ບຸນປີໃໝ່ລາວທີ່ຫວຽດນາມ

ບຸນປີໃໝ່ລາວທີ່ຫວຽດນາມ

ຍສໝ - ດ້ວຍຄວາມເບີກບານມ່ວນຊື່ນ ແລະ ຄວາມຮູ້ສຶກຄືກັບການຕ້ອນຮັບປີໃຫມ່ຢູ່ລາວ ... ນີ້ກໍ່ແມ່ນຄວາມຮູ້ສຶກຂອງນັກສຶກສາລາວແຕ່ລະຄົນທີ່ກໍາລັງມີການຮໍ່າຮຽນສຶກສາຢູ່ບັນດາໂຮງຮຽນມະຫາວິທະຍາໄລ ແລະ ວິທະຍາໄລ ທີ່ຮ່າໂນ້ຍ ໃນການຕ້ອນຮັບປີໃໝ່ລາວຢູ່ຫວຽດນາມ.

ການແຂ່ງຂັນບານສົ່ງມິດຕະພາບຫວຽດນາມ - ລາວ - ກໍາປູເຈຍ

ການແຂ່ງຂັນບານສົ່ງມິດຕະພາບຫວຽດນາມ - ລາວ - ກໍາປູເຈຍ

ຍສໝ-ເນື່ອງໃນໂອກາດຕ້ອນຮັບປີໃໝ່ລາວ ແລະ ປີໃໝ່ກໍາປູເຈຍ (ວັນທີ 14/04 - 16/04/2019), ໃນຕອນເຊົ້າຂອງວັນທີ 30 ມີນາ 2019, ທີ່ສູນນັກສຶກສາສາກົນ 2, ຮ່າໂນ້ຍ, ຄະນະນັກສຶກສາລາວ ແລະ ຄະນະນັກສຶກສາກໍາປູເຈຍ ໄດ້ສົມທົບຈັດການແຂ່ງຂັນບານສົ່ງມິດຕະພາບລະຫວ່າງສາມປະເທດມີລາວ - ກໍາປູເຈຍ - ຫວຽດນາມ.

ຄັ້ງປະຫວັດສາດ ສຳລັບວົງການບານເຕະຍິງ ທີມຊາດຍິງ​ ລາວ​ ຮຸ່ນ ອາຍຸ​ບໍ່ເກີນ​ 17​ ປີ​ ​ ຄວ້າແຊ້ມ ຢູ່ຮົງກົງ

ຄັ້ງປະຫວັດສາດ ສຳລັບວົງການບານເຕະຍິງ ທີມຊາດຍິງ​ ລາວ​ ຮຸ່ນ ອາຍຸ​ບໍ່ເກີນ​ 17​ ປີ​ ​ ຄວ້າແຊ້ມ ຢູ່ຮົງກົງ

ການ​ແຂ່ງ​ຂັນ Jockey Club Girls’ International Youth Invitational Football Tournament 2019 ຢູ່​ທີ່​ເຂດ​ເສດ​ຖະ​ກິດ​ພິ​ເສດ ຮົງກົງ ເຊິ່ງຈັດ​ຂຶ້ນ​ໃນ​ລະ​ຫວ່າງວັນ​ທີ 28 – 31 ມີນາ 2019 ເຊິ່ງ 4 ທີມ​ເຂົ້າ​ຮ່ວມ​ປະ​ກອບ​ມີ: ຮົງ​ກົງ ( ເຈົ້າ​ພາບ), ລາວ, ກວມ ແລະ ນອ​ສ​ເທີນ ມາ​ເຣຍ​ນາ ໂດຍ​ຮູບ​ແບບ​ການ​ແຂ່ງ​ຂັນ​ແມ່ນ​ແຂ່ງ​ຂັນ​ແບບ​ພົບ​ກັນ​ຫມົດ.

ງານພົບປະແລກປ່ຽນວັດທະນະທໍາ ຫວຽດນາມ-ລາວ-ກໍາປູເຈຍ

ງານພົບປະແລກປ່ຽນວັດທະນະທໍາ ຫວຽດນາມ-ລາວ-ກໍາປູເຈຍ

ຍສໝ - ວັນທີ 31 ມີນາ, ຢູ່ ມະຫາວິທະຍາໄລ ໂຕນ ດຶ໋ກ ຖັງ, ຄະນະຊາວໜູ່ມ ນະຄອນໂຮ່ຈີ໋ມິງ ໄດ້ຈັດ ງານບຸນພົບປະແລກປ່ຽນ ວັດທະນະທໍາ ຫວຽດນາມ-ລາວ-ກໍາປຸເຈຍ ປີ 2019.

ລາວ-ຫວຽດນາມ ຮ່ວມມືວຽກງານຊາຍແດນ

ລາວ-ຫວຽດນາມ ຮ່ວມມືວຽກງານຊາຍແດນ

ຍສໝ - ວັນທີ 25 ທັນວາ ຢູ່ເທດສະບານເມືອງລາວບາວ, ແຂວງກວ້າງຈິ ໄດ້ດຳເນີນ ກອງປະຊະຊຸມ ມອບຮັບ ແຜນວາດສະບັບສົມບູນ ແລະ ເປັນເອກກະພາບແບ່ງປັນໜ້າທີ່, ຄຸ້ມຄອງ ວຽກງານປົກປັກຮັກສາ ຫຼັກໝາຍຊາຍແດນ ລະຫວ່າງ ແຂວງກວ້າງຈິ ສສ ຫວຽດນາມ ແລະ ສອງແຂວງຂອງ ສປປ ລາວ ຄື ແຂວງສະຫວັນນະເຂດ, ແຂວງສາລະວັນ.

ຫວຽດນາມ - ລາວ ເພີ່ມທະວີການຮ່ວມມືຕ້ານ ແລະ ສະກັດກັ້ນຢາເສບຕິດ ຕາມເຂດຊາຍແດນ

ຫວຽດນາມ - ລາວ ເພີ່ມທະວີການຮ່ວມມືຕ້ານ ແລະ ສະກັດກັ້ນຢາເສບຕິດ ຕາມເຂດຊາຍແດນ

ຍສມ - ນີ້ແມ່ນເນື້ອໃນຂອງກອງປະຊຸມສາມັນ ຄັ້ງທີ 12 ປະຈຳປີ 2018 ກ່ຽວກັບວຽກງານຕ້ານ ແລະ ສະກັດກັ້ນ ຢາເສບຕິດ ລະຫວ່າງ ກົມຕໍາຫຼວດສືບສວນອາຊະຍາກໍາຢາເສບຕິດ (ກະຊວງຕໍາຫຼວດ); ກົມຕ້ານ - ສະກັດກັ້ນຢາເສບຕິດ ແລະ ອາຊະຍາກໍາ, ກອງບັນຊາການທະຫານຊາຍແດນ ກັບ ກົມຕ້ານ ແລະ ສະກັດກັ້ນຢາເສບຕິດ, ກົມໃຫຍ່ຕໍາຫຼວດ, ກະຊວງປ້ອງກັນຄວາມສະຫງົບລາວ ໄດ້ໄຂຂຶ້ນໃນຕອນເຊົ້າຂອງວັນທີ 26 ເດືອນ ທັນວາ ປີ 2018 ທີ່ ຮ່າໂນ້ຍ.

ລາວ ເນັ້ນ

ລາວ ເນັ້ນ "ເອົາປະຊາຊົນເປັນກົກ, ເອົາຊົນນະບົດ ເປັນເປົ້າໝາຍ" ໃນການລົບລ້າງຄວາມທຸກຍາກ

ໃນ​ວັນ​ທີ 26 ທັນ​ວາ 2018 ທີ່​​ສຳ​ນັກ​ງານ​ຍາ​ຍົກ​ລັດ​ຖະ​ມົນ​ຕີ ທ່ານ ທອງ​ລຸນ ສີ​ສຸ​ລິດ ນາ​ຍົກ​ລັດ​ຖະ​ມົນ​ຕີ ​ແຫ່ງ ສ​ປ​ປ ລາວ ແລະໃນ​ນາມ​ເຄີຍ​ເປັນ​ຜູ້​ຊີ້​ນຳ ກອງ​ທຶນ​ລົບ​ລ້າງ​ຄວາ​ມ​ທຸກ​ຍາກ ແຕ່​ປີ 2003-2006 ໄດ້​ໃຫ້​ສຳ​ພາດ​ຕໍ່​ສື່ມວນ​ຊົນ​ລາວ ​ໃນ​ໂອ​ກາດ​ວັນ​ສ້າງ​ຕັ້ງ ​ກອງ​ທຶນ​ລົບ​ລ້າງ​ຄວາມ​ທຸກ​ຍາກ ຄົບ​ຮອບ 15 ປີ ວ່າ: ພັກ​ ແລະ ລັດ​ຖະ​ບານ ​ໄດ້​ຖື​ວ່າເອົາ​ປະ​ຊາ​ຊົນ​ເປັນ​ກົກ ເອົາ​ຊົນ​ນະ​ບົດ​ເປັນ​ເປົ້າ ​ໝາຍໃນ​ການ​ພັດ​ທະ​ນາ​ປະ​ເທດ ແລະ ທຸກ​ສິ່ງ​ທຸກ​ຢ່າງ​ຕ້ອງ​ເຮັດ​ໃຫ້​ປະ​ຊາ​ຊົນ​ຄ່ອຍ​ຫລຸດ​ພົ້ນ ​ອອກ​ຈາກ​ຄວາມ​ທຸກ​ຍາກ ແລະ ພະ​ຍາ​ຍາມ​ເອົາ​ປະ​ເທດ​ເຮົາ​ຄ່ອຍໆ ​ກ້າວ​ຂຶ້ນ​ໃຫ້​ເປັນ​ປະ​ເທດ​ທີ່​ຫລຸດ​ພົ້ນ​ອອກ​ຈາກ​ສະ​ຖາ​ນະ​ພາບ​ດ້ອຍ​ພັດ​ທະ​ນາ.

ປະທານສູນກາງແນວລາວສ້າງຊາດ ຕ້ອນຮັບ ອະດີດ ຮອງຫົວໜ້າ ຄະນະພົວພັນຕ່າງປະເທດ ສູນກາງພັກກອມມູນິດ ຫວຽດນາມ

ປະທານສູນກາງແນວລາວສ້າງຊາດ ຕ້ອນຮັບ ອະດີດ ຮອງຫົວໜ້າ ຄະນະພົວພັນຕ່າງປະເທດ ສູນກາງພັກກອມມູນິດ ຫວຽດນາມ

ໃນ​ວັນ​ທີ 25 ທັນ​ວາ 2018, ສະຫາຍ ໄຊສົມພອນ ພົມວິຫານ, ກຳມະການກົມການ ເມືອງສູນກາງພັກ, ປະທານສູນກາງແນວລາວສ້າງຊາດ ໄດ້​ໃຫ້​ກຽດ​ຕ້ອນ​ຮັບ​ ສະຫາຍ ຟາມ ວັນເຈືອງ ອະດີດຮອງຫົວໜ້າ ຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຫວຽດນາມ, ຮອງປະທານຄະນະສັນຕິພາບ ຫວຽດນາມ ພ້ອມ​ດ້ວຍ​ຄະ​ນະ ​ໃນ​ໂອ​ກາດ​​ເດີນ​ທາງ​ມາ​ຢ້ຽມ​ຢາມ ແລະ ເຮັດ​ວຽກ ຢູ່ ສ​ປ​ປ ລາວ ລະ​ຫວ່າງວັນ​ທີ 24-28 ທັນ​ວາ 2018.

ລາວ-ຫວຽດນາມ ມອບ-ຮັບສະຖານີເຄືອຂ່າຍສົ່ງຕໍ່ສັນຍານວິທະຍຸ – ໂທລະພາບຢູ່ແຂວງສະຫວັນນະເຂດ

ລາວ-ຫວຽດນາມ ມອບ-ຮັບສະຖານີເຄືອຂ່າຍສົ່ງຕໍ່ສັນຍານວິທະຍຸ – ໂທລະພາບຢູ່ແຂວງສະຫວັນນະເຂດ

ໃນຕອນເຊົ້າຂອງວັນທີ 24 ທັນວາ 2018, ພິທີມອບ-ຮັບສະຖານີເຄືອຂ່າຍສົ່ງຕໍ່ສັນຍານວິທະຍຸ – ໂທລະພາບ ໄດ້ຈັດຂຶ້ນຢ່າງເປັນທາງການ ທີ່ບ້ານ ໂພໄຊ, ເມືອງພະລານໄຊ, ແຂວງສະຫວັນນະເຂດ, ໂດຍການເປັນປະທານ ຂອງທ່ານ ສະຫວັນຄອນ ຣາຊມຸນຕີ, ຮອງລັດຖະມົນຕີກະຊວງຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ, ໂດຍມີທ່ານ ຄຳເຜີຍ ແກ້ວກິນນາລີ, ຮອງປະທານຄະນະກຳມາທິການຮ່ວມມືລາວ – ຫວຽດນາມ, ບັນດາທ່ານໃນຄະນະນຳຂອງກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ, ຄະນະນຳຈາກວິທະຍຸ – ໂທລະພາບແຫ່ງຊາດລາວ, ການນຳແຂວງ ແລະ ເມືອງພະລານໄຊ ແຂວງສະຫວັນນະເຂດ, ຜູ້ອຳນວຍການໃຫຍ່ບໍລິສັດ Emico, ຜູ້ອຳນວຍການວິທະຍຸກະຈາຍສຽງພາກກາງ – ພາກເໜືອຫວຽດນາມ ພ້ອມດ້ວຍແຂກຖືກເຊີນ.

ແຂວງອັດຕະປື ຈັດງານປີທ່ອງທ່ຽວລາວ 2018

ແຂວງອັດຕະປື ຈັດງານປີທ່ອງທ່ຽວລາວ 2018

ຕອນຄ່ຳວັນທີ 24 ທັນວາ 2018 ແຂວງອັດຕະປື ຈັດງານປີທ່ອງທ່ຽວລາວ 2018 ພ້ອມບຸນນະມັດສະການ ພະເຈົ້າໄຊຍະເຊດຖາທິຣາດ ຂຶ້ນທີ່ ວັດທ່າພະໄຊ ເມືອງໄຊເຊດຖາ, ເປັນໃຫ້ກຽດ ເຂົ້າຮ່ວມມີ ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ, ປະທານຄະນະຊີ້ນໍາລະດັບຊາດຈັດງານປີທ່ອງທ່ຽວລາວ, ມີ ທ່ານ ຈູມມາລີ ໄຊຍະສອນ ອະດີດປະທານປະເທດ ແລະ ພັນລະຍາ, ທ່ານ ເລັດ ໄຊຍະພອນ ເຈົ້າແຂວງອັດຕະປື, ຜູ້ຕາງໜ້າ ຈາກບັນດາແຂວງໃກ້ຄຽງ, ແຂກພາຍໃນ ແລະ ຕ່າງປະເທດ, ພ້ອມດ້ວຍສື່ມວນຊົນເຂົ້າຮ່ວມ.

ຄະນະຜູ້ແທນ ຄະນະກຳມະການສັນຕິພາບຫວຽດນາມ ຢ້ຽມຢາມ ສປປ ລາວ

ຄະນະຜູ້ແທນ ຄະນະກຳມະການສັນຕິພາບຫວຽດນາມ ຢ້ຽມຢາມ ສປປ ລາວ

ໂດຍຕອບສະໜອງຕາມຄຳເຊີນ ຂອງ ຄະນະສັນຕິພາບ ແລະ ສາມັກຄີຂອງລາວ, ຄະນະຜູ້ແທນຄະນະສັນຕິພາບ ຫວຽດນາມ ນຳໂດຍ ສະຫາຍ ຟາມ ວັນເຈືອງ, ອາດີດຮອງຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ, ຮອງປະທານຄະນະສັນຕິພາບ ຫວຽດນາມ ໄດ້ມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ລະຫວ່າງ ວັນທີ 24-28 ທັນວາ 2018.

ເພີ່ມທະວີສາຍພົວພັນຮ່ວມມື ລະຫວ່າງ  2 ອົງການແນວໂຮມຫວຽດນາມ - ລາວ

ເພີ່ມທະວີສາຍພົວພັນຮ່ວມມື ລະຫວ່າງ 2 ອົງການແນວໂຮມຫວຽດນາມ - ລາວ

ຍສໝ - ໃນວັນທີ 24 ທັນວາ, ສະຫາຍ ເຈິ່ນແທງເໝີນ ກຳມະການສູນກາງພັກ, ປະທານຄະນະກຳມະການສູນກາງແນວໂຮມຊາດຫວຽດນາມ ໄດ້ເປັນປະທານໃນການຕ້ອນຮັບ ຄະນະຜູ້ແທນຂັ້ນສູງ ຂອງ ສູນກາງແນວລາວ ສ້າງຊາດ, ໂດຍທ່ານ ຄຳໃບ ດຳລັດ, ຮອງປະທານຜູ້ປະຈຳການສູນກາງແນວລາວ ສ້າງຊາດ ເປັນຫົວໜ້າຄະນະ ມາຢ້ຽມຢາມ ແລະ ເຮັດວຽກຢູ່ຫວຽດນາມ.

ລາວ-ຫວຽດນາມ ຮ່ວມມືດ້ານການປົກຮັກສາປ່າ ລຽບຕາມແນວຊາຍແດນ

ລາວ-ຫວຽດນາມ ຮ່ວມມືດ້ານການປົກຮັກສາປ່າ ລຽບຕາມແນວຊາຍແດນ

ຍສໝ - ຕອນເຊົ້າຂອງວັນທີ 24 ທັນວາ , ຢູ່ ພະແນກ ກະສິກຳ ແລະ ພັດທະນາຊົນນະບົດ ແຂວງຮ່າຕິ໋ງ ໄດ້ຈັດກອງປະຊຸມຕີລາຄາ ໝາກຜົນຂອງການປະຕິບັດ ກົດລະບຽບ ວ່າດ້ວຍການ ປະສານສົມທົບກັນຄຸ້ມຄອງ, ປົກປັກຮັກສາປ່າ ຢູ່ ເຂດຊາຍແດນ ຂອງບັນດາແຂວງ ຮ່າຕິ໋ງ ສສ ຫວຽດນາມ ແລະ ແຂວງບໍລິຄຳໄຊ, ຄຳມ່ວນ .

ຫ້ອງຮຽນພາສາຫວຽດ ຢູ່ ລາວ

ຫ້ອງຮຽນພາສາຫວຽດ ຢູ່ ລາວ

ເພື່ອແນໃສ່ຮັກສາເກົ້າເຄົ້າຂອງຕົນ, ນັກຮຽນຫຼາຍຮ້ອຍຄົນຢູ່ສະຫວັນນະເຂດ(ລາວ) ແຕ່ລະມື້ຍັງຄົງຮຽນພາສາຫວຽດ ກັບ ຄູອາຈານ ແຂວງກວ້າງຈິ.

ຊາວໜຸ່ມ ຫວຽດນາມ-ລາວ ຍາມໃດກໍ່ມີຄວາມສາມັກຄີ, ສັດຊື່ຈິງໃຈ ແລະ ມີຄວາມສະໜິດແໜ້ນໃນການເສີມສ້າງ ມິດຕະພາບ

ຊາວໜຸ່ມ ຫວຽດນາມ-ລາວ ຍາມໃດກໍ່ມີຄວາມສາມັກຄີ, ສັດຊື່ຈິງໃຈ ແລະ ມີຄວາມສະໜິດແໜ້ນໃນການເສີມສ້າງ ມິດຕະພາບ

ຄະນະຊາວໜຸ່ມ ແລະ ບັນດາຄົນລຸ້ນໃໝ່ ຂອງທັງສອງປະເທດຍາມໃດກໍ່ຈະສາມັກຄີ, ຊື່ສັດ, ສະໜິດແໜ້ນ ແລະ ຮ່ວມແຮງຮ່ວມໃຈ ປະກອບສ່ວນແຕ່ງແຕ້ມ ແລະ ເສີມຂະຫຍາຍ ສາຍພົວພັນ “ມິດຕະພາບ ອັນຍິ່ງໃຫຍ່- ນຳ້ໃຈສາມັກຄີພິເສດ-ຮ່ວມມືຮອບດ້ານ” ລະຫວ່າງ ພັກ-ລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ.

ຫວຽດນາມ-ລາວ ຮ່ວມລາດຕະເວນສອງຝ່າຍ  ເພື່ອ ປົກປັກຮັກສາເສັ້ນຊາຍແດນ

ຫວຽດນາມ-ລາວ ຮ່ວມລາດຕະເວນສອງຝ່າຍ ເພື່ອ ປົກປັກຮັກສາເສັ້ນຊາຍແດນ

ຍສໝ - ແຕ່ວັນທີ 19-21 ທັນວາ, ຄ້າຍທະຫານຊາຍແດນ ຕາມເຫີບ, ທະຫານຊາຍແດນ ແຂວງເຫງະອານ ສສ ຫວຽດນາມ ໄດ້ປະສານສົມທົບ ກັບ ກອງຮ້ອຍທະຫານຊາຍແດນ 251, ກອງບັນຊາການທະຫານແຂວງບໍລິຄໍາໄຊ ຈັດຕັ້ງ ການລາດຕະເວນ ຮ່ວມສອງຝ່າຍ, ກວດກາລະບົບເສັ້ນຊາຍແດນ, ຫຼັກໝາຍຊາຍແດນ ເພື່ອປົກປັກຮັກສາເສັ້ນຊາຍແດນ ຫວຽດນາມ-ລາວ.

ຍູ້ແຮງການຮ່ວມມືລະຫວ່າງກະຊວງຕຳຫຼວດຫວຽດນາມ ແລະກະຊວງປ້ອງກັນ ຄວາມສະຫງົບລາວ

ຍູ້ແຮງການຮ່ວມມືລະຫວ່າງກະຊວງຕຳຫຼວດຫວຽດນາມ ແລະກະຊວງປ້ອງກັນ ຄວາມສະຫງົບລາວ

ຕອນບ່າຍວັນທີ 21 ທັນວາ, ຢູ່ຮ່າໂນ້ຍ, ທ່ານພົນໂທ ໂຕເລິມ, ລັດ ຖະມົນຕີກະຊວງຕຳຫຼວດຫວຽດນາມ ໄດ້ໃຫ້ການຕ້ອນຮັບທ່ານພັນເອກ ຈັນທອງ ຫົງຄຳ, ຫົວໜ້າຜູ້ຕາງໜ້າກະຊວງປ້ອງກັນຄວາມສະຫງົບແຫ່ງ ສປປ ລາວ ປະຈຳ ຫວຽດນາມ ເຂົ້າຢ້ຽມອຳລາເນື່ອງໃນໂອກາດສິ້ນສຸດອາຍຸການປະຕິບັດງານ ແລະ ທ່ານພັນເອກ ບຸນລຳໄພ ໄຊສົມບັດ ເປັນຫົວໜ້າອົງການຜູ້ຕາງໜ້າກະຊວງປ້ອງກັນຄວາມສະຫງົບແຫ່ງ ສປປ ລາວ ປະຈຳ ຫວຽດນາມ ຄົນໃໝ່.

ແລກປ່ຽນບົດຮຽນກ່ຽວກັບວຽກງານສາສະໜາລະຫວ່າງບັນດາແຂວງຊາຍແດນ ຫວຽດນາມ - ລາວ

ແລກປ່ຽນບົດຮຽນກ່ຽວກັບວຽກງານສາສະໜາລະຫວ່າງບັນດາແຂວງຊາຍແດນ ຫວຽດນາມ - ລາວ

ວັນທີ 21 ທັນວາ, ຢູ່ນະຄອນເຫວ້, ຄະນະສາສະໜາລັດຖະບານ ຫວຽດນາມ ແລະ ຄະນະກຳມະການສູນກາງແນວລາວສ້າງຊາດ ໄດ້ຈັດຕັ້ງກອງປະຊຸມແລກປ່ຽນບົດຮຽນກ່ຽວກັບວຽກງານສາສະໜາລະຫວ່າງບັນດາແຂວງຊາຍແດນຫວຽດນາມ - ລາວ.

ການໂອ້ລົມສົນທະນາຂັ້ນສູງລະຫວ່າງ ສູນກາງຊາວໜຸ່ມກອມມູນິດ ໂຮ່ຈີມິນ ແລະ ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ

ການໂອ້ລົມສົນທະນາຂັ້ນສູງລະຫວ່າງ ສູນກາງຊາວໜຸ່ມກອມມູນິດ ໂຮ່ຈີມິນ ແລະ ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ

ສະມາຊິກຊາວໜຸ່ມແຕ່ລະຄົນ ແມ່ນທູດຜູ້ໜຶ່ງເພື່ອເພີ່ມພູນຄູນສ້າງນໍ້າໃຈ “ໄມຕີຈິດມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີີແບບພິເສດ ແລະ ການຮ່ວມມືຮອບດ້ານ” ລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງປະເທດ.

ລາວ-ຫວຽດນາມ  ກະກຽມເນື້ອໃນກອງປະຊຸມຄັ້ງທີ  ປະຈຳປີ 2019

ລາວ-ຫວຽດນາມ ກະກຽມເນື້ອໃນກອງປະຊຸມຄັ້ງທີ ປະຈຳປີ 2019

ໃນວັນທີ 21 ທັນວາ 2018, ໂດຍຕອບສະໜອງຕາມຄຳເຊີນຂອງ ສະຫາຍ ຄຳເຜີຍ ແກ້ວກິນນາລີ , ຮອງປະທານ ຜູ້ປະຈຳການ ຄະນະກຳມະການຮ່ວມມື ລາວ-ຫວຽດນາມ; ສະຫາຍ ຫງວຽນ ວັນ ຈຸງ, ຮອງລັດຖະມົນຕີ ກະຊວງແຜນການ ແລະ ການລົງທືນ , ຮອງປະທານ ຄະນະກຳມະການຮ່ວມມື ຫວຽດນາມ-ລາວ ໄດ້ນຳພາຄະນະວິຊາການ ຫວຽດນາມ ມາຢ້ຽມຢາມ ແລະ ເຮັດວຽກ ຢູ່ ນະຄອນຫຼວງວຽງຈັນ ສປປ ລາວ.