ຍສໝ - ຕອບສະໜອງເດືອນຊາວໜຸ່ມ 2024, ພະນັກງານ, ສະມາຊິກສະພາຊາວໜຸ່ມບັນດາອົງການ, ໜ່ວຍງານກອງທັບເຮືອເຂດ 2 ແລະ ກອງທັບເຮືອເຂດ 5 ໄດ້ພ້ອມກັນຈັດຕັ້ງວັນເສົາອາສາສະໝັກ.
ຍສໝ - ໃນຂອບເຂດງານບຸນຊາວໜຸ່ມໂລກ (WYF 2024), ຜ່ານການພົບປະກັບຜູ້ແທນຄະນະຊາວໜຸ່ມຈາກບັນດາປະເທດ; ບັນດາຜູ້ແທນຊາວໜຸ່ມຫວຽດນາມ ໄດ້ປະກອບສ່ວນໂຄສະນາພາບພົດຂອງປະເທດຊາດ, ແລະ ໃນຂະນະນັ້ນ ໄດ້ເຜີຍແຜ່ຂ່າວສານກ່ຽວກັບຄວາມສາມັກຄີ ແລະ ການຮ່ວມມືເພື່ອຄວາມສັນຕິພາບ ແລະ ການພັດທະນາ.
ຍສໝ - ຄະນະຊາວໜຸ່ມແຂວງເຊີນລາ ປາດຖະໜາຢາກໃຫ້ 2 ຝ່າຍສືບຕໍ່ເພີ່ມທະວີການພົບປະແລກປ່ຽນ, ສົມທົບກັນໂຄສະນາ, ສຶກສາອົບຮົມໃຫ້ສະມາຊິກຊາວໜຸ່ມສອງແຂວງ ກ່ຽວກັບນໍ້າໃຈສາມັກຄີມິດຕະພາບແບບພິເສດລະຫວ່າງສອງປະເທດຫວຽດນາມ - ລາວ ເວົ້າລວມ ແລະລະຫວ່າງແຂວງເຊີນລາ-ຫຼວງພະບາງ ເວົ້າສະເພາະ.
ຍສໝ - ຢູ່ນະຄອນ ໂຮ່ຈີມິນ, ເດືອນຊາວໜຸ່ມປີ 2024 ໄດ້ດຳເນີນແຕ່ວັນທີ 24 ກຸມພາ - 31 ມີນາ, ດ້ວຍຫຼາຍເນື້ອໃນ, ກິດຈະກຳ, ໜ້າວຽກທີ່ແທດຈິງ, ມີຄວາມໝາຍ.
ຍສໝ - ໃນຕອນບ່າຍວັນທີ 25 ກຸມພາ, ຢູ່ເມືອງບ່ວນໂດນ, ຄະນະຊາວໜຸ່ມແຂວງ ດັກລັກ ໄດ້ຈັດພິທີປະກາດເດືອນຊາວໜຸ່ມ ແລະ ເດືອນມີນາຊາຍແດນ 2024 ດ້ວຍການເຂົ້າຮ່ວມຂອງບັນດາການນໍາທ້ອງຖິ່ນ, ພ້ອມດ້ວຍສະມາຊິກສະຫະພັນ ແລະ ເດັກນ້ອຍໃນຂອບເຂດທົ່ວປະເທດເປັນຈໍານວນຫຼວງຫຼາຍ.
ຍສໝ - ວັນທີ 17 ທັນວາ, ຢູ່ສູນສະຖາບັນ King Sejong ນະຄອນ ໂຮ່ຈີມິນ ເລີກທີ 6 ໄດ້ຈັດຕັ້ງລາຍການສາຍຮູບເງົາຮຽນຈົບ ແລະ ສະຫຼຸບຫຼັກສູດ “ຮຽນສ້າງຮູບເງົາຕາມວັດທະນະທໍາຂອງຮູບເງົາ ສ ເກົາຫຼີ” ຢູ່ນະຄອນ ໂຮ່ຈີມິນ.
ຍສໝ - ຫວ່າງແລ້ວນີ້, ໄດ້ດຳເນີນໂຄງການ “ຫ້ອງຮຽນສຳລັບເດັກນ້ອຍ”, ບັນດານັກສຶກສາມະຫາວິທະຍາໄລຄຸ້ມຄອງ ສິງກະໂປ ໄດ້ທາສີແປງຝາຜະໜັງ, ປ່ຽນຂອບປະຕູແກ້ວ, ໂອບຝາຜະໜັງດິນຈີ່... ເພື່ອເຮັດຫ້ອງຮຽນໃໝ່ 2 ຫ້ອງຢູ່ເຂດສຳຮອງຂອງໂຮງຮຽນປະຖົມ ເຟືອກລອງ 2 (ໝູ່ບ້ານ ໝີຈ່າງ 1, ຕາແສງ ເຟືອກລອງ , ເມືອງ ຢົງຈົ່ມ, ເບັ໋ນແຈ່)
ຍສໝ - ຮອດທ້າຍປີ 2022, ຄະນະສູນກາງ ຊາວໜຸ່ມກອມມູນິດ ໂຮ່ຈີມິນ ໄດ້ຝຶກອົບຮົມພະນັກງານທຸກຂັ້ນຂອງຄະນະຊາວໜຸ່ມປະຊາຊົນປະຕິວັດລາວ ຈຳນວນ 1147 ຄົນ. ບັນດານັກສຶກສາໄດ້ກາຍເປັນຂົວຕໍ່ຮັດແໜ້ນສາຍພົວພັນມິດຕະພາບອັນເປັນມູນເຊື້ອ ຂອງສອງອົງການຊາວໜຸ່ມເວົ້າສະເພາະ ແລະ ຂອງປະຊາຊົນສອງປະເທດ ລາວ ແລະ ຫວຽດນາມ ເວົ້າລວມ.
ຍສໝ - ວັນທີ 20 ພະຈິກນີ້, ຢູ່ ຮ່າໂນ້ຍ, ເວທີຊາວໜຸ່ມກາແດງ ແລະ ຊີກວົງເດືອນແດງພາກພື້ນ ອາຊີ - ປາຊີຟິກ ໄດ້ໄຂຂຶ້ນຢ່າງເປັນທາງການ ດ້ວຍຫົວຂໍ້ “ຍົກສູງຄວາມສາມາດຕ້ານທານ: ການນຳຊາວໜຸ່ມສົ່ງແຮງບັນດານໃຈເພື່ອຊຸກຍູ້ການປະດິດສ້າງກຽມພ້ອມຕໍ່ໄພພິບັດ".
ຍສໝ - ວັນທີ 14 ພະຈິກນີ້, ຢູ່ນະຄອນຫຼວງໂຕກຽວ, ສະຖານທູດຫວຽດນາມ ປະຈຳຍີ່ປຸ່ນ ໄດ້ຈັດຕັ້ງໂຄງການ''ເອກອັກຄະລັດຖະທູດຊາວໜຸ່ມ ເຍົາວະຊົນ 2023" (Teenage Ambassadors 2023) ພົບປະແລກປ່ຽນກ່ຽວກັບນັກຮຽນມັດທະຍົມຕອນປາຍ ໂດຍຜ່ານການຝຶກຝົນຫຼໍ່ຫຼອມບັນດາການທັກສະການທູດ.
ຍສໝ - ຄະນະກຳມະການປະຊາຊົນນະຄອນ ເກີນເທີ ຫາກໍ່ຕົກລົງອະນຸມັດຜ່ານໂຄງການ “ທັກສະເພື່ອປະສົບຜົນສຳເລັດ” ໄດ້ອຸປະຖຳໂດຍອົງການ Save the Children International (SCI).
ຍສໝ - ຕອນເຊົ້າວັນທີ 12 ພະຈິກ, ຢູ່ເມືອງ ຊອກຈັງ, ແບບຢ່າງຊາວໜຸ່ມຊົນນະບົດດີເດັ່ນໃນທົ່ວປະເທດ 42 ຄົນ ໄດ້ຮັັບການເຊີດຊູ ແລະ ຮັບລາງວັນ ເລື່ອງດິງກິວ 2023.
ຍສໝ - ຮອດທ້າຍປີ 2022, ຄະນະບໍລິຫານງານສູນກາງຊາວໜຸ່ມກອມມູນິດ ໂຮ່ຈີມິນ ໄດ້ບໍາລຸງສ້າງໃຫ້ພະນັກງານບັນດາຂັ້ນຂອງຄະນະຊາວໜຸ່ມປະຊາຊົນປະຕິວັດລາວ 1.147 ທ່ານ. ບັນດານັກສໍາມະນາກອນໄດ້ກາຍເປັນຂົວຕໍ່ຮັດແໜ້ນສາຍພົວພັນມິດຕະພາບອັນເປັນມູນເຊື້ອຂອງສອງອົງການຊາວໜຸ່ມ ເວົ້າສະເພາະ ແລະ ຂອງສອງປະເທດ ລາວ ແລະ ຫວຽດນາມ ເວົ້າລວມ.
ຍສໝ - ນີ້ແມ່ນຈິດໃຈລວມຂອງຄວາມຄິດຄວາມເຫັນທີ່ກອງປະຊຸມພົບປະ “ບົດບາດຂອງການທູດປະຊາຊົນ ບົນເສັ້ນທາງກ້າວຂຶ້ນສູ່ສັງຄົມນິຍົມຫວຽດນາມ” ທີ່ໄດ້ດຳເນີນເມື່ອບໍ່ດົນມານີ້ຢູ່ນະຄອນໂຮ່ຈິມິນ. ກອງປະຊຸມໂດຍສະຫະພັນບັນດາອົງການມິດຕະພາບນະຄອນໂຮ່ຈິມິນ (HUFO) ສົມທົບກັບສະມາຄົມນັກສຶກສານະຄອນ ຈັດຕັ້ງ.
ຍສໝ - ກ່າວຄຳເຫັນທີ່ການໂອ້ລົມສົນທະນາ, ທ່ານ ບຸ່ຍກວາງຮຸຍ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງຊາວໜຸ່ມກອມມູນິດ ໂຮ່ຈີມິນ ແລະ ທ່ານ ມອນໄຊ ລາມົວຊົ່ງ, ເລຂາຄະນະບໍລິຫານງານສູນກາງຄະນະຊາວໜຸ່ມປະຊາຊົນລາວ ໄດ້ເຫັນດີເປັນເອກະພາບຈັດຕັ້ງຄະນະຊາວໜຸ່ມສອງປະເທດ. ເພີ່ມທະວີການຮ່ວມມືຢ່າງເລິກເຊິ່ງ, ແທດຈິງ, ມີປະສິດທິຜົນ, ສອດຄ່ອງກັບເງື່ອນໄຂຕົວຈິງ, ເພື່ອຜົນປະໂຫຍດຂອງຊາວໜຸ່ມສອງປະເທດ; ພ້ອມກັນນັ້ນ, ປົກປັກຮັກສາສາຍພົວພັນພິເສດອັນຍິ່ງໃຫຍ່ ແລະ ຊັບສິນອັນລ້ຳຄ່າຂອງປະຊາຊົນສອງປະເທດຫວຽດນາມ - ລາວ.
ຍສໝ - ຕອນບ່າຍວັນທີ 16 ຕຸລາ, ຢູ່ນະຄອນຫຼວງວຽງຈັນ (ລາວ), ຄະນະຜູ້ແທນຄະນະຊາວໜຸ່ມນະຄອນ ຮ່າໂນ້ຍ ໄດ້ມີການພົບປະ ແລະ ເຮັດວຽກກັບຄະນະປະຈຳຄະນະຊາວໜຸ່ມນະຄອນຫຼວງວຽງຈັນ.
ຍສໝ - ທີ່ການຕ້ອນຮັບ, ສະຫາຍ ເຈິ່ນວັນດົງ ປາດຖະໜາວ່າບັນດາລາຍການພົບປະແລກປ່ຽນມິດຕະພາບຊາວໜຸ່ມ ຫວຽດນາມ-ລາວ ຈະສືບຕໍ່ດຳເນີນເປັນປະຈຳ...
ຍສໝ - ທ່ານ ບຸຍກວາງຮູຍ ໄດ້ຢັ້ງຢືນວ່າກຳລັງຊາວໜຸ່ມ ສອງປະເທດ ຫວຽດນາມ - ລາວ ຍາມໃດກໍ່ມີຄວາມຮັບຮູ້ຢ່າງຈະແຈ້ງກ່ຽວກັບຄວາມຮັບຜິດຊອບຂອງຕົນໃນການປົກປັກຮັກສາ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບອັນຍິ່ງໃຫຍ່.
ông Bùi Quang Huy khẳng định lực lượng thanh niên hai nước Việt Nam – Lào luôn nhận thức rõ trách nhiệm của mình trong việc bảo vệ, gìn giữ và phát huy mối quan hệ hữu nghị vĩ đại, tình đoàn kết đặc biệt và hợp tác toàn diện.
ຍສໝ - ໃນລະຫວ່າງວັນທີ 9 – 14 ຕຸລາ, ສູນກາງຄະນະຊາວໜຸ່ມກອມມູນິດ ໂຮ່ຈີມິນ ສົມທົບກັບສູນກາງຄະນະຊາວໜຸ່ມປະຊາຊົນປະຕິວັດລາວ ໄດ້ຈັດຕັ້ງລາຍການພົບປະມິດຕະພາບຊາວໜຸ່ມ ຫວຽດນາມ - ລາວ ຢູ່ ລາວ.
ຍສໝ - ການຮ່ວມມືລະຫວ່າງຄະນະຊາວໜຸ່ມ ແລະໄວໜຸ່ມຂອງສອງປະເທດໄດ້ຜັນຂະ ຫຍາຍໃນຫຼາຍຂົງເຂດ, ຄື: ແລກປ່ຽນຄະນະການນໍາຂັ້ນສູງລະຫວ່າງສູນກາງ ຊາວໜຸ່ມ, ຈັດຕັ້ງການພົບປະມິດຕະພາບຊາວໜຸ່ມຫວຽດນາມ-ລາວ ໃນແຕ່ລະປີ; ຈັດຕັ້ງພົບປະແລກປ່ຽນ, ພົບປະຊາວໜຸ່ມບັນດາແຂວງທີ່ມີຊາຍແດນຕິດຈອດກັນ ຫຼື ແຮກສ່ຽວ; ຈັດຄະນະຄົ້ນຄວ້າຕາມຫົວເລື່ອງສະເພາະ...