ບັນ​ດາ​ການ​ເຄື່ອນ​ໄຫວ​ສະ​ເຫຼີ​ມ​ສະຫຼອງ ວັນ​ແພດ​ໝໍ ຫວຽດ​ນາມ

11:47 | 28/02/2020

ວັນທີ 27 ກຸມພາ ທຸກໆປີ ແມ່ນວັນຍ້ອງຍໍຊົມເຊີຍບັນດາແພດໝໍ ຫວຽດນາມ.

ບັນ​ດາ​ການ​ເຄື່ອນ​ໄຫວ​ສະ​ເຫຼີ​ມ​ສະຫຼອງ ວັນ​ແພດ​ໝໍ ຫວຽດ​ນາມ

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ໄດ້ເຂົ້າຮ່ວມພິທີສະເຫຼີມສະຫຼອງ ແລະ ເຊີດຊູບັນດາແພດໝໍ.ພາບ: baomoi.com

ເນື່ອງໃນໂອກາດສະເຫຼີມສະຫຼອງ 65 ປີແຫ່ງວັນແພດໝໍ ຫວຽດນາມ (27/02), ຕອນເຊົ້າວັນທີ 27 ກຸມພາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ໄດ້ເຂົ້າຮ່ວມພິທີສະເຫຼີມສະຫຼອງ ແລະ ເຊີດຊູບັນດາແພດໝໍ, ພະນັກງານຂະແໜງສາທາລະນະສຸກ ທີ່ໄດ້ປະກອບສ່ວນເຂົ້າໃນພາລະກິດເບິ່ງແຍງດູແລສຸຂະພາບໃຫ້ແກ່ປະຊາຊົນ, ເຊີດຊູປັນຍາຊົນດີເດັ່ນທີ່ມີການປະກອບສ່ວນຫລາຍຢ່າງໃຫ້ແກ່ມະຫາວິທະຍາໄລແພດສາດ ຮ່າໂນ້ຍ. ທ່ານນາຍົກລັດຖະມົນຕີກໍ່ໄດ້ສະແດງຄວາມຮູ້ບຸນຄຸນ, ເຊີດຊູບັນດານັກປັນຍາຊົນ, ສາດສະດາຈານ, ທ່ານໝໍອາວຸໂສ, ບັນດານັກວິລະຊົນແຮງງານ, ນັກວິລະຊົນກຳລັງປະກອບອາວຸດຂອງຂະແໜງສາທາລະນະສຸກທົ່ວປະເທດ, ໃນນັ້ນມີມະຫາວິທະຍາໄລແພດສາດ ຮ່າໂນ້ຍ ລຸ້ນຕ່າງໆ.

ເນື່ອງໃນໂອກາດນີ້, ທ່ານພົນເອກ ໂງຊວັນລິກ, ລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ໄດ້ລົງຢ້ຽມຢາມ ແລະ ເຮັດວຽກ ກັບ ກົມເສນາຮັກ, ກະຊວງປ້ອງກັນປະເທດ, ທ່ານພົນເອກ ໂງຊວັນລິກ ໄດ້ຍ້ອງຍໍຊົມເຊີຍ ແລະ ຕີລາຄາສູງ ກົມເສນາຮັກໃນການປະຕິບັດບັນດາໜ້າທີ່ທີ່ໄດ້ຮັບການມອບໝາຍໃຫ້ເປັນຢ່າງດີ ພິເສດແມ່ນໃນວຽກງານເປັນເສນາທິການ ແລະ ປະຕິບັດການປ້ອງກັນ, ຄວບຄຸມໂລກລະບາດ Covid – 19.

ຕອນບ່າຍວັນທີ 26 ກຸມພາ, ອົງຄະນະພັກ ແຂວງກ໋ວາງນິງ ໄດ້ມີການພົບປະ, ລະດົມກຳລັງໃຈໃຫ້ແກ່ພະນັກງານ, ແພດໝໍດີເດັ່ນຂະແໜງສາທາລະນະສຸກ ເນື່ອງໃນໂອກາດສະເຫຼີມສະຫຼອງ 65 ປີ ແຫ່ງວັນສ້າງຕັ້ງວັນແພດໝໍ ຫວຽດນາມ. ທີ່ການພົບປະ, ທ່ານ ຫງວຽນຊວັນກີ໊, ເລຂາທິການອົງຄະນະພັກແຂວງ ກ໋ວາງນິງ ໄດ້ຍ້ອງຍໍຊົມເຊີຍ, ອວຍພອນຖັນແຖວພະນັກງານ, ແພດໝໍ, ພະນັກງານຂະແໜງ ສາທາລະນະສຸກແຂວງກ໋ວາງນິງ ເນື່ອງໃນໂອກາດວັນແພດໝໍ ຫວຽດນາມ, ແບ່ງປັນບັນດາຄວາມຫຍຸ້ງຍາກເຊິ່ງບັນດາແພດໝໍພວມປະສົບໜ້າໃນການຄວບຄຸມໂລກລະບາດ Covid – 19 ຢູ່ແນວໜ້າ.

(ໄຊພອນ)

ເຫດການ
302 Found

Found

The document has moved here.