ຍສໝ - ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໄດ້ສະແດງຄວາມເສົ້າສະຫຼົດໃຈ ຕໍ່ການສູນເສຍຂອງປະຊາຊົນກຳປູເຈຍ; ພ້ອມດຽວກັນນີ້, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ເຊື່ອວ່າ ພາຍໃຕ້ການນຳພາ ແລະ ຄວາມເອົາໃຈໃສ່ຢ່າງໃກ້ຊິດຂອງທ່ານນາຍົກລັດຖະມົນຕີກຳປູເຈຍ ຮຸນແຊນ, ປະຊາຊົນກຳປູເຈຍ ຈະໄດ້ຜ່ານຜ່າຄວາມຫຍຸ້ງຍາກໃນປະຈຸບັນ.
ທ່ານ Suga Yoshihide ກໍ່ແມ່ນນາຍົກລັດຖະມົນຕີຄົນທີ 2 ເລືອກ ຫວຽດນາມ ເປັນປະເທດໄປຢ້ຽມຢາມຄັ້ງທຳອິດພາຍຫລັງດຳລົງຕຳແໜ່ງເປັນນາຍົກລັດຖະມົນຕີ.
ຍສໝ - ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Suga Yoshihide ໄດ້ສະແດງຄວາມຊົມເຊີຍຕໍ່ການພັດທະນາຢ່າງແຮງຂອງການພົວພັນລະຫ່ວາງຍີ່ປຸ່ນ - ຫວຽດນາມ, ທ່ານກໍ່ຂອບໃຈການຮ່ວມມືຢ່າງຕັ້ງໜ້າຂອງຫວຽດນາມໃນການປ້ອງກັນ, ສະກັດກັ້ນໂລກລະບາດ Covid - 19.
ຍສໝ - ທ່ານ ຟ້າມບິ່ງມິງ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ມີຄວາມປາດຖະໜາວ່າ: ສະມາຄົມພັດທະນາການຮ່ວມມືເສດຖະກິດ ຫວຽດນາມ - ອາຊຽນກໍ່ຄືບັນດາວິສາຫະກິດສະມາຊິກມີຄວາມເອົາໃຈໃສ່ກ່ວາອີກກ່ຽວກັບຕະຫຼາດອາຊຽໜ ໂດຍມີບັນດາການຜັນແປຢ່າງຕັ້ງໜ້າໃນໄລຍະທີ່ຜ່ານມາ.
ຍສໝ - ໂຄສົກກະຊວງການຕ່າງປະເທດ ທ່ານນາງ ເລທິທູຮັ່ງ ໄດ້ເນັ້ນໜັກວ່າ ຫວຽດນາມສະແດງຄວາມຍິນດີຕ້ອນຮັບນາຍົກລັດຖະມົນຕີຍີ່ປຸ່ນ ທ່ານ Suga Yoshihide ມາຢ້ຽມຢາມຫວຽດນາມ ໃນເວລາທີ່ເໝາະສົມ.
ຍສໝ - ໃນໄຕມາດທີ 3 ເສດຖະກິດ ຫວຽດນາມ ເພີ່ມຂຶ້ນ 2,62% ແມ່ນພື້ນຖານເພື່ອຢັ້ງຢືນວ່າ ປີນີ້ ຫວຽດນາມ ມີການເຕີບໂຕເປັນບວກ, ບັນລຸໄດ້ລະດັບແຕ່ 2 – 3%, ຢືນຢູ່ອັນດັບທີ 1 ຂອງອາຊຽນ ແລະ ອັນດັບທີ 2 ໃນບັນດາປະເທດອາຊີ - ປາຊີຟິກ.
ຍສໝ - ອັງກິດ ໄດ້ສະແດງຄວາມປາດຖະໜາຢາກເພີ່ມທະວີການພົວພັນຮ່ວມມືສອງຝ່າຍກັບຫວຽດນາມ, ຮ່ວມມືຢ່າງແໜ້ນແຟ້ນກັບຫວຽດນາມ ໃນການຊຸກຍູ້ການຮ່ວມມືລະຫວ່າງອັງກິດ ແລະ ພາກພື້ນ, ກໍ່ຄືໃນການແກ້ໄຂບັນດາບັນຫາຮີບດ່ວນທົ່ວໂລກ.
ຍສໝ - ສອງຝ່າຍໄດ້ໃຫ້ຄຳໝັ້ນສັນຍາຈະຊຸກຍູ້ການໂອ້ລົມສົນທະນາຂັ້ນສູງລະຫວ່າງ ການນຳສອງປະເທດ, ເຮັດໃຫ້ການພົວພັນທາງການຄ້າ ແລະ ການລົງທຶນລະຫວ່າງສອງຝ່າຍເລິກເຊິ່ງກ່ວາອີກ ແລະ ເດີນຕາມການຄ້າ ແລະ ການລົງທຶນເປີດກ້ວາງກ່ວາຜ່ານການເຊື່ອມໂຍງເສດຖະກິດໃນທົ່ວໂລກ ແລະ ພາກພື້ນ.
ໃນວັນທີ 25 ກັນຍາ 2020, ທີ່ຫໍປະຊຸມແຫ່ງຊາດ ທ່ານ ທອງລຸນ ສີສຸລິດ ນາຍົກລັດ ຖະມົນຕີ ແຫ່ງ ສປປ ລາວ ໄດ້ໃຫ້ກຽດເຂົ້າຮ່ວມ ແລະ ໂອ້ລົມຕໍ່ກອງປະຊຸມໃຫຍ່ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ຊຸດທີ VIII ໂດຍທ່ານ ນາຍົກ ໄດ້ເນັ້ນໃຫ້ສະພາອຸດສາຫະກຳ ແລະ ການຄ້າແຫ່ງຊາດ (ສຄອຊ) ນັກທຸລະກິດຕ້ອງຄິດແບບມືອາຊີບ ເພາະໃນຕະຫລາດໂລກ ແມ່ນມີການແຂ່ງຂັນສູງ ການແຂ່ງຂັນແມ່ນ ເພື່ອການພັດທະນາ, ແຂ່ງຂັນເພື່ອປັບປຸງ ໃຫ້ດີຂຶ້ນ ບໍ່ແມ່ນແຂ່ງຂັນເພື່ອທໍາລາຍ, ນັກທຸລະກິດຍຸກໃໝ່ຕ້ອງ ໄດ້ມີການແຂ່ງຂັນກັນທຸກເວລາ.
ພະນະທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີແຫ່ງ ສປປ.ລາວ ໄດ້ສົ່ງສານເພື່ອສະແດງຄວາມຊົມເຊີຍ ເນື່ອງໃນໂອກາດສະເຫຼີມສະຫຼອງວັນຄົບຮອບ ການສ້າງຕັ້ງອົງການສະຫະປະຊາຊາດ (ສປຊ) ຄົບຮອບ 75 ປີຜ່ານການບັນທຶກວິດີໂອ, ເຊິ່ງພິທີດັ່ງກ່າວໄດ້ຈັດຂຶ້ນໃນວັນທີ 21 ກັນຍາ 2020, ທີ່ອົງການ ສປຊ ທີ່ ນິວຢອກ, ສະຫະລັດ ອາເມຣິກາ.
ຍສໝ - ທ່ານຫງວຽນຊວນຟຸກ - ນາຍົກລັດຖະມົນຕີຫວຽດນາມ ໄດ້ຢືນຢັນວ່າ ປະຊາຊົນຫວຽດນາມມີຄວາມຕັດສິນໃຈຮັກສາສັນຕິພາບ ກັບປະຊາຊົນບັນດາຊົນຊາດ ແລະ ປະຕິບັດເປົ້າໝາຍການພັດທະນາແບບຍືນຍົງ SDG 2030 ຢ່າງສຳເລັດຜົນ.
ຍສໝ - ທີ່ການພົບປະເຈລະຈາ, 2 ຝ່າຍໄດ້ຢືນຢັນຖືການພົວພັນ 2 ຝ່າຍເປັນສຳຄັນ ແລະ ປາດຖະໜາຢາກຮ່ວມມືຢ່າງແໜ້ນແຟ້ນ ເພື່ອພັດທະນາການພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ -ສາທາລະນະລັດ ເກົາຫຼີ ໃຫ້ແທດຈິງກ່ວາອີກ, ພິເສດແມ່ນໃນສະພາບການທີ່ 2 ປະເທດ ພວມມຸ່ງໄປເຖິງການສະເຫຼີມສະຫຼອງ ວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ສາທາລະນະລັດ ເກົາຫຼີ ຄົບຮອບ 30 ປີ.
ຍສໝ - ທ່ານນາຍົກລັດຖະມົນຕີ ກໍ່ຫວັງວ່າ ສ.ເກົາຫຼີ ຈະຫຼຸດຜ່ອນ ແລະ ມຸ່ງໄປສູ່ການລົບລ້າງບັນດາເງື່ອນໄຂບັງຄັບຕໍ່ບັນດາບ້ວງເງິນໜູນຊ່ວຍພັດທະນາຢ່າງເປັນທາງການ, ກູ້ຢຶມບຸລິມະສິດ, ເປີດກ້ວາງບັນດາບ້ວງເງິນຊ່ວຍເຫຼືອລ້າໃຫ້ແກ່ຫວຽດນາມ, ເພີ່ມທະວີການຕ້ອນຮັບແຮງງານຫວຽດນາມ, ໜູນຊ່ວຍປະຊາຄົມຫວຽດາມອາໄສຢູ່ ສ.ເກົາຫຼີໃຫ້ຫຼາຍກ່ວາອີກ, ເປັນຕົ້ນແມ່ນໃນສະພາບການໂລກລະບາດ Covid – 19 ຄືໃນປັດຈຸບັນ.
ຍສໝ - ໃນຖານະຫວຽດນາມ ດຳລົງຕຳແໜ່ງປະທານອາຊຽນ 2020 ແລະ ເຢຍລະມັນ ແມ່ນປະທານໝູນວຽນອີຢູ ໃນໄລຍະ 6 ເດືອນທ້າຍປີ 2020, ຫວຽດນາມ ແລະ ເຢຍລະມັນ ໃຫ້ຄຳໝັ້ນສັນຍາພ້ອມກັນມານະພະຍາຍາມຊຸກຍູ້ການຮ່ວມມື ແລະ ການເຊື່ອມຕໍ່ລະຫວ່າງ 2 ພາກພື້ນ, ມຸ່ງໄປເຖິງຍົກການພົວພັນລະຫວ່າງອີຢູ - ອາຊຽນ ຂຶ້ນສູ່ລະດັບສູງໃໝ່.
ຍສໝ - ນາຍົກລັດຖະມົນຕີ ຫວຽດນາມ ແຈ້ງໃຫ້ຊາບວ່າ 9 ວັນແລ້ວທີ່ ຫວຽດນາມ ບໍ່ມີຜູ້ຕິດເຊື້ອພະຍາດໂຄວິດ - 19 ໃໝ່ຕື່ມອີກໃນຊຸມຊົນ.
ໃນປະຫວັດສາດ 53 ປີທີ່ຍືນຍົງຄົງຕົວ ແລະ ພັດທະນາຂອງ ອາຊຽນ, ເປັນຄັ້ງທຳອິດທີ່ ອາຊຽນ ຢືນຢູ່ຕໍ່ໜ້າບັນດາສິ່ງທ້າທາຍຢ່າງຮ້າຍແຮງຍ້ອນໂລກລະບາດໂຄວິດ-19 ກໍ່ຂຶ້ນ. ເຖິງຢ່າງໃດກໍ່ຕາມ, ໃນຄວາມຫຍຸ້ງຍາກນັ້ນ ຫວຽດນາມ ອີກຄັ້ງໜຶ່ງໄດ້ຢັ້ງຢືນບົດບາດນຳໜ້າ, ເປັນເຈົ້າການ ແລະ ມີຄວາມຮັບຜິດຊອບຂອງປະເທດປະທານໝູນວຽນໃນປີ 2020 ນີ້.
ຍສໝ - ໃນຕອນເຊົ້າຂອງວັນທີ 5 ກັນຍາ 2020, ທີ່ຮ່າໂນ້ຍ, ໄດ້ດຳເນີນພິທີຮັບຫຼຽນໄຊປົກປັກຮັກສາປະເທດຊາດຊັ້ນໜຶ່ງ ແລະ ພິທີສະເຫຼີມສະຫຼອງ 75 ປີແຫ່ງວັນມູນເຊື້ອກົມໃຫຍ່ເສນາທິການກອງທັບປະຊາຊົນ ຫວຽດນາມ.
ຍສໝ - ເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດ G20 ດ້ວຍຮູບການຖ່າຍທອດສົດ ມີບັນດາລັດຖະມົນຕີຕ່າງປະເທດຂອງບັນດາປະເທດສະມາຊິກ G20 ແລະ ບາງປະເທດທີ່ເປັນແຂກເຊີນ, ພ້ອມດ້ວຍຜູ້ນຳຂອງບັນດາອົງການຈັດຕັ້ງສາກົນທີ່ສຳຄັນ.
ຍສໝ - ທ່ານ ຫງວຽນຊວນຟຸກ ໃຫ້ຮູ້ວ່າ ໃນ 8 ເດືອນຜ່ານມາ, ພະຍາດໂຄວິດ-19 ໄດ້ແຜ່ລະບາດຢູ່ 15 ທ້ອງຖິ່ນໃນທົ່ວປະເທດ. ບັນດາຂະແໜງ, ຂັ້ນຕ່າງໆໄດ້ມີຫຼາຍວິທີການຊີ້ນໍາຢ່າງຂ້ຽວຂາດ, ສະກັດກັ້ນ ແລະປ້ອງກັນພະຍາດໂຄວິດ-19 ຢ່າງທັນການ ແລະມີປະສິດທິຜົນບົນຈິດໃຈປະຕິບັດເປົ້າໝາຍຄວບຄູ່ທັງປ້ອງກັນ, ຕ້ານພະຍາດໂຄວິດ-19, ທັງພັດທະນາເສດຖະກິດ-ສັງຄົມ.
ຍສໝ - ວັນທີ 28 ສິງຫາ, ທ່ານນາງ ເລທິທູຮັ່ງ ໂຄສົກກະຊວງການຕ່າງປະເທດຫວຽດນາມ ໄດ້ເນັ້ນໜັກວ່າ: ທ່ານ Abe Shinzo ແມ່ນການນຳມີການປະກອບສ່ວນຫຼາຍຢ່າງຕໍ່ການພັດທະນາຂອງປະເທດຍີ່ປຸ່ນ ແລະຊຸກຍູ້ການຮ່ວມມືໃນບັນດາຂົງເຂດຢູ່ພາກພື້ນ ແລະໃນໂລກ.