ທ່ານປະທານປະເທດ ເຈິ່ນດ້າຍກວາງ ເປັນປະທານພິທີຕ້ອນຮັບ ທ່ານປະທານາທິບໍດີ ອິນໂດເນເຊຍ Joko Widodo

22:55 | 11/09/2018

ການຢ້ຽມຢາມຫວຽດນາມ ຂອງ ທ່ານປະທານາທິບໍດີ Joko Widodo ແມ່ນເຫດການສະຖານະການການເມືອງສໍາຄັນໃນການພົວພັນລະຫວ່າງສອງປະເທດ

ທ່ານປະທານປະເທດ ເຈິ່ນດ້າຍກວາງ ເປັນປະທານພິທີຕ້ອນຮັບ ທ່ານປະທານາທິບໍດີ ອິນໂດເນເຊຍ Joko Widodo

ພິທີຕ້ອນຮັບ ທ່ານປະທານາທິບໍດີ ອິນໂດເນເຊຍ Joko Widodo ຢ່າງເປັນທາງການ ໄດ້ຈັດຂຶ້ນຢ່າງສົມກຽດ.(ພາບ: tienphong.vn)

ໂດຍໄດ້ຮັບຄໍາເຊີນຂອງທ່ານປະທານປະເທດຫວຽດນາມ ເຈິ່ນດ້າຍກວາງ, ວັນທີ 11 ກັນຍາ, ທ່ານປະທານາທິບໍດີ ແຫ່ງ ສາທາລະນະລັດ ອິນໂດເນເຊຍ Joko Widodo ພ້ອມດ້ວຍພັນລະຍາ ໄດ້ເດີນທາງມາຮອດຮ່າໂນ້ຍ ເລີ່ມຕົ້ນການຢ້ຽມຢາມທາງລັດຖະກິດຢູ່ຫວຽດນາມ ໃນລະຫວ່າງວັນທີ 11 – 12 ກັນຍາ. ຕອນບ່າຍວັນທີ 11 ກັນຍາ, ພິທີຕ້ອນຮັບ ທ່ານປະທານາທິບໍດີ ອິນໂດເນເຊຍ Joko Widodo ພ້ອມດ້ວຍພັນລະຍາ ຢ່າງເປັນທາງການ ໄດ້ຈັດຂຶ້ນຢ່າງສົມກຽດ ຢູ່ທໍານຽບປະທານປະເທດ ຕາມພິທີການຕ້ອນຮັບສູງສຸດ ໂດຍສະຫງວນໃຫ້ປະມຸກລັດ.

ການຢ້ຽມຢາມຫວຽດນາມ ຂອງ ທ່ານປະທານາທິບໍດີ Joko Widodo ແມ່ນເຫດການສະຖານະການການເມືອງສໍາຄັນໃນການພົວພັນລະຫວ່າງສອງປະເທດ, ອັນໄດ້ຢັ້ງຢືນໃຫ້ເຫັນຄວາມຖືເປັນສໍາຄັນ ແລະ ຄວາມປາດຖະໜາຢາກຮັດແໜ້ນການພົວພັນຄູ່ຮ່ວມມືຍຸດທະສາດ ແລະ ນໍ້າໃຈມິດຕະພາບທີ່ເປັນມູນເຊື້ອລະຫວ່າງຫວຽດນາມ - ອິນໂດເນເຊຍ ໃຫ້ດີກວ່າເກົ່າ. ພ້ອມທັງແມ່ນໂອກາດ ເພື່ອໃຫ້ສອງຝ່າຍແລກປ່ຽນບັນດາມາດຕະການ ເພື່ອແນໃສ່ກໍານົດທິດຮ່ວມມືລະຫວ່າງສອງປະເທດໃນໄລຍະຈະມາເຖິງ ແລະ ປຶກສາຫາລືກ່ຽວກັບບັນດາບັນຫາໃນພາກພື້ນ ແລະ ສາກົນ ເຊິ່ງຕ່າງຝ່າຍຕ່າງມີຄວາມສົນໃຈ ເພື່ອສັນຕິພາບ, ສະຖຽນລະພາບ,ການຮ່ວມມື ແລະ ພັດທະນາຢູ່ພາກພື້ນ ແລະ ໃນໂລກ.

(ແຫຼ່ງ​ຂໍ້​ມູນ​: vov5)

ເຫດການ
302 Found

Found

The document has moved here.