ທ່ານຮອງປະທານປະເທດລົງຢ້ຽມຢາມ ສູນຜູ້ປະສົບໄພ ຢູ່ເມືອງສະໜາມໄຊ

09:17 | 05/09/2018

ຍສໝ - ໃນວັນທີ 5 ກັນຍາ 2018ນີ້,ທ່ານ ພັນຄໍາ ວິພາວັນ ຮອງປະທານປະເທດ ພ້ອມດ້ວຍຄະນະ ໄດ້ລົງໄປຢ້ຽມ ຢາມສູນຜູ້ປະສົບໄພນໍ້າຖ້ວມຢູ່ ເມືອງສະໜາມໄຊ ແຂວງອັດຕະປື ໂດຍໄດ້ຮັບການຕ້ອນຮັບຈາກອໍານາດການປົກຄອງແຂວງ, ເມືອງ ພ້ອມກັບຄະນະກໍາມະການຟື້ນຟູ ແກ້ ໄຂຜົນກະທົບຈາກໄພພິບັດນໍ້າຖ້ວມ.

ທ່ານຮອງປະທານປະເທດລົງຢ້ຽມຢາມ ສູນຜູ້ປະສົບໄພ ຢູ່ເມືອງສະໜາມໄຊ

ທ່ານຮອງປະເທດກໍ່ໄດ້ຮັບຟັງການລາຍງານຄວາມຄືບໜ້າການປະຕິ ບັດໜ້າທີ່ຂອງຄະນະຮັບຜິດຊອບ.


ຫລັງຈາກທ່ານຮອງປະເທດກໍ່ໄດ້ຮັບຟັງການລາຍງານຄວາມຄືບໜ້າການປະຕິ ບັດໜ້າທີ່ຂອງຄະນະຮັບຜິດຊອບດັ່ງກ່າວ. ໃນໂອກາດນີ້, ທ່ານຮອງປະທານປະເທດກໍໄດ້ກ່າວສະແດງຄວາມຍ້ອງຍໍຊົມເຊີຍຕໍ່ອໍານາດການປົກຄອງທິ່ໄດ້ຈັດສັນພື້ນທີ່ໃຫ້ກັບຜູ້ປະສົບໄພ ໄດ້ສໍາເລັດຈໍານວນໜຶ່ງ ແລະ ໄດ້ຍົກຍ້າຍປະຊາ ຊົນຈາກສູນພັກຊົ່ວຄາວໄປຢູ່ອີກສູນພັກຊົ່ວຄາວເຄິ່ງຖາ ວອນໄດ້ຈໍານວນໜຶ່ງ.

ພ້ອມນັ້ນທ່ານຮອງປະທານປະເທດກໍຍັງໄດ້ເນັ້ນໃຫ້ຄະນະຮັບຜິດຊອບ ກໍຄືອໍານາດການປົກ ຄອງແຂວງໃຫ້ຮີບຮ້ອນສືບຕໍ່ຈັດສັນບ່ອນຢູ່ທີ່ພັກອາໃສໃຫ້ປະຊາຊົນທີ່ໄດ້ຮັບຜົນກະທົບໃຫ້ສໍາເລັດໂດຍໄວ ແລະ ໃຫ້ຊ່ວຍເຫລືອທີ່ພັກປະຊາຊົນໃຫ້ທົ່ວເຖິງເປັນຕົ້ນ: ການກໍ່ສ້າງທີ່ພັກອາໃສຊົ່ວຄາວໃຫ້ສໍາເລັດໄວ້ເທົ່າທີ່ຈະໄວ້ໄດ້. ພ້ອມນັ້ນທ່ານຍັງໄດ້ຊີ້ນໍາໃຫ້ຖ້າເປັນໄປໄດ້ຄວນໃຫ້ຜູ້ປະ ສົບໄພໄດ້ມີສ່ວນຮ່ວມໃນການຈັດສັນພື້ນທີ່ພັກອາໃສໃຫ້ມີຄວາມພໍອົກພໍໃຈ ແລະ ເໝາະສົມ. ໃນການຈັດສັນນີ້ກໍໃຫ້ມີການກໍານົດ, ແຜນຜັງໃຫ້ລະອຽດແຕ່ຕົ້ນໄປເລີຍເຊັ່ນ:ກໍານົດເຂດສາທາລະນະ, ຫົນທາງ, ຕະຫລາດ,ສູກສາລາ, ຫ້ອງການບ້ານ,ຜີປ່າຊ້າ ແລະ ອື່ນໆ. ພ້ອມນັ້ນກໍໃຫ້ມີການປັບປຸງລະບົບການຈັດຕັ້ງຂອງບ້ານ ໂດຍໃຫ້ຈັດສັນພະນັກ ງານເຂົ້າໄປລົງຊີ້ນໍາ-ນໍາພາໃນການຈັດຕັ້ງປະຕິບັດວຽກງານໂດຍໄວ.

ທ່ານຮອງປະທານປະເທດລົງຢ້ຽມຢາມ ສູນຜູ້ປະສົບໄພ ຢູ່ເມືອງສະໜາມໄຊ

ທ່ານຮອງປະທານປະເທດ ພ້ອມດ້ວຍຄະນະ ກໍໄດ້ໄປຢ້ຽມຢາມສູນພັກຊົ່ວຄາວຂອງຜູ້ປະສົບໄພຢູ່ບ້ານຫາດຍາວ.

ຈາກນັ້ນ,ທ່ານຮອງປະທານປະເທດ ພ້ອມດ້ວຍຄະນະ ກໍໄດ້ໄປຢ້ຽມຢາມສູນພັກຊົ່ວຄາວຂອງຜູ້ປະສົບໄພຢູ່ບ້ານຫາດຍາວ ທີ່ຫາກໍຍົກຍ້າຍປະຊາຊົນເຂົ້າມາຢູ່ໃໝ່ ແລະ ທ່ານກໍໄດ້ເດີນທາງໄປຢ້ຽມຢາມສູນກອງບັນຊາການກອບກູ້ໄພພິບັດຂອງກອງທັບປະຊາຊົນລາວ ແລະ ສູນພັກຊົ່ວຄາວຜູ້ປະສົບໄພດົງບາກ ຊຶ່ງໄດ້ມີການບຸກເບີກ ແລະ ລົງມືກໍ່ສ້າງສໍາເລັດໄປແລ້ວ 20% ໂດຍມີເນື້ອທີ່ 4,8 ເຮັກຕາ ປະກອບມີເກືອບ 50 ຫລັງ ແລະ 300 ກວ່າຫ້ອງ, ພ້ອມນີ້ທ່ານຮອງປະທານປະເທດ ພ້ອມຄະນະຍັງໄດ້ສືບຕໍ່ເດີນທາງໄປສູນພັກຊົ່ວຄາວຜູ້ປະສົບໄພແຫ່ງອື່ນໆຕື່ມອີກ.

ທ່ານຮອງປະທານປະເທດລົງຢ້ຽມຢາມ ສູນຜູ້ປະສົບໄພ ຢູ່ເມືອງສະໜາມໄຊ

ທ່ານຮອງປະທານປະເທດ ພ້ອມດ້ວຍຄະນະ ກໍໄດ້ໄປຢ້ຽມຢາມສູນພັກຊົ່ວຄາວຂອງຜູ້ປະສົບໄພຢູ່ບ້ານຫາດຍາວ.

(ຫັດ​ທະ​ບູນ)

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.