ນີ້ແມ່ນຊຸດບໍາລຸງຄັ້ງທີ 16 ໂດຍໂຮງຮຽນວິທະຍາໄລສ້າງຄູເງະອານ ຈັດຕັ້ງ. ເຂົ້າຮ່ວມຊຸດຮຽນ ມີນັກສໍາມະນາກອນ 104 ຄົນທີ່ມາຈາກບັນດາແຂວງຊຽງຂວາງ, ບໍລິຄໍາໄຊ, ຫົວພັນ, ສະຫວັນນະເຂດ, ວຽງຈັນ ແລະຄໍາມ່ວນ ຂອງ ສປປ ລາວ.
ນີ້ກໍ່ແມ່ນຊຸດທໍາອິດທີ່ບັນດານັກສໍາມະນາກອນລາວ ໄດ້ຮຽນຕາມຫຼັກສູດໃໝ່ຕາມກອບຂອງການຕີລາຄາຄວາມສາມາດບົ່ມຊ້ອນພາສາຕ່າງປະເທດ 4/6 ຂັ້ນ. ພ້ອມກັນນັ້ນ, ວິທີສິດສອນ, ການກວດກາ, ການຕີລາຄາໝາກຜົນຂອງການຮໍ່າຮຽນກໍ່ປ່ຽນແປງໄປຕາມຫຼັກສູດການກໍ່ສ້າງພາສາຫວຽດນາມ ໃຫ້ຊາວຕ່າງປະເທດ.
|
ຄະນະອຳນວຍການໂຮງຮຽນ ມອບໃບຢັ້ງຢືນໃຫ້ແກ່ບັນດານັກສໍາມະນາກອນລາວທີ່ມີຜົນງານຮໍ່າຮຽນດີເລີດ. (ພາບ: baonghean.cpm.vn).
ພາຍຫຼັງການຮຽນມາເປັນເວລາ 9 ເດືອນ, ຕາມການຕີລາຄາຈາກໂຮງຮຽນແລ້ວ, ບັນດານັກສໍາມະນາກອນລາວ ລ້ວນແຕ່ມີຄວາມດຸໝັ່ນຂະຫຍັນພຽນຕໍ່ການຮ່ຳຮຽນ, ມີສະຕິປະຕິບັດກົດລະບຽບໄດ້ດີ. ສິ້ນສຸດການຮຽນນັກສໍາມະນາກອນ 100% ລ້ວນແຕ່ໄດ້ຮັບໃບຢັ້ງຢືນ.
ຜ່ານ 16 ຊຸດບໍາລຸງສ້າງດ້ວຍນັກສໍາມະນາກອນລາວ ກວ່າ 1.200 ຄົນນັ້ນໄດ້ເປັນພະຍານຫຼັກຖານໃຫ້ແກ່ສາຍພົວພັນແບບພິເສດລະຫວ່າງປະຊາຊົນສອງປະເທດ ຫວຽດນາມ-ລາວ ເວົ້າລວມ ແລະຄະນະກໍາມະການປະຊາຊົນແຂວງເງະອານ ແລະອໍານາດການປົກຄອງ 6 ແຂວງຂອງລາວ ຄື: ຊຽງຂວາງ, ບໍລິຄໍາໄຊ, ຫົວພັນ, ສະຫວັນນະເຂດ, ວຽງຈັນ ແລະຄໍາມ່ວນ ເວົ້າສະເພາະ.
(ແຫຼ່ງຂໍ້ມູນ: la.qdnd.vn)