ຫວຽດນາມ-ລາວ ເພີ່ມທະວີການພົວພັນຮ່ວມມືຮອບດ້ານ

ຫວຽດນາມ-ລາວ ເພີ່ມທະວີການພົວພັນຮ່ວມມືຮອບດ້ານ

ຕອນບ່າຍວັນທີ 19 ເມສາ, ທ່ານ ຈີ້ງວັນຈ໊ຽນ, ເລຂາພັກແຂວງ, ປະທານສະພາປະຊາຊົນແຂວງແທງຮວ໊າ ໄດ້ໃຫ້ການຕ້ອນຮັບຄະນະຜູ້ແທນສະພາປະຊາຊົນແຂວງຫົວພັນ ນຳໂດຍທ່ານ ຄໍາວອນ ບຸນທະວົງ, ຮອງເລຂາພັກແຂວງ, ປະທານສະພາປະຊາຊົນແຂວງຫົວພັນ.

ຫວຽດນາມ-ລາວ ເພີ່ມທະວີນໍ້າໃຈມິດຕະພາບ

ຫວຽດນາມ-ລາວ ເພີ່ມທະວີນໍ້າໃຈມິດຕະພາບ

ວັນທີ 9 ເມສາ, ທີ່ແຂວງທ໋າຍງວຽນ, ສູນກາງສະມາຄົມມິດຕະພາບຫວຽດນາມ-ລາວ ໄດ້ຈັດກອງປະຊຸມຄັ້ງທີ VII, ອາຍຸການ 2014-2019 ເພື່ອຕີລາຄາສະພາບການເຄື່ອນໄຫວໃນໄລຍະຜ່ານມາ, ຢັ້ງຢືນນໍ້າໃຈມິດຕະພາບແບບພິເສດ ຫວຽດນາມ-ລາວ ໄດ້ຮັບການປັບປຸງ ແລະພັດທະນາຢ່າງບໍ່ຢຸດຢັ້ງ.

ປະທານສະມາຄົມມິດຕະພາບລາວ-ຫວຽດນາມ ແຂວງເຊກອງ ຕ້ອນຮັບ ສະມາຄົມມິດຕະພາບຫວຽດນາມ-ລາວ ແຂວງດັກລັກ

ປະທານສະມາຄົມມິດຕະພາບລາວ-ຫວຽດນາມ ແຂວງເຊກອງ ຕ້ອນຮັບ ສະມາຄົມມິດຕະພາບຫວຽດນາມ-ລາວ ແຂວງດັກລັກ

ໃນວັນທີ 1 ເມສາ 2019 ນີ້ ທ່ານ ປອ ຄໍໍາພຽມ ບົວລະພາ ຮອງເລຂາພັກແຂວງ, ປະທານສະມາຄົມມິດຕະພາບລາວ-ຫວຽດນາມ ແຂວງເຊກອງ ພ້ອມຄະນະ ໄດ້ຕ້ອນຮັບ ແລະຮ່ວມເຮັດວຽກກັບຄະນະສະມາຄົມມິດຕະພາບຫວຽດນາມ-ລາວ ແຂວງດັກລັກ ເຊິ່ງນໍາໂດຍ ຂອງທ່ານ ເລວັນເຫງ້ຍ ຄະນະປະຈໍາພັກແຂວງ, ຫົວໜ້າຄະນະພາຍໃນຂັ້ນແຂວງ, ປະທານສະມາຄົມມິດຕະພາບຫວຽດນາມ-ລາວ ແຂວງດັກລັກ ພ້ອມຄະນະ ຢູ່ທີ່ໂຮງແຮມຫົງຄໍາແຂວງເຊກອງ.

ຫວຽດນາມ-ລາວ ເພີ່ມທະວີການຮ່ວມມືດ້ານປ້ອງກັນຊາດ

ຫວຽດນາມ-ລາວ ເພີ່ມທະວີການຮ່ວມມືດ້ານປ້ອງກັນຊາດ

ຕອນບ່າຍວັນທີ 1 ເມສາ, ທີ່ແຂວງຈໍາປາສັກ, ປະເທດລາວ, ກອງພົນທະຫານຮາບທີ 5, ກອງບັນຊາການທະຫານ 4 ແຂວງພາກໃຕ້ລາວ, ໂຮງຮຽນກໍ່ສ້າງນາຍສິບເລກ 2 ວຽງໄຊ (ກອງທັບປະຊາຊົນລາວ) ແລະທະຫານເຂດ 5, (ກອງທັບປະຊາຊົນຫວຽດນາມ) ໄດ້ຈັດຕັ້ງກອງປະຊຸມສາມັນຄັ້ງທີ 29 ປີ 2019. ທ່ານພັນເອກ ວັນທອງ ບຸດທະວົງ ຫົວໜ້າກອງພົນທະຫານຮາບທີ 5 ແລະທ່ານພົນຕີ ຫງວຽນລອງກ໊າງ, ຜູ້ບັນຊາການທະຫານເຂດ 5 ເປັນປະທານຮ່ວມກອງປະຊຸມດັ່ງກ່າວ.

ງານພົບປະແລກປ່ຽນວັດທະນະທໍາ ຫວຽດນາມ-ລາວ-ກໍາປູເຈຍ

ງານພົບປະແລກປ່ຽນວັດທະນະທໍາ ຫວຽດນາມ-ລາວ-ກໍາປູເຈຍ

ຍສໝ - ວັນທີ 31 ມີນາ, ຢູ່ ມະຫາວິທະຍາໄລ ໂຕນ ດຶ໋ກ ຖັງ, ຄະນະຊາວໜູ່ມ ນະຄອນໂຮ່ຈີ໋ມິງ ໄດ້ຈັດ ງານບຸນພົບປະແລກປ່ຽນ ວັດທະນະທໍາ ຫວຽດນາມ-ລາວ-ກໍາປຸເຈຍ ປີ 2019.

ຊາວໜຸ່ມ ຫວຽດນາມ-ລາວ ຍາມໃດກໍ່ມີຄວາມສາມັກຄີ, ສັດຊື່ຈິງໃຈ ແລະ ມີຄວາມສະໜິດແໜ້ນໃນການເສີມສ້າງ ມິດຕະພາບ

ຊາວໜຸ່ມ ຫວຽດນາມ-ລາວ ຍາມໃດກໍ່ມີຄວາມສາມັກຄີ, ສັດຊື່ຈິງໃຈ ແລະ ມີຄວາມສະໜິດແໜ້ນໃນການເສີມສ້າງ ມິດຕະພາບ

ຄະນະຊາວໜຸ່ມ ແລະ ບັນດາຄົນລຸ້ນໃໝ່ ຂອງທັງສອງປະເທດຍາມໃດກໍ່ຈະສາມັກຄີ, ຊື່ສັດ, ສະໜິດແໜ້ນ ແລະ ຮ່ວມແຮງຮ່ວມໃຈ ປະກອບສ່ວນແຕ່ງແຕ້ມ ແລະ ເສີມຂະຫຍາຍ ສາຍພົວພັນ “ມິດຕະພາບ ອັນຍິ່ງໃຫຍ່- ນຳ້ໃຈສາມັກຄີພິເສດ-ຮ່ວມມືຮອບດ້ານ” ລະຫວ່າງ ພັກ-ລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ.

ຫວຽດນາມ-ລາວ ຮ່ວມລາດຕະເວນສອງຝ່າຍ  ເພື່ອ ປົກປັກຮັກສາເສັ້ນຊາຍແດນ

ຫວຽດນາມ-ລາວ ຮ່ວມລາດຕະເວນສອງຝ່າຍ ເພື່ອ ປົກປັກຮັກສາເສັ້ນຊາຍແດນ

ຍສໝ - ແຕ່ວັນທີ 19-21 ທັນວາ, ຄ້າຍທະຫານຊາຍແດນ ຕາມເຫີບ, ທະຫານຊາຍແດນ ແຂວງເຫງະອານ ສສ ຫວຽດນາມ ໄດ້ປະສານສົມທົບ ກັບ ກອງຮ້ອຍທະຫານຊາຍແດນ 251, ກອງບັນຊາການທະຫານແຂວງບໍລິຄໍາໄຊ ຈັດຕັ້ງ ການລາດຕະເວນ ຮ່ວມສອງຝ່າຍ, ກວດກາລະບົບເສັ້ນຊາຍແດນ, ຫຼັກໝາຍຊາຍແດນ ເພື່ອປົກປັກຮັກສາເສັ້ນຊາຍແດນ ຫວຽດນາມ-ລາວ.

ສາຍພົວພັນມິດຕະພາບ ຫວຽດນາມ-ລາວ ນັບມື້ນັບໄດ້ຮັບການພັດທະນາ ແລະ ບັນບຸໄດໝາກຜົນທີ່ສຳຄັນ

ສາຍພົວພັນມິດຕະພາບ ຫວຽດນາມ-ລາວ ນັບມື້ນັບໄດ້ຮັບການພັດທະນາ ແລະ ບັນບຸໄດໝາກຜົນທີ່ສຳຄັນ

ຍສໝ - ຕາມເອກອັກຄະລັດຖະທູດ ຜູ້ມີອຳນາດເຕັມ ແຫ່ງ ສສ ຫວຽດນາມ ປະຈຳ ສປປ ລາວ ທ່ານ ຫງວ໋ຽນ ບ໋າຮຸ່ງ ໃນຊຸມປີທີ່ຜ່ານມາ ສາຍພົບພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ຫວຽດນາມ-ລາວ ໄດ້ຮັບການພັດທະນາ ແລະ ປະສົບຜົນສຳເລັດ ທີ່ສຳຄັນ ຢ່າງບໍ່ຢຸດຢັ້ງ ໃນຫຼາຍຂົງເຂດ.

ຊຸກຍູ້ການຮ່ວມມື ວຽກງານຍຸດຕິທຳ ລະຫວ່າງ ຫວຽດນາມ-ລາວ

ຊຸກຍູ້ການຮ່ວມມື ວຽກງານຍຸດຕິທຳ ລະຫວ່າງ ຫວຽດນາມ-ລາວ

ຕອນບ່າຍຂອງວັນທີ 11 ທັນວາ ຢູ່ ທີ່ສຳນັກງານສະພາແຫ່ງຊາດ , ທ່ານ ອວງ ຈູລິວ ຮອງປະທານສະພາແຫ່ງຊາດຫວຽດນາມ ໄດ້ໃຫ້ກຽດຕ້ອນຮັບ ທ່ານ ໄຊສີ ສັນຕິວົງ ລັດຖະມົນຕີ ກະຊວງ ຍຸດຕິທຳ ແຫ່ງ ສປປ ລາວ ນຳພາຄະນະຢ້ຽມຢາມ ແລະ ເຮັດວຽກ ຢູ່ ຫວຽດນາມ.

ຫວຽດນາມ-ລາວ ແລກປ່ຽນບົດຮຽນກ່ຽວກັບວິຊາການປະກັນສັງຄົມ

ຫວຽດນາມ-ລາວ ແລກປ່ຽນບົດຮຽນກ່ຽວກັບວິຊາການປະກັນສັງຄົມ

ໃນຂອບເຂດການຢ້ຽມຢາມ ແລະເຮັດວຽກຢູ່ຫວຽດນາມ, ຄະນະພະນັກງານກອງທຶນອຸປະກາລະສັງຄົມແຫ່ງຊາດລາວ ໂດຍທ່ານ ບຸນນອງ ຈັນທະວົງ, ຮອງຜູ້ອໍານວຍການໃຫຍ່ ເປັນຫົວໜ້າຄະນະ ໄດ້ມາຢ້ຽມຢາມ, ແລກປ່ຽນບົດຮຽນໃນວຽກງານຜັນຂະຫຍາຍການໝູນໃຊ້ເຕັກໂນໂລຢີຂໍ້ມູນຂ່າວສານ ເຂົ້າໃນການເຄື່ອນໄຫວວິຊາການຢູ່ອົງການປະກັນສັງຄົມນະຄອນຮ່າໂນ້ຍ.

“ທູດວັດທະນະທຳ” ຮັດແໜ້ນສາຍພົວພັນມິດຕະພາບ ຫວຽດນາມ-ລາວ

“ທູດວັດທະນະທຳ” ຮັດແໜ້ນສາຍພົວພັນມິດຕະພາບ ຫວຽດນາມ-ລາວ

ຍສໝ - ດ້ວຍຄວາມມຸ້ງມາດປາດຖະໜາອັນແຮງກ້າໃນການສິດສອນ, ສາວຄູ ແຂວງກວ້າງຈິ ອາສາສະໝັກ ມາຍັງແຂວງ ສະຫວັນນະເຂດ (ສປປ ລາວ) ສອນໜັງສື. ບັນດາຖັນແຖວຄູອາຈານ ຜ່ານຜ່າອຸປະສັກ ທາງດ້ານພາສາປາກເວົ້າທີ່ແຕກຕ່າງກັນ, ວັດທະນະທຳ ແລະ ວິຖີຊີວິດ... ເພື່ອເຮັດສຳເຫຼັດໜ້າທີ່ໃນດິນແດນປະເທດລາວອ້າຍນ້ອງ.

ຫວຽດນາມ-ລາວ ແບ່ງປັນກ່ຽວກັບຄວາມສະເໝີພາບລະຫວ່າງຍິງ-ຊາຍໃນຂະແໜງສຶກສາ-ບໍາລຸງສ້າງ

ຫວຽດນາມ-ລາວ ແບ່ງປັນກ່ຽວກັບຄວາມສະເໝີພາບລະຫວ່າງຍິງ-ຊາຍໃນຂະແໜງສຶກສາ-ບໍາລຸງສ້າງ

ຕອນບ່າຍວັນທີ 27 ພະຈິກ, ທ່ານນາງ ຫງວຽນທິເຫງ້ຍ ຮອງລັດຖະມົນຕີກະຊວງສຶກສາ ແລະບໍາລຸງສ້າງຫວຽດນາມ ໄດ້ມີການຕ້ອນຮັບ ແລະເຮັດວຽກກັບຄະນະປະຕິບັດງານຂອງກະຊວງສຶກສາທິການ ແລະກິລາລາວ ໂດຍທ່ານ ຄໍາໄພ ສີສະຫວັນ ຮອງລັດຖະມົນຕີກະຊວງສຶກສາທິການ ແລະກິລາລາວ ເປັນຫົວໜ້າຄະນະ.

ຫວຽດນາມ-ລາວ ສືບຕໍ່ ຊຸກຍູ້ການແຮກສ່ຽວ ບັນດາກຸ່ມບ້ານ ລຽບຕາມແນວຊາຍແດນ

ຫວຽດນາມ-ລາວ ສືບຕໍ່ ຊຸກຍູ້ການແຮກສ່ຽວ ບັນດາກຸ່ມບ້ານ ລຽບຕາມແນວຊາຍແດນ

ຍສໝ - ຕອນເຊົ້າວັນທີ 21 ພະຈິກ, ຄະນະກຳມະການປະຊາຊົນ ແຂວງເຫງະອານ ໄດ້ປະສານສົມທົບກັບອຳນາດການປົກຄອງ ຂອງສາມແຂວງຄື: ຫົວພັນ, ຊຽງຂວາງ, ບໍລິຄຳໄຊ (ສປປ ລາວ) ຈັດກອງປະຊຸມ ສະຫຼຸບ 5 ປີ ຂອງການຈັດຕັ້ງປະຕິບັດ ວຽກງານການແຮກສ່ຽວ ລະຫວ່າງ ບັນດາກຸ່ມບ້ານ(ບ້ານກັບບ້ານ) ລຽບຕາມແນວຊາຍແດນ ຫວຽດນາມ-ລາວ ຢູ່ ແຂວງເຫງະອານ.

ຫວຽດນາມ-ລາວ: ເພີ່ມທະວີການຮ່ວມມືໃນຂົງເຂດ ວັດແທນ ແລະ ແຜນທີ່

ຫວຽດນາມ-ລາວ: ເພີ່ມທະວີການຮ່ວມມືໃນຂົງເຂດ ວັດແທນ ແລະ ແຜນທີ່

ຍສໝ - ວັນທີ 16 ພະຈິກ, ຢູ່ທີ່ສຳນັກງານ ກົມ ວັດແທກ, ແຜນທີ່ ແລະ ຂ່າວສານ ພູມສາດຫວຽດນາມ, ກະຊວງ ຊັບພະຍາກອນ ແລະ ສິ່ງແວດລ້ວມ ປະສານສົມທົບ ກັບ ກະຊວງພາຍໃນ ແຫ່ງ ສປປ ລາວ ຈັດກອງປະຊຸມ ສະຫຼຸບ ໂຄງການ “ ສ້າງຖານຂໍ້ມູນ ດ້ານພູມສັນຖານ ພື້ນຖານຮັບໃຊ້ເຂົ້າໃນການສ້າງແຜນພັດທະນາ ເສດຖະກິດ-ສັງຄົມ ແລະ ກວດກາຕິດຕາມສິ່ງແວດລ້ອມ ສປປ ລາວ”

ກອງປະຊຸມ ຜູ້ນຳ ພຸດທະສາດສະໜາ ຫວຽດນາມ-ລາວ-ກຳປູເຈຍ ຄັ້ງທີ 1

ກອງປະຊຸມ ຜູ້ນຳ ພຸດທະສາດສະໜາ ຫວຽດນາມ-ລາວ-ກຳປູເຈຍ ຄັ້ງທີ 1

ຍສໝ - ໃນຕອນເຊົ້າຂອງວັນທີ 12 ພະຈິກ, ຢູ່ນະຄອນຫຼວງວຽງຈັນ ສປປ ລາວ ໄດ້ດຳເນີນ ກອງປະຊຸມ ປະທານ ອົງການພຸດທະສາດສະໜາ ລາວ-ຫວຽດນາມ-ກຳປູເຈຍ ຄັ້ງທີ 1 .

ນໍ້າໃຈມິດຕະພາບ ຢູ່ເຂດຊາຍແດນ ຫວຽດນາມ-ລາວ

ນໍ້າໃຈມິດຕະພາບ ຢູ່ເຂດຊາຍແດນ ຫວຽດນາມ-ລາວ

ໃນການປະຕິບັດໜ້າທີ່, ກອງເສດຖະກິດ-ປ້ອງກັນຊາດ 385 (ພົນລະພາກຫຼວງ 15) ຍາມໃດກໍ່ສ້າງເງື່ອນໄຂສະດວກໃນທຸກດ້ານເພື່ອແນໃສ່ຊ່ວຍເຫຼືອປະຊາຊົນ ຢູ່ເຂດຊາຍແດນຂອງແຂວງກອນຕຸມຕິດກັບປະເທດລາວ ມີການດໍາລົງຊີວິດເປັນປົກກະຕິ.

ງານຕະຫຼາດນັດ ການຄ້າສາກົນ ຫວຽດນາມ-ລາວ-ກຳປູເຈຍ ປີ 2018 ກຳລັງຈະຈັດຂື້ນຢູ່ ແຂວງ ດັກນົງ

ງານຕະຫຼາດນັດ ການຄ້າສາກົນ ຫວຽດນາມ-ລາວ-ກຳປູເຈຍ ປີ 2018 ກຳລັງຈະຈັດຂື້ນຢູ່ ແຂວງ ດັກນົງ

ຍສໝ - ວັນທີ 7 ພະຈິກ ກຳມະການປະຊາຊົນ ແຂວງ ດັກລັກ ໄດ້ຈັດພິທີຖະແຫຼງຂ່າວ ເຖິງບັນດາສຳນັກຂ່າວທ້ອງຖິ່ນ ແລະ ສູນກາງ ພາຍໃນແຂວງ ກ່ຽວກັບ ການຈັດງານຕະຫຼາດນັດການຄ້າສາກົນ ຫວຽດນາມ-ກຳປູເຈຍ ປີ 2018 ແຂວງ ດັກລັກ.

ສ້າງເສັ້ນຊາຍແດນ ຫວຽດນາມ-ລາວ ສະຖຽນລະພາບ ແລະພັດທະນາ

ສ້າງເສັ້ນຊາຍແດນ ຫວຽດນາມ-ລາວ ສະຖຽນລະພາບ ແລະພັດທະນາ

ໃນຊຸມປີຜ່ານມາ, ການຮ່ວມມືດ້ານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ເວົ້າລວມ, ການຮ່ວມມືລະຫວ່າງທະຫານຊາຍແດນ ຫວຽດນາມ-ລາວ ເວົ້າສະເພາະ ສືບຕໍ່ໄດ້ຮັບການປັບປຸງ ແລະພັດທະນາ. ພວກເຮົາໄດ້ເຫັນປະຈັກຕາສິ່ງດັ່ງກ່າວຢູ່ປະເທດເພື່ອນລາວ.

ຕ້ອນຮັບຄະນະຜູ້ແທນ ລາວ ແລະ ກຳປູເຈຍ ເຂົ້າຮ່ວມ ລາຍການ “ ແລກປ່ຽນມິດຕະພາບ ຊາຍແດນ ຫວຽດນາມ-ລາວ-ກຳປູເຈຍ”

ຕ້ອນຮັບຄະນະຜູ້ແທນ ລາວ ແລະ ກຳປູເຈຍ ເຂົ້າຮ່ວມ ລາຍການ “ ແລກປ່ຽນມິດຕະພາບ ຊາຍແດນ ຫວຽດນາມ-ລາວ-ກຳປູເຈຍ”

ຍສໝ - ຕອນບ່າຍວັນທີ 2 ພະຈິກ, ຄະນະຜູ້ແທນຂອງສອງປະເທດ ລາວ ແລະ ກຳປູເຈຍ ໄດ້ມີໜ້າຢູ່ທີ່ ນະຄອນກອນຕຸມ, ແຂວງ ກອນຕຸມ ເພື່ອເຂົ້າຮ່ວມລາຍການ “ ແລກປ່ຽນມິດຕະພາບ ຊາຍແດນ ຫວຽດນາມ-ລາວ-ກຳປູເຈຍ” ຄັ້ງທຳອິດ ປີ 2018. ຕ້ອນຮັບຄະນະຜູ້ແທນຂອງສອງປະເທດ ມີສະຫາຍ ຫງວ໋ຽນ ວັນຮຸ່ງ ກຳມະການສູນກາງພັກ ເລຂາພັກແຂວງ ປະທານ ສະພາປະຊາຊົນ ແຂວງກອນຕຸມ; ພົນຈັດຕະວາ ຫງວ໋ຽນ ວັນນາມ ຮອງຫົວໜ້າກອງບັນຊາການ ຫົວໜ້າເສນາທິການ ທະຫານຊາຍແດນ.

ລາຍການສິນລະປະ ທີ່ເປັນເອກກະລັກ ໃນງານ “ແລກປ່ຽນມິດຕະພາບ ຊາຍແດນ ຫວຽດນາມ-ລາວ-ກຳປູເຈຍ

ລາຍການສິນລະປະ ທີ່ເປັນເອກກະລັກ ໃນງານ “ແລກປ່ຽນມິດຕະພາບ ຊາຍແດນ ຫວຽດນາມ-ລາວ-ກຳປູເຈຍ"

ຍສໝ - ຕອນຄຳ່ຂອງວັນທີ 2 ພະຈິກນີ້, ຢູ່ນະຄອນ ກອນຕຸມ, ແຂວງກອນຕຸມ ຈະດຳເນີນ ລາຍການ “ ແລກປ່ຽນມິດຕະພາບຊາຍແດນ ຫວຽດນາມ-ລາວ-ກຳປູເຈຍ” ຄັ້ງທີໜຶ່ງ. ທັງມີການສະແດງແລກປ່ຽນດ້ານສິນລະປະອັນເປັນເອກກະລັກ ໂດຍນັກສະແດງມາຈາກ ສາມ ຊາດ ພາຍໃຕ້ການກຳການສະແດງຂອງ ພັນໂທ ສິນລະປິນປະຊາຊົນ ຫງວ໋ຽນ ຫງັອກລານ.