ປະ​ທານ​ສະ​ພາ​ແຫ່ງ​ຊາດຫວຽດ​ນາມ ຕ້ອນ​ຮັບ ລັດ​ຖະ​ມົນ​ຕ​ີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ ແຫ່ງ ສ​ປ​ປ. ລາວ

09:15 | 26/12/2019

ຍສໝ - ຕອນບ່າຍວັນທີ 24 ທັນວາ 2019 ທີ່ ຫໍສະພາແຫ່ງຊາດຫວຽດນາມ, ທ່ານນາງຫງວຽນທິກີມເງິນປະທານສະພາແຫ່ງຊາດຫວຽດນາມໄດ້ຕ້ອນຮັບ ທ່ານສະເຫຼີມໄຊກົມມະສິດລັດຖະມົນຕີກະຊວງການຕ່າງປະເທດແຫ່ງ ສປປ.ລາວ.

ປະ​ທານ​ສະ​ພາ​ແຫ່ງ​ຊາດຫວຽດ​ນາມ ຕ້ອນ​ຮັບ ລັດ​ຖະ​ມົນ​ຕ​ີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ ແຫ່ງ ສ​ປ​ປ. ລາວ

ທ່ານນາງຫງວຽນທິກີມເງິນປະທານສະພາແຫ່ງຊາດຫວຽດນາມຕ້ອນຮັບ ທ່ານສະເຫຼີມໄຊກົມມະສິດລັດຖະມົນຕີກະຊວງການຕ່າງປະເທດແຫ່ງ ສປປ.ລາວ (ພາບ: TTXVN)

ທ່ານນາງປະ​ທານ​ສະ​ພາ​ແຫ່ງ​ຊາດຫວຽດ​ນາມ ຫງວຽ​ນ ​ທິ​ ກີມ ​ເງິນ ໄດ້ຕີລາຄາສູງຕໍ່ການມາຢ້ຽມຢາມ ຫວຽດນາມຂອງ ທ່ານ ສະເຫຼີມໄຊ ກົມມະສິດ ພ້ອມດ້ວຍຄະນະຜູ້ແທນກະຊວງການຕ່າງປະເທດລາວ ແລະ ການເຂົ້າຮ່ວມກອງປະຊຸມປຶກສາຫາລືດ້ານການເມືອງປະຈຳປີ ຂັ້ນລັດຖະມົນຕີ ກະຊວງການຕ່າງປະເທດ ຫວຽດນາມ-ລາວ ຄັ້ງທີ 6. ທ່ານນາງປະ​ທານ​ສະ​ພາ​ແຫ່ງ​ຊາດຫວຽດ​ນາມ ຫງວຽ​ນ ​ທິ​ ກີມ ​ເງິນ ສະເໜີໃຫ້ກະຊວງການຕ່າງປະເທດຫວຽດນາມ ສືບຕໍ່ຮ່ວມມືກັນ ເພື່ອບຳລຸງສ້າງພະນັກງານການຕ່າງປະເທດໃຫ້ແກ່ລາວ; ດ້ານການທູດເສດຖະກິດ, ສອງຝ່າຍຄວນຈັດຕັ້ງບັນດາການສຳມະນາ ໂດຍແນໃສ່ການແບ່ງປັນບັນດາບົດຮຽນທີ່ປະສົບຜົນສຳເລັດ, ກໍ່ຄືບັນດາບົດຮຽນທີ່ລົ້ມເຫຼວ ເພື່ອພ້ອມກັນຖອດຖອນບົດຮຽນ.

ສ່ວນທ່ານ ສະເຫຼີມໄຊ ກົມມະສິດ ລັດຖະມົນຕີກະຊວງການຕ່າງປະເທດລາວ ໄດ້ສະແດງຄວາມຍິນດີຕໍ່ກັບຫວຽດນາມ ໄດ້ຮັບຕຳແໜ່ງເປັນປະທານອາຊຽນປີ 2020 ແລະ ຢັ້ງຢືນວ່າລາວຈະເຮັດສຸດຄວາມສາມາດຂອງຕົນໃນການສົມທົບກັນ, ໜູນຊ່ວຍຫວຽດນາມປະຕິບັດໃຫ້ສຳເລັດໜ້າທີ່ວຽກງານຂອງຕົນ.

(ໄຊພອນ)

ເຫດການ
302 Found

Found

The document has moved here.