ລັດ​ຖະ​ບ​ານ ແຈ້ງ​ການ ເມືອງ​ສະ​ໜາມ​ໄຊ ແຂວງ​ອັດ​ຕະ​ປື ເປັນ​ເຂດ​ປະ​ສົບ​ໄພ​ພິ​ບັດ​ສຸກ​ເສີນ​ອັນ​ດັບ​ຊາດ

15:39 | 24/07/2018

ສຍ​ໝ - ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ໄດ້ອອກແຈ້ງການກ່ຽວກັບການຊ່ວຍເຫລືອຜູ້ປະສົບໄພຈາກເຫດການໂຄງການກໍ່ສ້າງເຂື່ອນໄຟຟ້າ ເຊປຽນ-ເຊນໍ້ານ້ອຍ ຢູ່ແຂວງອັດຕະປື , ໂດຍລັດຖະບານໄດ້ປະກາດເອົາເຂດທີ່ໄດ້ຮັບຜົນກະທົບຈາກນໍ້າຖ້ວມຄັ້ງນີ້ ເປັນເຂດປະສົບໄພພິບັດສຸກເສີນລະດັບຊາດ.

ລັດ​ຖະ​ບ​ານ ແຈ້ງ​ການ ເມືອງ​ສະ​ໜາມ​ໄຊ ແຂວງ​ອັດ​ຕະ​ປື ເປັນ​ເຂດ​ປະ​ສົບ​ໄພ​ພິ​ບັດ​ສຸກ​ເສີນ​ອັນ​ດັບ​ຊາດ


ລັດ​ຖະ​ບ​ານ ແຈ້ງ​ການ ເມືອງ​ສະ​ໜາມ​ໄຊ ແຂວງ​ອັດ​ຕະ​ປື ເປັນ​ເຂດ​ປະ​ສົບ​ໄພ​ພິ​ບັດ​ສຸກ​ເສີນ​ອັນ​ດັບ​ຊາດ

ກອງ​ກຳ​ລັງ​ທະ​ຫານ​ແຂວງ​ພວມ​ຮີບ​ເຮັ່ງ​ໃນ​ການ​ນຳ​ເຄື່ອງ​ບັນ​ເທົາ​ທຸກ​ມາ​ໃຫ້​ພໍ່​ແມ່​ປະ​ຊາ​ຊົນ​ຜູ້​ປະ​ສົບ​ໄພ​ຄັ້ງ​ນີ້.

ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ໄດ້ອອກແຈ້ງການ ສະ​ບັບ​ເລກ​ທີ 1105/ຫ​ສນຍ, ລົງ​ວັນ​ທີ 24 ກໍ​ລະ​ກົດ 2018 ວ່າ​ດ້ວຍ​ເລື່ອງ: ການຊ່ວຍເຫລືອຜູ້ປະສົບໄພຈາກເຫດການອຸປະຕິເຫດໂຄງການກໍ່ສ້າງເຂື່ອນໄຟຟ້າເຊປຽນ-ເຊນໍ້ານ້ອຍຢູ່ແຂວງອັດຕະປື, ໃນ​ຄັ້ງ​ວັນ​ທີ 23 ກໍ​ລະ​ກົດ 2018.

ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ແຈ້ງ​ທິດ​ຊີ້​ນຳ ແລະ ຕົກ​ລົງ​ຂອງ​ລັດ​ຖະ​ບານ​ດັ່ງ​ນີ້​:

ໜຶ່ງ: ລັດ​ຖະ​ບານ ໄດ້​ປະ​ກາດ​ເອົາ​ເຂດ ທີ່​ໄດ້​ຮັບ​ຜົນ​ກະ​ທົບ​ຈາກ​ໄພ​ນ​້ຳ​ຖ້ວມ ຂອງ​ເມືອງ​ສະ​ໜາມ​ໄຊ ແຂວງ​ອັດ​ຕະ​ປື ເປັນ​ເຂດ​ປະ​ສົບ​ໄພ​ພິ​ບັດ​ສຸກ​ເສີນ​ລະ​ດັບ​ຊາດ.

ສອງ: ມ​ອບ​ໃຫ້​ກະ​ຊວງ​ແຮງ​ງານ ແລະ ສະ​ຫວັດ​ດີ​ການ​ສັງ​ຄົມ ສົມ​ທົບ​ກັບ ກະ​ຊວງ​ປ້ອງ​ກັນ​ປະ​ເທດ, ແຂວງ ອັດ​ຕະ​ປື ແລະ ພາກ​ສ່ວນ​ທີ່​ກ່ຽວ​ຂ້ອງ ຮີບ​ເຮັ່ງ​ແຕ່ງ​ຕັ້ງ​ຄະ​ນະ​ຮັບ​ຜິດ​ຊອບ ເພື່ອ​ເປັນ​ໃຈ​ກາ​ງ ໃນ​ການ​ປະ​ສາ​ນ​ງານ, ການ​ລະ​ດົມ​ທືນ, ທ້ອນ​ໂຮມ​ເອົາ​ທືນ​ຮອນ ແລະ ວັດ​ຖຸ​ປັດ​ໃຈ​ຕ່າງໆ ຈາກ​ທຸກ​ພາກ​ສ່ວນ​ຂອງ​ພາກ​ລັດທັງ​ສູນ​ກາງ ແລະ ທ້ອງ​ຖິ່ນ, ພາກ​ເອກ​ກະ​ຊົນ​ຜູ້​ປະ​ກອບ​ການ, ອົງ​ການ​ຈັດ​ຕັ້ງ​ສາ​ກົນ ປະ​ຈຳ ສ​ປ​ປ ລາວ ແລະ ພໍ່​ແມ່​ປະ​ຊາ​ຊົນ​ລາວ​ຜູ້​ມີ​ນ້ຳ​ໃຈ​ສັດ​ທາ.

ສາມ: ສຳ​ລັບ​ທືນ ແລະ ວັດ​ຖຸ​ສິ່ງ​ຂ​ອງ​ທີ່​ລະ​ດົມ​ມາ​ໄດ້, ສຳ​ລັບ​ຢູ່​ສູນ​ກາງ​ໃຫ້​ໄປ​ມອບ​ລວມສູນຢູ່ ຫ້ອງ​ການ​ຄະ​ນະ​ກຳ​ມະ​ການ​ປ້ອງ​ກັນ ແລະ ຄວບ​ຄຸມ​ໄພ​ພິ​ບັດ​ແຫ່ງ​ຊາດ, ກະ​ຊວງ​ແຮງ​ງານ ແລະ ສ​ະ​ຫວັດ​ດີ​ການ​ສັ​ງ​ຄົມ( ກົມ​ສັງ​ຄົມ​ສົງ​ເຄາະ, ໂທ​ລະ​ສັບ: 02022225185 ທ່ານ ວິ​ໄລ​ພົງ ຮອງ​ຫົວ​ໜ້າ ກົມ​ສັງ​ຄົມ​ສົງ​ເຄາະ), ສຳ​ລັບ​ທ້ອງ​ຖິ່ນ (ນະ​ຄອນ​ຫຼວງ ແລະ ແຂວງ) ແມ່ນ​ໃຫ້​ມອບ​ຢູ່​ຫ້ອງ​ວ່າ​ການ​ປົກ​ຄອງ​ແຂວງ.

ຕາມແຈ້ງການຂອງຫ້ອງວ່າການປົກຄອງແຂວງອັດຕະປື ຮູ້ວ່າ: ເຂື່ອນເຊປ່ຽນ-ເຊນໍ້ານ້ອຍແຕກໃນເວລາປະມານ 18:00 ໂມງຂອງວັນທີ 23ກໍລະກົດ, ພາຍຫລັງບໍ່ສາມາດຮອງຮັບກັບປະລິມານນໍ້າທີ່ຫລວງຫລາຍ ຍ້ອນມີຝົນຕົກຕິດຕໍ່ກັນຫລາຍວັນ ແລະ ເກີດອຸປະຕິເຫດແຕກຄືດັ່ງກ່າວ.

​ໃນ​ມື້ນີ້​ທ່ານເຈົ້າແຂວງ ອັດຕະປື ທ່ານ ເລັດ ໄຊຍະພອນ ພ້ອມດ້ວຍການນຳຂອງແຂວງໄດ້ລົງພື້ນທີ່ເຂດເມືອງ ສະຫນາມໄຊ,ແຂວງ ອັດຕະປື ເພື່ອຊ່ວຍເຫຼືອປະຊົນທີ່ໄດ້ຮັບຜົນກະທົບຈາກໄພພິບັດຈາກສັນເຂື່ອນເຊນຳ້ນ້ອຍແຕກ ໃນວັນທີ 23/7/2018 ເຮັດປະຊາຊົນໄດ້ຮັບຜົນກະທົບຢ່າງຫຼວງຫຼາຍ ເຊິ່ງຫມູ່ບ້ານທີ່ໄດ້ຮັບຜົນກະທົບມີ: ບ້ານໃໝ່, ບ້ານຫິນລາດ, ບ້ານສະໜອງໃຕ້, ບ້ານທ່າແສງຈັນ, ບ້ານຕະໝໍຍອດ, ບ້ານທ່າຫິນໃຕ້, ບ້ານທ່າບົກ ແລະ ບ້ານມ່ວງ. ຕອນນີ້ໄດ້ຊ່ວຍເຫຼືອປະຊາຊົນໄດ້ບາງສ່ວນ ສ່ວນທີ່ຍັງຕິດຢູ່ຕາມບ້ານແມ່ນໄດ້ອາໃສຢູ່ເທິງຫຼັງຄາເຮືອນ ບາງຄົນກໍ່ໄດ້ອາໃສຢູ່ເທິງຕົ້ນໄມ້ເພື່ອຄວາມຢູ່ລອດ.

ເຂື່ອນ​ເຊ​ປຽນ-​ເຊ​ນ້ຳນ້ອຍ ​ແມ່ນ​ລະບົບ​ເຂື່ອນ​ທີ່​ອ່າງ​ເກັບ​ນ້ຳ​ໄດ້​ເຊື່ອມ​ຕໍ່​ໃສ່​​ຫ້ວຍໝາກຈັນລົງ​ສູ່​ເຂື່ອນ​ເຊ​ປຽນ, ຈາກ​ເຂື່ອນ​ເຊ​ປຽນລົງ​ສູ່​ເຂື່ອນ​ເຊ​ນ້ຳນ້ອຍ ​ແລະ ອ່າງ​ເກັບ​ນ້ຳ​ເຂື່ອນ​ເປັນ​ອ່າງ​ເກັບ​ນ້ຳທີ່​ໃຫຍ່​ທີ່​ສຸດ​ໃນ​ລະບົບ​ເຂື່ອນ​ດັ່ງກ່າວ ດ້ວຍ​ເນື້ອທີ່ 522 ກິ​ໂລ​ແມັດຕາແມັດ, ​ໂດຍ​ໄດ້​ເລີ່​ມລົງມື​ກໍ່ສ້າງ​ມາ​ແຕ່​ທ້າຍ​ປີ 2013 ​ແລະ ຄາດ​ວ່າ​ຈະ​ສຳ​ເລັດ​ໃນປີ 2019 ມີ​ກຳລັງ​ການ​ຜະລິດ 410 ​ເມ​ກາ​ວັດ, ​ໂດຍ​ມີ​ເຈົ້າຂອງ​ໂຄງການ​ແມ່ນ​ບໍລິສັດ​ໄຟຟ້າ​ເຊ​ປຽນ-​ເຊ​ນ້ຳນ້ອຍ ພາຍ​ໃຕ້​ການ​ຮ່ວມ​ຮຸ້ນ​ຂອງບໍລິສັດ sk Engineering Construction ຈາກ ສ.​ເກົາຫລີ​ ຖື​ຮຸ້ນ 26%, ບໍລິສັດ KOWEPO ຈາກ​ ສ.ເກົາຫລີ ຖືຮຸ້ນ 25%, ບໍລິສັດ RATCH ຈາກ​ປະ​ເທດ​ໄທຖື​ຮຸ້ນ 25% ​ແລະ ລັດ​ວິ​ສາ​ຫະກິດ​ຖື​ຮຸ້ນ​ລາວຖື​ຮຸ້ນ 24% ດ້ວຍ​ມູນ​ຄ່າ​​ໂຄງການ 1.020 ລ້ານ​ໂດ​ລາ​ສະຫະລັດ.

ປະ​ມວນ​ພາບ​ຊ່ວງ​ບ່າຍ​ທີ່​ຜ່ານ​ມາ​ຈາກ​ສະ​ຖານ​ທີ່​ປະ​ສົບ​ໄພ​ຈິງ.

ລັດ​ຖະ​ບ​ານ ແຈ້ງ​ການ ເມືອງ​ສະ​ໜາມ​ໄຊ ແຂວງ​ອັດ​ຕະ​ປື ເປັນ​ເຂດ​ປະ​ສົບ​ໄພ​ພິ​ບັດ​ສຸກ​ເສີນ​ອັນ​ດັບ​ຊາດ


ລັດ​ຖະ​ບ​ານ ແຈ້ງ​ການ ເມືອງ​ສະ​ໜາມ​ໄຊ ແຂວງ​ອັດ​ຕະ​ປື ເປັນ​ເຂດ​ປະ​ສົບ​ໄພ​ພິ​ບັດ​ສຸກ​ເສີນ​ອັນ​ດັບ​ຊາດ


ລັດ​ຖະ​ບ​ານ ແຈ້ງ​ການ ເມືອງ​ສະ​ໜາມ​ໄຊ ແຂວງ​ອັດ​ຕະ​ປື ເປັນ​ເຂດ​ປະ​ສົບ​ໄພ​ພິ​ບັດ​ສຸກ​ເສີນ​ອັນ​ດັບ​ຊາດ


ລັດ​ຖະ​ບ​ານ ແຈ້ງ​ການ ເມືອງ​ສະ​ໜາມ​ໄຊ ແຂວງ​ອັດ​ຕະ​ປື ເປັນ​ເຂດ​ປະ​ສົບ​ໄພ​ພິ​ບັດ​ສຸກ​ເສີນ​ອັນ​ດັບ​ຊາດ


ລັດ​ຖະ​ບ​ານ ແຈ້ງ​ການ ເມືອງ​ສະ​ໜາມ​ໄຊ ແຂວງ​ອັດ​ຕະ​ປື ເປັນ​ເຂດ​ປະ​ສົບ​ໄພ​ພິ​ບັດ​ສຸກ​ເສີນ​ອັນ​ດັບ​ຊາດ


ລັດ​ຖະ​ບ​ານ ແຈ້ງ​ການ ເມືອງ​ສະ​ໜາມ​ໄຊ ແຂວງ​ອັດ​ຕະ​ປື ເປັນ​ເຂດ​ປະ​ສົບ​ໄພ​ພິ​ບັດ​ສຸກ​ເສີນ​ອັນ​ດັບ​ຊາດ


ລັດ​ຖະ​ບ​ານ ແຈ້ງ​ການ ເມືອງ​ສະ​ໜາມ​ໄຊ ແຂວງ​ອັດ​ຕະ​ປື ເປັນ​ເຂດ​ປະ​ສົບ​ໄພ​ພິ​ບັດ​ສຸກ​ເສີນ​ອັນ​ດັບ​ຊາດ


ລັດ​ຖະ​ບ​ານ ແຈ້ງ​ການ ເມືອງ​ສະ​ໜາມ​ໄຊ ແຂວງ​ອັດ​ຕະ​ປື ເປັນ​ເຂດ​ປະ​ສົບ​ໄພ​ພິ​ບັດ​ສຸກ​ເສີນ​ອັນ​ດັບ​ຊາດ


ລັດ​ຖະ​ບ​ານ ແຈ້ງ​ການ ເມືອງ​ສະ​ໜາມ​ໄຊ ແຂວງ​ອັດ​ຕະ​ປື ເປັນ​ເຂດ​ປະ​ສົບ​ໄພ​ພິ​ບັດ​ສຸກ​ເສີນ​ອັນ​ດັບ​ຊາດ

ສະ​ຖານ​ທີ່​ພັກ​ຊົ່ວ​ຄາວ​ໃຫ້​ພໍ່​ແມ່​ປະ​ຊາ​ຊົນ​ຜູ້​ປະ​ສົບ​ໄພ.

ມາ​ຮອດ​ປະ​ຈຸ​ບັນ​ການ​ຊ່ວຍ​ເຫຼືອກໍ່​ກຳ​ລັງ​ດຳ​ເນີ​ນ​ໄປ​ຢ່າງ​ຮີບ​ເຮັ່ງ​ຈາກ​ຂະ​ແໜງ​ການ​ທີ່​ກ່ຽວ​ຂ້ອງ​ທຸກໆ​ຂັ້ນ. ທັງ​ສູນ​ກາງກໍ່​ຄື​ທ້ອງ​ຖິ່ນ​ເພື່ອ​ຈະ​ນຳ​ເອົາ​ທີ່​ຍັງ​ຕິດ​ຢູ່​ໃນ​ພື້ນ​ທີ່​ນ້ຳ​ຖ້ວມອອກ​ມາ​ໃຫ້​ໄດ້​ໝົດ​ທຸກ​ຄົນ, ຕາມ​ການບອກ​ເລົ່າ​ຂອງ​ປະ​ຊາ​ຊົນ​ທ້ອງ​ຖິ່ນ​ເວົ້າ​ວ່າ​ຍັງ​ມີ​ປະ​ຊາ​ຊົນ​ຈຳ​ນວນ​ຫຼາຍ ກຳ​ລັງ​ຖ້າກ​ານ​ຊ່ວຍ​ເຫຼືອ ບາງ​ຄົນ​ກໍ່​ຢູ່​ຕາມ​ຫຼັງ​ຄາ, ຕົ້ນ​ໄມ້ ແລະ ໂພນ​ສູງ.

(ຫັດ​ທະ​ບູນ)

ເຫດການ
302 Found

Found

The document has moved here.