ແຂວງເທື່ອທຽນເຫວ້ ແລະ ສາລະວັນ (ສປປ ລາວ): ປະສານສົມທົບກັນຕໍ່ສູ້, ສະກັດກັ້ນ ແລະຕ້ານອາດຊະຍາກຳ

09:24 | 08/08/2019

ຍສໝ - ໂດຍໄດ້ຮັບຄໍາເຊື້ອເຊີນຈາກອົງການໄອຍະການປະຊາຊົນແຂວງສາລະວັນ, ສປປ ລາວ ແລະ ໄດ້ຮັບການເຫັນດີຈາກ ອົງການໄອຍະການປະຊາຊົນສູງສຸດ ແລະຄະນະພັກແຂວງເທື່ອທຽນເຫວ້, ແຕ່ວັນທີ 31 ກໍລະກົດ ຫາ 3 ສິງຫາ, ຄະນະປະຕິບັດງານຂອງອົງການໄອຍະການປະຊາຊົນແຂວງເທື່ອທຽນເຫວ້ ໂດຍສະຫາຍ ຫງວ໋ຽນ ແທັງ ຫ໋າຍ, ຫົວໜ້າອົງການໄອຍະການປະຊາຊົນແຂວງເທື່ອທຽນເຫວ້ ໄດ້ນຳພາຄະນະ ມາຢ້ຽມຢາມ ແລະ ເຮັດວຽກກັບອົງການໄອຍະການປະຊາຊົນແຂວງສາລະວັນ.

ທີ່ຫໍປະຊຸມຂອງແຂວງໆສາລະວັນ, ຄະນະປະຕິບັດງານຂອງອົງການໄອຍະການປະຊາຊົນແຂວງເທື່ອທຽນເຫວ້ ໄດ້ມີການພົບປະເຈລະຈາ ກັບ ການນຳອົງການໄອຍະການປະຊາຊົນແຂວງສາລະວັນ, ບັນດາອົງການໄອຍະການເຂດ ແລະ ຫ້ອງວິຊາສະເພາະຕ່າງໆທີ່ຂື້ນກັບອົງການໄອຍະການແຂວງສາລະວັນ.

ທີ່ກອງປະຊຸມພົບປະເຈລະຈາ, ສະຫາຍ ຄຳພຸ່ນ ອະໄພຈິດ, ຫົວໜ້າອົງການໄອຍະການປະຊາຊົນແຂວງສາລະວັນໄດ້ສະແດງຄວາມຍິນດີຕ້ອນຮັບຄະນະປະຕິບັດງານອົງການໄອຍະການປະຊາຊົນແຂວງເທື່ອທຽນເຫວ້ ມາຢ້ຽມຢາມ ແລະ ເຮັດວຽກຄັ້ງນີ້.

ແຂວງເທື່ອທຽນເຫວ້ ແລະ ສາລະວັນ (ສປປ ລາວ): ປະສານສົມທົບກັນຕໍ່ສູ້, ສະກັດກັ້ນ ແລະຕ້ານອາດຊະຍາກຳ

ພິທີລົງນາມໃນບົດບັນທຶກຊ່ວຍຈຳ ຄັ້ງທີ 2. (ພາບ: ຈ້ອງບິ່ງ)

ສະຫາຍ ຄຳພຸ່ນ ອະໄພຈິດ ໄດ້ຂື້ນລາຍງານໂດຍສັງເຂບກ່ຽວກັບສະພາບເສດຖະກິດ, ສັງຄົມ ຂອງແຂວງສາລະວັນ; ບັນດາວຽກງານທີ່ພົ້ນເດັ່ນກ່ຽວກັບໂຄງຮ່າງການຈັດຕັ້ງພະນັກງານ, ການເຄື່ອນໄຫວຂອງອົງການໄອຍະການປະຊາຊົນແຂວງສາລະວັນ, ອົງການໄອຍະການເຂດ; ບັນຫາອາດຊະຍາກຳ, ຄວາມສະຫົງບຊາຍແດນ, ວຽກງານການປະສານສົມທົບກັນຕໍ່ສູ້, ຕ້ານ ແລະ ສະກັດກັ້ນອາດຊະຍາກຳ ລະຫວ່າງ ອົງການໄອຍະການປະຊາຊົນແຂວງສາລະວັນ ແລະ ອົງການໄອຍະການປະຊາຊົນແຂວງເທື່ອທຽນເຫວ້.

ຕ່າງໜ້າຄະນະປະຕິບັດງານ, ສະຫາຍ ຫງວ໋ຽນ ແທັງ ຫ໋າຍ ຫົວໜ້າອົງການໄອຍະການແຂວງເທື່ອທຽນເຫວ້ ສະແດງຄວາມຂອບອົບຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນ, ເຕັມໄປດ້ວຍໄມຕີຈິດ ແລະ ເອົາໃຈໃສ່ ຂອງການນຳ, ພະນັກງານຂອງ ອົງການໄອຍະການປະຊາຊົນແຂວງສາລະວັນ.

ສະຫາຍ ຫງວ໋ຽນ ແທັງ ຫ໋າຍ ກໍ່ໄດ້ລາຍງານໂດຍສັງເຂບກ່ຽວກັບສະພາບເສດຖະກິດ, ສັງຄົມ ຂອງແຂວງເທື່ອທຽນເຫວ້; ໂຄງຮ່າງການຈັດຕັ້ງພະນັກງານຂອງອົງການໄອຍະການປະຊາຊົນຫວຽດນາມ, ກໍ່ຄື ອົງການໄອຍະການປະຊາຊົນແຂວງເທື່ອທຽນເຫວ້; ສະພາບອາດຊະຍາກຳພາຍໃນແຂວງເທື່ອທຽນເຫວ້ ໃນຊຸມປີຜ່ານມາ; ແລກປ່ຽນບົດຮຽນໃນວຽກງານຊ່ວຍເຫຼືອດ້ານຍຸດຕິທຳ ແລະ ວິຊາການດ້ານວິຊາສະເພາະ, ວຽກງານການຕໍ່ສູ້, ຕ້ານ ແລະ ສະກັດກັ້ນອາດຊະຍາກຳ, ພິເສດແມ່ນອາດຊະຍາກຳກ່ຽວກັບຢາເສບຕິດ.

ແຂວງເທື່ອທຽນເຫວ້ ແລະ ສາລະວັນ (ສປປ ລາວ): ປະສານສົມທົບກັນຕໍ່ສູ້, ສະກັດກັ້ນ ແລະຕ້ານອາດຊະຍາກຳ

ຄະນະປະຕິບັດງານຖ່າຍຮູບເປັນທີ່ລະນຶກກັບອົງການໄອຍະການປະຊາຊົນແຂວງສາລະວັນ. (ພາບ: ຈ້ອງບິ່ງ)

ສອງຝ່າຍເຊື່ອໝັ້ນວ່າໃນອານາຄົດຕໍ່ໜ້າ ວຽກງານປະສານສົມທົບກັນໃນການຕໍ່ສູ້, ສະກັດກັ້ນ ແລະ ຕ້ານອາດຊະຍາກຳ ລະຫວ່າງ ອົງການໄອຍະການປະຊາຊົນແຂວງເທື່ອທຽນເຫວ້ ແລະ ອົງການໄອຍະການປະຊາຊົນແຂວງສາລະວັນ ຈະບັນລຸໄດ້ຜົນສຳເລັດຢ່າງຕັ້ງໜ້າ, ປະກອບສ່ວນຢ່າງມີປະສິດທິຜົນເຂົ້າໃນວຽກງານສະກັດກັ້ນ ແລະ ຕ້ານອາດຊະຍາກຳຂ້າມຊາດຢ່າງ, ຮັກສາຄວາມໝັ້ນຄົງດ້ານການເມືອງ, ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມ, ສ້າງພື້ນຖານໝັ້ນຄົງເຂັ້ມແຂງໃຫ້ແກ່ການພັດທະນາດ້ານເສດຖະກິດ, ວັດທະນະທຳ, ສັງຄົມຂອງສອງທ້ອງຖິ່ນເວົ້າສະເພາະ ແລະ ສອງຊາດຫວຽດນາມ-ລາວ ເວົ້າລວມ.

ສິ້ນສຸດການພົບປະເຈລະຈາ, ຕາງໜ້າການນຳສອງຝ່າຍໄດ້ດຳເນີນການເຊັນລົງນາມໃນບົດບັນທຶກຊ່ວຍຈຳ ວ່າດ້ວຍການຮ່ວມມື ຄັ້ງທີ 2 ລະຫວ່າງ ອົງການໄອຍະການປະຊາຊົນແຂວງສາລະວັນ ແລະ ອົງການໄອຍະການປະຊາຊົນແຂວງເທື່ອທຽນເຫວ້ - ແນໃສ່ຍົກສູງຄວາມໄວ້ເນື້ອເຊື່ອໃຈ ແລະ ຄວາມເຂົ້າອົກເຂົ້າໃຈ, ຮັດແໜ້ນ ແລະ ເພີ່ມທະວີສາຍພົວພັນຮ່ວມມືນັບມື້ນັບມີປະສິດທິຜົນລະຫວ່າງສອງຝ່າຍໃນອານາຄົດ.

(ຫັດ​ທະ​ບູນ)

ເຫດການ
302 Found

Found

The document has moved here.