ຊາຍແດນລາວ - ຫວຽດນາມ: ສັນຕິພາບ, ການຮ່ວມມື ແລະ ການພັດທະນາ
ຍສໝ - ກ່ຽວກັບການພັດທະນາເຄືອຂ່າຍການຄ້າຊາຍແດນ, ປະຈຸບັນມີຕະຫຼາດຊາຍແດນລາວ - ຫວຽດນາມ ທັງໝົດ 36 ແຫ່ງ. ສອງຝ່າຍຍັງມີດ່ານຊາຍແດນສາກົນ 8 ແຫ່ງ, ດ່ານຊາຍແດນແຫ່ງຊາດ 7 ແຫ່ງ ແລະ ເຂດເສດຖະກິດສະເພາະ 8 ແຫ່ງ.
ຍສໝ - ກ່ຽວກັບການພັດທະນາເຄືອຂ່າຍການຄ້າຊາຍແດນ, ປະຈຸບັນມີຕະຫຼາດຊາຍແດນລາວ - ຫວຽດນາມ ທັງໝົດ 36 ແຫ່ງ. ສອງຝ່າຍຍັງມີດ່ານຊາຍແດນສາກົນ 8 ແຫ່ງ, ດ່ານຊາຍແດນແຫ່ງຊາດ 7 ແຫ່ງ ແລະ ເຂດເສດຖະກິດສະເພາະ 8 ແຫ່ງ.
ທ່ານ ລີເບີ ລີບົວປາວ ຍັງໃຫ້ຮູ້ວ່າ: ສໍາລັບການຟື້ນຟູ ເສດຖະກິດໄລຍະສັ້ນ ແມ່ນຕ້ອງໃຊ້ທ່າແຮງໃຊ້ກໍລັງບົ່ມຊ້ອນ ທີ່ມີຢູ່ພາຍໃນປະເທດ, ເຊິ່ງຍັງສາມາດເຮັດໄດ້ຢູ່ ໂດຍສະເພາະ ການທ່ອງທ່ຽວພາຍໃນ ແລະ ການຜະລິດກະສິກໍາ-ຜະລິດ ສະບຽງອາຫານ ສະນັ້ນ ການສົ່ງເສີມຜະລິດ ສິນຄ້າຕອບສະໜອງ ພາຍໃນກໍເປັນໂອກາດດີ
ໃນຕອນເຊົ້າຂອງວັນທີ 9 ມິຖຸນາ 2020 ທີ່ໂຮງໝໍມິດຕະພາບ ໄດ້ຈັດພິທີສົ່ງຄົນເຈັບທີ່ຕິດເຊື້ອໂຄວິດ-19 ຜູ້ສຸດທ້າຍອອກໂຮງໝໍ.
ທ່ານ ລີເບີ ລີບົວປາວ ຮັກສາການຫົວໜ້າສະຖາບັນ ຄົ້ນຄວ້າເສດຖະກິດແຫ່ງຊາດ ໄດ້ໃຫ້ສຳພາດຕໍ່ສື່ມວນຊົນ ສຳນັກຂ່າວສານປະເທດລາວ ກ່ຽວກັບທ່າແຮງ ໃນການຟື້ນຟູເສດຖະກິດ ຫລັງພະຍາດໂຄວິດ-19 ຜ່ອນເບົາລົງ ເປັນຕົ້ນແມ່ນ ສົ່ງເສີມການທ່ອງທ່ຽວ ພາຍໃນປະເທດພວກເຮົາ ເຊິ່ງປະຊາຊົນລາວ ມີທ່າແຮງໃນການຈັດບຸນປະເພນີ ຫລື ງານບຸນຕ່າງໆ ເຮັດໃຫ້ປະຊາຊົນທ່ຽວ ໄປມາຫາສູ່ກັນ ເກີດມີການໃຊ້ຈ່າຍ, ມີການທ່ອງທ່ຽວພາຍໃນ ສ້າງລາຍຮັບພາຍໃນ ເພື່ອສ້າງລາຍຮັບ ສ້າງວຽກເຮັດງານທໍາ ດ້ວຍກໍາລັງຂອງພາຍໃນປະ ເທດເຮົາເອງ.
ໂອກາດເດີນທາງຮ່ວມທີມງານ ໂຄງການ “ກ້າໄມ້ ແຕກໃບ ສົດໃສ ຢືນຕົ້ນ ໃຫຍ່ງາມ” ເຊິ່ງເປັນການຮ່ວມມືລະຫວ່າງບໍລິສັດ ຣາຊ-ລາວ ບໍລິການ ຈຳກັດ ແລະ ກົມພັດທະນາວິຊາຊີບຊາວໜຸ່ມ ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ (ສຊປລ) ເດີນທາງຕິດຕາມຊຸກຍູ້ ແລະ ມອບທືນໂຄງການ ໃຫ້ກັບບັນດາຊາວໜຸ່ມຜູ້ທີ່ໄດ້ຮັບທຶນ ຢູ່ 4 ແຂວງພາກເໜືອ ລະຫວ່າງວັນທີ 31 ພຶດສະພາ ຫາ 4 ມິຖຸນາ 2020.
ພິທີລົງນາມເອກະສານແລກປ່ຽນໂຄງການຊ່ວຍເຫຼືອລ້າຈາກລັດຖະບານຍີ່ປຸ່ນ ເພື່ອນໍາໃຊ້ເຂົ້າໃນວຽກງານປ້ອງກັນ ຄວບຄຸມ ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19 ຢູ່ ສປປ ລາວ ຈັດຂຶ້ນວັນທີ 5 ມິຖຸນາ 2020 ຢູ່ກະຊວງການຕ່າງປະເທດ ລະຫວ່າງທ່ານ ທອງສະຫວັນ ພົມວິຫານ ຮອງລັດຖະມົນຕີກະຊວງການຕ່າງປະເທດ ແລະ ທ່ານ ທາເກວາກະ ເຄໂຊ ເອກອັກຄະລາຊະທູດຍີ່ປຸ່ນ ປະຈຳລາວ ເຊິ່ງມີພະນັກງານ-ວິຊາການກ່ຽວຂ້ອງສອງຝ່າຍເຂົ້າຮ່ວມ.
ປັດຈຸບັນນີ້, ລັດຖະບານ ແຫ່ງ ສປປ ລາວ ກຳລັງເຮັດວຽກຮ່ວມກັບ ອົງການອຸຍນີເຊັບ ປະຈຳ ສປປ ລາວ ເພື່ອຮັບປະກັນໃຫ້ເດັກທຸກຄົນໃນ ສປປ ລາວ ໄດ້ກັບຄືນໄປໂຮງຮຽນຢ່າງປອດໄພ ຈາກພະຍາດໂຄວິດ-19 ພາຍຫລັງທີ່ລັດຖະບານ ໄດ້ອະນຸຍາດ ໃຫ້ເປີດໂຮງຮຽນຄືນໃໝ່ ໃນວັນທີ 2 ມິຖຸນາ 2020 ແລະ ມາໃນວັນທີ 5 ມິຖຸນາ 2020 ນີ້, ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ຮ່ວມກັບກະຊວງສຶກສາທິການ ແລະ ກິລາ ແລະ ອົງການອຸຍນີເຊັບ ໄດ້ຈັດກອງປະຊຸມການ ມີສ່ວນຮ່ວມຂອງສື່ມວນຊົນ ໃນການໂຄສະນາ “ກັບເຂົ້າໂຮງຮຽນຢ່າງປອດໄພ” ເພື່ອໃຫ້ຂໍ້ມູນແກ່ສື່ມວນຊົນກ່ຽວ ກັບນະໂຍບາຍຂອງລັດຖະບານ ດ້ານວຽກງານສຶກສາ ໃນໄລຍະທີ່ມີການລະບາດຂອງພະຍາດ ໂຄວິດ-19 ແລະ ໂຄສະນາ “ປອດໄພກັບໄປໂຮງຮຽນ”.
ໃນວັນທີ 3 ມິຖຸນານີ້, ທ່ານ ທັນສະໄໝ ກົມມະສິດ ລັດຖະມົນຕີກະຊວງໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ (ປທສ) ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ປີເຕີ ເຮມ໋ອນ (Peter M. Haymond), ເອກອັກຄະລັດຖະທູດ ວິສາມັນຜູ້ມີອຳນາດເຕັມແຫ່ງ ສະຫະລັດອາເມລິກາ ປະຈຳ ສປປ ລາວ ເນື່ອງໃນໂອກາດມາ ດໍາລົງຕໍາແໜ່ງເປັນ ເອກອັກຄະລັດຖະທູດຄົນໃໝ່ ປະຈຳ ສປປ ລາວ.
ເມື່ອບໍ່ດົນມານີ້, ທ່ານ ພັນເອກ ດຣ ສຸລິພັນ ເພັດຈັນທະລາ - ຫົວໜ້າອໍານວຍການໂຮງໝໍສູນກາງ 103 ພ້ອມດ້ວຍຄະນະໄດ້ເຂົ້າຮ່ວມການເຝິກຊ້ອມເທິງແຜນທີ່-ແຜນຮ່າງທາງໄກກ່ຽວກັບການປ້ອງກັນ ແລະ ສະກັດກັ້ນການລະບາດຂອງພະຍາດ COVID-19 ທີ່ກົມພົວພັນຕ່າງປະເທດ, ຫ້ອງວ່າການກະຊວງປ້ອງກັນປະເທດ.
ຍສໝ - ໃນກອງປະຊຸມຖະແຫຼງຂ່າວໃນຕອນບ່າຍວັນທີ 3 ມີຖຸນາ ທີ່ນະຄອນຫຼວງວຽງຈັນ, ກະຊວງສາທາລະນະສຸກປະເທດລາວ ໄດ້ກ່າວວ່າ ມາຮອດປັດຈຸບັນ, ປະເທດລາວໄດ້ຜ່ານ 52 ມື້ຕິດຕໍ່ກັນໂດຍບໍ່ໄດ້ກວດພົບກໍລະນີຕິດເຊື້ອໄວຣັດ COVID-19 ຕື່ມອີກ, ແລະ ຈຳນວນຄົນເຈັບທີ່ໄດ້ຮັບການປິ່ນປົວຍັງແມ່ນ 1 ຄົນ.
ຕອນເຊົ້າ ວັນທີ 3 ມິຖຸນາ 2020 ນີ້, ຄະນະການນຳສະຖານເອກອັກຄະລັດຖະທູດ, ນຳໂດຍສະຫາຍ ແສງເພັດ ຮຸ່ງບຸນຍວງ ເອກອັກຄະລັດຖະທູດ ວິສາມັນ ຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ ໄດ້ຕາງໜ້າໃຫ້ແກ່ຄະນະປະຈຳສະພາແຫ່ງຊາດລາວ ເຂົ້າວາງພວງມາລາ ແລະ ເຊັນປື້ມປື້ມໄວ້ອາໄລ ເພື່ອອາໄລເຖິງດວງວິນຍານຂອງ ສະຫາຍ ຫວູ ມາວ, ອະດິດກຳມະການສູນກາງພັກ, ອະດິດຫົວໜ້າຫ້ອງວ່າການສະພາແຫ່ງຊາດ, ອະດິດປະທານກຳມາທິການ ຕ່າງປະເທດສະພາແຫ່ງຊາດ ແຫ່ງ ສສ ຫວຽດນາມ.
ຍສໝ - ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ຮຽກຮ້ອງໃຫ້ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນຕ່າງໆ ຕ້ອງເປັນເຈົ້າການເພີ່ມທະວີການຮ່ວມມືກັບບັນດາຄູ່ຮ່ວມມືລາວຢ່າງແທດຈິງ ແລະ ປະສິດທິຜົນ.
ຍສໝ - ສະຖານທູດຫວຽດນາມປະຈຳລາວຫາກໍ່ປະກາດໃຊ້ຖະແຫຼງກ່ຽວກັບການສືບຕໍ່ໜູນຊ່ວຍພົນລະເມືອງຫວຽດນາມພວມດຳລົງຊີວິດຢູ່ລາວຈົດລະບຽນກັບຄືນປະເທດ.
ຍສໝ - ບັນດາສະຖາບັນການສຶກສາຕັ້ງແຕ່ຊັ້ນປະຖົມ ຈົນຮອດຂັ້ນມະຫາວິທະຍາໄລ ໃນປະເທດລາວ ແມ່ນໄດ້ອະນຸຍາດໃຫ້ເປີດໃໝ່ຕັ້ງແຕ່ວັນທີ 3 ມິຖຸນາ. ລະດັບອະນຸບານແມ່ນໄດ້ລໍຖ້າ ຈົນຮອດການໄຂສົກຮຽນໃໝ່.
ໃນວັນທີ 02 ມິຖຸນາ ຢູ່ການຖະແຫຼງຂ່າວຂອງຄະນະສະເພາະກິດ ເພື່ອປ້ອງກັນ ຄວບຄຸມ ແລະ ແກ້ໄຂພະຍາດ, ກະຊວງສາທາລະນະສຸກ ໄດ້ແຈ້ງຂ່າວວ່າຄະນະແພດໝໍກວດບໍ່ພົບຜູ້ຕິດເຊື້ອເພີ່ມ ຕົວເລກສະສົມຜູ້ຕິດເຊື້ອຍັງຄົງຢູ່ 19 ຄົນ ແລະ ປິ່ນປົວຫາຍດີກັບຄືນບ້ານເພື່ອຕິດຕາມອາການຈຳນວນ 16 ຄົນ.
ວັນທີ 31 ພຶດສະພານີ້ ທີ່ສູນປະຕິບັດງານຄະນະສະເພາະ ກິດຄວບຄຸມໂຄວິດ-19, ທ່ານ ພູທອນ ເມືອງປາກ ຮອງລັດຖະມົນຕີ ກະຊວງສາທາລະນະສຸກ ຜູ້ປະຈໍາການ ຄະນະສະ ເພາະກິດ ເພື່ອປ້ອງກັນຄວບຄຸມ ແລະ ແກ້ໄຂພະຍາດອັກເສບປອດທີ່ເກີດຈາກເຊື້ອຈຸລະໂຣກສາຍພັນໃໝ່ COVID-19 ໄດ້ຖະແຫຼງໃຫ້ຮູ້ວ່າ: ນີ້ເປັນມື້ທີ 49 ແລ້ວ ທີ່ ສປປ ລາວ ບໍ່ພົບຜູ້ຕິດເຊື້ອໂຄວິດ-19 ເພີ່ມ, ຍອດສະສົມຜູ້ຕິດເຊື້ອ ຍັງຄົງຢູ່ທີ່ 19 ຄົນ.
ຜ່ານການຈັດຕັ້ງປະຕິບັດມາດຕະການຜ່ອນຜັນ ແລະ ມາດຕະການປ້ອງກັນ ໃນໄລຍະຜ່ານມາ ສປປ ລາວສາມາດສືບຕໍ່ຄວບຄຸມການແຜ່ລະບາດໄວ້ໄດ້ໂດຍບໍ່ມີຜູ້ຕິດເຊື້ອເພີ່ມ ແລະ ສາມາດປິ່ນປົວຜູ້ຕິດເຊື້ອດີແລ້ວ ຈຳນວນ 16 ຄົນ ໃນຈຳນວນຜູ້ຕິດເຊື້ອທັງໝົດ 19 ຄົນ ສາມາດເຮັດໃຫ້ສັງຄົມ ພາກທຸລະກິດ ຜູ້ປະກອບການ ໂຄງການ ແລະ ໂຮງງານຕ່າງໆ ໄດ້ຄ່ອຍກັບມາໃຊ້ຊີວິດ ແລະ ເຄື່ອນໄຫວທຸລະກິດ ພາຍໃຕ້ເງື່ອນໄຂການດຳລົງຊີວິດປົກກະຕິແບບໃໝ່ເທື່ອລະກ້າວ ເຖິງຢ່າງໃດກໍຕາມ ທົົ່ວສັງຄົມກໍບໍ່ຄວນຖືເບົາ ແລະ ປະໝາດຢ່າງເດັດຂາດ.
ຍສໝ - ຫຼັງຈາກ 47 ມື້ຕິດຕໍ່ກັນທີ່ບໍ່ໄດ້ກວດພົບກໍລະນີໃໝ່ ທີ່ຕິດເຊື້ອພະຍາດ COVID-19, ໃນຕອນບ່າຍຂອງວັນທີ 30 ພຶດສະພາ, ປະເທດລາວ ໄດ້ສືບຕໍ່ຜ່ອນຄາຍຂໍ້ຈຳກັດທາງດ້ານສັງຄົມບາງຢ່າງ, ພ້ອມກັນນັ້ນ ໄດ້ສືບຕໍ່ຄຸ້ມຄອງການເຂົ້າ-ອອກເມືອງຢ່າງເຂັ້ມງວດ.
ເມື່ອບໍ່ດົນມານີ້, ທີ່ດ່ານສາກົນລາວບ໊າວ (ແຂວງກວ໋າງຈິ), ພະແນກສາທາລະນະສຸກແຂວງກວ໋າງບິ່ງ ສົມທົບກັບກອງບັນຊາການທະຫານຊາຍແດນແຂວງກວ໋າງບິ່ງ ຈັດຕັ້ງພິທີມອບ-ຮັບວັດຖຸອຸປະກອນການແພດ ແລະເຄື່ອງໃຊ້ທີ່ຈໍາເປັນເພື່ອໜູນຊ່ວຍແຂວງສະຫວັນນະເຂດ (ລາວ) ປ້ອງກັນຕ້ານພະຍາດໂຄວິດ-19.
ພິທີມອບ - ຮັບ ເຄື່ອງກວດ ຫາເຊື້ອພະຍາດ (COVID -19 ) ແລະ ຜ້າອັດປາກຈາກລັດຖະບານແຫ່ງ ສະຫະພັນຣັດເຊຍ ໄດ້ຈັດຂຶ້ນໃນວັນທີ 26 ພຶດສະພານີ້, ທີ່ກະຊວງສາທາລະນະສຸກ, ໃຫ້ກຽດກ່າວມອບໂດຍທ່ານ Vladimir Kalinnin ເອກອັກຄະລັດຖະທູດສະຫະພັນຣັດເຊຍ ປະຈໍາລາວ ແລະ ໃຫ້ກຽດກ່າວຮັບໂດຍ ທ່ານ ບຸນກອງ ສີຫາວົງ ລັດຖະມົນຕີກະຊວງສາທາລະນະສຸກ ພ້ອມດ້ວຍພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມ.