ຮອງປະທານປະເທດ ຕ້ອນຮັບ ລັດຖະມົນຕີ ກະຊວງພາຍໃນ ແຫ່ງ ສສ ຫວຽດນາມ

08:39 | 05/07/2018

ການ​​ເພີ່ມ​ທະວີສາຍພົວພັນ ມິດຕະພາບ, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ.

ຮອງປະທານປະເທດ ຕ້ອນຮັບ ລັດຖະມົນຕີ ກະຊວງພາຍໃນ ແຫ່ງ ສສ ຫວຽດນາມ

ທ່ານ ພັນຄຳ ວິພາວັນ ຮອງປະທານປະເທດ ຕ້ອນຮັບ ທ່ານ ເລວີ້ງເຕີນ ກໍາມະການສູນ ກາງພັກ ຄອມມູນິດຫວຽດນາມ. (ພາບ: ຂ​ປ​ລ)

ໃນ​ວັນ​ທີ 4 ກໍລະກົດ 2018, ທ່ານ ພັນຄຳ ວິພາວັນ ກຳມະການກົມການເມືອງສູນກາງພັກ, ຜູ້ປະຈຳການຄະນະເລຂາທິການສູນກາງພັກ, ຮອງປະທານປະເທດ ແຫ່ງ ສປປ ລາວ ໄດ້ໃຫ້ກຽດ ຕ້ອນຮັບການ​ເຂົ້າ​ຢ້ຽມຂ່ຳນັບ ທ່ານ ເລວີ້ງເຕີນ ກໍາມະການສູນ ກາງພັກ ຄອມມູນິດຫວຽດນາມ, ລັດຖະມົນຕີກະຊວງພາຍໃນ ແຫ່ງ ສສ ຫວຽດນາມ ພ້ອມດ້ວຍຄະນະ ໃນໂອກາດເດີນທາງມາຢ້ຽມຢາມ ​ແລະ ເຮັດວຽກຮ່ວມກັບ ກະຊວງ ພາຍໃນ ຂອງ ສປປ ລາວ.

ໃນໂອກາດດັ່ງກ່າວ, ທ່ານ ພັນຄຳ ວິພາວັນ ໄດ້ກ່າວສະແດງຄວາມຍິນດີຕ້ອນຮັບ, ຊົມເຊີຍ ແລະ ຕີລາຄາສູງ ຕໍ່ທ່ານ ເລວີ້ງເຕີນ ທີ່ໄດ້ນຳພາຄະນະ ເດີນທາງມາຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ ໃນຄັ້ງນີ້, ຊຶ່ງເປັນການປະກອບສ່ວນອັນສຳຄັນ ເຂົ້າໃນການ​​ເພີ່ມ​ທະວີສາຍພົວພັນ ມິດຕະພາບ, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ທີ່ມີມາແຕ່ດົນນານແລ້ວນັ້ນ ໃຫ້​ແຕກ​ດອກ​ອອກ​ຜົນຍິ່ງໆຂຶ້ນ, ໂດຍສະເພາະ ແມ່ນການສືບຕໍ່ ເສີມຂະຫຍາຍການພົວພັນ-ຮ່ວມມື ແລະ ການຊ່ວຍເຫລືອ ໃນຂົງເຂດວຽກງານຂອງສອງກະຊວງ ພາຍໃນລາວ-ຫວຽດນາມ ໃຫ້ນັບມື້ ນັບເພີ່ມທະວີ ແລະ ມີຜົນສໍາເລັດຢ່າງຕໍ່ເນື່ອງ​ ໃນທຸກຂົງເຂດວຽກງານ.

ໃນໂອກາດດຽວກັນນີ້, ທ່ານ ເລ ວີ້ງເຕີນ ໄດ້ຕາງໜ້າໃຫ້ ພັກ-ລັດຖະບານ ກໍຄື ກະຊວງພາຍໃນ ສສ.ຫວຽດນາມ ສະແດງຄວາມຂອບໃຈຢ່າງ​ຈິງ​ໃຈຕໍ່ ທ່ານ ພັນຄຳ ວິພາວັນ ທີ່​ໄດ້ ສະຫລະເວລາ ອັນມີຄ່າໃຫ້ຕ້ອນຮັບຢ່າງອົບອຸ່ນໃນຄັ້ງນີ້, ຖານອ້າຍນ້ອງເພື່ອນມິດ ທີ່ສະໜິດແໜ້ນ. ພ້ອມ​ນີ້, ​ຍັງຈະສືບຕໍ່ໃຫ້ ການຮ່ວມມື ​ແລະ ຊ່ວຍເຫລືອໃນດ້ານຕ່າງໆແກ່ ສປປ ລາວ ໂດຍສະເພາະແມ່ນ ກະຊວງພາຍໃນ ຂອງ ສປປ ລາວ ເປັນ​ຕົ້ນ ​ແມ່ນການຍົກລະດັບດ້ານວິຊາສະເພາະ ແລະ ດ້ານເຕັກນິກວິຊາການອື່ນໆ ໃຫ້ມີຄວາມເຂັ້ມແຂງ. ພ້ອມ​ທັງແຈ້ງຈຸດປະສົງ ຂອງການ​ເດີນທາງ ມາຢ້ຽມຢາມ ສປປ ລາວ ໃນຄັ້ງນີ້ ໃຫ້ທ່ານຮອງປະທານປະເທດຮັບຊາບຕື່ມອີກ.

(ແຫຼ່ງ​ຂໍ້​ມູນ​: ຂ​ປ​ລ)

ເຫດການ
302 Found

Found

The document has moved here.