ຫາດຊາຍດອນຈັນ ມີຫຼາຍກິດຈະກຳໃຫ້ທ່ຽວຊົມໃນບຸນປີໃໝ່ລາວ

18:52 | 12/04/2019

ບໍ­ລິ­ສັດ ຊີ​ເອັນ​ພີ​ຂາ​ເຂົ້າ-ຂາ​ອອກ ຈຳ­ກັດ ໄດ້​ຮັບ­ຜິດ­ຊອບ​ຈັດ​ກິດ­ຈະ­ກຳ​ສະ­ເຫຼີມ­ສະ­ຫຼອງ​ປີ​ໃໝ່​ລາວ ທີ່​ຫາດ​ຊາຍ​ດອນ​ຈັນ ເມືອງ​ຈັນ­ທະ​ບູ​ລີ ນະ­ຄອນ­ຫຼວງ​ວຽງ​ຈັນ ໃນ​ປີ 2019.

ຫາດຊາຍດອນຈັນ ມີຫຼາຍກິດຈະກຳໃຫ້ທ່ຽວຊົມໃນບຸນປີໃໝ່ລາວ

ຫາດຊາຍດອນຈັນ ມີຫຼາຍກິດຈະກຳໃຫ້ທ່ຽວຊົມໃນບຸນປີໃໝ່ລາວ

ທ່ານ​ນາງ ຈັນ​ນະ­ພາ ວົງ​ສະ­ໝໍ­ລະ­ພູມ ປະ­ທານ​ບໍ­ລິ­ສັດ ຊີ​ເອັນ​ພີ ຂາ​ເຂົ້າ-ຂາ​ອອກ ຈຳ­ກັດ ໃຫ້​ສຳ­ພາດ​ວັນ​ທີ 10 ເມາສາ 2019 ທີ່​ຫາດ​ຊາຍ​ດອນ​ຈັນ​ວ່າ: ບໍ­ລິ­ສັດ ຊີ​ເອັນ​ພີ​ຂາ​ເຂົ້າ-ຂາ​ອອກ ຈຳ­ກັດ ໄດ້​ຮັບ­ຜິດ­ຊອບ​ຈັດ​ກິດ­ຈະ­ກຳ​ສະເຫຼີມສະຫຼອງ​ປີ​ໃໝ່​ລາວ ທີ່​ຫາດ​ຊາຍ​ດອນ​ຈັນ ເມືອງ​ຈັນ­ທະ​ບູ​ລີ ນະ­ຄອນ­ຫຼວງ​ວຽງ​ຈັນ ໃນ​ປີ 2019 ບໍ­ລິ­ສັດ​ໄດ້​ຈັດ​ໃຫ້​ມີ​ຫຼາຍ​ກິດ­ຈະ­ກຳ​ທີ່​ແຕກ​ຕ່າງ​ຈາກ​ປີ­ຜ່ານ­ມາ ປະ­ກອບ​ມີ​ກິດ­ຈະ­ກຳ​ກີລາ​ຕີ­ມວຍ ບ່ອນ​ຫຼິ້ນ​ນ້ຳ​ເດັກ­ນ້ອຍ​ທີ່​ປອດ​ໄພ ຂີ່​ມ້າ ແລະ ສ້າງ​ຮູບ​ໂຕ​ສັດ​ທີ່​ເຮັດ​ດ້ວຍ​ເຟືອງ ພ້ອມ​ນັ້ນ ຍັງ​ມີ​ການ​ປະ­ດັບ​ປະ­ດາ​ດ້ວຍ​ສວນ​ດອກ​ໄມ້ ແລະ ສ້າງ​ຕູບ​ຈໍານວນ 30 ຫຼັງ ເພື່ອ​ໃຫ້​ຜູ້​ທີ່​ມາ​ທ່ຽວ​ຫຼິ້ນ​ບຸນ​ທີ່​ຫາດ​ຊາຍ​ດອນ​ຈັນ​ມີ​ຄວາມ​ເບີກ­ບານ​ມ່ວນ­ຊື່ນ ແລະ ເຮັດ​ໃຫ້­ການສະເຫຼີມ­ສະ­ຫຼອງ​ບຸນ­ປີ­ໃໝ່​ລາວ ພສ 2562 ຄຶກ­ຄື້ນ​ກວ່າ​ປີ­ຜ່ານ­ມາ ທັງ​ເປັນ​ການ​ສ້າງ​ຂະ​ບວນ​ການ​ຕ້ອນ­ຮັບ​ປີ​ທ່ອງ​ທ່ຽວ​ລາວ-ຈີນ 2019 ນອກ​ນັ້ນ ເພື່ອ​ໃຫ້​ຜູ້​ທີ່​ເຂົ້າ​ມາ​ທ່ຽວ​ພາຍ​ໃນ​ຫາດ​ດອນ​ຈັນ ມີ​ຄວາມ​ສະ­ດວກ​ສະ­ບາຍ ກໍ​ໄດ້​ປັບປຸງ​ສະ­ຖານ­ທີ່​ຈອດ​ລົດ​ທີ່​ກວ້າງ­ຂວາງ ແລະ ກຳ­ນົດ​ເສັ້ນ­ທາງ​ເຂົ້າ-ອອກ​ໃຫ້​ເປັນ​ລະ­ບຽບ​ຮຽບ​ຮ້ອຍ ເພື່ອ​ແກ້​ໄຂ​ການ​ສັນ­ຈອນ​ທີ່​ແອ​ອັດ ປັດ­ຈຸ­ບັນ​ການ​ປັບ­ປຸງ​ຫາດ​ດອນ​ຈັນ​ສຳ­ເລັດ 100% ແລະ ຄາດ​ວ່າ​ຈະ​ເປີດ​ໃຫ້​ບໍ­ລິ­ການ​ຢ່າງ​ເປັນ​ທາງ​ການ​ໃນ​ວັນ​ທີ 13 ເມ­ສາ 2019.

ຫາດຊາຍດອນຈັນ ມີຫຼາຍກິດຈະກຳໃຫ້ທ່ຽວຊົມໃນບຸນປີໃໝ່ລາວ

ໂອ­ກາດ​ນີ້ ທ່ານ​ນາງ ຈັນ​ນະ­ພາ ວົງ​ສະ­ໝໍ­ລະ­ພູມ ໄດ້​ຂໍ​ເຊີນ­ຊວນ​ປະ­ຊາ­ຊົນ​ລາວ ແຂກ​ພາຍ​ໃນ ແລະ ຕ່າງ­ປະ­ເທດ ທີ່​ມາ​ທ່ອງ​ທ່ຽວ​ຫຼິ້ນ​ບຸນ­ປີ­ໃໝ່​ລາວ ຢູ່​ນະ­ຄອນ­ຫຼວງ​ວຽງ​ຈັນ ໃຫ້​ເຂົ້າ​ໄປ​ທ່ຽວ​ຊົມ ທ່ຽວ​ຫຼິ້ນ ແລະ ສຳ­ຜັດ​ກັບ​ຄວາມ​ສວຍ​ງາມ​ທີ່​ຫາດ​ຊາຍ​ດອນ​ຈັນ ເຊິ່ງ​ຄ່າ​ບໍ­ລິ­ການ​ເຂົ້າ​ທ່ຽວ​ຊົມ ຜູ້​ລະ 10.000 ກີບ​ຕໍ່​ຄັ້ງ ແລະ ຄ່າ​ບໍ­ລິ­ການ​ຝາກ​ລົດ​ໃຫຍ່ 20.000 ກີບ ແລະ ລົດ­ຈັກ 10.000 ກີບ​ຕໍ່​ຄັນ ເລີ່ມ​ໃຫ້​ບໍ­ລິ­ການ​ແຕ່​ເວ­ລາ 9-21:00 ໂມງ ພາຍ­ຫຼັງ​ທີ່​ສຳ­ເລັດ​ການ​ສະ­ເຫຼີມ­ສະ­ຫຼອງ​ປີ​ໃໝ່​ລາວ​ແລ້ວ ບັນ­ດາ​ກິດ­ຈະ­ກຳ​ທີ່​ຫາດ​ຊາຍ​ດອນ​ຈັນ​ຈຳ­ນວນ​ໜຶ່ງ ຍັງ​ຄົງ​ຮັກ­ສາ​ໄວ້​ໃຫ້​ໄດ້​ເຂົ້າ​ທ່ຽວ​ຊົມ​ຕື່ມ​ອີກ.

(ແຫຼ່ງ​ຂໍ້​ມູນ​: ຂປລ)

ເຫດການ
302 Found

Found

The document has moved here.