ມອບອຸປະກອນການແພດ ໃຫ້ແຂວງສະຫວັນນະເຂດ ເພື່ອປ້ອງກັນຕ້ານພະຍາດໂຄວິດ-19

11:50 | 31/05/2020

ເມື່ອບໍ່ດົນມານີ້, ທີ່ດ່ານສາກົນລາວບ໊າວ (ແຂວງກວ໋າງຈິ), ພະແນກສາທາລະນະສຸກແຂວງກວ໋າງບິ່ງ ສົມທົບກັບກອງບັນຊາການທະຫານຊາຍແດນແຂວງກວ໋າງບິ່ງ ຈັດຕັ້ງພິທີມອບ-ຮັບວັດຖຸອຸປະກອນການແພດ ແລະເຄື່ອງໃຊ້ທີ່ຈໍາເປັນເພື່ອໜູນຊ່ວຍແຂວງສະຫວັນນະເຂດ (ລາວ) ປ້ອງກັນຕ້ານພະຍາດໂຄວິດ-19.

ມອບອ ປະກອນການແພດ ໃຫ ແຂວງສະຫວ ນນະເຂດ ເພ ອປ ອງກ ນຕ ານພະຍາດໂຄວ ດ 19 ສະຫະພັນຣັດເຊຍ ມອບອຸປະກອນການແພດ ໃຫ້ກະຊວງສາທາລະນະສຸກ
ມອບອ ປະກອນການແພດ ໃຫ ແຂວງສະຫວ ນນະເຂດ ເພ ອປ ອງກ ນຕ ານພະຍາດໂຄວ ດ 19

ແຂວງຮ່າຕີ້ງ ສສ.ຫວຽດນາມ ມອບອຸປະກອນການແພດ ໃຫ້ແກ່ແຂວງບໍລິຄໍາໄຊ ສປປ.ລາວ ເພື່ອປ້ອງກັນ, ຕ້ານພະຍາດໂຄວິດ -19

ມອບອ ປະກອນການແພດ ໃຫ ແຂວງສະຫວ ນນະເຂດ ເພ ອປ ອງກ ນຕ ານພະຍາດໂຄວ ດ 19
ຜູ້ຕາງໜ້າການນໍາພະແນກສາທາລະນະສຸກແຂວງກວ໋າງບິ່ງ ມອບວັດຖຸອຸປະກອນການແພດໃຫ້ແກ່ພະແນກສາທາລະນະສຸກແຂວງສະຫວັນນະເຂດ (ລາວ). ພາບ: bienphong.com.vn.

ຕາມນັ້ນແລ້ວ, ຜູ້ຕາງໜ້າການນໍາພະແນກສາທາລະນະສຸກແຂວງກວ໋າງບິ່ງ ໄດ້ມອບເຄື່ອງສີດຢາຂ້າເຊື້ອ 5 ໜ່ວຍ, ເຄື່ອງວັດແທກອຸນຫະພູມ 45 ໜ່ວຍ, ຜ້າອັດປາກ-ອັດດັງ 7.900 ອັນ, ຊຸດປ້ອງກັນພະຍາດ 500 ຊຸດ, ຖົງມື 3.000 ຄູ່, ນ້ຳຢາລ້າງຂ້າເຊື້ອ 320 ຂວດ ພ້ອມກັບເຄື່ອງຂອງປະເພດຕ່າງໆດ້ວຍມູນຄ່າທັງໝົດແມ່ນ 500 ລ້ານດົ່ງໃຫ້ແກ່ພະແນກສາທາລະນະສຸກແຂວງສະຫວັນນະເຂດ (ລາວ).

ກອງບັນຊາການທະຫານຊາຍແດນແຂວງກວ໋າງບິ່ງ ມອບເຄື່ອງຂອງຈໍານວນໜຶ່ງ, ຄື: ເຄື່ອງສີດຢາຂ້າເຊື້ອ 2 ໜ່ວຍ, ເຄື່ອງວັດແທກອຸນຫະພູມ 15 ໜ່ວຍ, ຜ້າອັດປາກ-ອັດດັງ 2000 ອັນ, ຊຸດປ້ອງກັນພະຍາດ 100 ຊຸດ, ຖົງມື 1.000 ຄູ່, ນ້ຳຢາລ້າງຂ້າເຊື້ອ 100 ຂວດ ດ້ວຍມູນຄ່າທັງໝົດແມ່ນ 150 ລ້ານດົ່ງ ໃຫ້ແກ່ກໍາລັງປະກອບອາວຸດແຂວງສະຫວັນນະເຂດ.

ມອບອ ປະກອນການແພດ ໃຫ ແຂວງສະຫວ ນນະເຂດ ເພ ອປ ອງກ ນຕ ານພະຍາດໂຄວ ດ 19
ຕາງໜ້າກອງບັນຊາການທະຫານຊາຍແດນແຂວງກວ໋າງບິ່ງ ມອບວັດຖຸອຸປະກອນການແພດໃຫ້ກໍາລັງປະກອບອາວຸດແຂວງສະຫວັນນະເຂດ (ລາວ). ພາບ: bienphong.com.vn.

ທີ່ພິທີມອບ-ຮັບ, ຜູ້ຕາງໜ້າພະແນກສາທາລະນະສຸກ ແລະກອງບັນຊາການທະຫານແຂວງສະຫວັນນະເຂດ ໄດ້ສະແດງຄວາມຂອບອົກຂອບໃຈຕໍ່ການຊ່ວຍເຫຼືອອັນລໍ້າຄ່າຂອງແຂວງກວ໋າງບິ່ງ ເວົ້າລວມ, ພະແນກສາທາລະນະສຸກ ແລະກອງບັນຊາການທະຫານຊາຍແດນແຂວງກວ໋າງບິ່ງ ເວົ້າສະເພາະໃຫ້ກໍາລັງປະກອບອາວຸດແຂວງສະຫວັນນະເຂດ. ຈໍານວນວັດຖຸອຸປະກອນການແພດດັ່ງກ່າວແມ່ນມີຄວາມຈໍາເປັນທີ່ສຸດຊ່ວຍໃຫ້ຂະແໜງສາທາລະນະສຸກ ແລະກໍາລັງປະກອບອາວຸດແຂວງສະຫວັນນະເຂດ ມີເງື່ອນໄຂຕື່ມອີກເພື່ອຜັນຂະຫາຍການປ້ອງກັນ, ຕ້ານພະຍາດໂຄວິດ-19 ຢ່່າງມີປະສິດທິຜົນ.

ມອບອ ປະກອນການແພດ ໃຫ ແຂວງສະຫວ ນນະເຂດ ເພ ອປ ອງກ ນຕ ານພະຍາດໂຄວ ດ 19 47 ມື້ທີ່ ສປປ ລາວ ບໍ່ພົບຜູ້ຕິດເຊື້ອໂຄວິດ - 19 ເພີ່ມ

ໃນວັນທີ 29 ພຶດສະພາ 2020 ທີ່ກະຊວງສາທາລະນະສຸກ ໄດ້ຈັດພິທີຖະແຫລງຂ່າວ ລາຍງານ ສະພາບການລະບາດ ຂອງພະຍາດ ໂຄວິດ-19 ໃນ ສປປ ລາວ ໂດຍທ່ານ ດຣ. ພູທອນ ເມືອງປາກ ຮອງລັດຖະມົນຕີ ກະຊວງສາທາລະນະສຸກ ຜູ້ປະຈໍາການຄະນະສະເພາະກິດ, ມີສື່ມວນຊົນຈາກ ຫລາຍພາກສ່ວນເຂົ້າຮ່ວມ.

ມອບອ ປະກອນການແພດ ໃຫ ແຂວງສະຫວ ນນະເຂດ ເພ ອປ ອງກ ນຕ ານພະຍາດໂຄວ ດ 19 ແຂວງ ກວາງຫງາຍ ສສ.ຫວຽດນາມ ໜູນຊ່ວຍ ແຂວງ ຈຳປາສັກ ສປປ.ລາວ ໃນການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ-19

ຍສໝ - ກອງບັນຊາການທະຫານແຂວງ ກວາງຫງາຍ ໄດ້ສົມທົບກັບພະແນກສາທາລະນະສຸກ, ພະແນກພົວພັນຕ່າງປະເທດແຂວງ ມອບເຄື່ອງອຸປະກອນການແພດທີ່ຈຳເປັນໃຫ້ກອງບັນຊາການທະຫານແຂວງ ຈຳປາສັກ.

ມອບອ ປະກອນການແພດ ໃຫ ແຂວງສະຫວ ນນະເຂດ ເພ ອປ ອງກ ນຕ ານພະຍາດໂຄວ ດ 19 ADB ແລະ ລັດຖະບານລາວ ລົງນາມສັນຍາເງິນກູ້ ເພື່ອຕອບໂຕ້ກັບການແຜ່ລະບາດພະຍາດໂຄວິດ-19

ລັດຖະບານລາວ ໄດ້ເງິນກູ້ຈາກທະນາຄານ ພັດທະນາອາຊີ (ADB) ເພີ່ມມູນຄ່າ 20 ລ້ານໂດລາ ສະຫະລັດ ເພື່ອສະໜັບສະໜູນ ການຕອບໂຕ້ການແຜ່ລະບາດ ຂອງພະຍາດອັກເສບປອດ ຈາກ ເຊື້ອຈຸລະໂລກ ສາຍພັນໃໝ່ (ໂຄວິດ-19) ໃນປະເທດ.

la.qdnd.vn

ເຫດການ
302 Found

Found

The document has moved here.