|
ນັກກີລາລາວຫວັງສ້າງຜົນງານດີຍົກນໍ້າໜັກຊີງແຊັມອາຊີ
ນັກກີລາຍົກນ້ຳໜັກທີມຊາດລາວ ນາງ ໄມເຍ່ຍ ວື ແລະ ທ້າວ ຕອນຊຽນ ແຊ່ຈ໋າວ ຮຸ່ນນ້ຳໜັກ 55 ກິໂລ ແລະ ທ່ານນາງ ເຄືອຄຳ ລີເຍ່ຍວື ຫົວໜ້າຄູເຝິກ ອະດີດເຈົ້າຂອງຫຼຽນຄຳ ຊີເກມ ຄັ້ງທີ 25 ຫຼື ວຽງຈັນ ເກມ ປີ 2009 ເລັ່ງເຝິກຊ້ອມຢ່າງໜັກ ກຽມຄວາມພ້ອມເຂົ້າຮ່ວມການແຂ່ງຂັນກີລາຍົກນ້ຳໜັກ ຊີງແຊັມອາຊີ ປະຈຳປີ 2019 ຫຼື “2019 Asia Weightlifting Championships Olympic Qualification Event” ເພື່ອສະສົມຄະແນນຄວ້າໂຄຕ້າ ເຂົ້າຮ່ວມງານມະຫະກຳກີລາໂອແລມປິກເກມ 2020 ທີ່ນະຄອນຫຼວງໂຕກຽວປະເທດຍີ່ປຸ່ນເປັນເຈົ້າພາບ.
ທ່ານນາງ ເຄືອຄຳ ລີເຍ່ຍວື ຫົວໜ້າຄູເຝິກ ຊຸດນຳພາ 2 ນັກກີລາໃນຊຸດນີ້ ເຂົ້າຮ່ວມແຂ່ງຂັນລາຍການດັ່ງກ່າວ ເມື່ອບໍ່ດົນມານີ້ໃຫ້ຮູ້ວ່າ: ນັກກີລາຍົກນ້ຳທີມຊາດລາວທັງ 2 ຄົນ ເປັນຊຸດກະກຽມເຂົ້າຮ່ວມການແຂ່ງຂັນງານມະຫະກຳກີລາຊີເກມ ຄັ້ງທີ 30 ທີ່ປະເທດຟີລິບປິນ ຮັບກຽດເປັນເຈົ້າພາບ ຈະຈັດຂຶ້ນທ້າຍປີນີ້ ແຕ່ກ່ອນຈະຮອດການແຂ່ງຂັນຊີເກມນັ້ນ ພວກເຮົາໂຊກດີຫຼາຍ ໄດ້ເຄື່ອນໄຫວເຂົ້າຮ່ວມແຂ່ງຂັນລາຍການຕ່າງໆ ຈັດຂຶ້ນທີ່ປະເທດໃກ້ຄຽງ ໂດຍສະຫະພັນຍົກນ້ຳໜັກແຫ່ງຊາດລາວ ຈະໄດ້ສົ່ງ 2 ນັກກີລາຍົກນ້ຳໜັກທີມຊາດລາວ ຮຸ່ນນ້ຳໜັກ 55 ກິໂລ ຍິງ-ຊາຍ ດັ່ງກ່າວ ເຂົ້າຮ່ວມການແຂ່ງຂັນຊີງແຊັມອາຊີບປະຈຳປີ 2019 ໃນວັນທີ 18-28 ເມສາ 2019 ທີ່ ສປ ຈີນ ເປັນເຈົ້າພາບ ເພື່ອສະສົມຄະແນນຄວ້າໂກຕ້າ ຄາດວ່າຈະມີນັກກີລາໃນທົ່ວທະວີບອາຊີ ເຂົ້າຮ່ວມຢ່າງຫຼວງຫຼາຍ ພວກເຮົາຂໍໃຫ້ຄຳໝັ້ນສັນຍາວ່າ ຈະພະຍາຍາມສູ້ຊົນຢ່າງສຸດຄວາມສາມາດ ເພື່ອເຮັດແນວໃດຈະສ້າງຜົນງານດີເດັ່ນມາສູ່ປະເທດຊາດ.
ສຳລັບ 2 ນັກກີລາທີ່ສາມາດຄັດເລືອກເຂົ້າຮ່ວມແຂ່ງຂັນກີລາຍົກນ້ຳໜັກ ລາຍການ ແຊັມ ປ້ຽນຊິບ 2019 ທີ່ ສປ ຈີນ ເປັນນັກກີລາດີເດັ່ນທີ່ເກ່ງທີ່ສຸດໃນເວລານີ້ ເຂົາເຈົ້າທັງສອງຄົນໄດ້ເກັບຕົວເຝິກຊ້ອມເກືອບ 2 ປີ ແລະ ເປັນນັກຮຽນຂອງໂຮງຮຽນພອນສະຫວັນກີລາ-ກາຍຍະກຳ ປັດຈຸບັນເກັບຕົວເຝິກຊ້ອມທີ່ໂຮງຮຽນດັ່ງກ່າວ ບ້ານສີເກີດ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ແລະ ໃນທຸກວັນນີ້ຍັງສືບຕໍ່ເຝິກຊ້ອມ ທັງນີ້ເພື່ອເປັນການຮັບປະກັນໃຫ້ນັກກີລາສອງຄົນ ສາມາດສ້າງຜົນງານໃຫ້ໄດ້ໃນລາຍການຍົກນ້ຳໜັກ ຊີງແຊັມອາຊີປີ 2019 ພ້ອມທັງເປັນເງື່ອນໄຂທີ່ດີໃຫ້ພວກເຮົາມີຄວາມພ້ອມ ເຂົ້າຮ່ວມສ້າງຜົນງານໃຫ້ແກ່ປະເທດຊາດໃນອະນາຄົດ.
(ແຫຼ່ງຂໍ້ມູນ: www.vientianemai.net)