ຍສໝ - ບົດລາຍງານຂອງ ສູນຄົ້ນຄວ້າເສດຖະກິດຍີ່ປຸ່ນ (JCER) ຕີລາຄາຜົນກະທົບຂອງພະຍາດໂຄວິດ-19 ແລະຄາດຄະເນຄວາມກ້າວໜ້າຂອງບັນດາພື້ນຖານເສດຖະກິດອາຊີເມື່ອທຽບໃສ່ພື້ນຖານເສດຖະກິດອື່ນໃນໂລກ. ຫວຽດນາມ ຈະກາຍເປັນປະເທດມີລາຍຮັບສະເລ່ຍສູງໃນປີ 2023, ດ້ວຍລາຍຮັບສະເລ່ຍໃສ່ຫົວຄົນປະມານ 11.000 ໂດລາສະຫະລັດ.
ຍສໝ - ເມື່ອບໍ່ດົນມານີ້, ທີ່ກອງປະຊຸມທາງອອນລາຍທົ່ວປະເທດ ສະຫລຸບວຽກງານ ລົບລ້າງຄວາມອຶດຫິວ ຫລຸດຜ່ອນຄວາມທຸກຍາກໄລຍະ 2016-2020, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ຢືນຢັນວ່າ: ຍາມໃດ, ພັກ, ລັດ ກໍ່ມີທັດສະນະສະເໝີຕົ້ນສະເໝີປາຍ ກ່ຽວກັບການພັດທະນາເສດຖະກິດ ຕິດພັນກັບສັງຄົມ, ສິ່ງແວດລ້ອມ, ໃນນັ້ນ ຍາມໃດກໍ່ເອົາໃຈໃສ່ເປັນພິເສດເຖິງການ ລົບລ້າງຄວາມອຶດຫິວ ຫລຸດຜ່ອນຄວາມທຸກຍາກ ແລະ ຮັບປະກັນສະຫວັດດີການສັງຄົມ.
ຍສໝ - ເມື່ອບໍ່ດົນມານີ້, ຕ່າມບົດລາຍງານໂດຍສະມາຄົມອາຊີ ແລະ ສູນຄົ້ນຄວ້າ APEC ທີ່ມະຫາວິທະຍາໄລ RMIT ໃຫ້ຮູ້ວ່າ ປະເທດຫວຽດນາມດ້ວຍພົນລະເມືອງເກືອບ 100 ລ້ານຄົນ ແມ່ນຄູ່ຮ່ວມມືເສດຖະກິດທີ່ດີເລີດຂອງອົດສະຕາລີ.
ຍສໝ - ກອງປະຊຸມໄດ້ຮັບການຈັດຕັ້ງປະຈຳປີ, ເປັນການສະແດງໃຫ້ເຫັນຄວາມຕັດສິນໃຈຂອງທັງ 2 ຝ່າຍ ເພື່ອແນໃສ່ເພີ່ມທະວີຊຸກຍູ້ການພົວພັນ 2 ຝ່າຍໃນຂົງເຂດເສດຖະກິດ, ການຄ້າ ແລະ ຫັນບັນດາການພົວພັນຄູ່ຮ່ວມມືລະຫວ່າງຫວຽດນາມ ແລະ ອີຕາລີ ໃຫ້ປະກົດຜົນເປັນຈິງ.
ຍສໝ - ຫວຽດນາມ ຍາມໃດກໍ່ຖືການຮ່ວມມືກັບອັງກິດໃນທຸກດ້ານເປັນສຳຄັນ, ພ້ອມທັງຫວັງວ່າພາຍຫຼັງລົງນາມ ບົດບັນທຶກວ່າດ້ວຍກkານສິ້ນສຸດການເຈລະຈາສັນຍາການຄ້າເສລີ ຫວຽດນາມ - ລາຊະອານາຈັກອັງກິດ (UKFTA), ສອງຝ່າຍຈະປະຕິບັດລະບຽບການໃຫ້ສຳເລັດ ເພື່ອໃຫ້ສັນຍາມີຜົນສັກສິດໂດຍໄວ.
ກະຊວງແຜນການ ແລະ ການລົງທຶນ ໄດ້ຈັດກອງປະຊຸມ ປຶກສາຫາລືລະດັບສູງ ກ່ຽວກັບ ຮ່າງແຜນພັດທະນາ ເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ IX (2021-2025) ເພື່ອກະກຽມໃຫ້ແກ່ກອງປະຊຸມໂຕະມົນ ລະດັບສູງ ຄັ້ງທີ 13 ໄດ້ຈັດຂຶ້ນໃນວັນທີ 11 ທັນວາ 2020 ເພື່ອພ້ອມກັນຄົ້ນຄວ້າ, ປຶກສາຫາລື ແລະ ປະກອບຄຳຄິດເຫັນໃສ່ຮ່າງ ແຜນພັດທະນາດັ່ງກ່າວ ໃຫ້ມີຄວາມເໝາະສົມ, ສອດຄ່ອງ, ແທດເໝາະ ແລະ ສາມາດຈັດຕັ້ງປະຕິບັດ ໄດ້ຢ່າງມີປະສິດທິພາບ ແລະ ປະສິດທິຜົນ. ໂດຍການເປັນ ປະທານຮ່ວມຂອງ ທ່ານ ກິແກ້ວ ຈັນທະບູຣີ ຮອງລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ ແລະ ທ່ານ ນາງ ຊາລາ ຊັກກິເນສ ຜູ້ປະສານງານອົງການ ສະຫະປະຊາຊາດປະຈຳ ສປປ ລາວ, ມີຕົວແທນ ຈາກບັນດາກະຊວງ-ຂະແໜງການຕ່າງໆ, ບັນດາທູຕານຸທູດ ແລະ ຜູ້ຕາງໜ້າຈາກອົງການຈັດຕັ້ງສາກົນ, ຄູ່ຮ່ວມພັດທະນາ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ຍສໝ - ໃນກອງປະຊຸມ,ຜູ້ນຳສອງຝ່າຍໄດ້ຕີລາຄາສູງຕໍ່ຄວາມຄືບໜ້າຂອງການຮ່ວມມືສອງຝ່າຍຂອງສອງທະນາຄານກາງ ເຊິ່ງໄດ້ປະກອບສ່ວນສຳຄັນເຂົ້າໃນການຂະຫຍາຍຕົວຂອງຂະແໜງທະນາຄານ ແລະ ເສດຖະກິດຂອງສອງປະເທດໃນຊຸມປີຜ່ານມາ.
ຍສໝ - ຄະນະກຳມະການສະເພາະກິດແຫ່ງຊາດກ່ຽວກັບການປ້ອງກັນ, ຕ້ານໂຄວິດ-19 ລາວ ຮຽກຮ້ອງໃຫ້ບັນດາອົງການທີ່ກ່ຽວຂ້ອງປິດລ້ອມທົ່ວເມືອງຕົ້ນເຜິ້ງ ແລະ ເຂດເສດຖະກິດພິເສດ ບໍ່ແຕນ ຢູ່ແຂວງຫລວງນ້ຳທ່າ, ບໍ່ອະນຸຍາດໃຫ້ເຂົ້າ-ອອກ ບັນດາບໍລິເວນດັ່ງກ່າວໃນຮອບເວລາ 14 ວັນ.
ຍສໝ- ຕາມທ່ານລັດຖະມົນຕີ, ຫົວໜ້າຫ້ອງວ່າການລັດຖະບານຫວຽດນາມ ມາຍຕ໊ຽນຢຸງ ແລ້ວ, ທີ່ກອງປະຊຸມລັດຖະບານ, ໂດຍພື້ນຖານແລ້ວ, ບັນດາສະມາຊິກລັດຖະບານ ໄດ້ເຫັນດີໂດຍຕີລາຄາວ່າ ສະພາບການເສດຖະກິດ - ສັງຄົມ ເດືອນພະຈິກ ປີ 2020 ສືບຕໍ່ໄດ້ຮັບການປັບປຸງຫຼາຍກວ່າ ເມື່ອທຽບກັບຊຸມເດືອນກ່ອນນີ້.
ຍສໝ - ໃນວັນທີ 20 ພະຈິກ, ກອງປະຊຸມລັດຖະມົນຕີພະລັງງານອາຊຽນ +3 (ຈີນ, ຍີ່ປຸ່ນ, ສ.ເກົາຫຼີ) ຄັ້ງທີ 17 (AMEM + 3) ໄດ້ຈັດຂື້ນຜ່ານທາງອິນເຕີເນັດ. ທີ່ກອງປະຊຸມ, ບັນດາລັດຖະມົນຕີໄດ້ເຫັນດີ ແລະ ໄດ້ອອກຖະແຫຼງການຮ່ວມ.
ຍສໝ - ຕາມບົດລາຍງານຂອງໜັງສືພິມ Nikkei Asia Review (ຍີ່ປຸ່ນ) ໃນວັນທີ 19 ພະຈິກ, ຫວຽດນາມ ກຳລັງກາຍເປັນແບບຢ່າງແຫ່ງຄວາມສຳເລັດ ໃນທາງດ້ານເສດຖະກິດຢ່າງດຽວຂອງອາຊີຕາເວັນອອກສ່ຽງໃຕ້ ໃນສະພາບການລະບາດ COVID-19, ໃນຂະນະທີ່ຍັງຄົງຮັກສາລະດັບການເຕີບໂຕໃນທາງບວກທີ່ໝັ້ນຄົງໃນໄລຍະທີ່ບັນດາພື້ນຖານເສດຖະກິດອື່ນໆ ປະສົບກັບຄວາມຫຍຸ້ງຍາກໃນການຟື້ນຕົວຄືນ.
ອີຢູ ແມ່ນຄູ່ຮ່ວມມືດ້ານການຄ້າໃຫຍ່ທີ 2 ຂອງ ອາຊຽນ ໃນໄລຍະ 2009 – 2018, ກໍ່ຄືແມ່ນນັກລົງທຶນໃຫຍ່ກ່ວາໝູ່ຂອງ ອາຊຽນ ດ້ວຍຍອດເງິນລົງທຶນໂດຍກົງ 190 ຕື້ USD.
ໃນຕອນເຊົ້າວັນທີ 03 ພະຈິກ 2020, ທ່ານ ສະເຫລີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ຕ້ອນຮັບການ ເຂົ້າຢ້ຽມຂໍ່ານັບ (Courtesy Calls) ຂອງ ທ່ານ ນາງ ໂຊໂນະມິ ທານາກະ (Sonomi Tanaka), ຜູ້ອໍານວຍການ ຫ້ອງການທະນາຄານ ພັດທະນາອາຊີ (ADB) ຜູ້ໃໝ່ ປະຈຳ ສປປ ລາວ.
ເພື່ອຊຸກຍູ້ ແລະ ສົ່ງເສີມການລົງທຶນ ພາກເອກະຊົນ ໃຫ້ບັນລຸຄາດໝາຍທີ່ວາງໄວ້, ລັດຖະບານ ຈະໄດ້ສຸມໃສ່ ໃນການປະສານສົບທົບ ກັບຂະແໜງ ການທີ່ກ່ຽວຂ້ອງ ເພື່ອປັບປຸງລະບຽບການ, ກົນໄກ, ການປະສານງານ ແລະ ວຽກງານອື່ນໆທີ່ກ່ຽວຂ້ອງ ເພື່ອສ້າງສະພາບ ແວດລ້ອມທີ່ເອື້ອອຳນວຍ ໃນການດຳເນີນ ທຸລະກິດຢູ່ໃນ ສປປ ລາວ, ທັງຮັບປະກັນໃຫ້ມີ ຄວາມໂປ່ງໃສ ແລະ ວ່ອງໄວ.
ຍສໝ- ທ່ານເລຂາຄະນະພັກນະຄອນ ໂຮ່ຈີມິນ ຫງວຽນວັນເນັນ ໄດ້ຮັບຮູ້ບັນດາຄຳເຫັນປະກອບຂອງຜູ້ຕາງໜ້າຊາວຫວຽດນາມ ອາໄສຢູ່ ຕ່າງປະເທດທີ່ມີຕໍ່ທິດທາງການພັດທະນາຂອງນະຄອນ.
ຍສໝ - ເຖິງວ່າເສດຖະກິດຖືກຜົນສະທ້ອນຢ່າງໜັກໜ່ວງຈາກໂລກລະບາດໂຄວິດ-19 ກໍ່ຕາມ, ແຕ່ການເຕີບໂຕເສດຖະກິດຂອງລາວ ຍັງຢູ່ໃນລະດັບ 3,3%.
ຍສໝ - ຫວຽດນາມສາມາດຫັນຄວາມສ່ຽງກາຍເປັນກາລະໂອກາດຢ່າງສິ້ນເຊິງ ແລະປະຕິບັດມຄວາມມຸ້ງຫວັງ ແລະເປົ້າໝາຍການພັດທະນາຂອງປະເທດຊາດປະກົດຜົນເປັນຈິງ.
ປະຕິຮູບໂຄງສ້າງເສດຖະກິດເພື່ອຍູ້ເສດຖະກິດໃຫ້ສືບຕໍ່ຂະຫຍາຍຕົວດ້ວຍຄຸນນະພາບທີ່ດີຂຶ້ນດ້ວຍການ ປະຕິຮູບໂຄງສ້າງເສດຖະກິດໃຫ້ມີຄວາມ ສົມດຸນຕາມຂົງເຂດ, ຂະແໜງການ ແລະ ທ້ອງຖິ່ນ...
ບັນດາດ່ານຊາຍແດນໄດ້ເລີ່ມເປີດບໍລິການ ຂຶ້ນກັບແຂວງ ຄຳມ່ວນ, ວຽງຈັນ, ບໍລິຄຳໄຊ ແລະ ຫລວງພະບາງຄືນໃໝ່.
ໃນນີ້ຂະແໜງກະສິກໍາຂະຫຍາຍຕົວຕາມແຜນດັດແກ້ 2,3% ກວມເອົາ 16,6% ຂອງ GDP; ຂະແໜງອຸດສາຫະກຳ ຂະຫຍາຍຕົວ 9,8% ກວມເອົາ 33% ຂອງ GDP (ແຜນດັດແກ້ຂະຫຍາຍຕົວ 6,8%); ແລະ ຂະແໜງ ບໍລິການແມ່ນຕິດລົບ 1,6% ກວມເອົາ 39,5% ຂອງ GDP (ແຜນດັດແກ້ຂະຫຍາຍຕົວ 1,7%).