ຍສໝ - ຕອນບ່າຍວັນທີ 10 ທັນວາ, ທີ່ສໍານັກງານສູນກາງພັກ, ທ່ານ ໂຕເລິມ ເລຂາທິການໃຫຍ່ ໄດ້ຕ້ອນຮັບທ່ານ David Petraeus ໜຶ່ງໃນບັນດາຮ່ວມກໍາມະສິດກອງທຶນ Kohlberg Kravis Roberts (KKR - ອາເມລິກາ), ທັງແມ່ນປະທານສະຖາບັນທົ່ວໂລກຂອງ KKR ທີ່ພວມຢ້ຽມຢາມ, ເຮັດວຽກຢູ່ຫວຽດນາມ.
ຍສໝ - ຕອນເຊົ້າວັນທີ 9 ທັນວາ, ຢູ່ຮ່າໂນ້ຍ, ທ່ານເລຂາທິການໃຫຍ່ ໂຕເລິມ ໄດ້ເຮັດວຽກກັບຄະນະເສດຖະກິດສູນກາງພັກ ກ່ຽວກັບຜົນການປະຕິບັດໜ້າທີ່ວຽກງານ ນັບແຕ່ຕົ້ນອາຍຸການ ຊຸດທີ XIII ມາຮອດປະຈຸບັນ ແລະທິດທາງໜ້າທີ່ ຈົນເຖິງໝົດອາຍຸການ.
ຍສໝ - ປະຈຸບັນສະພາບການສາກົນ ແລະພາກພື້ນພວມມີການປ່ຽນແປງຢ່າງວ່ອງໄວ, ສັບສົນ ແລະຄາດເດົາໄດ້ຍາກ; ຜົນກະທົບຈາກການປ່ຽນແປງຂອງດິນຟ້າອາກາດເຮັດໃຫ້ໄພພິບັດທໍາມະຊາດ ແລະໂລກພະຍາດນັບມື້ນັບຮ້າຍແຮງກວ່າ.
ຍສໝ - ວັນທີ 9 ພຶດສະພາ 2024, ແຂວງ ລາວກາຍ, ແຂວງ ເຊີນລາ ພ້ອມກັນກັບສະຖານທູດ ອົດສະຕາລີ ປະຈຳ ຫວຽດນາມ ໄດ້ເລີ່ມປະຕິບັດໄລຍະທີ 2 ຂອງໂຄງການຊຸກຍູ້ຄວາມສະເໝີພາບລະຫວ່າງຍິງ - ຊາຍ ໂດຍຜ່ານການຍົກສູງປະສິດທິຜົນດ້ານເສດຖະກິດໃນກະສິກຳ ແລະ ການທ່ອງທ່ຽວ (GREAT).
ຍສໝ - ຄຽງຂ້າງການຊຸກຍູ້ຮ່ວມມືດ້ານການລົງທຶນ, ການຄ້າ, ການສຶກສາ..., ທັດສະນະຍຸດທະສາດຂອງ ຫວຽດນາມ ແມ່ນຊ່ວຍໃຫ້ ລາວ “ມີທະເລ, ທ່າເຮືອສະເພາະຂອງຕົນ”, ຖັດມາແມ່ນມີທາງລົດໄຟ, ທາງບົກ ເພື່ອເປີດປະຕູເຊື່ອມໂຍງເຂົ້າກັບສາກົນ, ພັດທະນາເສດຖະກິດຢ່າງເອກະລາດ.
ຍສໝ - ບົນດິນແດນ ມະຫາໄຊ ຂອງປະເທດລາວ ເຄີຍຮັບຜົນເສຍຫາຍຢ່າງໜັກໜ່ວງຍ້ອນການຊຸດໂຊມປ່າ, ໂຄງການປູກປ່າໂດຍຫວຽດນາມ ຜັນຂະຫຍາຍໄດ້ອຸ່ນເຄື່ອງການເດີນທາງເພື່ອຟື້ນຟູລະບົບນິເວດຄືນໃໝ່ ແລະ ປົກປ້ອງການຫາລ້ຽງຊີບຂອງປະຊາຊົນ. ດ້ວຍປ່າໄມ້ທີ່ຂຽວສົດງົດງາມກັບຄືນມາ, ປະຊາຊົນແຕ່ລະຄົນຢູ່ທີ່ນີ້ບໍ່ພຽງແຕ່ເພີ່ມລາຍຮັບເທົ່ານັ້ນ, ຫາກຍັງມີຄວາມເອກອ້າງທະນົງໃຈທີ່ໄດ້ປະກອບສ່ວນປົກປັກຮັກສາສິ່ງແວດລ້ອມແບບຍືນຍົງ.
ຍສໝ - ຕອນເຊົ້າວັນທີ 1 ພະຈິກ, ຢູ່ຮ່າໂນ້ຍ, ພະແນກອຸດສາຫະກຳ ແລະການຄ້າຮ່າໂນ້ຍ ໄດ້ສົມທົບກັບສະມາຄົມວິສາຫະກິດຜະລິດຜະລິດຕະພັນອຸດສາຫະກຳຕົ້ນຕໍນະຄອນຮ່າໂນ້ຍ ຈັດຕັ້ງກອງປະຊຸມ “ເຊື່ອມຕໍ່ວິສາຫະກິດຜະລິດຜະລິດຕະພັນອຸດສາຫະກຳຕົ້ນຕໍກັບຮາກຖານບຳລຸງສ້າງ, ສອນວິຊາອາຊີບປີ 2024”.
ຍສໝ - ວັນທີ 24 ຕຸລາ, ຕາມເວລາທ້ອງຖິ່ນ, ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດບັນດາການນຳກຸ່ມ BRICS ເປີດກວ້າງຢູ່ Kazan, ສະຫະພັນລັດເຊຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ມີການພົບປະກັບທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ທອງລຸນ ສີສຸລິດ.
ຍສໝ - ຕອນເຊົ້າວັນທີ 21 ຕຸລາ ຢູ່ຮ່າໂນ້ຍ, ກ່າວຄຳປາໄສທີ່ໄຂກອງປະຊຸມສະໄໝສາມັນ ເທື່ອທີ 8, ສະພາແຫ່ງຊາດ ຊຸດທີ 15, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຈີ່ນແທັງເໝີນ ຢືນຢັນວ່າ ກອງປະຊຸມຄັ້ງນີ້ມີຄວາມໝາຍສຳຄັນ, ສະພາແຫ່ງຊາດຈະປຶກສາຫາລື ແລະ ຕັດສິນຫຼາຍບັນຫາເພື່ອແກ້ໄຂຄວາມຫຍຸ້ງຍາກ, ຂໍ້ຄົງຄ້າງກ່ຽວກັບລະບອບລະບຽບການ, ນະໂຍບາຍ... ຢ່າງທັນການ.
ຍສໝ - ທ່ານ ຮອງນາຍົກລັດຖະມົນຕີ ຫວຽດນາມ ໂຮ່ດືກເຝີກ ເນັ້ນໜັກວ່າ ຫວຽດນາມ ຍາມໃດກໍ່ຖືປະຊາຊົນເປັນໃຈກາງໃນທຸກນະໂຍບາຍ ແລະການກະທຳ, ພະຍາຍາມສູ້ຊົນເພື່ອໃຫ້ບັນດາຜົນສຳເລັດທາງເສດຖະກິດນຳມາເຊິ່ງການຫັນປ່ຽນທີ່ຕັ້ງໜ້າຕໍ່ການພັດທະນາ ແລະຄວາມຍຸຕິທໍາສັງຄົມ, ປັບປຸງຊີວິດການເປັນຢູ່ຂອງປະຊາຊົນ ແລະ ພັດທະນາໄປຕາມທິດທາງສີຂຽວກວ່າ ແລະ ຍືນຍົງກວ່າ.
ຍສໝ - ກອງທຶນເງິນຕາສາກົນ (IMF) ໃນການລາຍງານຫຼ້າສຸດໄດ້ຕັດສິນໃຈຍົກລະດັບຄາດຄະເນການເຕີບໂຕຂອງດ້ານເສດຖະກິດຫວຽດນາມ ໃນປີ 2024 ຂຶ້ນເປັນ 6,1%, ສູງກວ່າຄາດຄະເນ ລະດັບເກືອບ 6% ທີ່ໄດ້ຍົກອອກໃນເດືອນມິຖຸນາ 2024.
ຍສໝ - ການຮັບປະກັນຕ່ອງໂສ້ການສະໜອງຈະມີຄວາມລຸລ່ວງ; ການຊຸກຍຸ້ການຂຸດຄົ້ນບັນດາເສັ້ນທາງຄອນເທນເນີທາງລົດໄຟ; ການສ້າງຕັ້ງຫ້ອງການສົ່ງເສີມການຄ້າຂອງຫວຽດນາມ ຢູ່ ປະເທດຈີນ..." ແມ່ນບັນດາຂໍ້ສະເໜີຂອງທ່ານ ຫງວຽນຮົ່ງຢ່ຽນ ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ ຫວຽດນາມ ໃນກອງປະຊຸມຄັ້ງທີ 13 ຂອງຄະນະກໍາມະການຮ່ວມມືດ້ານເສດຖະກິດ ການຄ້າຫວຽດນາມ - ຈີນ ວັນທີ 29 ເດືອນກັນຍາ.
ຍສໝ - ການຢ້ຽມຢາມທາງລັດຖະກິດຂອງ ສະຫາຍ ໂຕເລິມ ເລຂາທິການໃຫຍ່, ປະທານປະເທດຫວຽດນາມ ໄປຍັງ ກູບາ ນັບແຕ່ວັນທີ 25 – 27 ກັນຍາ ມີຄວາມໝາຍສຳຄັນໃນການປັບປຸງຄວາມສາມັກຄີລະຫວ່າງສອງປະເທດ. ນີ້ບໍ່ພຽງແຕ່ແມ່ນກາລະໂອກາດເປີດກວ້າງການຮ່ວມມືດ້ານເສດຖະກິດ, ການຄ້າເທົ່ານັ້ນ, ຫາກຍັງສະແດງໃຫ້ເຫັນສາຍພົວພັນມິດຕະພາບອັນຍາວນານລະຫວ່າງປະຊາຊົນສອງປະເທດ, ດ້ວຍບັນດາໝາກຜົນຢ່າງຕັ້ງໜ້າໃນການພົບປະແລກປ່ຽນປະຊາຊົນ ແລະ ການຮ່ວມມືທ້ອງຖິ່ນ.
ຍສໝ - ວຽກງານຂົນຂວາຍການຊ່ວຍເຫຼືອຈາກບັນດາອົງການບໍ່ຂຶ້ນກັບລັດຖະບານຕ່າງປະເທດ ດຳເນີນໂດຍສະຫະພັນບັນດາອົງການມິດຕະພາບແຂວງ ເຫົ້າຢ່າງ ໄດ້ນຳມາເຊິ່ງຜົນປະໂຫຍດຕົວຈິງຫຼາຍຢ່າງໃຫ້ແກ່ປະຊາຊົນ. ບັນດາກິດຈະການກໍ່ສ້າງຂົວ, ທາງ, ໂຮງຮຽນ ແລະ ພື້ນຖານໂຄງລ່າງ ໄດ້ປະກອບສ່ວນປັບປຸງຊີວິດການເປັນຢູ່ ແລະ ຊຸກຍູ້ການພັດທະນາເສດຖະກິດ - ສັງຄົມຂອງທ້ອງຖິ່ນ.
ຍສໝ - ໃນຊຸມປີຜ່ານມາ, ວົງເງິນການຄ້າລະຫວ່າງຫວຽດນາມ ແລະ ລາວ ໄດ້ເພີ່ມຂຶ້ນຢ່າງບໍ່ຢຸດຢັ້ງ, ສະແດງໃຫ້ເຫັນຜ່ານການເພີ່ມຂຶ້ນຢ່າງແຮງຂອງຈຳນວນສິນຄ້ານຳເຂົ້າ ແລະສົ່ງອອກຜ່ານດ່ານຊາຍແດນ. ລະບົບດ່ານຊາຍແດນນັບມື້ນັບໄດ້ຮັບການປັບປຸງໃຫ້ດີຂຶ້ນ, ພ້ອມກັບບັນດານະໂຍບາຍບຸລິມະສິດຂອງສອງລັດຖະບານໄດ້ສ້າງເງື່ອນໄຂສະດວກໃຫ້ແກ່ການເຄື່ອນໄຫວໃນການພົວພັນແລກປ່ຽນການຄ້າສອງສົ້ນ.
ຍສໝ - ທ່ານ Satvinder Singh ຮອງເລຂາທິການໃຫຍ່ປະຊາຄົມເສດຖະກິດ ອາຊຽນ (AEC) ໃຫ້ຮູ້ວ່າ: ອາຊຽນ ພວມກ້າວໄປສູ່ການກາຍເປັນພື້ນຖານເສດຖະກິດໃຫຍ່ອັນດັບທີ 4 ຂອງໂລກໃນປີ 2030 ຈາກອັນດັບທີ 5 ໃນປະຈຸບັນ, ດ້ວຍສະພາບແວດລ້ອມດ້ານເສດຖະກິດມະຫາພາກທີ່ກ້າວໜ້າ ແລະ ສຳຄັນ. GDP ໄດ້ເພີ່ມຂຶ້ນ 51% ບັນລຸ 3.800 ຕື້ USD ໃນປີ 2023 ເມື່ອທຽບໃສ່ 2.500 ຕື້ USD ໃນປີ 2015.
ຍສໝ - ວັນທີ 5 ສິງຫາ ຢູ່ຮ່າໂນ້ຍ, ທ່ານ Manuel Tovar Rivera ລັດຖະມົນຕີກະຊວງການຄ້າຕ່າງປະເທດ Costa Rica ໄດ້ສົ່ງຈົດໝາຍທາງການກ່ຽວກັບເລື່ອງ Costa Rica ຮັບຮູ້ຫວຽດນາມ ເປັນປະເທດທີ່ມີພື້ນຖານເສດຖະກິດການຕະຫຼາດ. ດ້ວຍການກະທໍານີ້, Costa Rica ໄດ້ກາຍເປັນປະເທດທີ 73 ທີ່ໄດ້ຮັບຮູ້ລະບຽບຂໍ້ກຳນົດເສດຖະກິດການຕະຫຼາດຂອງຫວຽດນາມ.
ຍສໝ - ທ່ານກຳມະການກົມການເມືອງ ຫງວຽນຊວນຖັງ ສະເໜີ 2 ຝ່າຍຕ້ອງໄດ້ສືບຕໍ່ເພີ່ມທະວີການແລກປ່ຽນ, ອາເມລິກາ ຕ້ອງຕີລາຄາຢ່າງພາວະວິໄສ, ມຸ່ງໝ້າໄປເຖິງການຮັບຮອງ ຫວຽດນາມ ແມ່ນພື້ນຖານເສດຖະກິດການຕະຫຼາດ.
ຍສໝ - ໂຄສົກກະຊວງການຕ່າງປະເທດ ຫວຽດນາມ ທ່ານນາງ ຟ້າມທູຮັ່ງ ໄດ້ຕອບຄຳຖາມຂອງນັກຂ່າວທີ່ສະເໜີໃຫ້ຮູ້ເຖິງປະຕິດິລິຍາຂອງ ຫວຽດນາມ ຕໍ່ກັບກະຊວງການຄ້າ ອາເມລິກາ ສືບຕໍ່ກຳນົດ ຫວຽດນາມ ເປັນພື້ນຖານເສດຖະກິດບໍ່ເປັນຕະຫຼາດ.
ຍສໝ - ໃນ 3 ປີຜ່ານມາ, ວົງເງິນການຄ້າລະຫວ່າງຫວຽດນາມ - ລາວ ເຕີບໂຕຢ່າງເປັນປົກກະຕິ ແລະບັນລຸໄດ້ເປົ້າໝາຍກວ່າ 1 ຕື້ໂດລາສະຫະລັດ.