ຍສໝ - ທ່ານພົນໂທ ຫງວຽນຈີ໊ວິ້ງ ໄດ້ເນັ້ນໜັກວ່າ ໃນສະພາບການໂລກລະບາດ ໂຄວິດ - 19 ໄດ້ ແລະ ພວມສົ່ງຜົນກະທົບ ແລະ ສ້າງສີ່ງກີດຂວາງຕໍ່ຫຼາຍການເຄື່ອນໄຫວສາກົນ, ໃນນັ້ນມີບັນດາການເຄື່ອນໄຫວໃນອາຊຽນ, ບັນດາປະເທດອາຊຽນໄດ້ສືບຕໍ່ຮັກສາບັນດາການຮ່ວມມືຫຼາຍຝ່າຍ ພິເສດແມ່ນໃນບັນດາການເຄື່ອນໄຫວດ້ານການເມືອງ, ການຕ່າງປະເທດ, ເສດຖະກິດ, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ.
ຍສໝ - ທ່ານເອກອັກຄະລັດຖະທູດ ຫວູຮົ່ງນາມ ໄດ້ເນັ້ນໜັກເຖິງບັນດາຄວາມມານະພະຍາຍາມໃນການເຊື່ອມໂຍງເຂົ້າເສດຖະກິດໂລກຢ່າງເລິກເຊິ່ງກ່ວາອີກ ແລະ ບາງຜົນງານກ່ຽວກັບການພັດທະນາເສດຖະກິດ - ສັງຄົມຂອງ ຫວຽດນາມ ໃນໄລຍະທີ່ຜ່ານມາ
ຍສໝ - ວັນທີ 20 ພຶດສະພາ, ສະພາຄວາມໝັ້ນຄົງ ສປຊ ໄດ້ຈັດຕັ້ງກອງປະຊຸມທາງອອນລາຍປຶກສາຫາລືກ່ຽວກັບສະພາບແຫ່ງຜືນແຜ່ນດິນ ປາແລັດສະຕິດ ທີ່ຖືກຢຶດຄອງ ແລະ ວິວັດການສ້າງສັນຕິພາບຢູ່ຕາເວັນອອກກາງໂດຍມີການເຂົ້າຮ່ວມຂອງທ່ານ ດັ້ງດິ່ງກຸ໊ຍ ເອກອັກຄະລັດຖະທູດ, ຫົວໜ້າຄະນະປະຕິບັດງານຫວຽດນາມ ປະຈຳ ສປຊ.
ວັນທີ 30 ເມສາ, ສະມາຄົມນັກຮົບເກົ່າ ຫວຽດນາມ ຢູ່ ລັດເຊຍ ໄດ້ຈັດພິທີພົບປະສ້າງສັນ ສະເຫຼີມສະຫຼອງ 48 ປີແຫ່ງວັນປົດປ່ອຍພາກໃຕ້ ຫວຽດນາມ ຢ່າງສົມບູນ, ໂຮມປະເທດຊາດເປັນເອກະພາບ (30/4/1975-30/4/2023),ແລະ 137 ປີ ແຫ່ງວັນກຳມະກອນສາກົນ (1/5/1886-1/5/2023).
ຍສໝ - ວັນທີ 15 ມັງກອນ, ສະຖານທູດ ຫວຽ,ນາມ ປະຈຳ ຍີ່ປຸ່ນ ໄດ້ຈັດຕັ້ງບຸນເຕັດປະຊາຄົມ ປີ 2023 ເພື່ອແນໃສ່ເພີ່ມທະວີຄວາມສະໜິດຕິດພັນໃນປະຊາຄົມຊາວຫວຽດນາມ ອາໄສຢູ່ຍີ່ປຸ່ນ ແລະ ນຳມາເຊິ່ງບັນຍາກາດລະດູບານໃໝ່ທີ່ອົບອຸ່ນໃຫ້ແກ່ຊາວຫວຽດນາມ ອາໄສຢູ່ຍີ່ປຸ່ນ
ຍສໝ - ໂດຍເປັນປະທານ ແລະ ກ່າວຄຳເຫັນທີ່ກອງປະຊຸມ, ທ່ານພົນໂທ ຫງວຽນຈີ໊ວິ້ງ ໄດ້ເນັ້ນໜັກເຖິງຄວາມຕັດສິນໃຈຂອງ ບັນດາປະເທດອາຊຽນ ແລະ ບັນດາປະເທດຄູ່ຮ່ວມມືວ່າ ເຖິງວ່າ ໄດ້ຮັບຜົນກະທົບຈາກໂລກລະບາດໂຄວິດ - 19 ກໍ່ຕາມ ແຕ່ ການຮ່ວມມືດ້ານປ້ອງກັນຊາດ ຈະບໍ່ຖືກຢຸກສະຫງັກ.
ໃນຂອບເຂດການຢ້ຽມຢາມ ລາຊະອານາຈັກອັງກິດຢ່າງເປັນທາງການ, ຕອນເຊົ້າວັນທີ 29 ມິຖຸນາ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ໄດ້ໄປຖະຫວາຍດອກໄມ້ຢູ່ປ້າຍອາໄລຫາ ປະທານໂຮ່ຈີມິນ, ຢູ່ອາຄານ New Zealand, ຖະໜົນ Hay Market, ນະຄອນຫຼວງ ລອນດອນ.
ລາຍການກວດພະຍາດ, ແຈກຢາຍຢຸກຢາ ແລະ ມອບຂອບຂວັນໃຫ້ແກ່ຊາວ ຫວຽດນາມ ອາໄສຢູ່ ລາວ ແລະ ປະຊາຊົນ ລາວ ທີ່ປະສົບກັບຄວາມຫຍຸ້ງຍາກຢູ່ນະຄອນຫຼວງ ວຽງຈັນ ແມ່ນການເຄື່ອນໄຫວປະຈຳປີ, ມີຄວາມໝາຍນະນຸດສະທໍາ, ນ້ຳໃຈອູ້ມຊູຊ່ວຍເຫຼືອເຊິ່ງກັນແລະກັນ ແລະ ສະແດງຄວາມເອົາໃຈໃສ່ຂອງອົງຄະນະພັກ, ອຳນາດການປົກຄອງ ແລະ ປະຊາຊົນນະຄອນ ໂຮ່ຈີມິນ ທີ່ມີຕໍ່ຊາວຫວຽດນາມ ທີ່ຢູ່ຫ່າງໄກຈາກບ້ານເກີດເມືອງນອນ. ນີ້ກໍແມ່ນໜຶ່ງໃນບັນດາການເຄື່ອນໄຫວຕອບສະໜອງ “ປີສາມັກຄີມິດຕະພາບຫວຽດນາມ - ລາວ, ລາວ - ຫວຽດນາມປີ 2022”, ສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນທາງການທູດຄົບຮອບ 60 ປີ ແລະ ວັນເຊັນສົນທິສັນຍາມິດຕະພາບ, ການຮ່ວມມື ຫວຽດນາມ - ລາວ ຄົບຮອບ 45 ປີ.
ຍສໝ - ກອງປະຊຸມແມ່ນໂອກາດເພື່ອໃຫ້ລະບົບສະຫະພັນມິດຕະພາບ ກໍ່ຄືແຕ່ລະອົງການສະມາຊິກຕີລາຄາຄືນການເຄື່ອນໄຫວ, ການກໍ່ສ້າງ ແລະ ຜັນຂະຫຍາຍ ຍຸດທະສາດ, ແຜນການ ແລະ ໂຄງການດໍາເນີນງານວຽກງານພົວພັນຕ່າງປະເທດປະຊາຊົນ. ໝາກຜົນຂອງກອງປະຊຸມຍັງຊ່ວຍໃຫ້ອົງການປະຈຳ ໄດ້ສັງລວມ, ເປັນເສນາທິການ ແລະ ສະເໜີແນະໃຫ້ບັນດາການນຳຂອງພັກ, ລັດ, ບັນດາຄະນະ, ກະຊວງ, ຂະແໜງການ, ຄະນະພັກ ແລະ ອໍານາດການປົກຄອງທ້ອງຖິ່ນ;...
ການນຳບັນດາປະເທດ ຕ່າງກໍສະແດງຄວາມປິຕິຊົມຊື່ນຕໍ່ບັນດາຜົນງານ ເຊິ່ງປະຊາຊົນຫວຽດນາມ ບັນລຸໄດ້ໃນການຕໍ່ສູ້ ແລະ ສ້າງສາປະເທດ ສາທາລະນະລັດ ສັງຄົມນິຍົມ ສີວິໄລ ແລະ ຮັ່ງມີເຂັ້ມແຂງ.
ຕອນບ່າຍ, ສະພາແຫ່ງຊາດ ໄດ້ປຶກສາຫາລືແບບທາງໄກ ກ່ຽວກັບຮ່າງກົດໝາຍສະບັບປັບປຸງ, ເພີ່ມເຕີບບາງມາດຕາຂອງ ກົດໝາຍວ່າດ້ວຍການສະຖິຕິ.
ປັດຈຸບັນ ຫວຽດນາມ ມີປ່າສະຫງວນແຫ່ງຊາດ 34 ແຫ່ງ, ໃນນັ້ນມີປ່າສະຫງວນແຫ່ງຊາດ ກຸກເຟືອງ ແມ່ນປ່າສະຫງວນແຫ່ງທຳອິດ ໄດ້ສ້າງຂຶ້ນເມື່ອປີ 1966 ຂຶ້ນກັບ ບໍລິເວນ 3 ແຂວງ: ນິງບິ່ງ, ແທັງຮວ໊າ, ຮ່ວາບິ່ງ ແລະ ປ່າສະຫງວນແຫ່ງຊາດແຫ່ງຫຼ້າສຸດແມ່ນ ຊົງແທັງ ເຊິ່ງໄດ້ສ້າງຂຶ້ນເມື່ອວັນທີ 18 ເດືອນທັນວາ ປີ 2020 ຢູ່ບໍລິເວນແຂວງກ໋ວາງນາມ.
ຍສໝ - ເນື່ອງໃນໂອກາດສະເຫຼີມສະຫຼອງ 75 ປີແຫ່ງວັນສ້າງຕັ້ງສາທາລະນະລັດປະຊາຊົນຈີນ (1 ຕຸລາ 1949 – 1 ຕຸລາ 2024), ສະຫາຍເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ປະທານປະເທດ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ໂຕເລີມ ໄດ້ມີໂທລະເລກສົ່ງຄວາມຊົມເຊີຍເຖິງ ສະຫາຍເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຈີນ, ປະທານປະເທດສາທາລະນະລັດປະຊາຊົນຈີນ ສີຈິ້ນຜິງ.
ຍສໝ - ຢູ່ແຂວງ ດົ່ງນາຍ, ການເຄື່ອນໄຫວການທູດປະຊາຊົນ ບໍ່ພຽງແຕ່ສຳລັບຜູ້ໃຫຍ່ເທົ່ານັ້ນ, ຫາກເດັກນ້ອຍຍັງມີສະໜາມຫຼິ້ນຫຼາຍແຫ່ງ ເພື່ອຮຽນຮູ້ກ່ຽວກັບການເຄື່ອນໄຫວນີ້.
ຍສໝ - ນີ້ແມ່ນການກວດປິ່ນປົວພະຍາດຄັ້ງທຳອິດໃນປີ 2023 ຂອງໂຮງໝໍເຈີໄຣ ພະນົມເປັນ ຕາມໂຄງການຮ່ວມມືຮັບະກັນຊີວິດສັງຄົມ ໂດຍສະຖານທູດ ຫວຽດນາມ ປະຈຳກຳປູເຈຍ ປຸກລະດົມ.
ຍສໝ - ຕອນເຊົ້າວັນທີ 11 ກັນຍາ, ຢູ່ກຸ່ມ 871, ກົມໃຫຍ່ການເມືອງກອງທັບປະຊາຊົນຫວຽດນາມ, ໜັງສືພິມກອງທັບປະຊາຊົນຫວຽດນາມ ໄດ້ຈັດຕັ້ງພິທີເປີດຊຸດຝຶກອົບຮົມວິຊາສະເພາະກ່ຽວກັບວຽກງານນັກຂ່າວໃຫ້ແກ່ຄະນະຜູ້ແທນໜັງສືພິມກອງທັບປະຊາຊົນລາວ.
ສາຍພົວພັນໄມຕິຈິດມິດຕະພາບແບບພິເສດ ແລະ ຫາຍາກລະຫວ່າງຫວຽດນາມ - ລາວ ພວມພັດທະນາຢ່າງດີງາມ, ການພົວພັນຂອງຄະນະຊາວໜຸ່ມສອງປະເທດກໍນັບມື້ນັບພັດທະນາຢ່າງໝັ້ນແກ່ນ. ໃນໄລຍະຜ່ານມາ, ຄະນະຊາວໜຸ່ມກອມມູນິດໂຮ່ຈີມິນ ໄດ້ຕັ້ງໜ້າແບ່ງປັນປະສົບການ ແລະ ໜູນຊ່ວຍຄະນະຊາວໜູ່ມປະຊາຊົນປະຕິວັດລາວໃນການພັດທະນາວຽກງານຊາວໜຸ່ມ, ທັກສະຈັດຕັ້ງຂະບວນການກິດຈະກຳຕ່າງໆ ແລະ ພັດທະນາການຈັດຕັ້ງຂອງຄະນະຊາວໜຸ່ມ.
ຍສໝ - ທີ່ການພົບປະ, ການນຳສະມາຄົມມິດຕະພາບຫວຽດນາມ - ໄທ ໄດ້ແຈ້ງໃຫ້ກັນຊາບກ່ຽວກັບໂຄງການເຄື່ອນໄຫວປີ 2023, ແລະ ປຶກສາຫາລືຫຼາຍເນື້ອໃນການຮ່ວມມື 2 ຝ່າຍ ເມື່ອ 2 ປະເທດສະເຫຼີມສະຫຼອງ 10 ປີແຫ່ງວັນສ້າງຕັ້ງການພົວພັນຮ່ວມມືຍຸດທະສາດ ລະຫວ່າງ ຫວຽດນາມ ແລະ ໄທ.
ຍສໝ - ທ່ານ ເວືອງດິ່ງເຫ້ວ ປະທານສະພາແຫ່ງຊາດ ຫວຽດນາມ ໃຫ້ຮູ້ວ່າ: ເພື່ອຍົກສູງປະສິດທິຜົນໃນການເຄື່ອນໄຫວຂອງສະພາແຫ່ງຊາດ, ສະພາແຫ່ງຊາດຈະ ເອົາໃຈໃສ່ເປັນພິເສດເຖິງບັນດາການເຄື່ອນໄຫວຂອງສະມາຊິກສະພາແຫ່ງຊາດສະເພາະກິດ, ສະມາຊິກສະພາແຫ່ງຊາດ ຄວບຕຳແໜ່ງ ຢ່າງຖືກຕ້ອງຕາມກົດໝາຍ ແລະ ຕາມການກຳນົດທິດເປັນອາຊີບ ແລະ ທັນສະໄໝ.
ຍສໝ - ຫວຽດນາມ ຍາມໃດກໍ່ຖືບົດບາດຂອງ ວັດທະນະທຳເປັນສຳຄັນ ແລະ ມີຄວາມເອົາໃຈໃສ່ເປັນພິເສດເຖິງການສ້າງວັດທະນະທຳໃນພາລະກິດແຫ່ງການຕໍ່ສູ້ປົດປ່ອຍ ແລະ ສ້າງສາປະເທດຊາດ.