ຫວຽດ​ນາມ ​ສະ​ເໜີ​ອາ​ຊຽນຮ່ວມ​ມື ​ ໃນ​ການ​ປ້ອງ​ກັນ​ຕ້ານ​ເຊື້ອ​ພະ​ຍາດ​ nCoV

17:23 | 05/02/2020

ຍສໝ - ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ແລະ ທ່ານປະທານາທິບໍດີອິນໂດເນເຊຍ Joko Widodo ໄດ້ເຫັນດີວ່າບັນດາປະເທດຕ້ອງປະສານສົມທົບ, ແບ່ງປັນປະສົບການ ແລະ ຊອກຫາວິທີແກ້ໄຂຮ່ວມກັນເພື່ອປະເຊີນໜ້າກັບການຕິດເຊື້ອພະຍາດປອດອັກເສບ ໄວຣັດ Corona (2019-nCoV).

ວັນທີ 4 ກຸມພາ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ມີການໂອ້ລົມທາງໂທລະສັບກັບທ່ານປະທານາທິບໍດີອິນໂດເນເຊຍ Joko Widodo ກ່ຽວກັບການຮ່ວມມືລະຫວ່າງບັນດາປະເທດອາຊຽນ ເພື່ອປະເຊີນໜ້າກັບພະຍາດປອດອັກເສບ Corona. ທ່ານປະທານາທິບໍດີ Joko Widodo ໄດ້ຕີລາຄາສູງຕໍ່ການປ້ອງກັນ ແລະ ຕ້ານພະຍາດຂອງ ຫວຽດນາມ; ເຊື່ອວ່າພາຍໃຕ້ການຊີ້ນຳຢ່າງໃກ້ຊິດຂອງທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ແລະ ຄວາມສາມາດຂອງຂະແໜງສາທາລະນະສຸກ, ຫວຽດນາມ ມີຄວາມສາມາດໃນການປ້ອງກັນພະຍາດຢ່າງເຕັມສ່ວນ.

ຫວຽດ​ນາມ ​ສະ​ເໜີ​ອາ​ຊຽນຮ່ວມ​ມື ​ ໃນ​ການ​ປ້ອງ​ກັນ​ຕ້ານ​ເຊື້ອ​ພະ​ຍາດ​ nCoV

ທ່ານ ຫງວຽນຊວນຟຸກ ມີການໂອ້ລົມທາງໂທລະສັບກັບທ່ານປະທານາທິບໍດີອິນໂດເນເຊຍ Joko Widodo ເພື່ອປະເຊີນໜ້າກັບພະຍາດປອດອັກເສບ Corona. (ພາບ: VGP)

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ກໍ່ໄດ້ຕີລາຄາສູງປະເທດອິນໂດເນເຊຍ ແມ່ນໜຶ່ງໃນບັນດາປະເທດທີ່ໄດ້ປະຕິບັດມາດຕະການປ້ອງກັນພະຍາດຢ່າງໄວວາ, ມາຮອດປະຈຸບັນຍັງບໍ່ທັນມີກໍລະນີຕິດເຊື້ອໄວຣັດ nCoV ຈັກເທື່ອ.

ການນຳສອງທ່ານໄດ້ເຫັດດີເປັນເອກະພາບວ່າ ບັນດາປະເທດສະມາຊິກຂອງ ອາຊຽນຄວນເປັນເຈົ້າການໃນການສົມທົບກັນ, ປະສານງານ ຂອງແຕ່ລະປະເທດ ໃຫ້ຖືກຕ້ອງຕາມເນື້ອໃນຈິດໃຈ “ສະໜິດຕິດພັນ ແລະ ເປັນເຈົ້າການຮັບມື” ແມ່ນຫົວຂໍ້ຂອງ ອາຊຽນໃນປີນີ້, ເພື່ອແນໃສ່ຊອກຫາບັນດາວິທີການແກ້ໄຂລວມ, ແບ່ງປັນຄວາມຮັບຜິດຊອບໃນການຮັບມືກັບເຊື້ອພະຍາດທີ່ລະບາດໃນ ພາກພື້ນ. ບັນດາປະເທດອາຊຽນໄດ້ມີປະສົບການອັນລ້ຳຄ່າໃນການສົມທົບກັນຮັບມືກັບເຊື້ອພະຍາດ SARS ປີ 2003ມາ ແລ້ວ, ດັ່ງນັ້ນຄວນສືບຕໍ່ເສີມຂະຫຍາຍລັກສະນະເປັນເຈົ້າການ,ຕັ້ງໜ້າຮັບມືກັບເຊື້ອພະຍາດ nCoV ຄັ້ງນີ້.

(ຄຳຮຸ່ງ)

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.