ສາວນັກຮຽນລາວ ສ້າງ "ຄວາມຮັກແລະຄິດຮອດ" ຍ້ອນຄວາມງາມ, ຮຽນດີ-ຮຽນເກັ່ງ, ເວົ້າພາສາຫວຽດນາມໄດ້ຢ່າງຄ່ອງແຄ້ວ

10:33 | 12/08/2019

ຍສໝ - ໃນຖານະເປັນນັກສຶກສາປີສຸດທ້າຍ ຂອງສົກຮຽນ ຢູ່ ຮ່າຕິ໋ງ ກັນຕະນາ ມູນລະສິງ ໄດ້ຮັບຄວາມສົນໃຈ ຈາກຫຼາຍຄົນ ເພາະວ່າ ໜ້າຕາດີ-ສວຍງາມ, ແຈ່ມໃສ ໃນໄວ 20 ປີ. ຄວາມງາມຂອງລາວດຶງດູດຝ່າຍກົງກັນຂວ້າມດ້ວຍສາຍຕາທີ່ສາມາດເອົາໄດ້ ແລະ ຮອບຍິ້ມທີ່ສົດໃສຄືກັນກັບແສງສຸລິເຍດ.

ເກີດ ແລະ ເຕີບໃຫຍ່ ຢູ່ ນະຄອນຫຼວງວຽງຈັນ (ປະເທດລາວ), ສາວງາມ ກັນຕະນາ ມູນລະສິງ (ເກີດປີ 1998) ໄດ້ມີຄວາມຝັນ ຢາກໄປຮຽນມະຫາວິທະຍາໄລ ຢູ່ ປະເທດຫວຽດນາມ. ຍາມໃດກໍ່ມີຄວາມປາດຖະໜາຢາກ ເປັນພະນັກງານທະນາຄານເກັ່ງ, ດັ່ງນັ້ນເມື່ອມີໂອກາດ, ມີຄວາມເປັນຕົວຂອງຕົວເອງ, ຂະຫຍັນຂັນເຄື່ອນ ແລະ ມີການວາງແຜນທີ່ແນ່ນອນ, ກັນຕະນາ ມູນລະສິງ ຕັດສິນໃຈເລືອກ ສາຂາການທະນາຄານ-ການເງິນ, ຄະນະເສດຖະສາດ - ການບໍລິຫານທຸລະກິດ, ມະຫາວິທະຍາໄລຮ່າຕິ້ງ ແມ່ນສະຖານທີ່ສ້າງຄວາມຝັນຂອງຕົນ.

ສາວນັກຮຽນລາວ ສ້າງ

ດ້ວຍຮູບຮ່າງພາຍນອກທີ່ສວຍງາມ, ນາງ ກັນຕະນາ ມູນລະສິງ ເຮັດໃຫ້ນັກຮຽນຊາຍ ແລະ ສາຍຕາຂອງຄວາມເຈົ້າຊູ້ຫຼາຍຄົນຕ້ອງອ່ອນໄຫວເມື່ອນາງປະກົດຕົວ. (ພາບ:baohatinh.vn)

ກ່ອນຕັດສິນໃຈ ໄປຫວຽດນາມ ເພື່ອການສຶກສາຮໍ່າຮຽນ, ກັນຕະນາ ມູນລະສິງ ໄດ້ໃຊ້ເວລາຊອກຮູ້ຢ່າງລະອຽດກ່ຽວກັບໂຮງຮຽນ, ກ່ຽວກັບປະເທດ, ວັດທະນະທຳ ແລະ ປະຊາຊົນແຂວງຮ່າຕິ໋ງ. ສິ່ງທີ່ສ້າງຄວາມປະທັບໃຈໃຫ້ແກ່ນ້ອງສາວຄົຮງາມ ແລະ ຮູ້ສຶກ ໝັ້ນໃຈ ແມ່ນໂຮງຮຽນ ມະຫາວິທະຍາໄລມີສະຖານທີ່ ບຳລຸງສ້າງ ກໍ່ຄືສຶກສາອົບຮົມເປັນຂອງຕົນເອງ, ເຕັມໄປດ້ວຍສິ່ງ ອຳນວຍຄວາມສະດວກ ແລະ ຄູອາຈານ ມີຄຸນນະພາບສູງ. ສິ່ງນັ້ນໄດ້ຊ່ວຍໃຫ້ ກັນຕະນາ ມູນລະສິງ ມີຄວາມໜັກແໜ້ນ ສຶກສາຮ່ຳຮຽນ 4 ປີ ຢູ່ ມະຫາວິທະຍາໄລແຫ່ງນີ້ ເຖິງວ່າຈະຕ້ອງເສຍເວລາຮຽນພາສາຫວຽດຕື່ມອີກ 1ປີ.

ສາວນັກຮຽນລາວ ສ້າງ

ນ້ອງສາວລາວຄົນງາມ ໂພດສທ່າຖ່າຍຮູບປະກອບກຸບຫວຽດນາມ.(ພາບ:baohatinh.vn)

ເມື່ອຫວນປີທຳອິດ,ໃນການເດີນທາງອັນຍາວໄກໄປຫວຽດນາມຮຽນ ຢູ່ ມະຫາວິທະຍາໄລຮ່າຕິ໋ງ, ກັນຕະນາ ມູນລະສິງ ກ່າວວ່າ: ມີຫຼາຍຄັ້ງທີ່ຕົນຕ້ອງ ນ້ຳຕາໄຫຼຍ້ອນຄວາມຄິດຮອດບ້ານ ແລະ ຄິຮອດບ້ານເກີດເມືອງນອນ. ການມາສຶກສາຮ່ຳຮຽນໃນສະພາບແວດລ້ອມໃໝ່, ພາສາແມ່ນກຸນແຈໃນການເລີ່ມຕົ້ນທຸກຢ່າງ. ກັນຕະນາ ມູນລະສິງ ໄດ້ພົບກັບຄວາມຫຍຸ້ງຍາກດ້ານພາສາ, ເມື່ອເວົ້າບໍ່ໄດ້ຖືກ, ຄວາມສາມາດໃນການຝັງຍັງອ່ອນ.

ເຖິງຢ່າງໃດກໍ່ຕາມ, ຍ້ອນມີເພື່ອນທີ່ດີ ແລະ ເປີດໃຈ ຢູ່ໂຮງຮຽນທີ່ນ້ອງສາວກຳລັງຮຽນ, ເຮັດໃຫ້ໄລຍະເວລາດັ່ງກ່າວກໍ່ຜ່ານໄປຢ່າງໄວວາ ແລະ ຊີວິດນັກຮຽນ ຂອງ ກັນຕະນາ ມູນລະສິງ ກໍ່ກາຍເປັນສິ່ງທີ່ໜ້າຕື່ນເຕັ້ນແລະ ໜ້າສົນໃຈຫລາຍຂຶ້ນໃນທຸກໆມື້.

ສາວນັກຮຽນລາວ ສ້າງ

ຖືກດຶງດູດດ້ວຍວັດທະນະທຳ, ອາຫານເອກະລັກພື້ນເມືອງ, ຫຼາກຫຼາຍແລະມີສີສັນ ຂອງຮ່າຕິ໋ງ ໄດ້ເຮັດໃຫ້ ກັນຕະນາ ມູນລະສິງ ມີຄວາມຮັກແພງຫຼາຍຂື້ນຕື່ມ ແລະ ຖືວ່ານີ້ເປັນບ້ານເກີດເມືອງນອນແຫ່ງທີ 2 ຂອງຕົນ. (ພາບ:baohatinh.vn)

ຕັດສິນໃຈເອົາຊະນະພາສາຫວຽດ, ກັນຕະນາ ມູນລະສິງ ບໍ່ລັງເລໃຈທີ່ຈະສ້າງຄວາມເປັນມິດກັບຄູອາຈານ ແລະ ເພື່ອນນັກສຶກສາຫວຽດນາມ ເພື່ອຮຽນ ແລະ ສົນທະນາ. ແທນທີ່ຈະປິດບັງຂໍ້ບົກພ່ອງ, ນາງ ກັນຕະນາ ມູນລະສິງ ເວົ້າພາສາຫວຽດຢູ່ຕະຫຼອດເວລາ ບໍ່ວ່າຈະຢູ່ບ່ອນໃດ, ຜິດກໍ່ໃຫ້ຄົນຫວຽດແປງໃຫ້, ຈາກນັ້ນມາ, ກັນຕະນາ ມີຄວາມໝັ້ນໃຈໃນການປັບປຸງທັກສະການສື່ສານຂອງຕົນ. ແລະແລ້ວ, ຈາກເດັກຍິງຜູ້ທີ່ບໍ່ຢາກໄປ ຮຽນ ຍ້ອນພາສາຫວຽດ, ກັນຕະນາ ໄດ້ຄະແນນດີເລີດໃນການສອບເສັງຈົບຊັ້ນພາສາຫວຽດ.

ເມື່ອເວົ້າເຖິງຜົນການສຶກສາໃນຊຸມປີທີ່ຜ່ານມາ ຢູ່ ມະຫາວິທະຍາໄລຮ່າຕິ້ງ, ກັນຕະນາ ຍິ້ມຍ້ອນນ້ອງສາວເປັນ ໜຶ່ງໃນນັກສຶກສາລາວທີ່ມີຜົນການດີທີ່ສຸດ. ນອກຈາກນັ້ນ, ກັນຕະນາ ຍັງມີການປະກອບສ່ວນ ກໍ່ຄືກັນມີສ່ວນຮ່ວມໃນການສະແດງວັດທະນະ ທຳ ເປັນປະຈຳ ໃນວັນບຸນ ຫຼື ງານຕ່າງໆທີ່ສຳຄັນຂອງໂຮງຮຽນ. ກັນຕະນາ ຍັງເຄີຍໄດ້ຮັບໃບຍ້ອງຍໍຈາກສະຖານທູດລາວ ປະຈຳຫວຽດນາມ ຍ້ອນມີຜົນການຮຽນດີ; ລາງວັນທີ ໜຶ່ງ ນັກສຶກສາສາວສຸພາບຮຽບຮ້ອຍຂອງຄະນະ ໃນສົກຮຽນ ປີ 2016-2017 ... ກັນຕະນາ ແລະ ນັກສຶກສາລາວ ຍາມໃດກໍ່ຕ້ອງການນຳເອົາທ່ວງທຳນອງສຽງເພງ ແລະ ຈັງວະຟ້ອນ, ລຳ ເອກກະລັກສະເພາະຂອງປະເທດຕົນ ແນະນຳໃຫ້ນັກຮຽນຫວຽດນາມທຸກຄົນ. . ຜ່ານນັ້ນ, ຈະແຕ່ງແຕ້ມນ້ຳໃຈມິດຕະພາບຫວຽດນາມ - ລາວ ຕັ້ງແຕ່ລຸ້ນໃດໆມາ ໃຫ້ມີສີສັນ ແລະ ເລິກເຊິ່ງຫຼາຍຂື້ນ.

ສາວນັກຮຽນລາວ ສ້າງ

ນາງ ກັນຕະນາ ຫາກໍ່ ສຳເລັດການຝຶກງານ ຢູ່ທະນາຄານ Sacombank ລາວ ເພື່ອກຽມເຂົ້າຮຽນປີສຸດທ້າຍ ຢູ່ ປະເທດຫວຽດນາມ.(ພາບ:baohatinh.vn)

"ນ້ອງຮັກຮ່າຕິ້ງຫຼາຍ, ຄືວ່າເປັນບ້ານເກີດເມືອງນອນທີ່ສອງຂອງນ້ອງນີ້ລະ. ຢູ່ທີ່ນີ້ນ້ອງໄດ້ຮັບຄວາມຮັກແພງ ແລະ ຊ່ວຍເຫລືອຈາກ ຄູອາຈານ ແລະ ໝູ່ເພື່ອນຢ່າງຫຼວງຫລາຍ. ຕະຫຼອດເວລາທີ່ນ້ອງຮຽນຢູ່ໂຮງຮຽນນີ້, ນ້ອງມີໂອກາດໄປທ່ຽວ, ຊອກຮູ້ສະຖານທີ່ທ່ອງທ່ຽວໃໝ່ໆ, ຄຸນຄ່າວັດທະນະທຳ ທີ່ເປັນເອກະລັກສະເພາະ ແລະ ອາຫານການກິດຂອງຮ່າຕິ້ງ, ເປັນສິ່ງທີ່ບໍ່ສາມາດລືມໄດ້ ສຳລັບນ້ອງ” - ກັນຕະນາ ໄດ້ແບ່ງປັນ.

ພາຍຫຼັງ ສຳເລັດການສຶກສາຢູ່ມະຫາວິທະຍາໄລ, ຄວາມຄາດຫວັງ ແລະ ຕັ້ງໃຈ ຂອງນ້ອງ ກັນຕະນາ ອາດຈະ ກັບຄືນເມືອລາວເພື່ອສືບຕໍ່ເຮັດວຽກເປັນພະນັກງານທະນາຄານ - ວຽກທີ່ກ່ຽວຂ້ອງກັບຂະແໜງການຮຽນ ຂອງນນ້ອງໃນປະຈຸບັນ.ຍ້ອນຄວາມຮັກຕໍ່ປະເທດທີ່ມີດິນແດນເປັນຮູບໂຕ S ຢ່າງເລິກເຊິ່ງ, ໃນຄວາມຄິດເລິກໆ, ນ້ອງ ກັນຕະນາ ຍັງຫວັງວ່າຈະເຮັດວຽກທີ່ຊ່ວຍສ້າງຄຸນປະໂຫຍດໃຫ້ ສອງປະເທດຫວຽດນາມ ແລະລາວ - ເຮືອນຫຼັງໃຫຍ່ ທັງສອງແຫ່ງຂອງນ້ອງ ຫຼື ກັບມາຫວຽດນາມ ຮຽນປະລິນຍາໂທເພື່ອຍົກ ຄວາມຮູ້ສູງພ້ອມທັງຄວາມສາມາດຂອງຕົນ.

(ຫັດ​ທະ​ບູນ)

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.