ຍສໝ - ທ່ານ ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ ຫວຽດນາມ ເຈີ່ນຕວນແອງ ໄດ້ສະເໜີບັນດາວິສາຫະກິດ UAE ເຂົ້າມາລົງທຶນ, ດຳເນີນທຸລະກິດຢູ່ ຫວຽດນາມໃນຂົງເຂດຕ່າງໆຄື: ການພັດທະນາພື້ນຖານໂຄງລ່າງດ້ານພະລັງງານ, ການບໍລິການ logistics, ນ້ຳມັນອາຍແກດ, ພະລັງງານຜະລິດຄືນໃໝ່...
ຍສໝ - ໃນວັນທີ 10 ຕຸລາ 2019, ເມືອງ ອຽນເຈົາ, ແຂວງ ເຊີນລາ ສສ ຫວຽດນາມ ໄດ້ຈັດຕັ້ງພິທີປະກາດ ແລະ ມອບຂໍ້ຕົກລົງ ຂອງ ປະທານປະເທດ ວ່າດ້ວຍການຖືສັນຊາດ ຫວຽດນາມໃຫ້ພົນລະເມືອງລາວ 123 ຄົນ.
ເຫດການສົນທິສັນຍາສາກົນ (Treaty Event) ໄດ້ດຳເນີນໃນວັນທີ 27 ກັນຍາ, ຢູ່ນອກວາລະປຶກສາຫາລືຂັ້ນສູງຂຶ້ນກັບກອງປະຊຸມຄັ້ງທີ 74 ຂອງສະມັດຊາໃຫຍ່ ສປຊ, ຢູ່ ນິວຢອກ, ປະເທດ ອາເມລິກາ.
ຍອດທຶນລົງທະບຽນໃໝ່, ດັດປັບ ແລະ ປະກອບທຶນຊື້ຫຸ້ນສ່ວນຂອງບັນດານັກລົງທຶນຕ່າງປະເທດ ຢູ່ ຫວຽດນາມ ບັນລຸໄດ້ກ່ວາ 26 ຕື້ USD, ເພີ່ມຂຶ້ນ 3% ເມື່ອທຽບໃສ່ກັບໄລຍະດຽວກັນຂອງ ປີ 2018.
ໃນຂອບເຂດການໄປຢ້ຽມຢາມ ແລະ ເຮັດວຽກຢູ່ ລາວໃນລະຫວ່າງວັນທີ 26 – 29 ກັນຍາ, ທ່ານນາງ ຫງວຽນທິກິມເງິນ ປະທານສະພາແຫ່ງຊາດ ຫວຽດນາມ ແລະ ຄະນະຜູ້ແທນສະພາແຫ່ງຊາດ ຫວຽດນາມ ໄດ້ໄປຢ້ຽມຢາມຫໍສະພາແຫ່ງຊາດລາວຫຼັງໃໝ່, ເຊິ່ງເປັນຂອງຂວັນຈາກພັກ, ລັດ, ລັດຖະບານ ແລະ ປະຊາຊົນ ຫວຽດນາມມອບໃຫ້ ພັກ, ລັດ, ລັດຖະບານ ແລະ ປະຊາຊົນ ລາວ.
ຍສໝ - ຫວຽດນາມໄດ້ຊຸກຍູ້ການພັດທະນາເສດຖະກິດຕາມທິດປ່ຽນແປງໃໝ່ປະດິດຄິດສ້າງຢ່າງວ່ອງໄວ; ຮັບເອົາ ແລະ ນຳໃຊ້ບັນດາຜົນງານຂອງການປະຕິວັດອຸດສາຫະກຳ ຄັ້ງທີ 4 ໃນບັນດາຂະແໜງ, ຂົງເຂດເສດຖະກິດ - ສັງຄົມ ແລະ ການຄຸ້ມຄອງແຫ່ງລັດ.
“ຫວຽດນາມສັນຕິພາບ, ສະຖຽນລະພາບ ແລະ ພັດທະນາ” ພວມແມ່ນຕົວແບບໃຫ້ແກ່ຫຼາຍປະເທດ, ເປັນຕົ້ນແມ່ນບັນດາປະເທດກຳລັງພັດທະນາ ແລະ ຢູ່ພາກພື້ນທີ່ມີຄວາມເຄັ່ງຕຶງຄື ຕາເວັນອອກກາງ, ອາຟະລິກາ. ມີນັກການທູດຫຼາຍຄົນປະຈຳ ອີຢີບ ໄດ້ຢັ້ງຢືນສິ່ງນີ້ກັບ ນັກຂ່າວ VOV ປະຈຳ Cairo. ຕາມເຂົາເຈົ້າແລ້ວ, ຫວຽດນາມໄດ້ຮູ້ ວິທີການເພື່ອປົກປັກຮັກສາສັນຕິພາບຢ່າງຈະແຈ້ງດັ່ງນັ້ນ ຫວຽດນາມຈຶງມີບົດບາດທີ່ຕັ້ງໜ້າໃນການສ້າງຕັ້ງພື້ນຖານສັນຕິພາບ. ຫວຽດນາມ ໄດ້ ແລະ ກຳລັງສວມບົດບາດສຳຄັນໃນການສ້າງຄວາມສາມັກຄີ, ສັນຕິພາບ ແລະ ສະຖຽນລະພາບຢູ່ ອາຊຽນ ແລະ ສາກົນເວົ້າລວມ.
ຍສໝ - ວັນທີ 11 ກັນຍາ 2019, ຢູ່ສຳນັກງານກະຊວງປ້ອງກັນປະເທດລາວ ຢູ່ ນະຄອນຫຼວງວຽງຈັນ, ທ່ານພົນຕີຮ່ວາງຊວັນຈ໊ຽນ, ຜູ້ບັນຊາການທະຫານຊາຍແດນຫວຽດນາມ, ໄດ້ນຳໜ້າຄະນະຜູ້ແທນຫວຽດນາມມີການພົບປະເຈລະຈາກັບຄະນະຜູ້ແທນກົມທະຫານຊາຍແດນລາວໂດຍທ່ານພົນຈັດຕາວາ ສີພັນ ພຸດທະວົງ ຫົວໜ້າກົມເປັນຫົວໜ້າຄະນະ.
ຍສໝ - ທ່ານ ໂຕເລິມ ລັດຖະມົນຕີກະຊວງຕຳຫຼວດຫວຽດນາມ ໄດ້ສະເໜີວ່າ: ຍິ່ງກ່າວເວລາໃດໝົດ, 3 ປະເທດພວກເຮົາຄວນສືບຕໍ່ຮ່ວມແຮງຮ່ວມໃຈ, ຮ່ວມມືຢ່າງແໜ້ນແຟ້ນ, ລະດົມແຫຼ່ງກຳລັງພາຍໃນຢູ່ໃນລະດັບສູງ, ຍາດແຍ່ງແຫຼ່ງກຳລັງພາຍນອກໃຫ້ດີທີ່ສຸດເພື່ອໜູນຊ່ວຍໃຫ້ແກ່ວຽກງານຕໍ່ສູ້, ປາບປາມ, ຕ້ານຢາເສບຕິດ.
ຍສໝ - ໃນຕອນບ່າຍຂອງວັນທີ 10 ກັນຍາ 2019, ຢູ່ຮ່າໂນ້ຍ, ກະຊວງຕຳຫຼວດ ຫວຽດນາມ ໄດ້ຈັດກອງປະຊຸມຂັ້ນລັດຖະມົນຕີກ່ຽວກັບການຍົກສູງປະສິດທິຜົນໃນການຮ່ວມມືປ້ອງກັນ, ຕ້ານອາດຊະຍາກຳຢາເສບຕິດຂ້າມຊາດ.
ຜ່ານມາ ນັກຂ່າວ VOV ປະຈຳລາວ ຈຶ່ງໄດ້ມີການໂອ້ລົມສົນທະນາກັບທ່ານ ປອ. ບຸນແທ່ງ ສຸກສະຫວັດ, ຫົວໜ້າສະຖາບັນຂໍ້ມູນ ແລະ ວາລະສານວິທະຍາສາດສັງຄົມ ທີ່ຂຶ້ນກັບສະຖາບັນວິທະຍາສາດສັງຄົມແຫ່ງຊາດລາວ ກ່ຽວກັບ “ບົດພິໄນກຳຂອງປະທານ ໂຮ່ຈີມິນ ປະກອບສ່ວນເພີ່ມພູນຄູນສ້າງສາຍພົວພັນຍິ່ງໃຫຍ່, ນ້ຳໃຈສາມັກຄີແບບພິເສດ ຫວຽດນາມ - ລາວ”. ລາຍການພາກພາສາລາວພວກຂ້າພະເຈົ້າຂໍແນະນຳເນື້ອໃນຕົ້ນຕໍຂອງການໂອ້ລົມສົນທະນາດັ່ງກ່າວ.
ຄິດໄລ່ລວມ 8 ເດືອນຕົ້ນປີ 2019, ຍອດວົງເງິນສົ່ງອອກສິນຄ້າທົ່ວປະເທດບັນລຸໄດ້ເກືອບ 170 ຕື້ USD, ເພີ່ມຂຶ້ນ 7,3% ເມື່ອທຽບໃສ່ໄລຍະດຽວກັນປີ 2018.
ຄ້າຍພັກແລ້ງ ຫວຽດນາມ 2019 ທີ່ຖືກຈັດຂຶ້ນຫວ່າງແລ້ວນີ້, ໂດຍຄະນະກຳມະການແຫ່ງລັດ ກ່ຽວກັບຊາວຫວຽດນາມ ອາໄສຢູ່ຕ່າງປະເທດ - ຂຶ້ນກັບກະຊວງການຕ່າງປະເທດຫວຽດນາມ ຈັດຕັ້ງ, ໂດຍມີການເຂົ້າຮ່ວມຂອງເພື່ອນໜຸ່ມຫວຽດນາມ ທີ່ມີອາຍຸ ແຕ່ 16 – 24 ປີອາໄສຢູ່ 29 ປະເທດ ແລະ ເຂດແຄວ້ນໃນທົ່ວໂລກ. ໃນຈໍານວນບັນດາຊາວໜຸ່ມທີ່ເຂົ້າຮ່ວມຄ້າຍພັກແລ້ງຄັ້ງນີ້ ມີຊາວໜຸ່ມຫຼາຍຄົນເວົ້າພາສາຫວຽດໄດ້ດີ, ໃນນັ້ນ ບັນດາຊາວໜຸ່ມ ອາຊຽນ ເວົ້າຂອດກວ່າໝູ່. ພວກເພື່ອນແມ່ນລຸ້ນຄົນທີ 3, ທີ 4 ຮຽນພາສາຫວຽດ ເພື່ອຮັກສາສີສັນວັດທະນະທຳຂອງຊາດຫວຽດນາມຢູ່ຕ່າງປະເທດ. ຕໍ່ໄປນີ້, ຈົ່ງພ້ອມກັນຊອກຮູ້ກ່ຽວກັບປະໂຫຍດເມື່ອຮຽນພາສາຫວຽດ ຂອງບັນດາຊາວໜຸ່ມຫວຽດນາມ ອາໄສຢູ່ບັນດາປະເທດ ອາຊຽນ ຜ່ານບົດຂຽນ “ຊາວໜຸ່ມຫວຽດນາມ ອາໄສຢູ່່ບັນດາປະເທດ ອາຊຽນ ກັບຄວາມຮັກຕໍ່ພາສາຫວຽດ” ຂອງນັກຂ່າວ ເຈິ່ນຕ໊ວນ.
ໃນວັນທີ 29 ສິງຫາ 2019, ທີ່ນະຄອນຫຼວງໄຄໂຣ, ສະຖານທູດຫວຽດນາມປະຈຳອີຢິບໄດ້ຈັດຕັ້ງພິທີສະເຫຼີມສະຫຼອງວັນສ້າງຕັ້ງສະມາຄົມປະຊາຊາດບັນດາປະເທດໃນເຂດອາຊີຕາເວັນອອກສຽງໃຕ້-ອາຊຽນຄົບຮອບ 52 ປີ (8/8/1967-8/8/2019) ຢ່າງສົມກຽດ.
ຍສໝ - ໃນຕອນບ່າຍວັນທີ 23 ສິງຫາ 2019, ຢູ່ຮ່າໂນ້ຍ, ຄະນະກຳມະການແຫ່ງລັດກ່ຽວກັບຊາວຫວຽດນາມອາໄສຢູ່ຕ່າງປະເທດ, ກະຊວງການຕ່າງປະເທດ ຫວຽດນາມ ໄດ້ຈັດຕັ້ງພິທີອັດຊຸດຝຶກອົບຮົມ ແລະ ມອບໃບຢັ້ງຢືນໃຫ້ແກ່ນັກສຳມະນາກອນຂອງ ຊຸດຝຶກອົບຮົມການສອນພາສາຫວຽດ ໃຫ້ແກ່ຄູອາຈານຊາວຫວຽດນາມອາໄສຢູ່ຕ່າງປະເທດ.
ຍສໝ - ໃນວັນທີ 17 ສິງຫາ 2019, ກອງປະຊຸມຄັ້ງທີ 7 ກໍາມາທິການການຕ່າງປະເທດຂອງສະພາແຫ່ງຊາດສາມປະເທດ ກຳປູເຈຍ-ລາວ-ຫວຽດນາມ ດ້ວຍຫົວຂໍ້ວ່າ “ບົດບາດຂອງສະພາແຫ່ງຊາດໃນການປະຕິບັດບັນດາຂໍ້ຕົກລົງຮ່ວມມືລະຫວ່າງ 3 ປະເທດ ກຳປູເຈຍ-ລາວ-ຫວຽດນາມ ໃນເຂດສາມຫຼ່ຽມພັດທະນາ” ໄດ້ໄຂຂຶ້ນຢູ່ນະຄອນຮ້າລອງ, ແຂວງກ໋ວາງນິງ.
ຍສໝ - ທ່ານ ພົນເອກ Valery Gerasimov, ຫົວໜ້າເສນາທິການໃຫຍ່ບັນດາກຳລັງປະກອບອາວຸດ, ຮອງລັດຖະມົນຕີ ຜູ້ທີໜຶ່ງ ກະຊວງປ້ອງກັນປະເທດ ສະຫະພັນ ລັດເຊຍ ໄດ້ໃຫ້ການຕ້ອນຮັບຄະນະຜູ້ແທນການທະຫານຂັ້ນສູງກອງທັບປະຊາຊົນ ຫວຽດນາມ ຢ່າງເປັນທາງການ ໄດ້ດຳເນີນຢ່າງສົມກຽດຢູ່ສຳນັກງານກະຊວງປ້ອງກັນປະເທດສະຫະພັນ ລັດເຊຍ.
ຍສໝ - ໃນຕອນບ່າຍຂອງວັນທີ 15 ສິງຫາ 2019, ທີ່ ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ໄດ້ໃຫ້ການຕ້ອນຮັບທ່ານຮອງນາຍົກລັດຖະມົນຕີ ລາວ ບຸນທອງ ຈິດມະນີ.
ຍສໝ - ໃນຕອນບ່າຍຂອງວັນທີ 9 ສິງຫາ 2019, ທີ່ ຮ່າໂນ້ຍ ສສ ຫວຽດນາມ, ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຝູຈ້ອງ ໄດ້ໃຫ້ການຕ້ອນຮັບທ່ານເລຂາທິການໃຫຍ່, ປະທານປະເທດລາວ ບຸນຍັງ ວໍລະຈິດ.
ຕອນເຊົ້າວັນທີ 31 ກໍລະກົດ, ຢູ່ແຂວງກ໋ວາງບິ່ງ, ກອງປະຊຸມສຳມະນາທິດສະດີຄັ້ງທີ VII ລະຫວ່າງພັກກອມມູນິດ ຫວຽດນາມ ແລະ ພັກປະຊາຊົນປະຕິວັດລາວດ້ວຍຫົວຂໍ້ “ກໍ່ສ້າງພັກ ແລະ ລະບົບການເມືອງໃນສະພາບການໃໝ່” ໄດ້ອັດລົງ ແລະ ປະສົບຜົນສຳເລັດຢ່າງຈົບງາມ.