ່ນ​ມີ​ຄວາມ​ຊິນ​ເຄີຍ​ໃນ​ການ​ຜະ​ລິດ ແລະ ​ນຳ​ໃຊ້​ມູນ​ເຊື້ອ​ຂອງ​ປະ​ຊາ​ຊົນ​ທີ່​ມີ​ຢູ່ ​ເພື່ອສ້າງ​ລາຍ​ຮັບ​ຂຶ້ນ​ມາ​ໄດ້​ໄວ​ຂຶ້ນ. ພ້ອມ​ນີ້, ໃຫ້​ປະ​ຊາ​ຊົນ​ມີ​ສ່ວນ​ຮ່ວມ ​ໃຫ້​ຫລາຍ​ເທົ່າ​ທີ່​ຈະ​ຫລາຍ​ໄດ້​ ຖ້າ​ຢາກ​ໃຫ້​ປະ​ຊາ​ຊົນ​ມີ​ສ່ວນ​ຮ່ວມ​ ເຮົາ​ຕ້ອງ​ໄດ້​ປຶກ​ສາ​ຄວາມ​ຕ້ອງ​ການກັບ​ປະ​ຊາ​ຊົນ ​ໂດຍ​ກົງ ແລະ ຕ້ອງ​ໃຫ້​ປະ​ຊາ​ຊົນ​ເປັນ​ຜູ້​ເຮັດ​ເອງ​ເປັນ​ຕົ້ນ​ຕໍ, ສ້າງ​ເງື່ອນ​ໄຂ​ໃຫ້​ເຂົາ​ເຈົ້າ​ໄດ້​ຈັດ​ຕັ້ງ​ປະ​ຕິ​ບັດ​ເອງ; ຕ້ອງ​ມີ​ການ​ຝຶກ​ອົບ​ຮົມ​ໃຫ້​ປະ​ຊາ​ຊົນ​ຮູ້​ຫັນ​ປ່ຽນ​ວິ​ຖີ​ຊີ​ວິດ, ວິ​ທີທຳ​ມາ​ຫາ​ກິນ​ໃໝ່ ເພື່ອ​ຍົກ​ລະ​ກັບ​ຊີ​ວິດ​ການ​ເປັນ​ຢູ່​ ຂອງ​ເຂົາ​ເຈົ້າ​ໃຫ້​ດີ​ຂຶ້ນ​ເທື່ອ​ລະ​ກ້າວ.

ລັດ​ຖະ​ບານ​ມີ​ຄວາມ​ພະ​ຍາ​ຍາມ​ຫລາຍ​ທີ່​ສຸດ​ ໃນ​ການ​ສຸມ​ທຶນ​ຮອນ​ໃນ​ການ​ພັດ​ທະ​ນາ​ຊົນ​ນະ​ບົດ ເພື່ອ​ຊຸກ​ຍູ້​ໃນ​ການ​ລົ​ບ​ລ້າງ​ຄວາມ​ທຸກ​ຍາກ ຂອງ​ປະ​ຊາ​ຊົນ ແຕ່​ວ່າ​ລັດ​ຖະ​ບານ​ມີ​ຫລາຍ​ງົບ​ປະ​ມານ, ມີ​ຫລາຍ​ຂະ​ແໜງ​ການ ທີ່​ຈະ​ສົ່ງ​ເສີມ ຫລື ຊ່ວຍ​ໃຫ້​ຊົນ​ນະ​ບົດ, ບ້ານ​, ເມືອງ​ທີ່​ທຸ​ກຍາກ ໄດ້​ຮບ​ການ​ພັດ​ທະ​ນາ ເປັນ​ຕົ້​ນ​ແມ່ນ​​ສ້າງເສັ້ນ​ທາງ​ຄົມ​ມະ​ນາ​ຄົມ ​ໄປ​ເຖິງ​ຊົນ​ນະ​ບົດ​ຫລາຍ​ເທົ່າ​ໃດ​ກໍ​ຍິ່ງ​ດີ, ສ້າງຊົນ​ລະ​ປະ​ທານ ຂະ​ຫຍາຍ​ກະ​ສິກໍາ​-ປູກ​ຝັງ​ລ້ຽງ​ລັດ, ສົ່ງ​ເສີມ​ໃຫ້​ມີ​ການ​ລົງ​ທຶນ ​ຂອງ​ຕ່າງ​ປະ​ເທດ​ຢູ່​ໃນ​ຊົນ​ນະ​ບົດ ​ຂອງ​ພາຍ​ໃນ, ສົ່ງ​ເສີມ​ໃຫ້​ໃຫ້​ມີ​ກິດ​ຈະ​ກຳ​ກ​ານ​ລົງ​ທຶນ​ ຂອງ​ພາຍ​ໃນ ແລະ ຕ່າງ​ປະ​ເທດ ກໍ​ແມ່ນ​ການ​ກະ​ທົບ​ໂດຍ​ກົງ​ຕໍ່​ການ​ລົບ​ລ້າງ​ ຄວາມ​ທຸກ​ຍາກ​ຂອງ​ປະ​ຊາ​ຊົນ ເຊິ່ງ​ປີ​ນີ້​ໄດ້​ສົ່ງ​ເສີມ ​ເປັນ​ປີ​ທ່ອງ​ທ່ຽວ​ລ​າວ ແລະ ປີ​ໜ້າ​ຈະ​ເປັນ​ປີ​ທ່ອງ​ທ່ຽວ​ລາວ​-ຈີນ ຖາ​ມີ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ຢ່າງ​ເປັນ​ລະ​ບົບ​ດີ ນັກ​ທ່ອງ​ທ່ຽວ​ຈະ​ລົງ​ໄປ​ຫາ​ຊົນ​ນະ​ບົດ ແລະ ປະ​ຊາ​ຊົນ​ຈະ​ໄດ້​ຂາຍ​ສິນ​ຄ້າ​ຂອງ​ເຂົາ​ເຈົ້າ​ເອງແລະ ຈະ​ໄດ້​ລາຍ​ຮັບ​ຈາກ​ນັກ​ທ່ອງ​ທ່ຽ​ວ ເຊິ່ງ​ລັດ​ຖະ​ບານ​ມີ​ຫລາຍ​ທິດ​ທາງ​ທີ່​ຈະ​ສົ່ງ​ເສີມ​ໃນ​ຊົນ​ນະ​ບົດ ເພື່ອ​ໃຫ້​ການ​ລົບ​ລ້າງ​ຄວາມ​ທຸກ​ຍາກ​ ປະ​ຊາ​ຊົນ​ໃຫ້​ນັບ​ມື້​ນັບ​ດີ​ຂຶ້ນ.

(ແຫຼ່ງ​ຂໍ້​ມູນ​: ສົມ​ຫວັງ/ຂ​ປ​ລ)