ຫວຽດ​ນາມ ສົ່ງ​ອອກ​ເກີນ​ດຸນ​ກ່​ວາ 9 ຕື້ USD ໃນ 11 ເດືອນ ປີ 2019

14:13 | 09/12/2019

ຍສໝ - ວົງເງິນສົ່ງອອກນຳເຂົ້າສິນຄ້າ 11 ເດືອນຕົ້ນປີ 2019 ບັນລຸໄດ້ປະມານເກືອບ 474 ຕື້ USD, ໃນນັ້ນວົງເງິນສົງອອກນຳເຂົ້າສິນຄ້າບັນລຸໄດ້ເກືອບ 241.5 ຕື້ USD.

ຫວຽດ​ນາມ ສົ່ງ​ອອກ​ເກີນ​ດຸນ​ກ່​ວາ 9 ຕື້ USD ໃນ 11 ເດືອນ ປີ 2019

ພາບປະກອບ

ການສົ່ງອອກເກີນດຸນສະຖິຕິ ຢູ່ລະດັບກ່ວາ 9 ຕື້ USD ໃນ 11 ເດືອນ ແລະ ລະດັບການເຕີບໂຕສົ່ງອອກ ໃນ 11 ເດືອນເພີ່ມ 7,8% ເມື່ອທຽບໃສ່ໄລຍະດຽວກັນຂອງ ປີ ກາຍນີ້, ຄາດຄະເນວ່າ ໃນປີ 2019. ການເຄື່ອນໄຫວສົ່ງອອກນຳເຂົ້າຂອງ ຫວຽດນາມ ຈະສຳເລັດເປົ້າໝາຍທີ່ວາງງອກແມ່ນນຳລະດັບການເຕີບໂຕເພີ່ມຂຶ້ນ 7 – 8% ເມືື່ອທຽບໃສ່ປີ 2018, ຄວບຄຸມການນຳເຂົ້າເກີນດຸນຕ່ຳກ່ວາ 3% ຍອດວົງເງິນນຳເຂົ້າ ສົ່ງອອກ. ໄລ່ມາຮອດວັນທີ 20 ພະຈິກ, ຍອດຈຳນວນທຶນຈົດທະບຽນຂັ້ນໃໝ່, ປັບປຸງ ແລະປະກອບທຶນຊື້ຫຸ້ນສ່ວນຂອງນັກລົງທຶນຕ່າງປະເທດເຂົ້າຫວຽດນາມ ບັນລຸ 31,8 ຕື້ໂດລາສະຫະລັດ, ເພີ່ມຂຶ້ນ 3,1% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ; ໃນນັ້ນມີ 3.478 ໂຄງການໃໝ່ໄດ້ຮັບໃບຢັ້ງຢືນຈົດທະບຽນລົງທຶນ, ເພີ່ມຂຶ້ນ 28,2% ຈໍານວນໂຄງການເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. ຍອດຈຳນວນທຶນຈົດທະບຽນໃໝ່ບັນລຸ 14,68 ຕື້ໂດລາສະຫະລັດ, ເທົ່າກັບ 93% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ . ຕາມບໍລິເວນລົງທຶນ, ນັກລົງທຶນຕ່າງປະເທດໄດ້ລົງທຶນເຂົ້າ 60 ແຂວງ, ນະຄອນ, ໃນນັ້ນຮ່າໂນ້ຍ ດຶງດູດເງິນລົງທຶນຕ່າງປະເທດຫຼາຍທີ່ສຸດດ້ວຍຍອດຈຳນວນທຶນຈົດທະບຽນບັນລຸ 6,82 ຕື້ໂດລາສະຫະລັດ, ກວມເອົາ 21,5% ຍອດຈໍານວນເງິນລົງທຶນ.

(ໄຊພອນ)

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.