ຫວຽດ​ນາມ ຊຸກຍູ້ການຮ່ວມມືຫຼາຍຝ່າຍ ​ຢ່າງ​ຕັ້ງ​ໜ້າ

11:20 | 01/02/2020

ຍສໝ - ຈຸດພົ້ນເດັ່ນທີ່ໜ້າເອົາໃຈໃສ່ໃນເດືອນຫວຽດນາມ ດຳລົງຕຳແໜ່ງເປັນປະທານ ສະພາຄວາມໝັ້ນຄົງ ສປຊ ແມ່ນການຈັດຕັ້ງການປະຊຸມຂອງສະພາຄວາມໝັ້ນຄົງ ສປຊ ກ່ຽວກັບການຮ່ວມມືລະຫວ່າງອາຊຽນ ແລະ ສປຊ ໃນການຮັກສາສັນຕິພາບ ແລະ ຄວາມໝັ້ນຄົງສາກົນ.

ຫວຽດ​ນາມ ຊຸກຍູ້ການຮ່ວມມືຫຼາຍຝ່າຍ ​ຢ່າງ​ຕັ້ງ​ໜ້າ

ພາບປະກອບ

ໃນເດືອນທຳອິດທີ່ຫວຽດນາມ ເປັນປະທານ ສະພາຄວາມໝັ້ນຄົງ ສປຊ, ອົງການນີ້ ໄດ້ດຳເນີນການປະຊຸມເປີດເຜີຍ ແລະ ການປະຊຸມລັບນັບສິບຄັ້ງ ເພື່ອປຶກສາຫາລືກ່ຽວກັບຫຼາຍບັນຫາສາກົນ ແລະ ພາກພື້ນຄື: ສະພາບມະນຸດສະທຳຢູ່ຊີຣີ, ຕາເວັນອອກກາງ, ເຢແມນ, ສະພາບດ້ານການເມືອງ, ຄວາມສະຫງົບປອດໄພຢູ່ມາລີ. ບັນດາເນື້ອໃນນີ້ ໄດ້ປະກອບສ່ວນຊຸກຍູ້ບົດບາດຂອງກົດໝາຍສາກົນເພື່ອໂລກແຫ່ງສັນຕິພາບ, ຄວາມຍຸດຕິທຳ.

ໜ້າເອົາໃຈໃສ່ແມ່ນ, ຫວຽດນາມ ໄດ້ສະເໜີ ແລະ ໄດ້ຮັບຄວາມເຫັນດີເຫັນພ້ອມສູງຈາກທຸກປະເທດທີ່ເປັນກຳມະການສະພາຄວາມໝັ້ນຄົງ ສປຊ ໃນການຈັດຕັ້ງການປຶກສາຫາລືເປີດກ່ຽວກັບການຊຸກຍູ້ການປະຕິບັດກົດບັດ ສປຊ ໃນວັນທີ 9 ມັງກອນປີ 2020. ຫົວເລື່ອງທີ່ມີລັກສະນະສະຖານະການນີ້ ມີຄວາມໝາຍທີ່ແທດຈິງທີ່ສຸດ, ປະກອບສ່ວນຢັ້ງຢືນຄວາມສຳຄັນຂອງກົດບັດ ສປຊ ຄືນໃໝ່ ກໍ່ຄືການຮ່ວມມືຫຼາຍຝ່າຍເພື່ອຮັກສາສັນຕິພາບ, ຄວາມໝັ້ນສາກົນ.

ດ້ວຍການປະຕິບັດໜ້າທີ່ຄວາມຮັບຜິດຊອບຂອງຕົນໃຫ້ເປັນຢ່າງດີ, ຫວຽດນາມ ໄດ້ສະແດງໃຫ້ເຫັນວ່າ ຕົນເອງເປັນ ສະມາຊິກທີ່ຕັ້ງໜ້າ, ມີຄວາມຮັບຜິດຊອບ, ຍາມໃດກໍ່ ປະຕິບັດກົດບັດ ສປຊ ໃຫ້ເປັນຢ່າງດີ; ພ້ອມທັງມີຄວາມປາດຖະໜາຢາກສ້າງໂລກໂດຍອີງໃສ່ຄວາມເປັນລະບຽບຮຽບຮ້ອຍ ແລະ ກົດໝາຍສາກົນ; ແກ້ໄຂທຸກໆການປະທະກັນ, ການຂັດແຍ້ງການໂດຍສັນຕິວິທີ; ຊຸກຍູ້ການຮ່ວມມືຫຼາຍຝ່າຍ ແລະ ເພີ່ມທະວີການເຊື່ອມຕໍ່ລະຫວ່າງ ອາຊຽນ ແລະ ສປຊ.

(ໄຊພອນ)

ເຫດການ
302 Found

Found

The document has moved here.