![]() |
ພິທີມອບຮັບໂຄງການຊົນລະປະທານສ້າງຫົວບໍ່ ດົງຄວາຍ. (ພາບ: vientianemai)
ໂຄງການພັດທະນາຊົນລະປະທານເຂດວຽງຈັນໃຕ້ ເປັນໂຄງການຍ່ອຍໜຶ່ງທີ່ຢູ່ພາຍໃຕ້ໂຄງການ ຄຖລ ມີສາຍຕັ້ງຂຶ້ນກັບພະແນກກະສິກຳ ແລະ ປ່າໄມ້ ນະຄອນຫຼວງວຽງຈັນ ມີໜ້າທີ່ພັດທະນາ ແລະ ກໍ່ສ້າງລະ ບົບຊົນລະປະທານ 4 ໂຄງການ 5 ຫົວງານ ສາມາດສະໜອງນ້ຳໃຫ້ເນື້ອທີ່ການຜະລິດ 1.542 ເຮັກຕາ ມູນຄ່າການກໍ່ສ້າງ 6 ລ້ານກວ່າໂດລາສະຫະລັດ ຫຼື ປະມານ 52 ຕື້ກວ່າກີບ ເຊິ່ງແມ່ນບໍລິສັດ ພົງຊັບທະວີກໍ່ສ້າງຂົວທາງ ເຄຫາສະຖານ ແລະ ຊົນລະປະທານ ຈຳກັດຜູ້ດຽວ ເປັນຜູ້ຮັບເໝົາ ໄລຍະການກໍ່ສ້າງແຕ່ວັນ 1 ກັນຍາ 2016-30 ເມສາ 2019 ໂຄງການຊົນລະປະທານທັງ 5 ຫົວງານ ເປັນໂຄງການຊົນລະປະທານຈັກສູບນ້ຳເຮືອແພ ຂະໜາດ 75 ກິໂລວັດ ລວມ 18 ເຄື່ອງ ແລະ ມີລະບົບຄອງເໝືອງແມ່ ຍາວ 14.460 ແມັດ ຄອງເໝືອງຂັ້ນສອງ ຍາວ 28.368 ແມັດ ລະບົບອາຄານຕາມຄອງເໝືອງ ເພື່ອຄວບຄຸມ-ແຈກຢາຍນ້ຳ 655 ແຫ່ງ ແລະ ຄອງລະບາຍ ຍາວ 1.650 ແມັດ ນອກນີ້ ຍັງມີເສັ້ນທາງຂົນສົ່ງຜົນຜະລິດກະສິກຳ ຍາວ 16.470 ແມັດ.
(ແຫຼ່ງຂໍ້ມູນ: vientianemai)