ຄະນະບໍລິຫານງານຊາວໜຸ່ມປະຊາຊົນປະຕິວັດລາວ ແຂວງຫຼວງພະບາງ ເຮັດວຽກກັບຄະນະຊາວໜຸ່ມແຂວງເຊີນລາ

16:20 | 04/03/2024

ຄະນະບໍລິຫານງານຊາວໜຸ່ມປະຊາຊົນປະຕິວັດລາວ ແຂວງຫຼວງພະບາງ ເຮັດວຽກກັບຄະນະຊາວໜຸ່ມແຂວງເຊີນລາ

ຫວຽດນາມ - ລາວ: ເພີ່ມທະວີການພົບປະ​ແລກປ່ຽນ ​ລະຫວ່າງ​ບັນດາ​ທ້ອງ​ຖິ່ນ​ຂອງ​ສອງ​ປະ​ເທດ ຫວຽດນາມ - ລາວ: ເພີ່ມທະວີການພົບປະ​ແລກປ່ຽນ ​ລະຫວ່າງ​ບັນດາ​ທ້ອງ​ຖິ່ນ​ຂອງ​ສອງ​ປະ​ເທດ
ເພີ່ມທະວີການພົບປະແລກປ່ຽນປະຊາຊົນ, ພັດທະນາສາຍພົວພັນມິດຕະພາບແບບພິເສດລະຫວ່າງຫວຽດນາມ - ລາວ ເພີ່ມທະວີການພົບປະແລກປ່ຽນປະຊາຊົນ, ພັດທະນາສາຍພົວພັນມິດຕະພາບແບບພິເສດລະຫວ່າງຫວຽດນາມ - ລາວ

ວັນທີ 28 ກຸມພາ, ຢູ່ນະຄອນເຊີນລາ, ຄະນະຊາວໜຸ່ມແຂວງເຊີນລາ ໄດ້ໃຫ້ການຕ້ອນຮັບ ແລະເຮັດວຽກກັບຄະນະປະຕິບັດງານຂອງຄະນະບໍລິຫານງານຊາວໜຸ່ມປະຊາຊົນປະຕິວັດລາວ ແຂວງຫຼວງພະບາງ.

ຄະນະບໍລິຫານງານຊາວໜຸ່ມປະຊາຊົນປະຕິວັດລາວ ແຂວງຫຼວງພະບາງ ເຮັດວຽກກັບຄະນະຊາວໜຸ່ມແຂວງເຊີນລາ
ບັນຍາກາດທີ່ການເຮັດວຽກ. ພາບ: baosonla.org.vn

ທີ່ການເຮັດວຽກ, ການນຳຄະນະຊາວໜຸ່ມແຂວງເຊີນລາ ໄດ້ແລກປ່ຽນ ແລະແບ່ງປັນບົດຮຽນປະສົບການ ແລະແບບແຜນເຮັດວຽກທີ່ດີໃນວຽກງານຊາວໜຸ່ມ ແລະຂະບວນການຊາວໜຸ່ມ, ເຍົາວະຊົນ; ສ້າງຮູບແບບພັດທະນາເສດຖະກິດຂອງໄວໜຸ່ມ ແລະເສີມຂະຫຍາຍບົດບາດຂອງຊາວໜຸ່ມໃນການພັດທະນາເສດຖະກິດ.

ພ້ອມກັນນັ້ນ, ຄະນະຊາວໜຸ່ມແຂວງເຊີນລາ ກໍ່ປາດຖະໜາຢາກໃຫ້ 2 ຝ່າຍສືບຕໍ່ເພີ່ມທະວີການພົບປະແລກປ່ຽນ, ສົມທົບກັນໂຄສະນາ, ສຶກສາອົບຮົມໃຫ້ສະມາຊິກຊາວໜຸ່ມສອງແຂວງ ກ່ຽວກັບນໍ້າໃຈສາມັກຄີມິດຕະພາບແບບພິເສດລະຫວ່າງສອງປະເທດຫວຽດນາມ - ລາວ ເວົ້າລວມ ແລະລະຫວ່າງແຂວງເຊີນລາ-ຫຼວງພະບາງ ເວົ້າສະເພາະ.

ຄະນະບໍລິຫານງານຊາວໜຸ່ມປະຊາຊົນປະຕິວັດລາວ ແຂວງຫຼວງພະບາງ ເຮັດວຽກກັບຄະນະຊາວໜຸ່ມແຂວງເຊີນລາ

ຄະນະຊາວໜຸ່ມແຂວງເຊີນລາ ມອບຂອງຂວັນໃຫ້ຄະນະປະຕິບັດງານຂອງຄະນະບໍລິຫານງານຊາວໜຸ່ມປະຊາຊົນປະຕິວັດລາວ ແຂວງຫຼວງພະບາງ. ພາບ: baosonla.org.vn

ສ່ວນຜູ້ຕາງໜ້າຄະນະປະຕິບັດງານຂອງຄະນະບໍລິຫານງານຊາວໜຸ່ມປະຊາຊົນປະຕິວັດລາວ ແຂວງຫຼວງພະບາງ ກໍ່ສະເໜີໃຫ້ສອງຝ່າຍສືບຕໍ່ເພີ່ມທະວີການພົບປະແລກປ່ຽນ, ຮ່ວມມື, ໜູນຊ່ວຍພ້ອມກັນພັດທະນາ, ປະຕິບັດໜ້າທີ່ວຽກງານຊາວໜຸ່ມ ແລະຂະບວນການຊາວໜຸ່ມ, ເຍົາວະຊົນໃຫ້ເປັນຢ່າງດີໃນໄລຍະຈະມາເຖິງ, ຜ່ານນັ້ນ ກໍ່ປະກອບສ່ວນເພີ່ມທະວີສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານ ຫວຽດນາມ - ລາວ ໃຫ້ເລິກເຊິ່ງກ່ວາອີກ.

ເນື່ອງໃນໂອກາດນີ້, ຄະນະປະຕິບັດງານຂອງຄະນະບໍລິຫານງານຊາວໜຸ່ມປະຊາຊົນປະຕິວັດລາວ ແຂວງຫຼວງພະບາງ ໄດ້ໄປຢ້ຽມຢາມ ແລະຖອດຖອນບົດຮຽນຈາກບາງຮູບແບບເສດຖະກິດ ໂດຍຊາວໜຸ່ມເປັນເຈົ້າຂອງຢູ່ເມືອງ ມົກເຈົາ ແລະ ກວີ່ງຍາຍ ຂອງແຂວງເຊີນລາ.

ບູນມີ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.