ອີງຕາມບົດລາຍງານສະພາບເສດຖະກິດໃນ ສປປ ລາວ, ການເຕີບໂຕຂອງເສດ ຖະກິດໃນ ສປປ ລາວ ຄາດວ່າຈະກັບຟື້ນຕົວຄືນ ຢູ່ໃນອັດຕາ 6,5% ໃນປີ 2019, ເພີ່ມຈາກ 6,3% ໃນປີ 2018. ການເຕີບໂຕຄາດວ່າ ຈະຖືກຂັບເຄື່ອນໂດຍຂະແໜງກໍ່ສ້າງ ຈາກການລົງທຶນໃສ່ໂຄງການ ກໍ່ສ້າງໂຄງລ່າງຂະໜາດໃຫຍ່ ແລະ ຂະແໜງການບໍລິການ ທີ່ຍັງຈະສືບຕໍ່ຂະຫຍາຍຕົວ ເປັນຕົ້ນ ແມ່ນການຄ້າຂາຍຍົກ ແລະ ຂາຍຍ່ອຍ.
ຍສໝ - ໃນຖານະເປັນນັກສຶກສາປີສຸດທ້າຍ ຂອງສົກຮຽນ ຢູ່ ຮ່າຕິ໋ງ ກັນຕະນາ ມູນລະສິງ ໄດ້ຮັບຄວາມສົນໃຈ ຈາກຫຼາຍຄົນ ເພາະວ່າ ໜ້າຕາດີ-ສວຍງາມ, ແຈ່ມໃສ ໃນໄວ 20 ປີ. ຄວາມງາມຂອງລາວດຶງດູດຝ່າຍກົງກັນຂວ້າມດ້ວຍສາຍຕາທີ່ສາມາດເອົາໄດ້ ແລະ ຮອບຍິ້ມທີ່ສົດໃສຄືກັນກັບແສງສຸລິເຍດ.
ໃນຕອນບ່າຍວັນທີ 8 ສິງຫາ, ໂຮງຮຽນວິທະຍາໄລສ້າງຄູເງະອານ ໄດ້ຈັດຕັ້ງພິທີປິດຊຸດບໍາລຸງພາສາຫວຽດນາມ ພື້ນຖານໃຫ້ນັກສຳມະນາກອນລາວ ໃນສົກຮຽນ 2018-2019.
ຍສໝ - ໃນວັນທີ 9 ສິງຫາ, ທີ່ວິທະຍາຄານພະລາທິການ, ກົມໃຫຍ່ພະລາທິການກອງທັບປະຊາຊົນຫວຽດນາມ ໄດ້ຈັດຕັ້ງພິທີປິດຊຸດຝຶກອົບຮົມວຽກງານເສນາທິການ ແລະ ວຽກງານຄ້າຍທະຫານໃຫ້ແກ່ພະນັກງານກອງທັບປະຊາຊົນ ລາວ ປີ 2019.
ຍສໝ - ໃນວັນທີ 8 ສິງຫາ, ໂຮງຮຽນກວດການ ໄດ້ຈັດພິທີການປິດຊຸດຝືກອົບຮົມໃຫ້ນັກສຶກສາ ຈຳນວນ 15 ຄົນທີ່ເປັນນັກກວດກາພາຍໃຕ້ອົງການກວດກາລັດຖະບານລາວ. ທ່ານ ເຈີນ ວັນ ມິງ ຮອງຫົວໜ້າ ອົງການກວດກາລັດຖະບານໄດ້ເຂົ້າຮ່ວມ ແລະ ກ່າວຄຳປາໄສ.
ຍສໝ - ໃນຕອນບ່າຍຂອງວັນທີ 9 ສິງຫາ 2019, ທີ່ ຮ່າໂນ້ຍ ສສ ຫວຽດນາມ, ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຝູຈ້ອງ ໄດ້ໃຫ້ການຕ້ອນຮັບທ່ານເລຂາທິການໃຫຍ່, ປະທານປະເທດລາວ ບຸນຍັງ ວໍລະຈິດ.
ຍສໝ - ຕອນເຊົ້າວັນທີ 8 ສິງຫາ, ຢູ່ ຍາຈາງ (ແຂວງ ແຄ໋ງ ຫ່ວາ), ກະຊວງ ຕຳຫຼວດໄດ້ຈັດກອງປະຊຸມຕີລາຄາ ໝາກຜົນແຫ່ງການຮ່ວມມືລະຫວ່າງຫວຽດນາມ ແລະ ລາວ ກ່ຽວກັບການປ້ອງກັນ, ຕໍ່ຕ້ານການຄ້າມະນຸດ ແລະ ການປົກປ້ອງຜູ້ຖືກເຄາະຮ້າຍຈາກການຄ້າມະນຸດໃນປີ 2018 - ປີ 2019.
ອີງຕາມຂໍ້ມູນຂອງກົມການນໍາເຂົ້າ ແລະ ສົ່ງອອກ, ກະຊວງອຸດສາຫະກໍາ ແລະ ການຄ້າ ແຈ້ງໃຫ້ຮູ້ວ່າ: ໃນເດືອນມິຖຸນາປີ 2019 ມູນຄ່າການນໍາເຂົ້າ ແລະ ສົ່ງອອກ ຂອງ ສປປ ລາວ ບັນລຸໄດ້ 814,99 ລ້ານໂດລາສະຫະລັດ; ໃນນັ້ນ, ມູນຄ່າການສົ່ງອອກປະມານ 366,72 ລ້ານໂດລາສະຫະລັດ ແລະ ນໍາເຂົ້າປະມານ 448,27 ລ້ານໂດລາສະຫະລັດ, ຂາດດຸນການຄ້າປະມານ 81,55 ລ້ານໂດລາສະຫາລັດ. ແຕ່ເດືອນ 1-6 ປີ 2019 ມູນຄ່າການນໍາເຂົ້າ ແລະ ສົ່ງອອກທັງໝົດປະມານ 5.469,47 ລ້ານໂດລາສະຫະລັດ ໃນນັ້ນສົ່ງອອກປະມານ 2.743,69 ລ້ານໂດລາສະຫະລັດ ແລະ ນໍາເຂົ້າປະມານ 2.725,77 ລ້ານໂດລາສະຫະລັດ ເກີນດຸນການຄ້າປະມານ 17,92 ລ້ານໂດລາສະຫະລັດ.
ວັນທີ 5 ສິງຫາ 2019 ກົມຊົນລະປະທານ ຮ່ວມກັບ ພະແນກກະສິກຳ ແລະ ປ່າໄມ້ ນະຄອນຫຼວງວຽງຈັນ ຈັດພິທີມອບ-ຮັບໂຄງການຊົນລະປະທານສ້າງຫົວບໍ່ ດົງຄວາຍ 1 ແລະ 2 ນາລ້ອງ 3 ແລະ ໂຄງການຊົນລະປະທານໝາກຮຽວ 2 ເຊິ່ງລົງນາມ
ຍສໝ - ວັນທີ 7 ສິງຫານີ້, ສູນບໍລິການດ້ານກະສິກຳ ເມືອງ ອາ ເລື້ອຍ ໄດ້ສົມທົບກັບຄ້າຍທະຫານປ້ອງກັນຊາຍແດນ ເຍີມ, ກອງບັນຊາການທະຫານຊາຍແດນ ແຂວງ ເທື່ອທຽນເຫວ້ ໄດ້ມອບແນວພັນພືດເກືອບ 200 ຊະນິດ ແລະ ໄກ່ພັນຈຳນວນ 460 ໂຕໃຫ້ແກ່ຊາວ ບ້ານເຊຊາບ ຢູ່ເມືອງ ກາຫຼຶມ, ແຂວງເຊກອງ, ປະເທດລາວ.
ເນື່ອງໃນໂອກາດວັນສ້າງຕັ້ງສະມາຄົມບັນດາປະຊາຊາດອາຊີຕາເວັນອອກສ່ຽງໃຕ້ ຫຼື ອາຊຽນ ຄົບຮອບ 52 ປີ (8 ສິງຫາ 1967 – 8 ສິງຫາ 2019) ແລະ ຄົບຮອບ 22 ປີ ຂອງການເຂົ້າເປັນສະມາຊິກອາຊຽນ ຂອງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ (23 ກໍລະກົດ 1997- 23 ກໍລະກົດ 2019), ຂ້າພະເຈົ້າ ຂໍຕາງຫນ້າລັດຖະບານ ສົ່ງພອນອັນປະເສີດ ມາຍັງ ບັນດາທ່ານ ການນຳພັກ-ລັດ, ພະນັກງານ, ທະຫານ, ຕຳຫຼວດ ແລະ ຕະຫຼອດຮອດພີ່ນ້ອງຊາວລາວທຸກຖ້ວນໜ້າທັງຢູ່ພາຍໃນ ແລະ ຕ່າງປະເທດ ທີ່ໄດ້ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ເວົ້າລວມ ແລະ ເວົ້າສະເພາະ ປະກອບສ່ວນເຂົ້າໃນການເຄື່ອນໄຫວວຽກງານອາຊຽນ ຕະຫລອດໄລຍະ 22 ປີ ຜ່ານມາ.
ຍສໝ - ໃນວັນທີ 5 ສິງຫາ, ຢູ່ຮ່າໂນ້ຍ, ມະຫາວິທະຍາໄລວັດທະນະທໍາສິລະປະກອນກອງທັບຫວຽດນາມ ໄດ້ຈັດຕັ້ງພິທີເປີດຊຸດຝຶກອົບຮົມດ້ານວິຊາສະເພາະໃຫ້ແກ່ຄະນະສິລະປະກອນກອງທັບປະຊາຊົນລາວ ປີ 2019.
ຍສມ - ຕີລາຄາສູງການຈັດຕັ້ງປະຕິບັດເນື້ອໃນ ຂໍ້ຕົກລົງຮ່ວມມື ລະຫວ່າງ ຫ້ອງວ່າການສະພາແຫ່ງຊາດຫວຽດນາມ ແລະ ຫ້ອງວ່າການສະພາແຫ່ງຊາດລາວໃນຊຸມປີທີ່ຜ່ານມາ, ທ່ານຮອງຫົວໜ້າ ຫ້ອງວ່າການສະພາແຫ່ງຊາດຫວຽດນາມ ຫງວ໋ຽນ ແມ້ງ ຮຸ່ງ ຢືນຢັນວ່າ: ຂໍ້ຕົກລົງດັ່ງກ່າວໄດ້ປະກອບສ່ວນ ເສີມສ້າງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ຫວຽດນາມ - ລາວ.
ຍສໝ - ໂດຍໄດ້ຮັບຄໍາເຊື້ອເຊີນຈາກອົງການໄອຍະການປະຊາຊົນແຂວງສາລະວັນ, ສປປ ລາວ ແລະ ໄດ້ຮັບການເຫັນດີຈາກ ອົງການໄອຍະການປະຊາຊົນສູງສຸດ ແລະຄະນະພັກແຂວງເທື່ອທຽນເຫວ້, ແຕ່ວັນທີ 31 ກໍລະກົດ ຫາ 3 ສິງຫາ, ຄະນະປະຕິບັດງານຂອງອົງການໄອຍະການປະຊາຊົນແຂວງເທື່ອທຽນເຫວ້ ໂດຍສະຫາຍ ຫງວ໋ຽນ ແທັງ ຫ໋າຍ, ຫົວໜ້າອົງການໄອຍະການປະຊາຊົນແຂວງເທື່ອທຽນເຫວ້ ໄດ້ນຳພາຄະນະ ມາຢ້ຽມຢາມ ແລະ ເຮັດວຽກກັບອົງການໄອຍະການປະຊາຊົນແຂວງສາລະວັນ.
ໃນຊຸມມື້ຜ່ານມາ, ຄະນະຊາວໜຸ່ມນະຄອນຫຼວງຮ່າໂນ້ຍ ໄດ້ປະຕິບັດຫຼາຍກິດຈະກຳ ອາສາສະໝັກ ທີ່ມີຄວາມໝາຍ ແລະ ແທດກັບຕົວຈິງ ຢູ່ເມືອງໄຊທານີ (ນະຄອນຫຼວງວຽງຈັນ, ສປປລາວ) ເພື່ອເສີມສ້າງຄວາມສາມັກຄີ ຂອງສາຍພົວພັນມິດຕະພາບຫວຽດນາມ - ລາວເວົ້າລວມ ແລະ ສາຍພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງຊາວໜຸ່ມ ສອງປະເທດເວົ້າສະເພາະ.
ຍສໝ - ໃນລະຫວ່າງວັນທີ 5-8 ສິງຫາ, ສະຫາຍ ພົນຕີ ສອນທອງ ພົມລາວົງ ກຳມະການຄະນະພັກ ກະຊວງປ້ອງກັນປະເທດ, ຮອງ ຫົວໜ້າກົມໃຫຍ່ການເມືອງກອງທັບ ໄດ້ຕ້ອນຮັບການເຂົ້າຢ້ຽມ ຂ່ຳນັບຂອງສະຫາຍ ພັນເອກ ນາງ ເຈີນທິ ບິກເຮ ອໍານວຍການ ຫໍສະໝຸດກອງທັບປະຊາຊົນ ຫວຽດນາມ ພ້ອມດ້ວຍຄະນະໃນໂອກາດທີ່ຄະນະໄດ້ມາເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ສປປ ລາວ
ຍສໝ - ສອງວັນທີ່ຜ່ານມາ, ທ່ານ ພອນສຸກ ອິນທະວົງ, ເຈົ້າເມືອງໆວຽງໄຊ, ແຂວງຫົວພັນ, ສປປ ລາວ ໄດ້ສົ່ງໃບແຈ້ງການ ສະບັບເລກທີ 139 ສົ່ງເຖິງເມືອງ ກວານເຊີນ ກ່ຽວກັບ ການສະ ເໜີຂໍຄວາມຊ່ວຍເຫຼືອໃນການຊອກຫາ ແລະ ກູ້ໄພຜູ້ສູນຫາຍຈາກອຸທົກກະໄພ.
ຍສໝ - ວັນທີ 5 ສິງຫາ, ໜ່ວຍງານຄຸ້ມຄອງຮັກສາຄວາມສະຫົງບທ່ອງທ່ຽວທາງທະເລ ຂື້ນກັບຫ້ອງການຄຸ້ມຄອງແຫຼມ ເຊີນຈ່າ ແລະ ຫາດທ່ອງທ່ຽວ ດ່າໜັງ ໄດ້ໃຫ້ຮູ້ວ່າ: ພະນັກງານຫ້ອງການ ໄດ້ມອບຊັບສິນທີ່ຕົກເຮ່ຍ ເຊິ່ງມີມູນຄ່າເກືອບ 30 ລ້ານດົງ ໃຫ້ແກ່ນັກທ່ອງທ່ຽວລາວ.
ຍສໝ - ໃນຕອນບ່າຍຂອງວັນທີ 5 ສິງຫາ 2019, ຢູ່ນະຄອນຫຼວງວຽງຈັນ, ຫໍສະໝຸດກອງທັບປະຊາຊົນ ຫວຽດນາມ ໄດ້ສົມທົບກັບຫໍສະໝຸດກອງທັບປະຊາຊົນ ລາວ ຈັດຕັ້ງກອງປະຊຸມປະເມີນຜົນຂອງການຮ່ວມມືໃນໄລຍະທີ່ຜ່ານມາ, ພ້ອມທັງສະເໜີ ທິດທາງການຮ່ວມມືໃນໄລຍະຈະມາເຖິງ.
ຍສໝ - ໃນວັນທີ 6 ສິງຫາຢູ່ນະຄອນຫຼວງ ວຽງຈັນ, ກະຊວງການຕ່າງປະເທດລາວໄດ້ຈັດຕັ້ງພິທີຊັກທູງເນື່ອງໃນໂອກາດສະເຫຼີມສະຫຼອງ 52 ປີແຫ່ງວັນສ້າງຕັ້ງ ອາຊຽນ (ວັນທີ 8 ສິງຫາ 1967 – 8 ສິງຫາ 2019).