ສະເຫຼີມສະຫຼອງ ຄົບຮອບ 130 ປີ ວັນຄ້າຍວັນເກີດ ທ່ານປະທານປະເທດ ໂຕນດຶກຖັ໋ງ

16:55 | 20/08/2018

ຍສໝ - ຕອນເຊົ້າວັນທີ 20 ສິງຫາ, ຢູ່ແຂວງ ອານຢາງ, ຄະນະພັກແຂວງໆ ອານຢາງ ໄດ້ຈັດຕັ້ງພິທີສະເຫຼີມສະຫຼອງ ຄົບຮອບ 130 ປີ ວັນຄ້າຍວັນເກີດ ທ່ານປະທານ ໂຕນດຶກຖັ໋ງ (20/8/1888 – 20/8/2018) - ເຊິ່ງເປັນ ນັກກອມມູນິດ ຜູ້ອົງອາດກ້າຫານ, ການນຳດີເດັ່ນ, ເພື່ອນຮ່ວມຮົບທີ່ສະໜິດສະໜົມ ຂອງ ປະທານ ໂຮ່ຈີມິງ, ລູກຮັກຫຼານແພງ ຂອງແຂວງ ອານຢາງ ທີ່ມີມູນເຊື້ອຮັກຊາດ ແລະ ຮັກການປະຕິວັດ ເປັນນັກຮົບຜູ້ຈົ່ງຮັກພັກດີ ຂອງຂະບວນການ ກອມມູນິດ ແລະ ກຳມະກອນສາກົນ.

ສະເຫຼີມສະຫຼອງ ຄົບຮອບ 130 ປີ ວັນຄ້າຍວັນເກີດ ທ່ານປະທານປະເທດ ໂຕນດຶກຖັ໋ງ

ທ່ານປະທານປະເທດ ເຈີ່ນດ້າຍກວາງ.

ເຂົ້າຮ່ວມງານຄັ້ງນີ້ມີ: ທ່ານປະທານປະເທດ ເຈີ່ນດ້າຍກວາງ, ບັນດາການນຳພັກ-ລັດ ລຸ້ນຕ່າງໆ…, ຜູ້ຕາງໜ້າບັນດາກະຊວງ, ຂະແໜງການສູນກາງ, ທ້ອງຖິ່ນ, ບັນດານັກປະຕິວັດຜູ້ອາວຸໂສ, ບັນດາແມ່ ຫວຽດນາມ-ວິລະຊົນ… ພໍ່ແມ່ປະຊາຊົນແຂວງ ອານຢາງ ທຸກທົ່ວໜ້າ.

ກ່າວສູນທອນພົດທີ່ພິທີສະເຫຼີມສະຫຼອງ, ທ່ານປະທານປະເທດ ເຈີ່ນດ້າຍກວາງ ຢັ້ງຢືນວ່າ: “ຊີວິດ ແລະ ພາລະກິດ ຂອງ ລຸງໂຕນ ແມ່ນແບບຢ່າງທີ່ໃສແຈ້ງກ່ຽວກັບນ້ຳໃຈຮັກຊາດ; ຈົງຮັກພັກດີ, ສຸດຈິດສຸດໃຈຕໍ່ພາລະກິດແຫ່ງການປະຕິວັດ; ນ້ຳໃຈອົງອາດກ້າຫານ, ບໍ່ຍອມຈຳນົນ, ມີຄວາມສະຫງ່ຽມຄ່ຽມຄົມ, ລຽບງ່າຍ, ມີຄວາມຮັກຊາດ,ຮັກປະຊາຊົນ; ນ້ຳໃຈສາມັກຄີທົ່ວປວງຊົນ ແລະ ນ້ຳໃຈສາມັກຄີກຳມະຊີບສາກົນ, ທ່ານນາຍົກລັດຖະມົນຕີ ຟ້າມວັນດົ່ງ ເຄີຍຢັ້ງຢືນວ່າ: “ມໍລະດົກ ອັນລ້ຳຄ່າເຊິ່ງທ່ານປະທານປະເທດ ໂຕນດຶກຖັ໋ງ ປະໄວ້ໃຫ້ປະຊາຊົນ ແມ່ນ ທາດແທ້ ຂອງ ປະທານ ໂຕນດຶກຖັ໋ງ, ຜະລິດຕະພັນສັງລວມຂອງນ້ຳໃຈເຜື້ອແຜ່ຂອງປະຊາຊົນພາກໃຕ້ ແລະ ແມ່ນຄວາມປິຊາສາມາດ, ມີຫົວຄິດປະດິດສ້າງຂອງຊາວ ຫວຽດນາມ, ກຳລັງປະຈັນບານຂອງຊົນຊັ້ນກຳມະກອນ, ລັກສະນະປະຫວັດສາດຂອງຜູ້ຮັກຊາດ, ນັກກອມມູນິດ, ລັກສະນະມະນຸດສະທຳຂອງມະນຸດ.””

ຕອນບ່າຍຂອງວັນດຽວກັນ, ຢູ່ຮ່າໂນ້ຍ, ຫ້ອງວ່າການສະພາແຫ່ງຊາດກໍໄດ້ຈັດພິທີສະເຫຼີມສະຫຼອງ 130 ປີແຫ່ງວັນຄ້າຍວັນເກີດປະທານ ໂຕນດຶກຖັ໋ງ (20/8/1888 – 20/8/2018)ຂຶ້ນ. ເຂົ້າຮ່ວມພິທີມີ ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ, ອະດີດປະທານສະພາແຫ່ງຊາດ ຫງວຽນຊິງຮຸ່ງ; ຮອງປະທານສະພາແຫ່ງຊາດ ຟຸ່ງກ໋ວກຫຽນ. ກ່າວຄຳປາໄສທີ່ພິທີ, ທ່ານເລຂາທິການໃຫຍ່ສະພາແຫ່ງຊາດ, ຫົວໜ້າຫ້ອງວ່າການສະພາແຫ່ງຊາດ ຫງວຽນແຫ້ງຟຸກ ໄດ້ທົບທວນຄືນຊີວິດ, ພາລະກິດ ແລະ ການປະກອບສ່ວນອັນໃຫຍ່ຫຼວງຂອງປະທານໂຕນດຶກຖັ້ງທີ່ມີຕໍ່ພາລະກິດປະຕິວັດຂອງພັກ ແລະ ປະຊາຊົນຫວຽດນາມ.

(ຫັດ​ທະ​ບູນ)

ເຫດການ
302 Found

Found

The document has moved here.