ເມືອງວຽງໄຊ (ລາວ) ສະເໜີ ຂໍຄວາມຊ່ວຍເຫຼືອໃນການຄົ້ນຫາ ແລະ ກູ້ໄພ ຜູ້ສູນຫາຍ ຈາກໄພນໍ້າຖ້ວມ

14:15 | 07/08/2019

ຍສໝ - ສອງວັນທີ່ຜ່ານມາ, ທ່ານ ພອນສຸກ ອິນທະວົງ, ເຈົ້າເມືອງໆວຽງໄຊ, ແຂວງຫົວພັນ, ສປປ ລາວ ໄດ້ສົ່ງໃບແຈ້ງການ ສະບັບເລກທີ 139 ສົ່ງເຖິງເມືອງ ກວານເຊີນ ກ່ຽວກັບ ການສະ ເໜີຂໍຄວາມຊ່ວຍເຫຼືອໃນການຊອກຫາ ແລະ ກູ້ໄພຜູ້ສູນຫາຍຈາກອຸທົກກະໄພ.

ເມືອງວຽງໄຊ (ລາວ) ສະເໜີ ຂໍຄວາມຊ່ວຍເຫຼືອໃນການຄົ້ນຫາ ແລະ ກູ້ໄພ ຜູ້ສູນຫາຍ ຈາກໄພນໍ້າຖ້ວມ

ບ້ານສະນະ, ຕາແສງນາແມວ(ເມືອງກວານເຊີນ) ຖືກທຳລາຍຈາກທຳມະຊາດ.

ເນື້ອໃນຂອງແຈ້ງການ, ມີຢູ່ວ່າ: “ຍ້ອນຖຶກຜົນກະທົບ ແລະ ໄດ້ຮັບຄວາມເສຍຫາຍ ຈາກລົມພາຍຸ ເລກທີ 3 ເລີ່ມຕັ້ງແຕ່ວັນທີ 1 ຫາ 4 ສິງຫາ 2019, ຄະນະປະຈຳ - ການນຳ ເມືອງວຽງໄຊ, ແຂວງຫົວພັນ, ສປປ ລາວ ຂໍຮຽນສະ ເໜີ ມາຍັງ ຄະນະປະຈຳພັກເມືອງໆ ກວານເຊີນ, ແຂວງແທັງຮວ໋າ ຊ່ວຍເຫຼືອ, ກວດກາ, ຢັ້ງຢືນ ແລະ ແລກປ່ຽນຂໍ້ມູນຂ່າວສານໃນການຊອກຫາ ແລະ ກູ້ໄພ ຜູ້ສູນຫາຍ ຍ້ອນໄພນຳ້ຖ້ວມ ໃນເວລາ 4ໂມງ:00 – 5ໂມງ:00 ເຊົ້າຂອງວັນທີ 3 ສິງຫາ ຢູ່ບໍລິເວນ ຫ້ວຍເຊຍ”.

ແລະຍັງອີງຕາມການແຈ້ງການຂ້າງເທິງ, ໃນວັນທີ 3 ແລະ 4 ສິງຫາ, ທີມງານຄົ້ນຫາ ແລະ ກູ້ໄພ ແລະ ອຳນາດການປົກຄອງເມືອງວຽງໄຊ ໄດ້ຄົ້ນຫາເລາະລຽບຕາມ ຫ້ວຍ ເຊຍ, ຈົນສຸດເຂດຊາຍແດນລາວ - ຫວຽດນາມ (ບໍລິເວນຕັ້ງແຕ່ຫຼັກໝາຍຊາຍແດນ 321 - 322, ຕິດກັບບ້ານ ເຊີນຖຸ້ຍ, ເມືອງກວານເຊີນ), ແຕ່ຍັງບໍ່ສາມາດພົບເຫັນ ຜູ້ສູນຫາຍ. ດັ່ງນັ້ນ, ເມືອງວຽງໄຊຈຶ່ງສະເໜີ ຂໍຄວາມຊ່ວຍ ໃນການຊອກຫາ ແລະ ກູ້ໄພ ແລະ ຢັ້ງຢືນ ຜູ້ສູນຫາຍ ຈາກເມືອງກວານເຊີນ.

ເມືອງວຽງໄຊ (ລາວ) ສະເໜີ ຂໍຄວາມຊ່ວຍເຫຼືອໃນການຄົ້ນຫາ ແລະ ກູ້ໄພ ຜູ້ສູນຫາຍ ຈາກໄພນໍ້າຖ້ວມ

ເນື້ອໃນບາງສ່ວນຂອງແຈ້ງການຈາກເມືອງວຽງໄຊ.(ພາບ:ທູຮ່ວາຍ)

ບັນຊີລາຍຊື່ຜູ້ສູນຫາຍທີ່ ເມືອງວຽງໄຊ ສະເໜີປະກອບມີ: ທ້າວ ເບຍ ຈິງ ຖໍ້ (ອາຍຸ 47 ປີ - ຊາຍ), ນາງ ເຢີ (ອາຍຸ 45 ປີ - ເພດຍິງ), ທ້າວ ເຍຍ (ອາຍຸ 17 ປີ - ຊາຍ), ທ້າວ ເຈັງ (ອາຍຸ 13 ປີ - ຊາຍ), ນາງ ໃໝ ເຊືອຖໍ້ (ອາຍຸ 22 ປີ - ຍິງ), ນາງ ເຊຍຊີ (ອາຍຸ 5 ປີ - ຍິງ), ນາງ ເມັງ ຊົງ(ອາຍຸ 4 ເດືອນ - ຍິງ). ພາຍຫຼັງໄດ້ຮັບຈົດໝາຍແຈ້ງການຂ້າງເທິງ, ຄະນະກຳມະການປະຊາຊົນເມືອງກວານເຊີນ ໄດ້ແຈ້ງໃຫ້ບັນດາຕາແສງ, ເທດສະບານເມືອງ ແລະ ອຳນາດການປົກຄອງທຸກຂັ້ນພາຍໃນເມືອງ, ເພື່ອໃຫ້ກຳແໜ້ນຂໍ້ມູນ ແລະ ປະສານສົມທົບໃນການຄົ້ນຫາ.

ປະຈຸບັນ, ອຳນາດການປົກຄອງເມືອງກວານເຊີນ ກໍ່ກຳລັງປະສານສົມທົບ ກັບ ກຳລັງເຈົ້າໜ້າທີ່ ແລະ ປະຊາຊົນ ພະຍາຍາມຊອກຫາປະຊາຊົນຜູ້ທີ່ສູນຫາຍ ໃນອຸທົກກະໄພທີ່ຜ່ານມາ.

(ຫັດ​ທະ​ບູນ)

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.