ຄະນະປະຕິບັດງານ ຄະນະກໍາມະການສູນກາງແນວລາວສ້າງຊາດ ຖະຫວາຍດອກໄມ້ຢູ່ເຂດປູຊະນີຍະສະຖານກິມລຽນ

22:55 | 15/04/2019

ຕອນບ່າຍວັນທີ 14 ເມສາ, ຄະນະປະຕິບັດງານ ຄະນະກໍາມະການສູນກາງແນວລາວສ້າງຊາດ ໂດຍທ່ານ ໄຊສົມພອນ ພົມວິຫານ, ປະທານຄະນະກໍາມະການສູນກາງແນວລາວສ້າງຊາດ ນໍາໜ້າໄດ້ໄປຖະຫວາຍທູບທຽນ, ດອກໄມ້ຢູ່ເຂດປູຊະນີຍະສະຖານກິມລຽນ.

ຄະນະປະຕິບັດງານ ຄະນະກໍາມະການສູນກາງແນວລາວສ້າງຊາດ ຖະຫວາຍດອກໄມ້ຢູ່ເຂດປູຊະນີຍະສະຖານກິມລຽນ

ບັນດາຜູ້ແທນສະແດງຄວາມເຄົາລົບນັບຖືຕໍ່ດວງວິນຍານປະທານໂຮ່ຈີມິນ. (ພາບ: baonghean.vn)

ຄະນະປະຕິບັດງານໄດ້ສະແດງຄວາມຮູ້ບຸນຄຸນອັນລົ້ນເຫຼືອຕໍ່ປະທານໂຮ່ຈີມິນ, ຜູ້ນໍາທີ່ຍິ່ງໃຫຍ່ຂອງຊາດຫວຽດນາມ. ຕໍ່ດວງວິນຍານຂອງປະທານໂຮ່ຈີມິນ, ຄະນະປະຕິບັດງານກໍ່ໄດ້ຢັ້ງຢືນວ່າ, ຜ່ານເວລາເກືອບ 57 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ, ສອງພັກ, ສອງລັດ, ສອງຊາດຍາມໃດກໍ່ສາມັກຄີ, ສະໜິດຕິດພັນຢ່າງແໜ້ນແຟ້ນ. ນໍ້າໃຈອ້າຍນ້ອງ ລາວ-ຫວຽດນາມ ທີ່ໄດ້, ພວມ ແລະຈະໄດ້ຮັບການເພີ່ມພູນຄູນສ້າງໃຫ້ຂຽວສົດງົດງາມຕະຫຼອດໄປຈາກປະຊາຊົນລຸ້ນຕ່າງໆຂອງສອງປະເທດ.

ຄະນະປະຕິບັດງານ ຄະນະກໍາມະການສູນກາງແນວລາວສ້າງຊາດ ຖະຫວາຍດອກໄມ້ຢູ່ເຂດປູຊະນີຍະສະຖານກິມລຽນ

ຢູ່ບ້ານພໍ່ຂອງປະທານໂຮ່ຈີມິນ, ຄະນະປະຕິບັດງານ ໄດ້ຮັບຟັງບັນດາເລື່ອງລາວກ່ຽວກັບຊີວິດ ແລະຄາວເຍົາໄວຂອງເພິ່ນ. (ພາບ: baonghean.vn)

ຄະນະປະຕິບັດງານ ຄະນະກໍາມະການສູນກາງແນວລາວສ້າງຊາດ ຖະຫວາຍດອກໄມ້ຢູ່ເຂດປູຊະນີຍະສະຖານກິມລຽນ

ຄະນະປະຕິບັດງານ ໄປຢ້ຽມຢາມເຂດອະນຸສອນສະຖານປະທານໂຮ່ຈີມິນ ໂດຍ ສປປ ລາວ ມອບໃຫ້ເຂດປູຊະນີຍະສະຖານກິມລຽນ. (ພາບ: baonghean.vn)

ຈາກນັ້ນ, ຄະນະປະຕິບັດງານ ກໍ່ໄດ້ໄປຢ້ຽມຢາມບ້ານພໍ່ຂອງປະທານໂຮ່ຈີມິນ ແລະເຂດອະນຸສອນສະຖານປະທານໂຮ່ຈີມິນ ໂດຍ ສປປ ລາວ ມອບໃຫ້ເຂດປູຊະນີຍະສະຖານກິມລຽນ.

(ແຫຼ່ງ​ຂໍ້​ມູນ​: ທູຈາງ/ກປ.ອອນໄລ)

ເຫດການ
302 Found

Found

The document has moved here.