ຫ໋າຍຟ່ອງເສີມຂະຫຍາຍການພົວພັນອັນດີງາມກັບປະຊາຊົນ ລາວ, ໄທ ແລະ ມຽນມາ

17:49 | 12/04/2019

ຍສໝ - ບັນນຍາກາດການພົບປະສັງສັນອັນເຕັມໄປດ້ວຍຄວາມເບີກບານມ່ວນຊື່ນ, ຄຶກຄື້ນ, ເປັນກຳລັງໃຈໃຫ້ແກ່ບັນດານັກສຶກສາລາວ, ໄທ, ມຽນມາ ທີ່ພວມຮ່ຳຮຽນຢູ່ນະຄອນ ຫ໋າຍຟ່ອງ.

ຫ໋າຍຟ່ອງເສີມຂະຫຍາຍການພົວພັນອັນດີງາມກັບປະຊາຊົນ ລາວ, ໄທ ແລະ ມຽນມາ

ການພົບປະສັງສັນ. ພາບ: thanhphohaiphong.gov.vn

ໃນຕອນບ່າຍຂອງວັນທີ 11 ເມສາ, ທີ່ຫ໋າຍຟ່ອງ. ສະຫະພັນອົງການມິດຕະພາບນະຄອນຫ໋າຍຟ່ອງ ໄດ້ສົມທົບກັບພະແນກພົວພັນຕ່າງປະເທດ, ສະມາຄົມມິດຕະພາບ ຫວຽດນາມ - ລາວ ແລະ ບັນດາໂຮງຮຽນມະຫາວິທະຍາໄລໃນຂອບເຂດນະຄອນຈັດຕັ້ງການພົບປະສັງສັນ, ມິດຕະພາບກັບບັນດານັກສຶກສາລາວ, ໄທ ແລະ ມຽນມາ ທີ່ກໍາລັງຮ່ຳຮຽນສຶກສາຢູ່ ຫ໋າຍຟ່ອງ ເນື່ອງໃນໂອກາດບຸນປີໃໝ່ຂອງປະຊາຊົນ ລາວ, ໄທ ແລະ ມຽນມາ.

ການພົບປະສັງສັນບໍ່ພຽງແຕ່ນຳມາດ້ວຍບັນຍາກາດທີ່ເຕັມໄປດ້ວຍຄວາມເບີກບານມ່ວນຊື່ນ, ຄຶກຄື້ນ, ເປັນກຳລັງໃຈໃຫ້ແກ່ບັນດານັກສຶກສາລາວ, ໄທ ແລະ ມຽນມາ ທີ່ກໍາລັງຮ່ຳຮຽນສຶກສາຢູ່ນະຄອນ ຫ໋າຍຟ່ອງ ເທົ່ານັ້ນ ແຕ່ຍັງປະກອບສ່ວນ ເພີ່ມທະວີການພົບປະແລກປ່ຽນ, ຄວາມເຂົ້າອົກເຂົ້າໃຈກ່ຽວກັບຮີດຄອງປະເພນີ, ວັດທະນະທຳຂອງແຕ່ລະປະເທດ, ປັບປຸງ ແລະ ເພີ່ມພູນຄູນສ້າງນ້ຳໃຈມິດຕະພາບແບບພິເສດລະຫວ່າງ ຫວຽດນາມ, ລາວ, ໄທ ແລະ ມຽນມາ ໃຫ້ນັບມື້ນັບຮັດແໜ້ນອີກດ້ວຍ.

ເຖິງວ່າ ຢູ່ໄກຈາກບ້ານເກີດເມືອງນອນກໍ່ຕາມແຕ່ບັນດານັກສຶກສາຍັງຮູ້ສຶກໄດ້ບັນຍາກາດທີ່ເຕັມໄປດ້ວຍຄວາມອົບອຸ່ນ, ມ່ວນຊື່ນ ແລະ ໃກ້ຊິດສະໜິດສະໜົມໃນໂອກາດບຸນປີໃໝ່.

(ໄຊພອນ)

ເຫດການ
302 Found

Found

The document has moved here.