49 ວັນແລ້ວທີ່ບໍ່ພົບຜູ້ຕິດເຊື້ອໂຄວິດ-19 ສ່ວນ 3 ຄົນ ນອນປ່ິນປົວ ອາດໄດ້ກັບບ້ານໃນອາທິດນີ້

11:43 | 01/06/2020

ວັນທີ  31 ພຶດສະພານີ້  ທີ່ສູນປະຕິບັດງານຄະນະສະເພາະ ກິດຄວບຄຸມໂຄວິດ-19, ທ່ານ ພູທອນ ເມືອງປາກ ຮອງລັດຖະມົນຕີ ກະຊວງສາທາລະນະສຸກ ຜູ້ປະຈໍາການ ຄະນະສະ ເພາະກິດ ເພື່ອປ້ອງກັນຄວບຄຸມ ແລະ  ແກ້ໄຂພະຍາດອັກເສບປອດທີ່ເກີດຈາກເຊື້ອຈຸລະໂຣກສາຍພັນໃໝ່ COVID-19 ໄດ້ຖະແຫຼງໃຫ້ຮູ້ວ່າ:  ນີ້ເປັນມື້ທີ 49 ແລ້ວ ທີ່ ສປປ ລາວ ບໍ່ພົບຜູ້ຕິດເຊື້ອໂຄວິດ-19 ເພີ່ມ, ຍອດສະສົມຜູ້ຕິດເຊື້ອ ຍັງຄົງຢູ່ທີ່ 19 ຄົນ. 

49 ວ ນແລ ວທ ບ ພ ບຜ ຕ ດເຊ ອໂຄວ ດ 19 ສ ວນ 3 ຄ ນ ນອນປ ນປ ວ ອາດໄດ ກ ບບ ານໃນອາທ ດນ ທົ່ວ​ໂລກ​ມີ​ຜູ້​ຕິດ​ເຊື້ອພະ​ຍາດ Covid – 19 ເກືອບ 5,5 ລ້ານ​ຄົນ
49 ວ ນແລ ວທ ບ ພ ບຜ ຕ ດເຊ ອໂຄວ ດ 19 ສ ວນ 3 ຄ ນ ນອນປ ນປ ວ ອາດໄດ ກ ບບ ານໃນອາທ ດນ EVFTA ຈະ​ປະ​ກອບ​ສ່ວນ​ຊຸກ​ຍູ້​ການ​ເຕີບ​ໂຕ​ເສດ​ຖະ​ກິດ​ ຫວຽດ​ນາມ ໄລ​ຍະຫຼັງ Covid – 19
49 ວ ນແລ ວທ ບ ພ ບຜ ຕ ດເຊ ອໂຄວ ດ 19 ສ ວນ 3 ຄ ນ ນອນປ ນປ ວ ອາດໄດ ກ ບບ ານໃນອາທ ດນ
ທ່ານ ພູທອນ ເມືອງປາກ ຮອງລັດ ຖະມົນຕີ ກະຊວງສາທາລະນະສຸກ ຜູ້ປະຈໍາການ ຄະນະສະເພາະກິດ ເພື່ອປ້ອງກັນຄວບຄຸມ ແລະ ແກ້ໄຂພະຍາດອັກເສບປອດທີ່ເກີດຈາກເຊື້ອຈຸລະໂຣກສາຍພັນໃໝ່ COVID-19.

ສ່ວນມີຜູ້ນອນຕິດຕາມຢູ່ໂຮງໝໍມິດຕະພາບ 3 ຄົນ, ຍິງ 2 ຄົນ, ທັງໝົດມີອາການປົກກະຕິຈະໄດ້ຕິດຕາມເກັບຕົວຢ່າງມາກວດ ຈົນກວ່າບໍ່ພົບເຊື້ອ ຈຶ່ງ ພິຈາລະນາໃຫ້ອອກໂຮງໝໍ ຊຶ່ງ ຄາດວ່າຈະສາມາດກັບໄປຕິດ ຕາມຢູ່ບ້ານຂອງຜູ້ປ່ວຍເອງໃນອາທິດນີ້.

ທ່ານ ພູທອນ ເມືອງປາກ ກ່າວອີກວ່າ: ໃນວັນທີ 30 ພຶດ ສະພາ 2020, ໄດ້ເກັບຕົວຢ່າງ ມາກວດວິເຄາະທັງໝົດ 496 ຄົນ, ໃນນັ້ນມີແຮງງານລາວທີ່ກັບມາແຕ່ໄທ 280 ຄົນ, ແຮງງານຈີນທີ່ເຂົ້າມາລາວ 168 ຄົນ, ກໍລະນີສົງໃສ 47 ຄົນ, ຄົນເຈັບຕິດເຊື້ອປີ່ນປົວຫາຍດີຈໍາກັດບໍລິເວນຢູ່ບ້ານຄົບ 14 ວັນແລ້ວມາກວດຄືນ 1 ຄົນ, ສ່ວນຜົນກວດ ແຮງງານລາວ, ແຮງງານຈີນ, ກໍລະນີສົງໄສທັງໝົດທີ່ກວດ ໃນວັນທີ 30 ພຶດສະພາແມ່ນບໍ່ພົບເຊື້ອຄືດັ່ງໄດ້ກ່າວໄປແລ້ວ. ສັງລວມການກວດວິເຄາະ ແຕ່ເດືອນມັງກອນຮອດວັນທີ 30 ພຶດສະພາ 2020 ໄດ້ເກັບຕົວຢ່າງມາກວດທັງໝົດມີ 6.928 ຕົວຢ່າງ, ກວດພົບເຊື້ອສະສົມ 19 ຄົນ (49 ມື້ແລ້ວທີ່ ບໍ່ພົບຜູ້ຕິດເຊື້ອໃໝ່)ແລະ ການ ຕິດຕາມຜູ້ຈຳກັດບໍລິເວນຢູ່ສະ ຖານທີ່ຈຳກັດບໍລິເວນຕ່າງ ທົ່ວປະເທດມີສູນຈໍາກັດບໍລິເວນ ທັງໝົດ 70 ສູນ, ມີຜູ້ຈຳກັດບໍລິເວນຢູ່ສູນ 2.522 ຄົນ.

ຂະນະທີ່ສະພາບການລະບາດຂອງປະເທດໃກ້ຄຽງ ແລະ ການລະບາດຢູໃນໂລກ ມີຂໍ້ມູນວ່າ: ມາຮອດເວລາ 6:00 ໂມງເຊົ້າ ຂອງວັນທີ 31 ພຶດສະພາ ຍັງມີການລະບາດ ເປັນວົງກວ້າງຢູ່ທະວີບອາເມຣິກາ ແລະ ທະວີບຢູຣົບ, ມີບາງປະເທດ ຈໍານວນຜູ້ຕິດເຊື້ອມື້ດຽວ ມີເຖິງ 33.274 ຄົນ ແລະ ບາງປະເທດເສຍຊີວິດ 1.046 ຄົນຕໍ່ມື້. ທົ່ວໂລກມີການລາຍງານການລະບາດທັງໝົດ 213 (ປະເທດ/ເຂດ) ຊຶ່ງໃນນີ້ມີການຢັ້ງຢືນຜູ້ຕິດເຊື້ອພະຍາດ COVID-19 ແມ່ນ 6.148.850 ຄົນ (128.879 ຄົນໃໝ່) ມື້ວານນີ້ 6.019.971ຄົນ; ເສຍຊີວິດ 370.479 ຄົນ (4.195 ຄົນໃໝ່) ກວມເອົາ 6,02% ຂອງຜູ້ຕິດເຊື້ອທັງໝົດ; ປິ່ນປົວຫາຍດີ 2.655.228 ຄົນ (72.604 ຄົນໃໝ່) ກວມເອົາ 43,1% ຂອງຜູ້ຕິດເຊື້ອທັງໝົດ. ສ່ວນໃນບັນດາກຸ່ມປະເທດອາຊຽນມີການຢັ້ງຢືນຜູ້ຕິດເຊື້ອພະຍາດ COVID-19 ແມ່ນ 89.039 ຄົນ (1.703 ຄົນໃໝ່), ເສຍຊີວິດ 2.726 ຄົນ ຍັງມີ ບາງປະເທດທີ່ມີອັດຕາການຕິດ ເຊື້ອໃໝ່ສູງເຖິງ 590 ຄົນຕໍ່ມື້. ມື້ວານນີ້ເສຍຊີວິດໃນປະເທດອາຊຽນທັງໝົດ 61 ຄົນ.

ຕອນທ້າຍຂອງການຖະ ແຫຼງຂ່າວ, ທ່ານຜູ້ປະຈໍາການ ຄະນະສະເພາະກິດຍັງຂໍຮຽກ ຮ້ອງໃຫ້ບັນດາທ່ານ ຈົ່ງສືບຕໍ່ ຮ່ວມແຮງຮ່ວມໃຈກັນປະຕິບັດ ແຈ້ງການສະບັບໃໝ່ນີ້ ແລະ ຄຳແນະນຳຕ່າງໆຂອງຂະແໜງ ການກ່ຽວຂ້ອງດ້ວຍຄວາມຮັບ ຜິດຊອບສູງ. ເນື່ອງໃນໂອ ກາດວັນເດັກສາກົນ ແລະ ວັນປູກຕົ້ນໄມ້ແຫ່ງຊາດໝູນວຽນມາຄົບຮອບອີກວາລະໜຶ່ງ ໃນວັນທີ 1 ມິຖຸນາ 2020 ນີ້ ຂໍຮຽກຮ້ອງເຖິງຜູ້ປົກຄອງ, ຜູ້ບໍລິຫານການສຶກສາ, ຄູ-ອາຈານ ຈົ່ງເອົາໃຈໃສ່ເປັນພິເສດ ໃນການປ້ອງກັນລູກຫຼານບໍ່ໃຫ້ຕິດເຊື້ອ COVID-19 ຍ້ອນວ່າ ເດັກບໍ່ຮູ້ ຮັບຜິດຊອບຕົນເອງ ເປັນຕົ້ນວ່າ ໝັ່ນລ້າງມືໃຫ້ເດັກດ້ວຍນ້ຳສະ ອາດໃສ່ສະບູຕາມ 7 ຂັ້ນຕອນ ທີ່ໄດ້ຝຶກແອບໃຫ້ກ່ອນ ຫຼື ຫຼັງກິນອາຫານ, ຫຼັງໃຊ້ຫ້ອງນ້ຳ, ຫຼັງຈັບບາຍກັບສັດລ້ຽງ ຫຼື ເຄື່ອງ ຫຼິ້ນ, ເວລາຈາມ ຫຼື ໄອກະ ທັນ ຫັນແມ່ນໃຊ້ຂໍ້ສອກຂອງຕົນເອງ ຫຼື ດີແທ້ແມ່ນໃຊ້ຜ້າອັດປາກ, ພະຍາຍາມຫຼີກລ່ຽງການສຳຜັດໃບໜ້າ, ຕາ, ດັງ, ປາກຂອງຕົນເອງ, ຢູ່ຫ່າງໄກຄົນທີ່ໄອຈາມໄລຍະ 1 ແມັດ, ເວລາເດັກບໍ່ສະບາຍໃຫ້ໄປພົບແພດ, ໃສ່ຜ້າປິດປາກດັງ ເວລາອອກໄປສະຖານທີ່ສາທາລະນະ.

49 ວ ນແລ ວທ ບ ພ ບຜ ຕ ດເຊ ອໂຄວ ດ 19 ສ ວນ 3 ຄ ນ ນອນປ ນປ ວ ອາດໄດ ກ ບບ ານໃນອາທ ດນ ລາວ: ໄດ້ກວດພົບຜູ້ຕິດເຊື້ອ Covid -19 ເພີ່ມອີກ 1 ຄົນ

ຍສໝ - ໃນຕອນແລງວັນທີ 5 ເມສາ 2020, ທີ່ສູນປະຕິບັດງານ ຄະນະສະເພາະກິດປ້ອງກັນ, ຄວບຄຸມ ແລະ ແກ້ໄຂການແຜ່ລະບາດຂອງພະຍາດ Covid -19, ຜູ້ຕາງໜ້າ ກະຊວງສາທາລະນະສຸກ ສປປ.ລາວ ໃຫ້ຮູ້ວ່າ ມາຮອດມື້ນີ້ ປະເທດລາວ ໄດ້ກວດພົບຜູ້ຕິດເຊື້ອ Covid -19 ເປັນກໍລະນີທີ 11 ແລ້ວ.

49 ວ ນແລ ວທ ບ ພ ບຜ ຕ ດເຊ ອໂຄວ ດ 19 ສ ວນ 3 ຄ ນ ນອນປ ນປ ວ ອາດໄດ ກ ບບ ານໃນອາທ ດນ ສາຂາຂອງບໍລິສັດໄຟຟ້າຫວຽດນາມ-ລາວ ໄດ້ມອບເງິນ 3 ໝື່ນ USD ເພື່ອຊ່ວຍລັດຖະບານລາວ ສະກັດກັ້ນໂລກລະບາດໂຄວິດ -19

ຍສໝ - ຕອນບ່າຍວັນທີ 1 ເມສາ 2020, ສາຂາຂອງບໍລິສັດໄຟຟ້າຫວຽດນາມ-ລາວ ໄດ້ມອບເງິນ 3 ໝື່ນ USD ເພື່ອຊ່ວຍລັດຖະບານລາວ ສະກັດກັ້ນໂລກລະບາດໂຄວິດ -19.

49 ວ ນແລ ວທ ບ ພ ບຜ ຕ ດເຊ ອໂຄວ ດ 19 ສ ວນ 3 ຄ ນ ນອນປ ນປ ວ ອາດໄດ ກ ບບ ານໃນອາທ ດນ ໃນທົ່ວໂລກມີຜູ້ຕິດເຊື້ອພະຍາດ ໂຄວິດ - 19 ຈຳນວນ 594.377 ຄົນ ແລະ 27.250 ຄົນເສຍຊີວິດ.

ຍສໝ - ໄລ່ຮອດເວລາ 7 ໂມງ 45 ນາທີຂອງວັນທີ 28 ມີນາ (ຕາມເວລາຫວຽດນາມ”, ໃນທົ່ວໂລກມີຜູ້ຕິດເຊື້ອພະຍາດ ໂຄວິດ - 19 ຈຳນວນ 594.377 ຄົນ ແລະ 27.250 ຄົນເສຍຊີວິດ.

pasaxon.org.la

ເຫດການ
302 Found

Found

The document has moved here.