ຫວຽດນາມ-ລາວ ເພີ່ມທະວີການພົວພັນຮ່ວມມືຮອບດ້ານ
ຕອນບ່າຍວັນທີ 19 ເມສາ, ທ່ານ ຈີ້ງວັນຈ໊ຽນ, ເລຂາພັກແຂວງ, ປະທານສະພາປະຊາຊົນແຂວງແທງຮວ໊າ ໄດ້ໃຫ້ການຕ້ອນຮັບຄະນະຜູ້ແທນສະພາປະຊາຊົນແຂວງຫົວພັນ ນຳໂດຍທ່ານ ຄໍາວອນ ບຸນທະວົງ, ຮອງເລຂາພັກແຂວງ, ປະທານສະພາປະຊາຊົນແຂວງຫົວພັນ.
ຕອນບ່າຍວັນທີ 19 ເມສາ, ທ່ານ ຈີ້ງວັນຈ໊ຽນ, ເລຂາພັກແຂວງ, ປະທານສະພາປະຊາຊົນແຂວງແທງຮວ໊າ ໄດ້ໃຫ້ການຕ້ອນຮັບຄະນະຜູ້ແທນສະພາປະຊາຊົນແຂວງຫົວພັນ ນຳໂດຍທ່ານ ຄໍາວອນ ບຸນທະວົງ, ຮອງເລຂາພັກແຂວງ, ປະທານສະພາປະຊາຊົນແຂວງຫົວພັນ.
ນັກກີລາຍົກນ້ຳທີມຊາດລາວທັງ 2 ຄົນ ເປັນຊຸດກະກຽມເຂົ້າຮ່ວມການແຂ່ງຂັນງານມະຫະກຳກີລາຊີເກມ ຄັ້ງທີ 30 ທີ່ປະເທດຟີລິບປິນ.
ທີ່ການຕ້ອນຮັບທ່ານນາງ ພິມພາ ແກ້ວມີໄຊ ຫົວໜ້າສະຖານກົງສູນໃຫຍ່ລາວ ປະຈໍາ ນະຄອນໂຮ່ຈີມິນ ທີ່ດໍາເນີນໃນວັນທີ 17 ເມສາ, ທ່ານ ຫງວຽນທ້ຽນເຍີນ ກໍາມະການກົມການເມືອງ, ເລຂາພັກນະຄອນໂຮ່ຈີມິນ ຢືນຢັນວ່າ: ນະຄອນໂຮ່ຈີມິນ ພ້ອມແລ້ວທີ່ຈະແບ່ງປັນບົດຮຽນກ່ຽວກັບການບໍາລຸງສ້າງແຫຼ່ງຊັບພະຍາກອນມະນຸດ, ການສຶກສາ, ສາທາລະນະສຸກກັບລາວ.
ປະຊາຊົນລາວບັນດາເຜົ່າໃນຂອບເຂດທົ່ວປະເທດໄດ້ຮ່ວມໃຈກັນສະເຫຼີມສະຫຼອງບຸນປີໃໝ່ລາວ ພສ 2562, ຊຶ່ງປີນີ້ໄດ້ຈັດຂຶ້ນໃນລະຫວ່າງວັນທີ 14-16 ເມສາ 2019 ຢ່າງເບີກບານມ່ວນຊື່ນ.
ສຸກສາລາທະຫານ ແລະປະຊາຊົນມິດຕະພາບຢູ່ເຂດຊາຍແດນຫວຽດນາມ - ລາວ ໄດ້ຮັບການກໍ່ສ້າງຢູ່ຕາແສງຊາຍແດນລ໊ອງເຊີ້ບ, ເມືອງມົກເຈົາ, ແຂວງເຊີນລາ, ເພື່ອສ້າງຄວາມສະດວກໃຫ້ແກ່ການສົ່ງເສີມສຸຂະພາບໃຫ້ພະນັກງານ, ນັກຮົບທີ່ປະຕິບັດໜ້າທີ່ປົກປັກຮັກສາຊາຍແດນຂອງປະເທດຊາດ ແລະພໍ່ແມ່ປະຊາຊົນບັນດາເຜົ່າຢູ່ບໍລິເວນຕັ້ງທັບກໍຄືປະຊາຊົນເຂດຊາຍແດນປະເທດເພື່ອນລາວ.
ສູນພັດທະນາເຫັດທີ່ເປັນອາຫານ, ເຫັດເພື່ອຜະລິດຢາ (ພະແນກວິທະຍາສາດ ແລະເຕັກໂນໂລຢີແຂວງຮ່າຕີ໋ງ) ຫາກໍ່ຜັນຂະຫຍາຍໂຄງການຮ່ວມມືຄົ້ນຄວ້າໝູນໃຊ້ວິທະຍາສາດ ແລະເຕັກໂນໂລຢີຜະລິດເຫັດທີ່ເປັນອາຫານ ແລະເຫັດເພື່ອຜະລິດຢາ ແລະລ້ຽງໂອງຢູ່ແຂວງບໍລິຄໍາໄຊ (ປະເທດລາວ).
ຍສໝ - ວັນທີ 12 ເມສາ 2019, ໂຮງຮຽນມະຫາວິທະຍາໄລພາສາຕ່າງປະເທດ - ມະຫາວິທະຍາໄລແຫ່ງຊາດຮ່າໂນ້ຍຈັດງານຕ້ອນຮັບປີໃໝ່ລາວ 2019.
ຍສໝ - ໃນວັນທີ 14 ເມສາ, ໂຮງຮຽນ T78 ໄດ້ຈັດງານຕ້ອນຮັບປີໃໝ່ລາວໃຫ້ແກ່ນັກສຶກສາລາວທີ່ກໍາລັງຮໍ່າຮຽນສຶກສາຢູ່ໂຮງຮຽນ T78.
ຍສໝ - ເນື່ອງໃນໂອດາກປີໃໝ່ລາວ 2019, ບັນດາກົມກອງທະຫານຊາຍແດນເຫງ້ງານມາອວຍພອນປີໃໝ່ລາວໃຫ້ແກ່ອໍານາດການປົກຄອງ ແລະ ປະຊາຊົນເມືອງເມື່ອງໂມກ ແຂວງຊຽງຂວາງ ລາວ.
ຍສໝ - ມະຫາວິທະຍາໄລ ໄຕບັກ ໄດ້ຈັດຕັ້ງບຸນປີໃໝ່ລາວ ໃຫ້ບັນດານັກສຶກສາລາວ ກໍາລັງຮ່ຳຮຽນສຶກສາຢູ່ແຂວງ ເຊີນລາ ນັບຮ້ອຍໆຄົນ.
ຕອນບ່າຍວັນທີ 14 ເມສາ, ຄະນະປະຕິບັດງານ ຄະນະກໍາມະການສູນກາງແນວລາວສ້າງຊາດ ໂດຍທ່ານ ໄຊສົມພອນ ພົມວິຫານ, ປະທານຄະນະກໍາມະການສູນກາງແນວລາວສ້າງຊາດ ນໍາໜ້າໄດ້ໄປຖະຫວາຍທູບທຽນ, ດອກໄມ້ຢູ່ເຂດປູຊະນີຍະສະຖານກິມລຽນ.
ວັນທີ 13 ເມສາ, ມີນັກສຶກສາລາວທີ່ພວມຮໍ່າຮຽນ ແລະເຮັດວຽກຢູ່ແຂວງກວາງບີ່ງ ກວ່າ 300 ຄົນໄດ້ຕ້ອນຮັບປີໃໝ່ປະຈໍາຊາດໃນບັນຍາກາດທີ່ຄືກຄື້ນມ່ວນຊື່ນຫຼາຍ.
ເພື່ອດຶງດູດນັກທ່ຽວທ່ອງພາຍໃນ ແລະ ຕ່າງປະເທດ ໃຫ້ລັ່ງໄຫຼເຂົ້າມາທ່ຽວຊົມບຸນປະເພນີຂອງຊາດລາວເຮົາໃຫ້ຫຼາຍຂຶ້ນ ພະແນກຕຳຫຼວດຈະລາຈອນ ນວ ຈຶ່ງໄດ້ຈັດກຳລັງເຈົ້າໜ້າທີ່ຈະລາຈອນທີ່ເຂົ້າປ້ອງກັນ ໃນງານບຸນປີໃໝ່ລາວ ທັງໝົດ 588 ຄົນ ຍິງ 33 ຄົນ.
ໃນໂອກາດບຸນປີໃໝ່ລາວ ພສ 2562 ອາສາກູ້ໄພນະຄອນຫຼວງວຽງຈັນ (ນວ) ໄດ້ກະກຽມຮັບໃຊ້ຊ່ວຍເຫຼືອສັງຄົມຫຼາຍດ້ານ ໂດຍໄດ້ແບ່ງກຳລັງການເຄື່ອນໄຫວຊ່ວຍເຫຼືອຜູ້ປະສົບໄພທັງໝົດອອກເປັນ 5 ຈຸດ ແລະ ມີອາສາສະໝັກ 185 ຄົນ.
ຍສໝ - ວັນທີ 12 ເມສາ, ທີ່ໂຮງຮຽນມະຫາວິທະຍາໄລສ້າງຄູ-ມະຫາວິທະຍາໄລທ໊າຍງວຽນ, ສະມາຄົມມິດຕະພາບຫວຽດນາມ - ລາວ ແຂວງທ໊າຍງວຽນ ໄດ້ຈັດການພົບປະສັງສັນ, ຕ້ອນຮັບບຸນປີໃໝ່ລາວ ພສ 2562.
ຍສໝ - ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໄດ້ອວຍພອນປີໃໝ່ທ່ານນາຍົກລັດຖະມົນຕີລາວ ທອງລຸນ ສິສຸລິດ ແລະ ທ່ານນາຍົກລັດຖະມົນຕີກຳປູເຈຍ Samdech Techo Hunsen.
ທ່ານ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່ ປະທານປະເທດ ໄດ້ອວຍພອນພີ່ນ້ອງຮ່ວມຊາດ ແລະ ເພື່ອນມິດສາກົນ ເນື່ອງໃນໂອກາດສົ່ງທ້າຍປີເກົ່າ ປີຈໍ ແລະ ຕ້ອນຮັບປີໃໝ່ ປີກຸນ ພສ 2562 ເມື່ອວັນທີ 11 ເມສານີ້ ທີ່ທຳນຽບປະທານປະເທດ.
ບໍລິສັດ ຊີເອັນພີຂາເຂົ້າ-ຂາອອກ ຈຳກັດ ໄດ້ຮັບຜິດຊອບຈັດກິດຈະກຳສະເຫຼີມສະຫຼອງປີໃໝ່ລາວ ທີ່ຫາດຊາຍດອນຈັນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ໃນປີ 2019.
ຍສໝ - ບຸນປີໃໝ່ ແມ່ນໂອກາດເພື່ອໃຫ້ປະຊາຊົນບັນດາປະເທດ ກໍາປູເຈຍ, ລາວ, ມຽນມາ, ໄທ ແລະ ຫວຽດນາມ ສະແດງອາລົມຈິດ, ຄວາມສາມັກຄີ ແລະ ເປັນເອກະພາບ.
ຍສໝ - ບັນນຍາກາດການພົບປະສັງສັນອັນເຕັມໄປດ້ວຍຄວາມເບີກບານມ່ວນຊື່ນ, ຄຶກຄື້ນ, ເປັນກຳລັງໃຈໃຫ້ແກ່ບັນດານັກສຶກສາລາວ, ໄທ, ມຽນມາ ທີ່ພວມຮ່ຳຮຽນຢູ່ນະຄອນ ຫ໋າຍຟ່ອງ.