ດ່າໜັ້ງ ຮ່ວມມືກ່ຽວກັບວຽກງານຊາວໜຸ່ມ ແລະຂະບວນການຊາວໜຸ່ມ, ເຍົາວະຊົນອະນຸຊົນກັບສາລະວັນ

23:01 | 18/07/2024

ຍສໝ - ຄະນະຊາວໜຸ່ມນະຄອນດ່າໜັ້ງ ແລະຄະນະຊາວໜຸ່ມແຂວງສາລະວັນ ໄດ້ລົງນາມໃນບົດບັນທຶກຊ່ວຍຈຳໄລຍະ 2024-2029.

ສາຍຈິດມິດໃຈຢູ່ຕະຫຼາດນັດເຂດຊາຍແດນ ສາຍຈິດມິດໃຈຢູ່ຕະຫຼາດນັດເຂດຊາຍແດນ
ປະທານ​ສະມາຄົມ​ມິດຕະພາບ​ ລາວ-ຫວຽດນາມ ຕີ​ລາຄາ​ສູງ​ໝາກຜົນຂອງການ​ຢ້ຽມຢາມ​ຂອງ​ປະທານ​ປະ​ເທດຫວຽດນາມ ປະທານ​ສະມາຄົມ​ມິດຕະພາບ​ ລາວ-ຫວຽດນາມ ຕີ​ລາຄາ​ສູງ​ໝາກຜົນຂອງການ​ຢ້ຽມຢາມ​ຂອງ​ປະທານ​ປະ​ເທດຫວຽດນາມ

ວັນທີ 17 ກໍລະກົດ, ຢູ່ດ່າໜັ້ງ, ໄດ້ດຳເນີນກອງປະຊຸມ, ປຶກສາຫາລື, ແລກປ່ຽນບົດຮຽນປະສົບການ ແລະພິທີລົງນາມໃນບົດບັນທຶກຊ່ວຍຈໍາການຮ່ວມມືລະຫວ່າງຄະນະຊາວໜຸ່ມ ກອມມູນິດໂຮ່ຈີມິນ ນະຄອນດ່າໜັ້ງ ແລະຄະນະຊາວໜຸ່ມປະຊາຊົນປະຕິວັດລາວ ແຂວງສາລະວັນ ໄລຍະ 2024-2029.

ບົດບັນທຶກຊ່ວຍຈໍາວ່າດ້ວຍການຮ່ວມມືສະບັບວັນທີ 11 ສິງຫາ 2015 ລະຫວ່າງຄະນະຊາວໜຸ່ມນະຄອນດ່າໜັ້ງ ແລະຄະນະຊາວໜຸ່ມແຂວງສາລະວັນ ໄດ້ລົງນາມໃນໄລຍະ 2015-2020 ດ້ວຍ 10 ຂໍ້ ແມ່ນພື້ນຖານສຳຄັນໃນການຮັດແໜ້ນການພົວພັນຮ່ວມມື, ມິດຕະພາບລະຫວ່າງສອງທ້ອງຖິ່ນ. ຜ່ານນັ້ນ, ປະກອບສ່ວນຢ່າງແທດຈິງເຂົ້າໃນການພັດທະນາລວມຂອງວຽກງານຊາວໜຸ່ມ ແລະຂະບວນການຊາວໜຸ່ມເຍົາວະຊົນອະນຸຊົນຂອງສອງແຂວງຄະນະຊາວໜຸ່ມນະຄອນດ່ານັ້ງ ແລະຄະນະຊາວໜຸ່ມແຂວງສາລະວັນ.

ດ່າໜັ້ງ ຮ່ວມມືກ່ຽວກັບວຽກງານຊາວໜຸ່ມ ແລະຂະບວນການຊາວໜຸ່ມ, ເຍົາວະຊົນອະນຸຊົນກັບສາລະວັນ
ຄະນະຊາວໜຸ່ມກອມມູນິດໂຮ່ຈີມິນນະຄອນດ່າໜັ້ງ ມອບຂອງຂວັນໃຫ້ຄະນະຊາວໜຸ່ມປະຊາຊົນປະຕິວັດລາວ ແຂວງສາລະວັນ. ພາບ: TTXVN

ຈາກໝາກຜົນທີ່ບັນລຸໄດ້ໃນໄລຍະຜ່ານມາ, ອີງຕາມເນື້ອໃນທີ່ໄດ້ຕົກລົງ, ຄະນະຊາວໜຸ່ມນະຄອນດ່າໜັ້ງ ແລະຄະນະຊາວໜຸ່ມແຂວງສາລະວັນ ໄດ້ລົງນາມໃນບົດບັນທຶກຊ່ວຍຈຳໄລຍະ 2024-2029.

ຕາມນັ້ນແລ້ວ, ບົດບັນທຶກສືບຕໍ່ຍູ້ແຮງການເຄື່ອນໄຫວໜູນຊ່ວຍຊາວໜຸ່ມໃນການສ້າງອາຊີບ ແລະເລີ່ມທຸລະກິດ; ຍົກສູງຄຸນນະພາບການເຄື່ອນໄຫວອາສາສະໝັກ ເພື່ອຮັບປະກັນຊີວິດສັງຄົມ; ສ້າງພື້ນຖານໃຫ້ແກ່ການສົມທົບກັນຈັດຕັ້ງການພົບປະ ແລະແລກປ່ຽນບົດຮຽນປະສົບການໃນການຈັດຕັ້ງບັນດາການເຄື່ອນໄຫວວຽກງານຊາວໜຸ່ມ ແລະຂະບວນການຊາວໜຸ່ມເຍົາວະຊົນອະນຸຊົນເປັນປະຈໍາ; ປະກອບສ່ວນຍູ້ແຮງວຽກງານຮ່ວມມືສາກົນໃນການຍົກສູງຄຸນນະພາບຂອງອົງການຈັດຕັ້ງຊາວໜຸ່ມ.

ສ່ວນຄະນະຊາວໜຸ່ມນະຄອນດ່າໜັ້ງ ຈະຮັກສາບັນດາການເຄື່ອນໄຫວອາສາສະໝັກສາກົນຢູ່ແຂວງສາລະວັນ; ຍູ້ແຮງບັນດາການເຄື່ອນໄຫວສຶກສາໃຫ້ລຸ້ນໜຸ່ມຢູ່ສອງທ້ອງຖິ່ນ;... ຜ່ານນັ້ນຢືນຢັນນໍ້າໃຈສາມັກຄີ ແລະຄວາມສະໜິດຕິດພັນລະຫວ່າງໄວໜຸ່ມສອງແຂວງ.

ບູນມີ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.