ຍສໝ - ຕອນເຊົ້າວັນທີ 20 ສິງຫາ, ຢູ່ແຂວງ ອານຢາງ, ຄະນະພັກແຂວງໆ ອານຢາງ ໄດ້ຈັດຕັ້ງພິທີສະເຫຼີມສະຫຼອງ ຄົບຮອບ 130 ປີ ວັນຄ້າຍວັນເກີດ ທ່ານປະທານ ໂຕນດຶກຖັ໋ງ (20/8/1888 – 20/8/2018) - ເຊິ່ງເປັນ ນັກກອມມູນິດ ຜູ້ອົງອາດກ້າຫານ, ການນຳດີເດັ່ນ, ເພື່ອນຮ່ວມຮົບທີ່ສະໜິດສະໜົມ ຂອງ ປະທານ ໂຮ່ຈີມິງ, ລູກຮັກຫຼານແພງ ຂອງແຂວງ ອານຢາງ ທີ່ມີມູນເຊື້ອຮັກຊາດ ແລະ ຮັກການປະຕິວັດ ເປັນນັກຮົບຜູ້ຈົ່ງຮັກພັກດີ ຂອງຂະບວນການ ກອມມູນິດ ແລະ ກຳມະກອນສາກົນ.
ຍສໝ - ທ້າຍອາທິດທີ່ຜ່ານມາ, ພະນະທ່ານ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່ຄະນະບໍລິ ຫານງານສູນກາງພັກປະຊາຊົນ ປະຕິວັດລາວ, ປະທານປະເທດ ແຫ່ງ ສປປ ລາວ, ໄດ້ເດີນທາງລົງ ພົບປະຢ້ຽມຢາມ ແລະໃຫ້ການ ຊ່ວຍເຫຼືອ ພໍ່ແມ່ປະຊາຊົນ ເຂດບ້ານ ລະຫານ້ຳ ເມືອງສອງຄອນ ແຂວງ ສະຫວັນນະເຂດ.
ຍສໝ - ໃນຕອນວັນທີ 18 ສິງຫາ 2018, ທ່ານ ບຸນຍັງ ວໍລະຈິດ ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ໄດ້ເດີນທາງໄປເຄື່ອນໄຫວຢ້ຽມ ຢາມ ແລະ ເຮັດວຽກຢູ່ທີ່ ແຂວງອັດຕະປື, ໂດຍການຕ້ອນຮັບຂອງ ທ່ານ ເລັດ ໄຊຍະພອນ ເຈົ້າແຂວງໆອັດຕະປື, ມີອໍານາດການປົກຄອງແຂວງ, ເມືອງ ແລະ ປະຊາຊົນ ໃຫ້ການຕ້ອນຮັບຢ່າງອົບອຸ່ນ ເຊິ່ງໃນໃນໂອກາດດັ່ງກ່າວ, ທ່ານ ບຸນຍັງ ວໍລະຈິດ ໄດ້ໃຫ້ກຽດໂອ້ລົມ ແລະ ເນັ້ນໜັກໃຫ້ອໍານາດການ ປົກຄອງແຂວງອັດຕະປື ຮີບຮ້ອນແກ້ ໄຂບັນຫາໄພນໍ້າຖ້ວມໃຫ້ສຳເລັດໂດຍໄວ.
ຍສໝ - ໃນວັນທີ 16 ສິງຫາ 2018, ປະທານປະເທດ ທ່ານ ບຸນຍັງ ວໍລະຈິດ ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ລົງເຄື່ອນໄຫວຕິດຕາມສະພາບນ້ຳຖ້ວມ ຢູ່ ແຂວງຄຳມ່ວນ.
ໃນວັນທີ 15 ສິງຫາ 2018, ຫ້ອງວ່າການປະທານປະເທດ ໄດ້ຈັດພິທີເຜີຍແຜ່, ເຊື່ອມຊຶມເອກະສານສຳຄັນຕ່າງໆ ຂອງຊາດ ຄື ມະຕິເລກທີ 037/ຄບສພ ວ່າດ້ວຍການຍົກສູງ ປະສິດທິພາບຄຸ້ມຄອງລັດ, ຄຸ້ມຄອງ ສັງຄົມດ້ວຍກົດໝາຍ, ວັນເຊັນສົນທິສັນຍາມິດຕະພາບ-ການຮ່ວມມື ລາວ-ຫວຽດນາມ (18/7/1977-18/7/2018) ແລະ ວັນສ້າງຕັ້ງສາຍພົວພັນການທູດ ລາວ-ຫວຽດ ນາມ (5/9/1962-5/9/2018), ວັນລັັດຖະທໍາ ມະນູນແຫ່ງ ສປປ ລາວ 15 ສິງຫາ 1991 ແລະ ວັນ ຢຶດອໍານາດ 23 ສິງຫາ 1945.
ເສດຖະກິດໂລກກ້າວເຂົ້າສູ່ໄລຍະພັດທະນາໃໝ່ດ້ວຍກາລະໂອກາດໃໝ່ ແລະ ສິ່ງທ້າທາຍທີ່ສັບສົນ, ສະພາບຄວາມໝັ້ນຄົງ, ການເມືອງສາກົນ ແລະ ພາກພື້ນ ມີການຫັນປ່ຽນໄວກ່ວາການຄາດຄະເນ, ມີລັກສະນະບໍ່ເປັນປົກກະຕິ, ຍາກທີ່ຄາດຄະເນໄດ້ລ່ວງໜ້າ.
ຕອນເຊົ້າວານນີ້, ຢູ່ທໍານຽບປະທານປະເທດຫວຽດນາມ, ທ່ານປະທານປະເທດຫວຽດນາມ ເຈີນດ້າຍກວາງ ໄດ້ໃຫ້ການຕ້ອນຮັບທ່ານປະທານສະພາຕໍ່າ ອົດສະຕາລີ Tony Smith ເຊິ່ງພວມມີການຢ້ຽມຢາມຫວຽດນາມຢ່າງເປັນທາງການ ຕາມຄໍາເຊື້ອເຊີນຂອງທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ.
ຕອນເຊົ້າວັນທີ 10 ກໍລະກົດ, ຢູ່ຮ່າໂນ້ຍ, ຫົວໜ້າຄະນະຊີ້ນໍາກ່ຽວກັບການປະຕິຮູບຍຸຕິທໍາສູນກາງ, ພ້ອມກັບຄະນະປະຕິບັດງານສູນກາງ ໄດ້ລົງເຮັດວຽກກັບສະຫະພັນທະນາຍຄວາມຫວຽດນາມ.
ຍສໝ - ໃນຂອບເຂດການຢ້ຽມຢາມ ມິດຕະພາບ ສສ ຫວຽດນາມ ຢ່າງເປັນທາງການ ສອງວັນທີ່ຜ່ານມາ ທ່ານເລຂາທິການ ບໍລິຫານງານ ສູນກາງພັກ ປະຊາຊົນປະຕິວັດລາວ, ປະທານປະເທດ ສປປ ລາວ ບຸນຍັງ ວໍລະຈິດ ພ້ອມພັນລະຍາ ແລະ ຄະນະ ຜູ້ແທນຂັ້ນສູງຂອງ ສປປ ລາວ ໄດ້ຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງ ແທັງຫວ໋າ
ການເພີ່ມທະວີສາຍພົວພັນ ມິດຕະພາບ, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ.
ສະຫາຍ ບຸນຍັງ ວໍລະຈິດ, ເລຂາທິ ການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ປະທານປະເທດ ແຫ່ງ ສາທາລະ ນະລັດປະຊາທິປະໄຕ ປະຊາຊົນລາວ ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງ ຂອງພັກ-ລັດ ລາວ ໄດ້ທຳການຢ້ຽມຢາມ ສສ ຫວຽດນາມ.
2 ຝ່າຍຍັງບໍ່ທັນເຊັນເອກະສານ ຫຼື ດຳເນີນບັນດາການເຄື່ອນໄຫວຮ່ວມມືລະອຽດ; 2 ຝ່າຍກໍ່ຍັງບໍ່ທັນສ້າງອົງການຕ່າງໜ້າຢູ່ແຕ່ລະປະເທດ
ຍສໝ - ວັນທີ 21 ມິຖຸນາ ທີ່ນະຄອນຫຼວງວຽງຈັນ, ໃນຂອບເຂດການຢ້ຽມຢາມຢ່າງເປັນທາງການ ສປປ ລາວ, ຮອງປະທານປະເທດທ່ານນາງ ດັ້ງທິຫງ໋ອກຖິ້ງ ໄດ້ຕ້ອນຮັບ ສະຫາຍ ວິໄລວົງ ບຸດດາຄຳ ປະທານສູນກາງ ສະມາຄົມ ມິດຕະພາບ ລາວ - ຫວຽດນາມ,ຫົວໜ້າ ກຳມະທິການ ການເງິນ, ງົບປະມານ ແລະ ກວດສອບ ຂອງ ສະພາແຫ່ງຊາດລາວ, ໄດ້ເຂົ້າພົບປະຢ້ຽມຢາມຖາມຂ່າວ.
ຍສໝ - ວັນທີ 20 ມິຖຸນາ, ໃນການຢ້ຽມຢາມ ສປປ ລາວ ຮອງປະທານປະເທດຫວຽດນາມ ທ່ານນາງ ດັ້ງທິຫງອກທິ້ງ ໄດ້ມີການພົບປະກັບປະທານສະພາແຫ່ງຊາດລາວ ທ່ານນາງ ປານີ ຢາທໍ່ຕູ້.
ຕອນເຊົ້າວັນທີ 18 ມິຖຸນາ, ທ່ານປະທານປະເທດຫວຽດນາມ ເຈີ່ນດ້າຍກວາງ ໄດ້ມີການພົບປະກັບນັກຮຽນປະສົບກັບຄວາມຫຍຸ້ງຍາກພິເສດ ທີ່ມາຈາກ 14 ແຂວງ, ນະຄອນໃນທົ່ວປະເທດ.
ຕອນບ່າຍມື້ວານນີ້, ທີ່ການຕ້ອນຮັບທ່ານນາງລັດຖະມົນຕີກະຊວງປ້ອງກັນປະເທດ ອິນເດຍ Nirmala Sitharaman ຢູ່ສຳນັກງານປະທານປະເທດ ຫວຽດນາມ.
ຕອນເຊົ້າວັນທີ 7 ມິຖຸນາ, ທີ່ທຳນຽບປະທານປະເທດຫວຽດນາມ, ທ່ານປະທານປະເທດຫວຽດນາມ ເຈີ່ນດ້າຍກວາງ ໄດ້ໃຫ້ການຕ້ອນຮັບທ່ານ Giles Levers ເອກອັກຄະລັດຖະທູດສະຫະພັນລາຊະອານາຈັກອັງກິດ ແລະ ອຽກລັງເໜືອ, ທ່ານນາງ Nienke Trooster ເອກອັກຄະລັດຖະທູດລາຊະອານາຈັກໂຮນລັງ ປະຈຳຫວຽດນາມ ໄດ້ເຂົ້າຢ້ຽມອຳລາ ເນື່ອງໃນໂອກາດສິ້ນສຸດອາຍຸການປະຕິບັດໜ້າທີ່ທາງການທູດຢູ່ຫວຽດນາມ.
ຕອນບ່າຍມື້ວານນີ້, ຢູ່ທຳນຽບປະທານປະເທດ ທ່ານປະທານປະເທດເຈີນດ້າຍກວາງ ໄດ້ໃຫ້ການຕ້ອນຮັບ ທ່ານ Harjit Singh Sajjan, ລັດຖະມົນຕີກະຊວງປ້ອງກັນປະເທດ ການາດາ ພວມຢ້ຽມຢາມ ແລະ ເຮັດວຽກຢູ່ຫວຽດນາມ ແຕ່ວັນທີ 4 - 6 ມິຖຸນາ.
ຕອນຄ່ຳວັນທີ 01 ມິຖຸນາ, ທີ່ເຮືອນຮັບແຂກລາດຊະວົງ ຢູ່ນະຄອນຫລວງ ໂຕກຽວ, ຕາງໜ້າລັດ ຫວຽດນາມ, ສະຖານທູດ ຫວຽດນາມ ປະຈຳ ຍີ່ປຸ່ນ ໄດ້ຈັດງານລ້ຽງສະເຫຼີມສະຫຼອງ 45 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ຍີ່ປຸ່ນ ຢ່າງເປັນທາງການ ໂດຍມີເຂົ້າຮ່ວມຂອງພະເຈົ້າຈັກກະພັດ ແລະ ພະມະເຫສີ ຍີ່ປຸ່ນ ແລະ ທ່ານປະທານປະເທດ ຫວຽດນາມ ເຈີ່ນດ້າຍກວາງ ພ້ອມດ້ວຍພັນລະຍາ.
ຕອນເຊົ້າວັນທີ 31 ພຶດສະພາ, ຕາມເວລາທ້ອງຖິ່ນ, ຢູ່ເຮືອນຮັບແຂກແຫ່ງຊາດ, ນະຄອນຫລວງ ໂຕກຽວ, ທ່ານປະທານປະເທດ ຫວຽດນາມ ເຈິ່ນດ້າຍກວາງ ໄດ້ໃຫ້ການຕ້ອນຮັບທ່ານປະທານຄະນະບໍລິຫານງານສູນກາງພັກກອມມູນິດ ຍີ່ປຸ່ນ Kazou Shii ຢ່າງອົບອຸ່ນ.