ຍສໝ - ທ່ານປະທານສະມາຄົມມິດຕະພາບ ອິດສະຣາແອນ - ຫວຽດນາມ ຢືນຢັນວ່າ ຫວຽດນາມ ແມ່ນແບບຢ່າງກ່ຽວກັບວິໄສທັດຍຸດທະສາດ ແລະ ຄວາມສາມາດບົ່ມຊ້ອນໃນການຮ່ວມມືຢ່າງເລິກເຊິ່ງ, ພິເສດແມ່ນດ້ານເສດຖະກິດ, ເຕັກໂນໂລຢີ ແລະ ການແລກປ່ຽນປະຊາຊົນກັບ ອິດສະຣາແອນ.
ຍສໝ - ຕາມນັກຂ່າວສຳນັກຂ່າວສານຫວຽດນາມ ປະຈຳລາວ ແລ້ວ, ໃນການໄປປະຕິບັດງານຂອງຄະນະຜູ້ແທນກະຊວງຕຳຫຼວດຫວຽດນາມ ໂດຍທ່ານພົນເອກ ເລືອງຕ່າມກວາງ, ກຳມະການກົມການເມືອງ, ລັດຖະມົນຕີກະຊວງຕຳຫຼວດຫວຽດນາມ ເປັນນຳໜ້າ, ຕອນບ່າຍວັນທີ 30 ກໍລະກົດ, ທ່ານພົນເອກ ເລືອງຕ່າມກວາງ ໄດ້ຢ້ຽມຂ່ຳນັບທ່ານ ບຸນທອງ ຈິດມະນີ, ກຳມະການກົມການເມືອງ, ຜູ້ປະຈຳຄະນະເລຂາ, ຮອງປະທານ ສປປ ລາວ. ໂດຍເຂົ້າຮ່ວມມີທ່ານກຳມະການກົມການເມືອງ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການກະຊວງຕຳຫຼວດດລາວ ວິໄລ ລາຄຳຟອງ ແລະ ທ່ານເອກອັກຄະລັດຖະທູດຫວຽດນາມ ປະຈຳລາວ ຫງວຽນມິງເຕີມ.
ຍສໝ - ທ່ານ ສາດສະດາຈານ Hal Hill ຖືວ່າ ຫວຽດນາມ ແມ່ນແບບຢ່າງໃນການດຸ່ນດ່ຽງລະຫວ່າງ 2 ປະເທດມະຫາອຳນາດ ບົນພື້ນຖານຮັບປະກັນຜົນປະໂຫຍດແຫ່ງຊາດ - ເປັນສິ່ງທີ່ຫຼາຍປະເທດໃນພາກພື້ນອາຊີຕາເວັນອອກສ່ຽງໃຕ້ ພະຍາຍາມຮ່ຳຮຽນ.
ຍສໝ - ນັ້ນແມ່ນຄຳເຫັນຂອງທ່ານປະທານສະພາແຫ່ງຊາດ ເຈີ່ນແທງເໝີນ ທີ່ການພົບປະກັບພະນັກງານ, ພາລະກອນສະຖານທູດ ແລະ ປະຊາຄົມຊາວ ຫວຽດນາມ ປະຈຳ ເຊເນການ, ໄດ້ດຳເນີນໃນຕອນບ່າຍວັນທີ 22 ກໍລະກົດ (ຕາມເວລາທ້ອງຖິ່ນ), ໃນຂອບເຂດການຢ້ຽມຢາມ ສາທາລະນະລັດ ເຊເນການ ຢ່າງເປັນທາງການ. ເຂົ້າຮ່ວມກອງປະຊຸມຍັງມີທ່ານ Samba Dang ຮອງປະທານສະພາແຫ່ງຊາດ ເຊເນການ.
ຍສໝ - ສະມາຄົມມິດຕະພາບ ມາເລເຊຍ - ຫວຽດນາມ (MVFA) ຫາກໍ່ຈັດຕັ້ງການໃຫ້ຄຳປຶກສາ ແລະ ກວດສຸຂະພາບໂດຍບໍ່ເສຍຄ່າສະເພາະສຳລັບແມ່ຍິງຫວຽດນາມ ທີ່ດຳລົງຊີວິດ ແລະ ເຮັດວຽກຢູ່ມາເລເຊຍ.
ຍສໝ - ຕາມນັກຂ່າວສຳນັກຂ່າວຫວຽດນາມ ທີ່ Sydney ແລ້ວ, ຫວ່າງມໍ່ໆມານີ້, ໜ້າເວບ Sky News (ອົດສະຕາລີ) ໄດ້ລົງພິມບົດຄວາມທີ່ລະບຸວ່າຫວຽດນາມ ແມ່ນຈຸດໝາຍປາຍທາງທີ່ນັກທ່ອງທ່ຽວອົດສະຕາລີມັກເປັນອັນດັບໜຶ່ງ.
ຍສໝ - ບັນດາທ້ອງຖິ່ນທັງໝົດໄດ້ກວດກາຄືນ ແລະ ກຳນົດຄວາມຄືບໜ້າຂອງການລົບລ້າງເຮືອນຊົ່ວຄາວ, ເຮືອນຮົ່ວເພ. ໃນຕົ້ນເດືອນກໍລະກົດ, ທົ່ວປະເທດໄດ້ສະຫນັບສະຫນູນເຮືອນ 262,000 ຫຼັງ ແລະ ບັນດາທ້ອງຖິ່ນທີ່ຍັງເຫຼືອພະຍາຍາມເພື່ອໃຫ້ສໍາເລັດໃນເດືອນສິງຫານີ້.
ຍສໝ - ອີຕາລີ ແມ່ນຄູ່ຮ່ວມມືການຄ້າໃຫຍ່ອັນດັບທີ 3 ຂອງ ຫວຽດນາມ ໃນສະຫະພາບເອີຣົບ (EU), ສ່ວນ ຫວຽດນາມ ແມ່ນຄູ່ຮ່ວມມືໃຫຍ່ສຸດຂອງ ອີຕາລີ ໃນ ອາຊຽນ. ວົງເງິນການຄ້າສອງສົ້ນໃນປີ 2024 ບັນລຸ 6,9 ຕື້ USD.
ຍສໝ - ຫວຽດນາມ ພວມປະຕິບັດນະໂຍບາຍປ້ອງກັນຊາດ, ຄື: ບໍ່ເຂົ້າຮ່ວມສຳພັນທະມິດການທະຫານ; ບໍ່ຮ່ວມສຳພັນກັບປະເທດນີ້ເພື່ອຕ້ານປະເທດອື່ນ...
ຍສໝ - ສິ່ງສຳຄັນທີ່ພາໄປເຖິງໄຊຊະນະໃນວັນທີ 30 ເມສາ 1975 ແມ່ນມີການນໍາພາອັນສະຫຼາດສ່ອງໃສຂອງພັກກອມມູນິດຫວຽດນາມ, ສືບທອດພາລະກິດຂອງປະທານໂຮ່ຈີມິນ, ນຳການປະຕິວັດຫວຽດນາມ ຍາດເອົາໄຊຊະນະ. ໄຊຊະນະໃນວັນທີ 30 ເມສາ 1975 ຍັງໄດ້ສະແດງໃຫ້ເຫັນນ້ຳໃຈສາມັກຄີ ແລະການຮ່ວມສໍາພັນສູ້ຮົບລະຫວ່າງ 3 ປະເທດອິນດູຈີນ, ໄດ້ຮັບການສະໜັບສະໜູນຈາກປະຊາຊົນທີ່ຮັກຫອມສັນຕິພາບໃນທົ່ວໂລກ
ຍສໝ - ວັນທີ 22 ເມສາ, ຢູ່ຮ່າໂນ້ຍ, ອົງການ Oxfam ໄດ້ຈັດຕັ້ງການສຳມະນາ “ເລີ່ມຕົ້ນ ແລະ ແບ່ງປັນຂໍ້ມູນກ່ຽວກັບການຮຽກຮ້ອງມອບບັດສະເໜີຂໍອຸປະຖຳຄັ້ງທຳອິດ, ໂຄງການໜູນຊ່ວຍບັນດາຂໍ້ລິເລີ່ມກ່ຽວກັບການຫັນເປັນສີຂຽວທີ່ນຳພາໂດຍແມ່ຍິງ (PWG)”. ການສຳມະນາໄດ້ສະໜອງຂໍ້ມູນ, ມາດຖານ ແລະ ວິທີຂຽນຂໍ້ສະເໜີ ເພື່ອເຊື່ອມຕໍ່ບັນດາຂໍ້ລິເລີ່ມການຫັນປ່ຽນສີຂຽວທີ່ນຳພາໂດຍແມ່ຍິງ ດ້ວຍແຫຼ່ງກຳລັງໜູນຈາກ Oxfam.
ຍສໝ - ນັ້ນແມ່ນສານທີ່ທ່ານ ຟານແອງເຊີນ, ປະທານສະຫະພັນບັນດາອົງການມິດຕະພາບ ຫວຽດນາມ ໄດ້ແບ່ງປັນການຕ້ອນຮັບຄະນະຜູ້ແທນກອງທຶນໄກ່ເກ່ຍ ແລະ ພັດທະນາ (FRD) ແລະ ສະພາແຫ່ງຊາດຜູ້ອາຍຸສູງ ອາເມລິກາ (NCOE) ໃນວັນທີ 17 ເມສາ ຢູ່ຮ່າໂນ້ຍ.
ຍສໝ - ທ່ານ Michael Kokalari, ຜູ້ອຳນວຍການຫ້ອງວ່າການວິເຄາະເສດຖະກິດມະຫາພາກ ແລະ ຄົ້ນຄ້ວາທ້ອງຕະຫຼາດ VinaCapital ໃຫ້ຮູ້ວ່າ ການລົງທຶນສ່ວນລັດ ຈະແມ່ນກຳລັງຜັກດັນສຳຄັນເພື່ອຊ່ວຍໃຫ້ ຫວຽດນາມ ບັນລຸເປົ້າໝາຍເຕີບໂຕ GDP 8% ໃນປີ 2025, ຖ້າສະສາງເງິນຕາມກຳນົດເວລາ ແລະ ມີປະສິດທິຜົນ.
ຍສໝ - ໄຊຊະນະວັນທີ 30 ເມສາ ແມ່ນແຫຼ່ງກຳລັງແຮງໃຫ້ແກ່ຫວຽດນາມ ພັດທະນາ. ນີ້ແມ່ນຂໍ້ສັງເກດຂອງທ່ານປະລິນຍາເອກ G. Weerasinghe ເລຂາທິການໃຫຍ່ພັກກອມມູນິດ ສີລັງກາ ກ່ອນການຈັດພິທີສະເຫຼີມສະຫຼອງ 50 ປີແຫ່ງການທ້ອນໂຮມປະເທດຊາດເປັນເອກະພາບ (30-4-1975 / 30-4-2025).
ຍສໝ - ວັນທີ 10 ເມສາ, ຢູ່ຮ່າໂນ້ຍ, ທ່ານນາງ ໂຄສົກກະຊວງການຕ່າງປະເທດ ຟ້າມທູຮັ່ງ ໄດ້ຂໍ້ມູນກ່ຽວກັບຄຳເຫັນຂອງກະຊວງການຕ່າງປະເທດ ແລະ ບັນດາມາດຕະການທີ່ຈະມາເຖິງຂອງຫວຽດນາມ ກ່ອນທີ່ທ່ານປະທານາທິບໍດີ ອາເມລິກາ Donald Trump ທີ່ຈະໂຈະອັດຕາພາສີສົມທົບຊົ່ວຄາວເປັນເວລາ 90 ວັນ.
ຍສໝ - ວັນທີ 25 ມີນາ 2025, ຢູ່ນະຄອນ ໂຮ່ຈິມິນ, ກະຊວງການຕ່າງປະເທດ ຫວຽດນາມ ໄດ້ສົມທົບກັບ ອົດສະຕາລີ ແລະ ການາດາ ຈັດຕັ້ງການສຳມະນາເວທີປາໄສພາກພື້ນ ອາຊຽນ (ARF) ກ່ຽວກັບຫົວຂໍ້ແມ່ຍິງ, ສັນຕິພາບ ແລະ ຄວາມໝັ້ນຄົງ ຄັ້ງທີ 2 ດ້ວຍຮູບແບບໂດຍກົງສົມທົບກັບທາງອອນລາຍ.
ຍສໝ - ນີ້ແມ່ນຂໍ້ຄວາມແບ່ງປັນໂດຍທ່ານ ດົ່ງຮຸຍເກື່ອງ, ຮອງປະທານສະຫະພັນບັນດາອົງການມິດຕະພາບ ຫວຽດນາມ (VUFO) ກັບບັນດາຜູ້ແທນທີ່ເຂົ້າຮ່ວມການໂອ້ລົມສົນທະນາທາງອອນໄລດ້ວຍຫົວຂໍ້ “ແບ່ງປັນມໍລະດົກ, ມຸ່ງໄປເຖິງອະນາຄົດ” ລະຫວ່າງຊາວໜຸ່ມ, ນັກສຶກສາອາເມລິກາ ແລະ ຊາວໜຸ່ ຫວຽດນາມ, ລາວ, ກຳປູເຈຍ ແລະ ໄທ ໄດ້ດຳເນີນໃນວັນທີ 28 ມີນາ.
ຍສໝ - ຕອນບ່າຍວັນທີ 26 ມີນາ, ຢູ່ສຳນັກງານສູນກາງພັກ, ທ່ານ ໂຕເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ໄດ້ໃຫ້ການຕ້ອນຮັບທ່ານ Lawrence Wong ນາຍົກລັດຖະມົນຕີສິງກະໂປ ເນື່ອງໃນໂອກາດມາຢ້ຽມຢາມຫວຽດນາມ ຢ່າງເປັນທາງການ.
ຍສໝ - ໂດຍສົມທົບກັບສູນກາງສະມາຄົມມິດຕະພາບ ຫວຽດນາມ - ລາວ, ສະມາຄົມມິດຕະພາບ ຫວຽດນາມ - ລາວ ໃນຂົງເຂດຕຳຫຼວດປະຊາຊົນ ໄດ້ມີຫຼາຍການປະກອບສວນຢ່າງແທດຈິງ ແລະ ມີຄວາມໝາຍ, ປະກອບເພີ່ມພຸນຄຸນສ້າງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງປະເທດ.
ຍສໝ - ວັນທີ 11 ມີນາ, ຢູ່ຮ່າໂນ້ຍ, ສະພາມະຫາບັນດິດວິທະຍາສາດສັງຄົມຫວຽດນາມ ໄດ້ຈັດຕັ້ງການສຳມະນາວິທະຍາສາດ ເພື່ອປະກາດໝາກຜົນແຫ່ງຊາດກ່ຽວກັບຄວາມສະເໝີພາບລະຫວ່າງຍິງ-ຊາຍ. ການສຳມະນາ ເພື່ອແບ່ງປັນໝາກຜົນຂອງຫົວຂໍ້ “ຄົ້ນຄວ້າ, ຕີລາຄາສັງລວມກ່ຽວກັບຄວາມສະເໝີພາບລະຫວ່າງຍິງຊາຍ ເພື່ອຮັບໃຊ້ການພັດທະນາແບບຍືນຍົງ” ໂດຍສະພາມະຫາບັນດິດວິທະຍາສາດສັງຄົມ ຫວຽດນາມ ປະຕິບັດ; ຜ່ານນັ້ນ ວິເຄາະສະພາບການໃນປະຈຸບັນ ແລະ ບັນຫາທີ່ໄດ້ຍົກອອກມາໃນ 7 ຂົງເຂດສຳຄັນຄື: ດ້ານການເມືອງ, ການນຳ, ການຄຸ້ມຄອງ; ການສຶກສາ, ການບຳລຸງສ້າງ, ວິທະຍາສາດ ແລະ ເຕັກໂນໂລຢີ; ເສດຖະກິດ, ແຮງງານ-ວຽກເຮັດງານທຳ; ການດູແລສຸຂະພາບ; ຄອບຄົວ; ການປ້ອງກັນ ແລະ ການຕອບໂຕ້ຕໍ່ຄວາມຮຸນແຮງທາງເພດ; ຕອບໂຕ້ການປ່ຽນແປງຂອງດິນຟ້າອາກາດ, ໄພທຳມະຊາດ, ການແຜ່ລະບາດ, ໄພພິບັດສິ່ງແວດລ້ອມ.