ຫັນການພົວພັນຕ່າງປະເທດເປັນຫຼາຍຮູບຫຼາຍແບບ ແລະຫຼາຍຝ່າຍຢ່າງຄົບຖ້ວນ

18:21 | 09/11/2020

ຍສໝ - ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກ ໄດ້ມອບໜ້າທີ່ໃຫ້ບັນດາເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ຕາງໜ້າ ທີ່ຕ້ອງເອົາໃຈໃສ່ຊອກຫາແຫຼ່ງກຳລັງ ເພື່ອການພັດທະນາຂອງປະເທດ, ພິເສດແມ່ນແຫຼ່ງທຶນ ODA, FDI ແລະ ແຫຼ່ງກຳລັງອື່ນໆ.

ຫ ນການພ ວພ ນຕ າງປະເທດເປ ນຫ າຍຮ ບຫ າຍແບບ ແລະຫ າຍຝ າຍຢ າງຄ ບຖ ວນ ນາຍົກລັດຖະມົນຕີຫວຽດນາມ ໂອ້ລົມທາງໂທລະສັບກັບນາຍົກລັດຖະມົນຕີໄທ
ຫ ນການພ ວພ ນຕ າງປະເທດເປ ນຫ າຍຮ ບຫ າຍແບບ ແລະຫ າຍຝ າຍຢ າງຄ ບຖ ວນ ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ຈະເປັນປະທານກອງປະຊຸມຂັ້ນສູງອາຊຽນຄັ້ງທີ 37 ດຳເນີນແຕ່ວັນທີ 12-15 ພະຈິກ

ຕອນບ່າຍວັນທີ 7 ພະຈິກ, ຢູ່ສຳນັກງານລັດຖະບານຫວຽດນາມ, ທ່ານຫງວຽນຊວນຟຸກ - ນາຍົກລັດຖະມົນຕີຫວຽດນາມ ໄດ້ຮັບການແຕ່ງຕັ້ງເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມຢູ່ຕ່າງປະເທດ ທີ່ໄດ້ຮັບການແຕ່ງຕັ້ງດຳລົງຕຳແໜ່ງ ໃນປີ 2020.

ຫ ນການພ ວພ ນຕ າງປະເທດເປ ນຫ າຍຮ ບຫ າຍແບບ ແລະຫ າຍຝ າຍຢ າງຄ ບຖ ວນ
ທ່ານຫງວຽນຊວນຟຸກ - ນາຍົກລັດຖະມົນຕີຫວຽດນາມ. (ພາບ: TTXVN)

ທີ່ການພົບປະ, ທ່ານນາຍົກລັດຖະມົນຕີ ຊີ້ແຈ້ງວ່າ ໄລຍະວຽກງານ ຂອງບັນດາທ່ານເອກອັກຄະລັດຖະທູດ ແລະ ຫົວໜ້າຄະນະຜູ້ຕາງໜ້າຄັ້ງນີ້ ແມ່ນເວທີສຳຄັນໃນການພັດທະນາປະເທດ. ທ່ານນຫງວຽນຊວນຟຸກ ຊີ້ແຈ້ງວ່າບັນດາເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ຢູ່ຕ່າງປະເທດ ຕ້ອງເຊື່ອມຊຶມຢ່າງເຕັມສ່ວນ ກ່ຽວກັບທັດສະນະຂອງພັກ, ລັດ, ການປະຕິບັດໃນການເຄື່ອນໄຫວຕ່າງປະເທດຂອງຫວຽດນາມ ຢ່າງມີຄວາມຫຼາຍຮູບຫຼາຍແບບ, ຫັນເປັນຫຼາຍຝ່າຍໃນການພົວພັນຕ່າງປະເທດ; ການເຊື່ອມໂຍງສາກົນຢ່າງຕັ້ງໜ້າ; ເປັນໝູ່ເພື່ອນ, ຄູ່ຮ່ວມງານທີ່ໄວ້ໃຈໄດ້ ແລະ ເປັນສະມາຊິກທີ່ມີຄວາມຮັບຜິດຊອບຂອງປະຊາຄົມສາກົນ.

ທ່ານນຫງວຽນຊວນຟຸກ ໄດ້ເນັ້ນໜັກວ່າ ໃນຖານະຕຳແໜ່ງເປັນຫົວໜ້າຄະນະຜູ້ຕາງໜ້າ ຢູ່ຕ່າງປະເທດ, ບັນດາເອກອັກຄະລັດຖະທູດ ແລະ ຫົວໜ້າຄະນະ ຕ້ອງຍົກສູງຈິດໃຈທີ່ເປັນແບບຢ່າງ, ຄວາມຮັບຜິດຊອບ, ຄວາມສາມັກຄີ, ຄວາມຕັດສິນໃຈ ເພື່ອປະຕິບັດໜ້າທີ່ຂອງຕົນຢ່າງມີປະສິດທິຜົນ.

ຫ ນການພ ວພ ນຕ າງປະເທດເປ ນຫ າຍຮ ບຫ າຍແບບ ແລະຫ າຍຝ າຍຢ າງຄ ບຖ ວນ
ທ່ານນຫງວຽນຊວນຟຸກ ແລະ ບັນດາເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມຢູ່ຕ່າງປະເທດ ໄດ້ຮັບການແຕ່ງຕັ້ງໃນປີ 2020. (ພາບ: TTXVN)

ທີ່ການພົບປະ, ໃນນາມຕາງໜ້າບັນດາເອກອັກຄະລັດຖະທູດ ແລະ ຜູ້ທີ່ໄດ້ຮັບການແຕ່ງຕັ້ງໃນຄັ້ງນີ້, ທ່ານດັ້ງມິນໂຄຍ - ເອກອັກຄະລັດຖະທູດຫວຽດນາມ ປະຈຳລັດເຊຍ ໄດ້ຢືນຢັນວ່າ ຈະມານະພະຍາຍາມໝູນໃຊ້ທຸກໆໂອກາດ ເພື່ອປະກອບຄຳເຫັນ, ເປັນເສນາທີການໃຫ້ແກ່ພັກ ແລະ ລັດຫວຽດນາມ.

“ທ່ານເອກອັກຄະລັດຖະທູດແຕ່ລະຄົນ ຕ້ອງການມີຄວາມຮັບຜິດຊອບສູງ ຕໍ່ວິທີການເຮັດວຽກເພື່ອຮ່ວມກັບທົ່ວປະເທດ ເພື່ອບັນລຸເປົ້າໝາຍການພັດທະນາເສດຖະກິດ - ສັງຄົມ, ເຮັດໃຫ້ປະເທດຂອງພວກເຮົາມີຄວາມກ້າວໜ້າຂຶ້ນ.” - ທ່ານເອກອັກຄະລັດຖະທູດ ດັ້ງມິນໂຄຍ ຢືນຢັນ.

ຕາມຂໍ້ມູນຈາກກະຊວງການຕ່າງປະເທດ, ມີຈຳນວນ ເອກອັກຄະລັດຖະທູດ 31 ສະຫາຍ, ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມຢູ່ຕ່າງປະເທດ ໄດ້ແຕ່ງຕັ້ງດຳລົງຕຳແໜ່ງໃນຄັ້ງນີ້.

ຫ ນການພ ວພ ນຕ າງປະເທດເປ ນຫ າຍຮ ບຫ າຍແບບ ແລະຫ າຍຝ າຍຢ າງຄ ບຖ ວນ ທ່ານເອກອັກຄະລັດຖະທູດເຢຍລະມັນ Guido Hildner ປາດຖະໜາວ່າສອງປະເທດສຸມໃສ່ການຮ່ວມມືໃນການຝຶກອົບຮົມວິຊາຊີບ, ການປົກປັກຮັກສາສິ່ງແວດລ້ອມ ແລະ ພະລັງງານທີ່ສ້າງຄືນໃໝ່

ຍສໝ - ໃນໄລຍະຜ່ານມາ, ການເຄື່ອນໄຫວຕ່າງໆແຫ່ງຄວາມສັນຕິພາບ, ຄວາມສາມັກຄີ, ມິດຕະພາບ ແລະການຮ່ວມມືສາກົນຂອງແຂວງຫວີງຟູກ ນັບມື້ນັບໄດ້ຮັບການເພີ່ມທະວີ. ແຂວງຫວີງຟູກ ໄດ້ເປັນເຈົ້າການໃນການຜັນຂະຫຍາຍການພົວພັນຮ່ວມມືມິດຕະພາບທີ່ເປັນມູນເຊື້ອກັບບັນດາປະເທດໃນໂລກ; ໂດຍສະເພາະແມ່ນບັນດາປະເທດທີ່ມີການພົວພັນອັນເປັນມູນເຊື້ອ, ລວມທັງເຢຍລະມັນ.

ຫ ນການພ ວພ ນຕ າງປະເທດເປ ນຫ າຍຮ ບຫ າຍແບບ ແລະຫ າຍຝ າຍຢ າງຄ ບຖ ວນ ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈຳຕ່າງປະເທດ ແມ່ນຂົວເຊື່ອມຕໍ່ກັບບັນດາທ້ອງຖິ່ນ ແລະ ຄູ່ຮ່ວມມືຕ່າງປະເທດ

ຍສໝ - ນັ້ນແມ່ນຄໍາຢັ້ງຢືນໂດຍທ່ານ ດັ້ງມິງໂຄຍ - ຮອງລັດຖະມົນຕີການຕ່າງປະເທດຫວຽດນາມ ທີ່ກອງປະຊຸມສຳມະນາລະຫວ່າງຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມຢູ່ຕ່າງປະເທດ ໄລຍະ 2020 - 2023 ກັບບັນດາຜູ້ນຳທ້ອງຖິ່ນຢູ່ເຂດພາກເໜືອ.

ຫ ນການພ ວພ ນຕ າງປະເທດເປ ນຫ າຍຮ ບຫ າຍແບບ ແລະຫ າຍຝ າຍຢ າງຄ ບຖ ວນ ເອກອັກຄະລັດຖະທູດບັນດາປະເທດອາຊຽນ ປະຈຳລັດເຊຍ ໄດ້ຕີລາຄາສູງບົດບາດຂອງຫວຽດນາມ

ຍສໝ - ບັນດາເອກອັກຄະລັດຖະທູດ ໄດ້ຕີລາຄາສູງຕໍ່ບົດບາດ ແລະ ຄວາມມານະພະຍາຍາມຂອງຫວຽດນາມໃນຖານະເປັນປະທານອາຊຽນ, ໂດຍສະເພາະໃນການຈັດຕັ້ງກອງປະຊຸມສຸດຍອດອາຊຽນຄັ້ງທີ 36 ດ້ວຍຮູບການຖ່າຍທອດສົດຢ່າງເປັນທາງການ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.